ນັກປະພັນວັນນະຄະດີເຊັກເບຍ Marko Nikolic ແລະ ຄວາມຮັກຮ່າໂນ້ຍ ໃນນະວະນິຍາຍ “ຄຸ້ມຖະໜົນ ຍ່າເທີ່”

(VOVWORLD) -ຜ່ານການຂຽນຂອງຕົນ, Marko Nikolic ໄດ້ນຳມາເຊິ່ງການສັງເກດພິເສດກ່ຽວກັບຮ່າໂຮ້ຍ ເບິ່ງຄືວ່າແມ່ນມີຄວາມລື້ງເຄີຍກັບຊາວນະຄອນຫຼວງ

ນັກປະພັນວັນນະຄະດີເຊັກເບຍ Marko Nikolic ແລະ ຄວາມຮັກຮ່າໂນ້ຍ ໃນນະວະນິຍາຍ “ຄຸ້ມຖະໜົນ ຍ່າເທີ່” - ảnh 1 ນັກປະພັນວັນນະຄະດີໜຸ່ມຊາວເຊັກເບຍ Marko Nikolic

(ພາບ: Marko Nikolic)

 “ຄຸ້ມຖະໜົນຮ່າໂນ້ຍ”, ນະວະນິຍາຍຂອງນັກປະພັນວັນນະຄະດີໜຸ່ມຊາວເຊັກເບຍ Marko Nikolic ຫາກໍ່ໄດ້ຮັບລາງວັນ ບຸ່ຍຊວັນຟ໊າຍ ຍ້ອນຄວາມຮັກຮ່າໂນ້ຍ ຄັ້ງທີ 13 ປີ 2020 ໃນລາຍການບົດປະພັນວັນນະຄະດີ ຍ້ອນຄວາມຮັກຕໍ່ຮ່າໂນ້ຍ. ນະວະນິຍາຍຫົວນີ້ໄດ້ຂຽນກ່ຽວກັບຮ່າໂນ້ຍ ເຊິ່ງມີຄວາມດູດດື່ມຕໍ່ຜູ້ອ່ານທຸກຄົນ ຍ້ອນຄວາມຮັກ, ຄວາມເຂົ້າໃຈ ແລະ ລະດັບການໃຊ້ພາສາຫວຽດ ຂອງລາວ. ມີນັກປະພັນຊາວຕ່າງປະເທດຫຼາຍຄົນໄດ້ຂຽນປື້ມກ່ຽວກັບຫວຽດນາມ, ແຕ່ Marko Nikolic ແມ່ນນັກປະພັນຊາວຕ່າງປະເທດຄົນທຳອິດທີ່ໃຫ້ພິມຈຳໜ່າຍນະວະນິຍາຍດ້ວຍພາສາຫວຽດ.

        Marko Nikolic ອາຍຸ 32 ປີ, ຊາວ ເຊັກເບຍ, ສອນພາສາອັງກິດ ຢູ່ຫວຽດນາມ ນັບແຕ່ປີ 2014. ປະຈຸບັນ, ລາວພວມດຳລົງຊີວິດ ແລະ ເຮັດວຽກຢູ່ຮ່າໂນ້ຍ. Marko Nikolic ໄດ້ຂຽນປຶ້ມແຕ່ຕອນມີອາຍຸ 14 ປີ ແລະ ໄດ້ສະເໜີຕໍ່ຜູ້ອ່ານປຶ້ມ 2 ຫົວຢູ່ເອີລົບ. ເວລາຢູ່ຮ່າໂນ້ຍ, ດ້ວຍບັນດາການປະພຶດທີ່ໜ້າຈັບໃຈ ໄດ້ເຮັດໃຫ້ Marko Nikolic ເຫັນວ່າ ການດຳລົງຊີວິດຢູ່ຮ່າໂນ້ຍ ມີຄວາມແຕກຕ່າງກັບແນວຄິດຂອງຕົນຫຼາຍ, ລາວໄດ້ຄິດຂຽນເປັນນະວະນິຍາຍ ພາຍຫຼັງທີ່ຂຽນເລື່ອງສັ້ນດ້ວຍພາສາຫວຽດ.

        “ຂ້າພະເຈົ້າໄດ້ສະຫງວນເວລາ 1 ປີເພື່ອຄິດວ່າຈະຂຽນສິ່ງໃດ, ກ່ຽວກັບຫົວເລື່ອງໃດ. ພາຍຫຼັງທີ່ມີແຜນການແລ້ວ, ຂ້າພະເຈົ້າໄດ້ສະຫງວນເວລາຕື່ມອີກ 1 ປີເພື່ອຂຽນປຶ້ມຫົວນີ້. ຂ້າພະເຈົ້າໄດ້ອ່ານປຶ້ມປະມານ 50 – 60 ຫົວ. ມື້ໜຶ່ງຂ້າພະເຈົ້າຂຽນໄດ້ປະມານ 1 ໜ້າເຈ້ຍ A4 ເທົ່ານັ້ນ.”

        “ຄຸ້ມຖະໜົນ ຍ່າເທີ່” ໄດ້ສະເໜີຕົວຕໍ່ຜູ້ອ່ານຫວຽດນາມ ຢ່າງເປັນທາງການໃນເດືອນກັນຍາ 2019. ເຊິ່ງແມ່ນນະວະນິຍາຍທີ່ເວົ້າກ່ຽວກັບຮ່າໂນ້ຍ ໂດຍນັກປະພັນໜຸ່ມຊາວຕ່າງປະເທດເປັນຜູ້ຂຽນ ໄດ້ເຮັດໃຫ້ຫຼາຍຄົນຄິດວ່າ “ຄຸ້ມຖະໜົນ ຍ່າເທີ່” ແມ່ນປຶ້ມຄູ່ມືທ່ອງທ່ຽວ ຫຼື ປຶ້ມບັນທຶກປະຈຳວັນກ່ຽວກັບບັນດາສະຖານທີ່ລະຫຼີ້ນຂອງຊາວຕ່າງປະເທດໜຸ່ມຜູ້ໜຶ່ງ. ແຕ່ໃນຕົວຈິງ, ນະວະນິຍາຍນີ້ໄດ້ເລົ່າເລື່ອງຄວາມຮັກຂອງຜູ້ຂຽນເອງ. ໃນຊຸມມື້ມາຮ່າໂນ້ຍ ທຳອິດ, ຍ່າເທີເລີ໊ນ (ໂບດໃຫຍ່ຮ່າໂນ້ຍ) ໄດ້ສ້າງຄວາມດຶງດູດໃຈຕໍ່ Marko Nikolic, ເຮັດໃຫ້ລາວມີຄວາມເມົາມົວຫຼົງໄຫຼກັບໂບດແຫ່ງນີ້ຫຼາຍ. ລາວໄດ້ມາເຂດນີ້ຫຼາຍຄັ້ງ ແລະ ບາງເທື່ອກໍ່ໄດ້ພົບປະກັບເພື່ອນຢູ່ລະບຽງເຮືອນຂອງຮ້ານ ກາເຟ, ຍາມໃດ Marko Nikolic ກໍ່ເລືອກເອົາຄຸ້ມຖະໜົນ ຍ່າເທີ່ ນີ້ເປັນບ່ອນທ່ອງທ່ຽວ ແລະ ພັກຜ່ອນ. ລາວກໍ່ໄດ້ເອົາຊື່ຂອງຄຸ້ມຖະໜົນນີ້ມາຕັ້ງຊື່ປຶ້ມນະວະນິຍາຍ. ໃນນະວະນິຍາຍ “ຄຸ້ມຖະໜົນ ຍ່າເທີ່” ທີ່ເລົ່າເລື່ອງກ່ຽວກັບ Marko Nikolic ແມ່ນຊາວຕ່າງປະເທດຜູ້ໜຶ່ງ, ເປັນຄັ້ງທຳອິດມາຮ່າໂນ້ຍ - ເຊິ່ງແມ່ນນະຄອນທີ່ແປກປະຫຼາດ ແລະ ມີຄວາມແຕກຕ່າງໃນແນວຄິດຂອງລາວກ່ຽວກັບເຂດຄຸ້ມຖະໜົນເກົ່າ, ຄ້າຍຄືກັບເວທີຖ່າຍທຳຮູບເງົາຂອງຮູບເງົາປະຫວັດສາດ ເລື່ອງໜຶ່ງ.

        “ໃນນະວະນິຍາຍຫົວນີ້, ຂ້າພະເຈົ້າໄດ້ເລົ່າເລື່ອງກ່ຽວກັບຊີວິດຂອງຊາວຕ່າງປະເທດຜູ້ໜຶ່ງທີ່ດຳລົງຊີວິດຢູ່ຮ່າໂນ້ຍ. ຂ້າພະເຈົ້າບໍ່ໄດ້ພັນລະນາສັງຄົມ, ປະເທດຫວຽດນາມ ຜ່ານສາຍຕາຂອງຊາວຕ່າງປະເທດຄົນໜຶ່ງ. ຂ້າພະເຈົ້າໄດ້ແບ່ງປັນບັນດາບັນຫາສ່ວນຕົວເຊິ່ງຊາວຕ່າງປະເທດຕ້ອງປະເຊີນໜ້າຢູ່ຫວຽດນາມ, ຕົວຢ່າງຄື ເລື່ອງຄວາມຮັກ, ລະຫວ່າງຊາວຕ່າງປະເທດ ແລະ ຊາວຫວຽດນາມ ດ້ວຍບັນດາເລື່ອງລາວທີ່ມີຄວາມຂັດແຍ້ງກັນໃນການດຳລົງຊີວິດ”.

ນັກປະພັນວັນນະຄະດີເຊັກເບຍ Marko Nikolic ແລະ ຄວາມຮັກຮ່າໂນ້ຍ ໃນນະວະນິຍາຍ “ຄຸ້ມຖະໜົນ ຍ່າເທີ່” - ảnh 2 “ຄຸ້ມຖະໜົນ ຍ່າເທີ່” ໄດ້ສະເໜີຕົວຕໍ່ຜູ້ອ່ານຫວຽດນາມ

ຢ່າງເປັນທາງການໃນເດືອນກັນຍາ 2019.

ໃນປຶ້ມທີ່ມີຄວາມໜາ 300 ກວ່າໜ້ານີ້, Marko Nikolic ໄດ້ສະແດງໃຫ້ເຫັນຄວາມຮັບຮູ້ ແລະ ເຂົ້າໃຈດ້ານພາສາຫວຽດ ຢ່າງອຸດົມສົມບູນ, ຊ້ຳບໍ່ໜຳຍັງມີສຳນວນຄຳເວົ້າ, ຄຳສຸພາສິດນຳອີກ. ນັກປະພັນໜຸ່ມຜູ້ນີ້ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງຊາວຕ່າງປະເທດຜູ້ໜຶ່ງທີ່ຢາກຊອກຮູ້, ຄົ້ນຫາວັດທະນະທຳທ້ອງຖິ່ນ, ນັບທັງອັນທີ່ຈົບງາມ ແລະ ບໍ່ທັນຈົບງາມຢູ່ເຂດດິນແດນທີ່ລາວດຳລົງຊີວິດຢູ່. ທ່ານນາງ ຫງວຽນທິຢ້ຽວຖຸ໋ຍ, ນັກບັນນາທິການ,ສຳນັກພິມຈຳໜ່າຍ ຫຍ້ານາມ, ຕີລາຄາວ່າ “ຄຸ້ມຖະໜົນ ຍ່າເທີ່” ແມ່ນນະວະນິຍາຍທີ່ມີລັກສະນະເລົ່າເລື່ອງ, ສ້າງຄວາມຮູ້ສຶກທີ່ເປັນໜ້າສະເທືອນໃຈຈາກມູມມອງຂອງຜູ້ຊາຍຊາວຕ່າງປະເທດ.

        “ຖ້າບໍ່ມີຄວາມຮູ້ດ້ານພາສາຫວຽດ ເປັນຢ່າງດີນັ້ນ ແນ່ນອນວ່າ ປຶ້ມນະວະນິຍາຍຫົວນີ້ບໍ່ສາມາດຄົງຕົວໄດ້. ໃນນະວະນິຍາຍຫົວນີ້, ຂ້າພະເຈົ້າເຫັນວ່າ Marko Nikolic ສາມາດໃຊ້ພາສາຫວຽດ ໄດ້ເປັນຢ່າງດີ, ມີຊີວິດຊີວາ. Marko Nikolic ສາມາດເປັນເຈົ້າຂອງພາສາຫວຽດ ໄດ້ ແລະ ມີຫຼາຍຕອນແມ່ນຂຽນໄດ້ຢ່າງຄ່ອງແຄ້ວ ແລະ ມີໄຫວພິບ, ສ້າງອາລົມຈິດທີ່ເພີດເພີນ ແລະ ສະຫວາດສະເຫວີຍ. ຕາມຂ້າພະເຈົ້າແລ້ວ, ບໍ່ມີນັກຂຽນຜູ້ໃດສາມາດສະແດງອອກໄດ້ຄືແນວນັ້ນ.”

        ມີນະວະນິຍາຍຫຼາຍຫົວທີ່ເລົ່າເລື່ອງກ່ຽວກັບຕົນເອງ ຫຼື ປຶ້ມບັນທຶກການທ່ອງທ່ຽວທີ່ຂຽນກ່ຽວກັບຮ່າໂນ້ຍ, ແຕ່ເມື່ອອ່ານນະວະນິຍາຍ “ຄຸ້ມຖະໜົນ ຍ່າເທີ່” ໂດຍການເລົ່າເລື່ອງຂອງຊາວຕ່າງປະເທດຜູ້ໜຶ່ງ, ແນ່ນອນວ່າ ຈະຊ່ວຍໃຫ້ຜູ້ອ່ານມີບັນດາການປະພຶດທີ່ແຕກຕ່າງ. ໜຶ່ງໃນບັນດາປັດໃຈທີ່ປະກອບສ່ວນຊ່ວຍໃຫ້ປຶ້ມຫົວນີ້ດຶງດູດໃຈຜູ້ອ່ານໄດ້ ແມ່ນຍ້ອນຄວາມຮັກຂອງຜູ້ຂຽນທີ່ມີຕໍ່ຮ່າໂນ້ຍ. ຄວາມຮັກນັ້ນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານຄວາມຮູ້, ຄວາມເຂົ້າໃຈກ່ຽວກັບບັນດາສະຖານທີ່, ຖະໜົນແຕ່ລະສາຍ, ຫ້ອງຮ້ານ, ເຍື່ອງອາຫານ ຫຼື ຍ້ອນຊື່ຂອງນະວະນິຍາຍ “ຄຸ້ມຖະໜົນ ຍ່າເທີ່” ນັ້ນເອງ.

        ເພື່ອເປັນສານຈາກນະວະນິຍາຍ “ຄຸ້ມຖະໜົນ ຍ່າເທີ່” ທີ່ຂຽນກ່ຽວກັບຮ່າໂນ້ຍ ນັ້ນ, ນັກປະພັນໜຸ່ມ Marko Nikolic ພວມຂຽນປຶ້ມຫົວໃໝ່ຂອງຕົນຕື່ມອີກ.

        “ປີນີ້, ຂ້າພະເຈົ້າໄດ້ຂຽນນະວະນິຍາຍຕື່ມອີກຫົວໜຶ່ງໃກ້ຈະສຳເລັດແລ້ວມີຊື່ວ່າ “ຜູ້ຕ່າງໝູ່ກຳລັງທົດສອບຕົວເອງ”. ນະວະນິຍາຍຫົວນີ້ໄດ້ນຳເອົາມູມມອງທີ່ແຕກຕ່າງຂອງຊາວຕ່າງປະເທດ, ເຊິ່ງເປັນຜູ້ຕ່າງໝູ່ມີທັດສະນະທີ່ເປັນເອກະລັກສະເພາະມາໃຫ້ຫວຽດນາມ”.

        ຜ່ານການຂຽນຂອງຕົນ, Marko Nikolic ໄດ້ນຳມາເຊິ່ງການສັງເກດພິເສດກ່ຽວກັບຮ່າໂຮ້ຍ ເບິ່ງຄືວ່າແມ່ນມີຄວາມລື້ງເຄີຍກັບຊາວນະຄອນຫຼວງ, ພ້ອມກັນນັ້ນ ລາວກໍ່ສ້າງແຫຼ່ງບັນດານໃຈໃຫ້ແກ່ຊາວຕ່າງປະເທດທີ່ຢາກຊອກຮູ້ ແລະ ຜູກພັນກັບປະເທດຊາດ ແລະ ຊາວຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ