ນັກສິລະປິນ, ນັກປະພັນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ລະດົມກຳລັງໃຈຕ້ານໂລກລະບາດໂຄວິດ-19

(VOVWORLD) -ນັກສິລະປິນແມ່ນ “ນັກຮົບ” ໃນແນວຮົບວັດທະນະທຳແນວຄິດ, ເຖິງວ່າຈະເປັນສິລະປະປະເພດໃດ ກໍ່ຕາມ, ເມື່ອຜ່ານມູມມອງຂອງເຂົາເຈົ້າແລ້ວ ຊີວິດຍັງດີງາມຢູ່ ແລະ ມີມະນຸດາທຳທີ່ສຸດ.

ໄປພ້ອມກັບການຮ່ວມແຮງຮ່ວມໃຈປ້ອງກັນ ຕ້ານໂລກລະບາດໂຄວິດ-19 ຂອງປະຊາຊົນທົ່ວປະເທດ, ວົງການນັກສິລະປິນ, ນັກປະພັນນະຄອນເກິ່ນເທີ ດ້ວຍຄວາມຮັກ ທີ່ມີຕໍ່ສິລະປະ ແລະ ຄວາມຄາດຫວັງຢາກອຸທິດສ່ວນຂອງຕົນ ໄດ້ປະດິດແຕ່ງຫຼາຍຜົນງານກ່ຽວກັບຫົວຂໍ້ ໂຄວິດ-19. ບັນດາບົດລຳພື້ນເມືອງ, ພາບແຕ້ມ, ບົດກະວີ… ໄດ້ເປັນການຕໍ່ກຳລັງແຮງໃຫ້ແກ່ກຳລັງແນວໜ້າປະຕິບັດສຳເລັດໜ້າທີ່, ລະດົມກຳລັງໃຈ, ຮ່ວມເດີນທາງພ້ອມກັບປະຊາຊົນໃນຊຸມມື້ປ້ອງກັນ ຕ້ານໂລກລະບາດ.

        ນັບແຕ່ເວລາ ໂຄວິດ-19 ແຜ່ລະບາດ ແລະ ມີການຜັນແປຢ່າງສັບສົນຢູ່ຫວຽດນາມ ມາຮອດປະຈຸບັນ, ວົງການນັກສິລະປິນ-ນັກປະພັນໃນທົ່ວປະເທດເວົ້າລວມ, ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ເວົ້າສະເພາະ, ບໍ່ໄດ້ມີໂອກາດລົງໄປຕົວຈິງຢູ່ພາຍໃນ ແລະ ນອກທ້ອງຖິ່ນເພື່ອສ້າງແຫຼ່ງບັນດານໃຈໃນການປະດິດແຕ່ງຄືແຕ່ກ່ອນຫຼາຍອີກແລ້ວ. ແຕ່ກໍ່ບໍ່ແມ່ນຍ້ອນເຫດຜົນນັ້ນ ທີ່ເຮັດໃຫ້ກຳລັງການປະດິດແຕ່ງຂອງນັກປະພັນນັກສິລະປິນຖືກຈຳກັດ. ໂລກລະບາດໂຄວິດ-19 ແລະ ບັນດາຫົວຂໍ້ທີ່ກ່ຽວຂ້ອງໄດ້ກາຍເປັນຫົວຂໍ້ປະດິດແຕ່ງຢ່າງລຸລ່ວງຂອງຜູ້ເຮັດວຽກງານສິລະປະໃນຕະຫຼອດເວລາກວ່າ 1 ປີຜ່ານມາ.

ນັກສິລະປິນ, ນັກປະພັນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ລະດົມກຳລັງໃຈຕ້ານໂລກລະບາດໂຄວິດ-19 - ảnh 1(ນັກປະພັນເຍິມຮຸ່ງ)

ບົດເພງ “ຈິດໜຶ່ງໃຈດຽວກັນ” ຂອງນັກປະພັນເຍິມຮຸ່ງ. ບົດລຳພື້ນເມືອງດ້ວຍເນື້ອໃນກ່ຽວກັບເລື່ອງຊຸມຊົນຮ່ວມແຮງຮ່ວມໃຈກັນ ບໍລິຈາກເງິນເຂົ້າກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ສ້າງການແຜ່ຂະຫຍາຍໂຄສະນາຢ່າງກວ້າງຂວາງ. ນອກນັ້ນຍັງມີບາງບົດເພງອື່ນຂອງນັກປະພັນ ເຍິມຮຸ່ງ ກໍ່ໄດ້ສ້າງຊື່ສຽງ, ນຳມາເຊິ່ງປະສິດທິຜົນໃນການໂຄສະນາຢ່າງຕັ້ງໜ້າໃຫ້ຊຸມຊົນ. ນັກປະພັນ ເຍິມຮຸ່ງ, ແບ່ງປັນຄວາມໃນໃຈວ່າ.

        “ບົດເພງ “ນ້ຳໃຈຂອງອ້າຍໃນການຕ້ານໂລກລະບາດ” ໄດ້ຂຽນກ່ຽວກັບອ້າຍທະຫານເຂດ 9 ໃນການຕ້ານໂລກລະບາດ. ບົດເພງ “ນ້ຳໃຈຂອງພໍ່ແມ່ປະຊາຊົນ” ຂ້າພະເຈົ້າແຕ່ງຂຶ້ນເພື່ອຮຽກຮ້ອງໃຫ້ທຸກຄົນຈົ່ງຮ່ວມແຮງຮ່ວມໃຈຕໍ່ກຳລັງແຮງ, ໜູນຊ່ວຍພໍ່ແມ່ປະຊາຊົນໃນເວລາປະສົບກັບຄວາມຫຍຸ້ງຍາກ. ສ່ວນບົດເພງ “ຈິດໜຶ່ງໃຈດຽວກັນ” ແມ່ນຮຽກຮ້ອງໃຫ້ຮ່ວມແຮງຮ່ວມໃຈກັນ,ບໍລິຈາກເງິນເຂົ້າກອງທຶນວັກຊິນ ເພື່ອຕ້ານໂລກລະບາດຢ່າງມີປະສິດທິຜົນກວ່າ. ບົດເພງ,ບົດລຳພື້ນເມືອງເຫຼົ່ານັ້ນໄດ້ສົມທົບໃສ່ກັບເນື້ອໃນໂຄສະນາການປ້ອງກັນ ຕ້ານໂລກລະບາດໂຄວິດ-19”.

ພ້ອມກັບດົນຕີ, ບົດກະວີ, ຂົງເຂດຈິດຕະກຳກໍ່ໄດ້ປະກອບສ່ວນໂຄສະນາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ດ້ວຍພາບແຕ້ມທີ່ໜ້າປະທັບໃຈ, ມີຄວາມໝາຍ. ໃນຫ້ອງແຕ້ມສ່ວນຕົວ, ໃນໄລຍະນີ້, ຈິດຕະກອນ ເຈິ່ນກຸ໊ຍທ້ວນ, ສະມາຊິກສະມາຄົມວິຈິດສິນນະຄອນ ເກິ່ນເທີ ໄດ້ສຸມເຫື່ອແຮງແຕ້ມຮູບຫົວຂໍ້ກ່ຽວກັບກຳລັງປ້ອງກັນ ຕ້ານໂລກລະບາດ ແລະ ໄດ້ເອົາບາງຮູບພາບໄປມອບໃຫ້ກຳລັງພະຍາບານ,ແພດໝໍ ເປັນຕົ້ນແມ່ນຮູບ: ຄືໄດ້ຢູ່ກັບແມ່ໃຈດີ; ຮັກຫວຽດນາມຫຼາຍ ແລະ ລູກກຽມພ້ອມແລ້ວ… ຮູບແຕ້ມເຫຼົານີ້ລ້ວນແຕ່ສຸມໃສ່ສະແດງໃຫ້ເຫັນຄວາມລຳບາກຂອງກຳລັງການແພດຄື: ຮູບຫົວໃຈມີທຸງຫວຽດນາມ ຢູ່ໃນຝາມື “ເທວະດາເສື້ອຂາວ”; ຫຼື ຮູບແຕ້ມເດັກນ້ອຍຜູ້ໜຶ່ງ ມືຈັບກ່ອງນົມກຽມໄປແຍກຕົວ… ຈິດຕະກອນ ເຈິ່ນກຸ໊ຍທ້ວນ, ແບ່ງປັນວ່າ:

ນັກສິລະປິນ, ນັກປະພັນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ລະດົມກຳລັງໃຈຕ້ານໂລກລະບາດໂຄວິດ-19 - ảnh 2(ຈິດຕະກອນ ເຈິ່ນກຸ໊ຍທ້ວນ)

“ພາຍຫຼັງແຕ້ມຮູບເຫຼົ່ານີ້, ຂ້າພະເຈົ້າໄດ້ເອົາລົງສື່ສັງຄົມ ແລະ ໄດ້ຮັບການສະໜັບສະໜູນຈາກຫຼາຍຄົນ. ທຸກຄົນໄດ້ແບ່ງປັນຄວາມຮູ້ສຶກລວມຫຼາຍຢ່າງຂອງຊາວຫວຽດນາມວ່າ ໃນຈຸດເວລານີ້ແມ່ນມຸ່ງໜ້າສູ່ ພະຍາບານ,ແພດໝໍທີ່ຢູ່ແນວໜ້າ, ຜູ້ປ້ອງກັນ ຕ້ານໂລກລະບາດນັບທັງເວັນ ແລະ ຄືນ ດ້ວຍຄວາມຫວັງວ່າ ກຳລັງຢູ່ແນວໜ້າຈະຄວບຄຸມໂລກລະບາດໄດ້ໂດຍໄວ”.

        ບັ້ນຕໍ່ສູ້ຕ້ານໂລກລະບາດແມ່ນຫົວຂໍ້ໃໝ່, ຮ້ອນເຮັ່ງ ເຊິ່ງນັກສິລະປິນ, ນັກປະພັນຫຼາຍຄົນມີຄວາມສົນໃຈ. ຕາມທ່ານ ຫງວຽນແທ່ງກຽນ, ປະທານສະຫະພັນບັນດາສະມາຄົມວັດນະຄະດີສິລະປະນະຄອນ ເກິ່ນເທີ ແລ້ວ, ບັນດາສະມາຊິກໃນແຕ່ລະຂົງເຂດສິລະປະຂອງຕົນພວມເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ດ້ວຍໜ້າທີ່ຄວາມຮັບຜິດຊອບຂອງຜູ້ເປັນນັກສິລະປິນ. ພ້ອມກັນນັ້ນ, ສະມາຄົມກໍ່ໄດ້ລະດົມນັກປະພັນນັກສິລະປິນປະດິດແຕ່ງດ້ວຍຫຼາຍຮູບຫຼາຍແບບຢ່າງບໍ່ຢຸດຢັ້ງ.

        “ຜ່ານການປຸກລະດົມມາເປັນເວລາ 10 ວັນ, ອ້າຍເອື້ອຍນ້ອງນັກປະພັນນັກສິລະປິນປະດິດແຕ່ງບົດປະພັນວັນນະຄະດີ, ບົດກະວີ, ບົດແພງໄດ້ຫຼາຍກວ່າ 20 ບົດ. ສະຫະພັນບັນດາສະມາຄົມວັນນະຄະດີສິລະປະນະຄອນ ເກິ່ນເທີ ຈະເລືອກເອົາຜົນງານເຫຼົ່ານັ້ນເພື່ອລົງພິມໃນວາລະສານວັນນະສິນເກິ່ນເທີ ສະບັບອອກໃນເດືອນ ສິງຫາ 2021 ນີ້ເພື່ອຮັບໃຊ້ວຽກງານໂຄສະນາ. ແຕ່ນີ້ຮອດທ້າຍເດືອນ ສິງຫາ ແລະ ຕໍ່ຈາກນັ້ນອີກ, ສະຫະພັນບັນດສາສະມາຄົມວັນນະຄະດີສິລະປະນະຄອນ ເກິ່ນເທີ ຈະສືບຕໍ່ລໍຖ້າຜົນງານໃໝ່ຂອງວົງການນັກສິລະປິນ, ນັກປະພັນ ເພື່ອປະກອບສ່ວນໂຄສະນາວຽກງານປ້ອງກັນ ຕ້ານໂລກລະບາດຢ່າງເລິກເຊິ່ງ, ກວ້າງຂວາງກວ່າອີກ”.

        ນັກສິລະປິນແມ່ນ “ນັກຮົບ” ໃນແນວຮົບວັດທະນະທຳແນວຄິດ, ເຖິງວ່າຈະເປັນສິລະປະປະເພດໃດ ກໍ່ຕາມ, ເມື່ອຜ່ານມູມມອງຂອງເຂົາເຈົ້າແລ້ວ ຊີວິດຍັງດີງາມຢູ່ ແລະ ມີມະນຸດາທຳທີ່ສຸດ. ຍ້ອນເຫດນັ້ນ, ຜົນງານຂອງນັກສິລະປິນຢູ່ ເກິ່ນເທີ ເວົ້າສະເພາະ, ທົ່ວປະເທດເວົ້າລວມ, ໃນຈຸດເວລານີ້ແມ່ນມີຄຸນປະໂຫຍດຢ່າງໃຫຍ່ຫຼວງໃນການຮຽກຮ້ອງຄວາມສາມັກຄີ, ແຜ່ຂະຫຍາຍຄວາມຮັກ, ຮ່ວມແຮງຮ່ວມໃຈພ້ອມກັນມີການກະທຳ, ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ.

ຕອບກັບ

ຂ່າວ/ບົດ​ອື່ນ