ນະຄອນຫຼວງຮ່າໂນ້ຍ ຕ້ອນຮັບງານບຸນຄຼິດສມາດ

(vovworld) - ມາ​ຢ້ຽມຢາມ​ຮ່າ​ໂນ້ຍ​ໃນ​ຊຸມ​ມື້​ນີ້, ທຸກ​ຄົນ​ສາມາດ​ຮັບ​ຮູ້​ໄດ້​ບັນຍາ​ກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​​ໃນ​ໂອກາດ​ໄກ້​ຈະ​ຮອດ​ງານ​ບຸນຄຼິດສມາດ. ຢູ່​ຕາມ​ບັນດາຖະໜົນສາຍ​ຕົ້ນ​ຕໍ່ ​ໄດ້​ຮັບ​ການ​ປະດັບ​ປະດາ​ດ້ວຍ​ດອກ​ໄຟ​ນາໆ​ສີ, ບົດ​ເພງ​ອວຍພອນ​ບຸນຄຼິດສມາດ ດັງ​ກ້ອງ​ກັງວານ​ຈາກ​ໂບດ, ສູນ​ການ​ຄ້າ​ໃຫຍ່… ອັນ​ໄດ້​ເຮັດ​ໃຫ້ ຮ່າ​ໂນ້ຍ​ໃນ​ຍາມ​ຄຳ່​ຄືນ​ມີ​ຄວາມ​ຟົດ​ຟື້ນ​ຍິ່ງຂຶ້ນ

ນະຄອນຫຼວງຮ່າໂນ້ຍ ຕ້ອນຮັບງານບຸນຄຼິດສມາດ - ảnh 1

ພາບປະກອບ ອິນເຕີແນດ

ນັບ​ແຕ່​ຕົ້ນ​ເດືອນ 12, ບັນດາ​ຮ້ານ​ອາພອນ, ຮ້ານຊັບ​ພະ​ສິນຄ້າຕາມ​ຖະໜົນ​ສາຍ​ຕ່າງໆ ກໍ່​ຄື​ສູນ​ການ​ຄ້າ ລ້ວນ​ແຕ່​​ໄດ້​ຮັບ​ການ​ປະດັບ​ປະດາ​ໃຫ້​ສວຍ​ງາມ​ເພື່ອ​ຕ້ອນຮັບ​ງານ​ບຸນຄຼິດສມາດ. ບັນດາ​ສະຖານ​ທີ່​ຄື: ​ໂບດ​ໃຫຍ່, ​ໂບດ ຮ່າ​ມລອງ, ​​ເຂດ​ລະ​ຫຼິ້ນ​ບັນ​ເທິງ, ສູນ​ການ​ຄ້າ​ຄື Vincom, Parkson, ຕຶກ​ອາຄານ Kaengnam… ຍາມ​ໃດ​ກໍ່​ດຶງ​ດູດ​ໄວ້​ໜຸ່ມ​ມາ​ຢາມ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ບັນດາ​ເພື່ອນ​ໜຸ່ມ, ບັນດາ​ຄອບຄົວ, ນັບ​ທັງ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ໄດ້​ພາກັນມາ​ຖ່າຍ​ຮູບ​ພ້ອມ​ກັບ​ຕົ້ນ​ແປກ, ສັນ​ເຕີ​ໂຄດ (ພໍ່​ເຖົ້າ Noen)… ບຸນຄຼິດສະມາດ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ທຸກ​ຄົນ​ຖ່າຍຮູບ​ເພື່ອຮັກສາບັນດາ​ອານຸສອນຢູ່​ບ່ອນ​ທີ່​ສວຍ​ງາມ ​ແລະ ມີ​ຄວາມ​ໝາຍ​​ໄວ້. ທູ໋ຍລິງ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ເສດຖະກິດ - ​ເຕັກນິກ - ອຸດສາຫະກຳ​ແບ່ງປັນ​ວ່າ:

”ປີ​ໃດ​ນ້ອງ ​ແລະ ພວກ​ເພື່ອນ​ກໍ່​ຖ່າຍຮູບ​ຢູ່​ບັນດາ​ສູນ​ການ​ຄ້າ, ຫຼື​ໜອງ​ໂຮ່​ເກືອ​ມ, ​ເພາະວ່າ​ຢູ່​ທີ່​ນີ້​ໄດ້​ຮັບ​ການ​ປະດັບ​ປະດາ​ຢ່າງ​ສວຍ​ງາມ, ​ແລະ ບັນຍາກາດ​ກໍ່​ຟົດ​ຟື້ນ​ມ່ວນ​ຊື່ນ​ທີ່​ສຸດ”​ ​​

ນະຄອນຫຼວງຮ່າໂນ້ຍ ຕ້ອນຮັບງານບຸນຄຼິດສມາດ - ảnh 2

ພາບປະກອບ ອິນເຕີແນດ

​ເລາະ​ຕາມບັນດາ​ຖະໜົນຂາຍ​ເຄື່ອງ​ຂອງ​ທີ່​ຮັບ​ໃຊ້​ງານ​ບຸນຄຼິດສມາດ ຢູ່​ຮ່າ​ໂນ້ຍຄື: ຖະໜົນ​ຮ່າງ​ມ້າ, ​ເລືອ​ງວັນ​ການ, ຕະຫຼາດ​ດົ່ງ​ຊວນ… ​ເຫັນ​ວ່າ​ເຕັມ​ໄປ​ດ້ວຍ​ເຄື່ອງ​ຂອງ​ຮັບ​ໃຊ້ງານ​ບຸນທີ່​ອຸດົມສົມ​ບຸນ ​ແລະ ມີ​ສີສັນ​ຫຼາກ​ຫຼາຍ. ​ເອື້ອຍ ຫງວຽນ​ທິ​ແທງ, ​ເຈົ້າ​ຂອງ​ຮ້ານ​ໜຶ່ງ​ຢູ່​ຖະໜົນ ຮ່າງ​ມ້າ, ​ໃຫ້​ຮູ້​ວ່າ:

”ປີ​ນີ້​ສິນຄ້າ​ພາຍ​ໃນ​ປະ​ເທດ​ຂາຍ​ໄດ້​ຫຼາຍ: ຕົ້ນ​ແປກ, ລະຄັງ, ​ເຄື່ອງ​ຂອງ​ທີ່​ແຂວນ​ເທິງ​ຕົ້ນ​ແປກ… ຫຼື້ເຄື່ອງ​ຂອງ​ອື່ນໆ​ຫຼາຍປະ​ເພດ​ລ້ວນ​ແຕ່​ໂດຍ​ຜູ້ທີ່​ມີ​ສີ​ມື​ດີ​ຢູ່​ຖະໜົນ ຮ່າງ​ມ້າ​ເຮັດ​ເອງ, ທັງ​ງາມ ​ແລະ ​ໄດ້​ຮັບ​ຄວາມ​ນິຍົມ​ທີ່​ສຸດ​ຈາກ​ຜູ້​ບໍລິ​ໂພ​ກ​”


ນະຄອນຫຼວງຮ່າໂນ້ຍ ຕ້ອນຮັບງານບຸນຄຼິດສມາດ - ảnh 3
ພາບປະກອບ ອິນເຕີແນດ

ບຸນຄຼິດສມາດ ​ເຮັດ​ໃຫ້ ຮ່າ​ໂນ້ຍ ​ໃນ​ຍາມ​ຄໍ່າຄືນ​ສວຍ​ງາມ​ກວ່າ ​​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດມາ ຮ່າ​ໂນ້ຍ ຮູ້ສຶກ​ວ່າພວມ​ໄດ້​ຕ້ອນຮັບ​ບຸນຄຼິດສມາດ, ບຸນປີ​ໃໝ່​ຢູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ​ແທ້ໆ. ອ້າຍ Oli, ນັກ​ທ່ອງ​ທ່ຽວມາຈາກເຢຍລະມັນ, ໃຫ້ຮູ້ວ່າ:

”ຂ້າພະເຈົ້າເຫັນວ່າ ບຸນຄຼິດສມາດ ຢູ່ທີ່ນີ້ມັນຕ່າງກັບຢູ່ເອີລົບ. ​ເພາະວ່າຢູ່ປະເທດຂອງພວກຂ້າພະເຈົ້າເຄີຍມີຫິມະຕົກ, ມີສັນ​ເຕີ​ໂຄດ (ພໍ່​ເຖົ້າ Noen) ແລະ ມີໄຟຟ້າປະດັບປະດາດ້ວຍສີສັນຫຼາກຫຼາຍ. ສ່ວນຢູ່ຫວຽດນາມ ອາກາດບໍ່ໜາວປານໃດ. ​ແຕ່​ຂ້າພະ​ເຈົ້າ​ມັກ​ເຂົ້າ​ຮ່ວມ​ງານ​ບຸນ ຄຼິດສມາດ ຕາມ​ແບບ​ສະ​ເພາະ​ຂອງ​ຫວຽດນາມ”

ນະຄອນຫຼວງຮ່າໂນ້ຍ ຕ້ອນຮັບງານບຸນຄຼິດສມາດ - ảnh 4

ພາບປະກອບ ອິນເຕີແນດ

ປະຈຸ​ບັນ, ບຸນ ຄຼິດສມາດ​ບໍ່​ແມ່ນ​ສະຫງວນ​ສະ​ເພາະ​ໃຫ້​ແກ່​ຜູ້​ເຊື່ອ​ຖື​ສາ​ສະໜາ ຄິຼດ​ເທົ່າ​ນັ້ນ, ຫາກ​ໄດ້​ກາຍ​ເປັນ​ວັນ​ບຸນ​ລວມຂອງ​ທຸກ​ຄົນ, ​ແມ່ນ​ໂອກາດ​ເພື່ອ​ໃຫ້​ທຸກ​ຄົນ​ລະ​ຫຼິ້ນ, ສະ​ແດງ​ຄວາມ​ຮັກ​ແພງ​ພ້ອມ​ກັບ​ເພື່ອນ​ມິດ, ຍາດຕິ​ພີ່ນ້ອງ​ຂອງ​ຕົນ. ​ເອື້ອຍ ຫງວຽນ​ທິ​ເວິນ​ແອ​ງ, ຢູ່ ຮ່າ​ໂນ້ຍ ​ແບ່ງປັນ​ວ່າ:

”ພວກ​ຂ້າພະ​ເຈົ້າ​ພາ​ພວກ​ຫຼານ​ໄປ​ຊື້​ເຄື່ອງ​ຂອງ​ປະດັບ ​ແລະ ຂອງຕ້ອນ​ໃນ​ບຸນຄຼິດສມາດ. ຄອບຄົວ​ຂ້າພະ​ເຈົ້າ​ຖື​ສາສະໜາ​ຄິຼດ ດັ່ງ​ນັ້ນ​ປີ​ໃດ​ກໍ່​ຊື້​ຕົ້ນ​ແປກ​ມາ​ປະດັບ​ປະດາ​ໃນ​ເຮືອນ​ເພື່ອ​ສ້າງ​ບັນຍາກາດ​ໃຫ້​ວັນ​ບຸນ. ​ແລະ​ ໃນ​ໂອກາດ​ນີ້, ຄອບຄົວ​ຂ້າພະ​ເຈົ້າ​ເຄີຍ​ຈັດ​ພາ​ເຂົ້າ​ເພື່ອ​ໃຫ້​ທຸກ​ຄົນ​ເຕົ້າ​ໂຮມ​ກັນ​ໃນ​ຄວາມ​ເບິ​ກບານ​ມ່ວນ​ຊື່ນ ​ແລະ ອົບ​ອຸ່ນ”.

ນະຄອນຫຼວງຮ່າໂນ້ຍ ຕ້ອນຮັບງານບຸນຄຼິດສມາດ - ảnh 5


​ໃນ​ຊຸມ​ມື້​ນີ້, ຢູ່​​ຮ່າ​ໂນ້ຍ ມີ​ອາກາດໜາວຢູ່ ​ແຕ່​ບໍ່​ເຮັດ​ໃຫ້​ບັນຍາກາດ​ຟົດ​ຟື້ນ​ຂອງ​ວັນ​ບຸນຄຼິດວມາດ ຫຼຸດ​ລົງ​ເທື່ອ. ບຸນ ຄິດ​ສມາດ ​ໄກ້​ຈະ​ມາ​ຮອດ​ແລ້ວ, ປີ​ເກົ່າ​ກໍ່ໄກ້​ຈະ​ສິນ​ສຸດ​ໄປ, ທຸກ​ຄົນ​ພວມ​ລໍຖ້າ​ຈຸດ​ເວລາ​ຕ້ອນ​ຮັບ​ປີ​ໃໝ່ 2013 ດ້ວຍ​ຄວາມ​ຫວັງ​ວ່າ​ປີ​ໃໝ່​​ເຕັມ​ໄປ​ດ້ວຍ​ຄວາມ​ຜາ​ສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ