ນະຄອນໂຮ່ຈິມິນຟົດຟື້ນໃນ ວັນບຸນຄິດສມາດ

ບັນຍາກາດ​ຕ້ອນຮັບວັນ​ບຸນ​ຄິດ​ສມາດ ພວມ​ຟົດຟື້ນ​ໄປ​ທົ່ວ​ທຸກ​ຫົນ​ແຫ່ງ​ໃນ​ນະຄອນ​ໂຮ່ຈິ​ມິນ. ບັນດາ​ຕຶກ​ອາຄານ,​ ສູນ​ການ​ຄ້າໃຫຍ່ ​ແລະ​ຮ້ານ​ຄ້າ​ຫຼາຍ​ແຫ່ງ​ລ້ວນ​ແຕ່ຖືກ​ປະດັບ​ປະດາ​ດ້ວຍ​ຕົ້ນ​ແປກ, ສັນ​ເຕີ​ໂຄດ ພ້ອມ​ດ້ວຍ​ລະບົບ​ດອກ​ໄຟ​ສີ​ຫຼາກ​ຫຼາຍ ​ເພື່ອ​ຕ້ອນຮັບວັນ​ບຸນ​ຄິດ​ສມາດ​ ຊຶ່ງ​ແມ່ນ​ວັນ​​ເບີກບານ​ມ່ວນ​ຊືນ​ຂອງທັງ​ພໍ່​ແມ່​ພີ​ນ້ອງ​ຜູ້​ເຊື່ອ​ຖື​ສາສະ​ໜາ​ຄິດ ​ແລະ ພໍ່​ແມ່​ພີ​ນ້ອງ​ຜູ້​ເຊື່ອ​ຖື​ສາສະໜາ​ອື່ນໆ.

 ນະຄອນໂຮ່ຈິມິນຟົດຟື້ນໃນ ວັນບຸນຄິດສມາດ - ảnh 1

   ​ໃນການ​ຕ້ອນຮັບວັນ​ບຸນ​ຄິດ​ສມາດປີນີ້​, ​ເຂດ​ຊາວ​ຄິດ ​ເວື​ອນສວ່າຍ ຢູ່​ເມືອງ 3 ຊຶ່ງ​ແມ່ນ​ເຂດ​ຊາວ​ຄິດ​ໃຫຍ່​ໃນ​ນະຄອນດ້ວຍ​ຈຳນວນ​ຊາວ​ຄິດ 5000 ກ່ວາ​ຄົນ, ​ໄດ້​ຈັດ​ບັນດາ​ພິທີ​ສອນ​ສາສະໜາ​ໃຫ້​ແກ່ຜູ້​ໃຫຍ່, ຊາວ​ໜຸ່ມເຍົາວະ​ຊົນ. ຜ່ານ​ການ​ສອນ​ສາສະໜາ, ຊາວ​ຄິດ​ສາມາດ​ເຂົ້າ​ໃຈ​ກ່ຽວ​ກັບຄວາມ​ໝາຍ​ຂອງ​ວັນ​ບຸນ​ຄິດ​ສມາດ ​ແລະ ຈະສ້າງ​ການ​ດຳລົງ​ຊີວິດ​ໃຫ້​ນັບ​ມື້ນັບ​ດີ​ກ່ວາ. ນອກຈາກ​ຈັດການ​ຕ້ອນຮັບວັນ​ບຸນ​ຄິດ​ສມາດ້ວຍ​ການລະ​ຫຼິ້ນມ່ວນ​ຊື່ນ​, ເຂດ​ຊາວ​ຄິດຍັງ​ຈັດ​ລາຍການ​ວັດທະນະທຳ​ການ​ກິນ​ດື່ມ ດ້ວຍ​ບັນດາ​ເຍື່ອງ​ອາຫານ​ພິ​ເສດ​ຂອງ 3 ພາກ​ໃນ​ປະ​ເທດ ​ແລະ ມອບ​ຂອງ​ຂວັນ 200 ພູດ​ຕົກ​ເປັນ​ມຸນ​ຄ້າ​ນັບ​ຮ້ອຍ​ລ້ານ​ດົງ​ໃຫ້ແກ່​ຄົນ​ທຸກ​ຍາກ. ທ່ານ ຫງວຽນ​ວັນ​ຕຽນ ປະທານ​ສະພາ​ບໍລິຫານ​ງານ ເຂດ​ຊາວ​ຄິດ ​ເວື​ອນສ່ວາຍ ​ໃຫ້ຮູ້ວ່າ :“ຂ້າພະ​ເຈົ້າ​ເຫັນ​ວ່າຊາວ​ຄິດ​ຢູ່ແຫ່ງ​ນີ້ຕ້ອນຮັບວັນ​ບຸນ​ຄິດ​ສມາດ ດ້ວຍ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ. ​ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ການ​ດຳ​ເນີນ​ຊີວິດ​ພາຍໃນ​ເຂດ​ຊາວ​ຄິດ. ພິ​ເສດ​ມີ​ລາຍການ​ເຄື່ອນ​ໄຫວ​ຕ່າງໆ​ຄືມອບ​ທຶນ​ສຶກສາ​ໃຫ້​ນັກຮຽນ​ທຸກ​ຍາກ​ໃນ​ ໂອກາດ ວັນ​ບຸນ​ຄິດ​ສມາດ, ການຈັດ​ງານ​ບຸນ​ເພື່ອ​ສ້າງ​ບັນຍາກາດ​ຢ່າງ​ຟົດຟື້ນມ່ວນ​ຊື່ນ​ເນື່ອງ​ໃນ​ໂອກາດ ​ຕ້ອນຮັບ ວັນ​ບຸນ​ຄິດ​ສມາດ ”

    ​ໃນ​ປີ 2011, ຜ່ານ​ບັນດາ​ຂະ​ບວນການ​ແຂ່ງຂັນ “ ສ້າງ​ການ​ດຳລົງ​ຊີວິດ ​ແລະ ສ້າງ ສາສະໜາ​ໃຫ້ດີງາມ”, “ສາມັກຄີ​ກັນ​ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ”…ພໍ່​ແມ່​ພີ​ນ້ອງ​ຊາວ​ ຄິດ​ຢູ່ເຂດ​ຊາວ​ຄິດຕ່າງໆ​ໃນ​ນະຄອນ​ ໄດ້​ປະ ກອບສ່ວນ​ເປັນ​ຈຳນວນ​ເງິນ 55 ຕື້ກ່ວາ​ດົງ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​​ເພື່ອ​ການ​ກຸສົນ​ໃນສັງຄົມ, ການ​ສຶກສາ ​ແລະ ຊ່ວຍ​ເຫຼືອ​ຜູ້ຮັບ​ເຄາະ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ. ທ່ານ ຫງວຽນ​ແທງ​ລອງ ຢູ່ເຂດ​ຊາວ​ຄິດ ​ແທງ​ມິ​ງ ຕາ​ແສງ 13 ​ເມືອງ 4 ​ໃຫ້​ຮູ້​ວ່າ : “ ທຸກໆ​ຄົນ​ຕ່າງ​ກໍ່​ເຫັນ​ວ່າ ນັບ​ຕັ້ງ​ແຕ່​ມີ​ກິດຈະການ​ປ່ຽນ​ແປງ​ໃໝ່, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້ດີ​ຂຶ້ນກ່ວາ​ເກົ່າ. ດັ່ງນັ້ນ ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ. ວັນ​ບຸນ​ຄິດ​ສມາດ ກໍ່ຄື​ວັນ​ບຸນ​ຕ່າງໆ​ລ້ວນ​ແຕ​ຟົດຟື້ນ ມ່ວນ​ຊື່​ນກ່ວາ​ເກົ່າ ”

 ກໍ່ເຊັ່ນ ​ດຽວ​ກັນ​ກັບ​ເຂດ​ຊາວ​ຄິດ​ອື່ນ​ໆ, ເຂດ​ຊາວ​ຄິດ ດາ​ມິ​ງ-ບາ​ຈວງ ດວຍ​ຈຳນວນ​ຊາວ​ຄິດ 2000 ຄົນ ກໍ່ໄດ້ຈັດການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເນື່ອງ​ໃນ​ໂອກາດ​ວັນ​ບຸນ​ຄິສມາດ. ຄຸນ​ພໍ່ ດິງກວາງ​ແມງ​ຮຸງ ຫົວໜ້າ​ເຂດ​ຊາວ​ຄິດ ດາ​  ມິ​ງ-ບາ​ຈວງ ​ໃຫ້​ຮູ້​ວ່າ : “ ທາງ​ດ້ານ​ສັງຄົມ, ຂ້າພະ​ເຈົ້າ​ໄດ້ຮຽກຮ້ອງ​ໃຫ້​ສະມາຄົມ​ຂຶ້ນຕ່າງໆ​ລົງ​ໄປ​ຢ້ຽມຢາມ​ບັນດາ​ຜູ້​ ທຸກ​ຍາກ, ພິ​ເສດ​ໃນ​ຄ່ຳ​ຄືນວັນ​ບຸນ​ຄິດ​ສມາດ, ຈະ​ມີ​ກຸ​່ມ ຄົນ​ຕ່າງໆ​ລົງ​ໄປຊ່ວຍ​ເຫຼືອຄົນ​ທຸກ​ຍາກ​ບໍ່​ວ່າ​ຜູ້​ໃດ​ຢູ່ຕາມ​ຖະໜົນ​ສາຍ​ ຕ່າງໆ. ສຳລັບ​ທາງ​ດ້ານ​ຈິດ​ວິນ​ຍານ​, ຂ້າພະ​ເຈົ້າ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​ໃຫ້ທຸກໆ​ຄົນ​ຄຳ​ຊນຶງ​ເຖິງຕົນ​ເອງ, ມີ​ອັນ​ໃດ​ດີ, ອັນ​ໃດ​ບໍ່​ທັນ​ໄດ້​ດີ ​ແລະ​ຜ່າ​ນວັນ​ຄິດ​ສມາດ​ ຈະ​ແກ້​ໄຂ​ໃຫ້​ດີ​ຂຶ້ນ ”.

 

ຕອບກັບ

ຂ່າວ/ບົດ​ອື່ນ