ນັກສຶກສາລາວຕ້ອນຮັບບຸນປີໃໝ່ຢູ່ຫ່າງຈາກບ້ານເກີດເມືອງນອນ

(VOVWORLD) -ບຸນປີໃໝ່ລາວ ພສ 2561 ໄດ້ມາແລ້ວ, ບັນຍາກາດຕ້ອນຮັບບຸນປີໃໝ່ພວມດຳເນີນໄປຢູ່ທົ່ວທຸກແຫ່ງ, ບໍ່ພຽງແຕ່ຢູ່ປະເທດລາວ ເທົ່ານັ້ນ, ນັກສຶກສາລາວ ພວມຮ່ຳຮຽນຢູ່ຫວຽດນາມ ເວົ້າລວມ ແລະ ນະຄອນຫຼວງຮ່າໂນ້ຍ ເວົ້າສະເພາະ ກໍ່ພວມຕ້ອນຮັບບຸນປີໃໝ່ນຳອີກ.

ບັນດາມະຫາວິທະຍາໄລ, ສະຖາບັນ - ເຊິ່ງເປັນໂຮງຮຽນມີນັກສຶກສາລາວ, ນັກຄົ້ນຄວ້າລາວ ເປັນຈຳນວນຫຼາຍພວມຮ່ຳຮຽນ ກໍໄດ້ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ນັກສຶກສາລາວ ໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດ ດ້ວຍຄວາມເບີກບ່ານມ່ວນຊື່ນ ແລະ ມີຄວາມໝາຍ. ເຖິງວ່າ, ນັກສຶກສາແຕ່ລະຄົມມີອາລົມຈິດແຕກຕ່າງກັນກໍ່ຕາມ, ແຕ່ກ່ອນອື່ນໝົດແມ່ນເຂົາເຈົ້າໄດ້ຕ້ອນຮັບບຸນປີໃໝ່ ໃນບັນຍາກາດທີ່ອົບອຸ່ນ, ເບີກບານມ່ວນຊື່ນ ເຖິງວ່າຢູ່ຫ່າງຈາກກັບຄອບຄົວກໍ່ຕາມ.

ນັກສຶກສາລາວຕ້ອນຮັບບຸນປີໃໝ່ຢູ່ຫ່າງຈາກບ້ານເກີດເມືອງນອນ - ảnh 1 (ບາສີສຸຂວັນເຊິ່ງເປັນພິທີທີ່ຂາດບໍ່ໄດ້ໃນໂອກາດບຸນປີໃໝ່)

ເຂົ້າຮ່ວມພິທີຕ້ອນຮັບບຸນປີໃໝ່ ໃນວັນພັກທ້າຍອາທິດຢູ່ສະຖາບັນການຕ່າງປະເທດ, ເຊິ່ງແມ່ນໂຮງຮຽນມີນັກສຶກສາ, ນັກຄົ້ນຄວ້າລາວ ເກືອບ 100 ຄົນ ທີ່ພວມຮ່ຳຮຽນຢູ່ໂຮງຮຽນນີ້ ຈຶ່ງເຫັນໄດ້ຄວາມເອົາໃຈໃສ່ຈາກຄູອາຈານ, ໂຮງຮຽນທີ່ສະຫງວນໃຫ້ພວກເພື່ອນ. ເຖິງວ່າແມ່ນວັດພັກການກໍ່ຕາມ, ແຕ່ບັນດາຄູອາຈານ, ຜູ້ຕາງໜ້າບັນດາພະແນກ, ຫ້ອງການຂອງສະຖາບັນ ກໍ່ສະຫງວນເວລາເຂົ້າຮ່ວມພິທີຕ້ອນຮັບບຸນປີໃໝ່ຢ່າງເບີກບ່ານມ່ວນຊື່ນກັບນັກສຶກສາລາວ. ຢູ່ເດີນບ້ວງໃນບໍລິເວນສະຖາບັນ, ຜ້າປົກຖືກກັ້ງກັນແດດແທນຫຼັງຄາ, ຜ້າສີຂາວໄດ້ປົກໃສ່ໂຕະເກືອບ 20 ໜ່ວຍ ຖືກຈັດເປັນແຖວ, ພ້ອມທັງມີຈອກ ແລະ ນ້ຳໄດ້ວາງໄວ້ແລ້ວ. ໂຕະຂອງຜູ້ແທນໄດ້ມີຊໍ່ດອກໄມ້ສົດທີ່ນ້ອຍໆ ເຊິ່ງບັນດານັກສຶກສາຫວຽດນາມ - ລາວ ໄດ້ປະດັບປະດາ. ພາຍຫຼັງການແນະນຳຜູ້ແທນ, ການກ່າວຄຳເຫັນພິທີ, ຕໍ່ຈາກນັ້ນຮອດຂັ້ນຕອນທຳພິທີ.

ນັກສຶກສາລາວຕ້ອນຮັບບຸນປີໃໝ່ຢູ່ຫ່າງຈາກບ້ານເກີດເມືອງນອນ - ảnh 2 (ພາຍຫຼັງທຳພິທີ, ຜູ້ທີ່ຈັບເສັ້ນຝ້າຍຖືກໝໍພອນມັດໃສ່ແຂນ, ພ້ອມທັງອວຍໃຊໃຫ້ພອນ)

ອຸໄທ ຫງວນພາຈັນ, ນັກສຶກສາປີທີໜຶ່ງ, ສະຖາບັນການຕ່າງປະເທດ ພວມຕັ້ງໃຈ, ມື້ຈັ້ງໄວ້ຢູ່ໜ້າອຶກ ແລະ ອ່ານຄຳພີຕາມໝໍພອນ. ນີ້ແມ່ນຄັ້ງທຳອິດ ອຸໄທ ຫງວນພາຈັນ ເຂົ້າຮ່ວມພິທີຕ້ອນຮັບບຸນປີໃໝ່ລາວ ຢູ່ຫວຽດນາມ, ສະແດງຄວາມມ່ວນຊື່ນທັງຄວາມຫງວມເຫງົາ. ເມື່ອຖືກຖາມກ່ຽວກັບຄວາມຮູ້ສຶກຂອງຕົນເປັນຄັ້ງທຳອິດຕ້ອນຮັບບຸນປີໃໝ່ຢູ່ຫ່າງຈາກກັບຄອບຄົວຂອງຕົນ ເພື່ອນໄດ້ເວົ້າດ້ວຍຄວາມຕື້ນຕັນໃຈວ່າ.

(ເພື່ອນ ອຸໄທ ຫງວນພາຈັນ)

        ໃນຊຸນວັນນີ້, ບັນດາມະຫາວິທະຍາໄລ, ວິທະຍາໄລ, ສະຖານບັນຢູ່ໃນບໍລິເວນນະຄອນຮ່າໂນ້ຍ ເວົ້າສະເພາະ ແລະ ໃນທົ່ວປະເທດເວົ້າລວມ, ເຊິ່ງແມ່ນແຫ່ງມີນັກສຶກສາລາວ ເປັນຈຳນວນຫຼາຍພວມຮ່ຳຮຽນ ໄດ້ຈັດພິທີຕ້ອນຮັບບຸນປີໃໝ່ ກ່ອນເວລາໃຫ້ພວກເພື່ອນ. ບໍ່ພຽງແຕ່ຈັດງານລ້ຽງນ້ອຍໆເທົ່ານັ້ນ ຫາກພິທີກໍ່ຄົບຖ້ວນ ຖືກຕາມຮີດຄອງປະເພນີຂອງຊາວລາວ. ຈຸດພິເສດທີ່ສຸດແມ່ນພາເຂົ້າບູຊາກ່ອນທີ່ທຳພິທີມັດແຂນ, ບາສີສຸຂວັນເຊິ່ງເປັນພິທີທີ່ຂາດບໍ່ໄດ້ໃນໂອກາດບຸນປີໃໝ່… ພາເຂົ້າໄດ້ຮັບການກະກຽມຢ່າງລອບຄອບທີ່ຖ້ວນຄື: ໝາກໄມ້, ໄກ່ຕົ້ມ, ໄຂ່ຕົ້ມ, ເຂົ້າໜົມ, ທຽນ… ຢູ່ໃຈກາງຂອງພາເຂົ້າແມ່ນທາດເສັ້ນຝ້າຍສີເຫຼືອງ, ຂາວ. ແຂກຜູ້ທີ່ມີກຽດແຕ່ລະຄົມເມື່ອເຂົ້າຮ່ວມພິທີໄດ້ຈັບເສັ້ນຝ້າຍສາຍໜຶ່ງ, ວາງໄວ້ຢູ່ກາງຝາມືຢູ່ຕໍ່ໜ້າອຶກ, ອ່ານຄຳພີຕາມໝໍພອນ.

ພາຍຫຼັງທຳພິທີ, ຜູ້ທີ່ຈັບເສັ້ນຝ້າຍຖືກໝໍພອນມັດໃສ່ແຂນ, ພ້ອມທັງອວຍໃຊໃຫ້ພອນ ແລະ ພ້ອມກັນມັດແຂນໃຫ້ຄູອາຈານ ແລະ ເພື່ອນຂອງຕົນ.

ນັກສຶກສາລາວຕ້ອນຮັບບຸນປີໃໝ່ຢູ່ຫ່າງຈາກບ້ານເກີດເມືອງນອນ - ảnh 3(ມັດເສັ້ນຝ້າຍໃສ່ແຂນ, ພ້ອມທັງອວຍໃຊໃຫ້ພອນໃຫ້ເພື່ອນຂອງຕົນ)

ອຸທະສັກ, ນັກສຶກສາມະຫາວິທະຍາໄລອຸດສາຫະກຳ ພວມອວຍພອນໄຊໃຫ້ເພື່ອນຂອງຕົນປີໃໝ່ມີຄວາມໂຊກດີ, ທັງອວຍພອນ, ມືຈັບເສັ້ນຝ້າຍແກວງໄປແກວງມາກ່ອນທີ່ມັດເສັ້ນຝ້າຍສີເຫຼືອງ, ສີຂາວໃສ່ແຂນຂອງເພື່ອນ. ພາຍຫຼັງມັດແຂນແລ້ວ, ອຸທະສັກ ຍັງເປົ່າໃສ່ບ່ອນມັດອີກ.

(ເພື່ອນ ອຸທະສັກ)

ໂດຍເປັນນັກຄົ້ນຄວ້າຢູ່ສະຖາບັນການຕ່າງປະເທດ, ໂກ ນານທະສອນ ໄດ້ຕ້ອນຮັບບຸນປີໃໝ່ຢູ່ຫວຽດນາມ ເປັນຫຼາຍຄັ້ງແລ້ວ, ບໍ່ມີຄວາມຕື້ນຕັນໃຈຄືບັນດານັກສຶກສາຮຽນປີທີ່ໜຶ່ງ, ດ້ວຍຄວາມຮູ້ຂອງຕົນ, ອ້າຍໄດ້ປຽບທຽບບັນດາຈຸດທີ່ຄ້າຍຄືກັນ ແລະ ຕ່າງກັນເມື່ອຕ້ອນຮັບບຸນປີໃໝ່ປະຈຳຊາດຂອງລາວ ຢູ່ຫວຽດນາມ ແລະ ລາວ.

(ເພື່ອນ ໂກ ນານທະສອນ)

ປີນີ້, ນັກສຶກສາຕ້ອນຮັບບຸນປີໃໝ່ລາວ ຢູ່ຫວຽດນາມ ມີຄວາມ “ປະທັບໃຈ”. ແທນທີ່ອາກາດຮ້ອນເອົ້າຄືທຸກປີ, ປີນີ້ ອາກາດໜາວເຍືນ ສະນັ້ນບໍ່ອາດຫົດນ້ຳຫຼາຍ,ພວກເພື່ອນພຽງຫົດນ້ຳເປັນສັນຍາລັກເທົ່ານັ້ນ. ແຕ່ຂາດບໍ່ໄດ້ບັນດາເຍື່ອນອາຫານ, ວາດຟ້ອນລຳວົງທີ່ເປັນປະເພນີກ່ອນທີ່ສິ້ນສຸດພິທີຕ້ອນຮັບບຸນປີໃໝ່. ຫວັງວ່າ, ປີໃໝ່ ທຸກໆຄົນຈະສົມບູນພູນສຸກ, ມີຄວາມໂຊກດີຕະຫຼອດການ.

ຕອບກັບ

ຂ່າວ/ບົດ​ອື່ນ