ນຳນະຄອນຫຼວງແຫ່ງອະລິຍະທຳນັບພັນປີໃຫ້ກາຍເປັນສູນປະດິດຄິດສ້າງຂອງພາກພື້ນ

(VOVWORLD) -11 ສະຕະວັດຜ່ານມາ, ນັບແຕ່ລະດູໃບໄມ້ຫຼົ່ນປີຈໍ 1010, ເຈົ້າຊີວິດ ລິ໊ທ໊າຍໂຕ ໄດ້ “ປະກາດຍົກຍ້າຍນະຄອນຫຼວງ”, ຕົກລົງຍົກຍ້າຍເມືອງຫຼວງ ດ້າຍຫວຽດ ຈາກ ຮວາລື ໄປຕັ້ງຢູ່ເຂດດິນແດນແຫ່ງ “ມັງກອນເຫີນ”, ທັງລອງ - ຮ່າໂນ້ຍ ຍາມໃດກໍ່ແມ່ນເຂດດິນແດນແຫ່ງສັກສິດ

ນຳນະຄອນຫຼວງແຫ່ງອະລິຍະທຳນັບພັນປີໃຫ້ກາຍເປັນສູນປະດິດຄິດສ້າງຂອງພາກພື້ນ - ảnh 1

 ທັງລອງ - ຮ່າໂນ້ຍ 1010 - 2020

(ພາບປະກອບ: kinhtedothi.vn)

ໜຶ່ງໃນບັນດາການກຳນົດທິດພັດທະນານະຄອນຫຼວງຮ່າໂນ້ຍ ນັ້ນແມ່ນ ພັດທະນາໃຫ້ກາຍເປັນນະຄອນປະດິດຄິດສ້າງ ພ້ອມກັບນາມມະຍົດ “ນະຄອນແຫ່ງສັນຕິພາບ”. ນີ້ໄດ້ຮັບຖືວ່າແມ່ນໄມ້ງັດໃນການພັດທະນາແບບຍືນຍົງບົນພື້ນຖານນະຄອນຫຼວງແຫ່ງອະລິຍະທຳນັບພັນປີ, ບໍ່ພຽງແຕ່ປະກອບສ່ວນເພີ່ມລະດັບການເຕີບໂຕທາງດ້ານເສດຖະກິດ, ດຶງດູດການລົງທຶນເທົ່ານັ້ນ, ຫາກຍັງສວມບົດບາດໃນການແກ້ໄຂບັນດາບັນຫາຮ້ອນເຮັງທີ່ພວມວາງອອກໃນຂະບວນວິວັດແຫ່ງການຫັນເປັນຕົວເມືອງໃນປະຈຸບັນອີກດ້ວຍ.

        11 ສະຕະວັດຜ່ານມາ, ນັບແຕ່ລະດູໃບໄມ້ຫຼົ່ນປີຈໍ 1010, ເຈົ້າຊີວິດ ລິ໊ທ໊າຍໂຕ ໄດ້ “ປະກາດຍົກຍ້າຍນະຄອນຫຼວງ”, ຕົກລົງຍົກຍ້າຍເມືອງຫຼວງ ດ້າຍຫວຽດ ຈາກ ຮວາລື ໄປຕັ້ງຢູ່ເຂດດິນແດນແຫ່ງ “ມັງກອນເຫີນ”, ທັງລອງ - ຮ່າໂນ້ຍ ຍາມໃດກໍ່ແມ່ນເຂດດິນແດນແຫ່ງສັກສິດ, ເຕົ້າໂຮມຜູ້ມີຄວາມເກັ່ງກ້າສາມາດຢູ່ສາລະທິດ ເພື່ອສ້າງເປັນ ທັງລອງ - ຮ່າໂນ້ຍ ດ້ວຍບັນດາຄຸນຄ່າທີ່ເປັນມູນເຊື້ອປະຫວັດສາດ, ວັດທະນະທຳເຂັ້ນຂຸ້ນໄປດ້ວຍສີສັນຊາດ, ແມ່ນແຫ່ງເຕົ້າໂຮມ ແລະ ຮຸ່ງເຮືອງຂອງພື້ນຖານວັດທະນະທຳຂອງຊາດ. ຮ່າໂນ້ຍ ໄດ້ຮັບການເຊີດຊູວ່າແມ່ນ “ນະຄອນຫຼວງແຫ່ງມະໂນທຳ ແລະ ກຽດສັກສີຂອງມະນຸດ”, “ນະຄອນຫຼວງວິລະຊົນ”, “ນະຄອນແຫ່ງສັນຕິພາບ”.

        ເດືອນ ຕຸລາ 2019 ແມ່ນຄົບຮອບ 20 ປີນັບແຕ່ໄດ້ຮັບການເຊີດຊູແມ່ນນະຄອນແຫ່ງສັນຕິພາບ ຈາກອົງການສຶກສາວິທະຍາສາດ ແລະ ວັດທະນະທຳສປຊ (UNESCO), ຮ່າໂນ້ຍ ໄດ້ກາຍເປັນສະມາຊິກຂອງເຄືອຂ່າຍບັນດານະຄອນປະດິດຄິດສ້າງຂອງ UNESCO ໃນຂົງເຂດອອກແບບປະດິດຄິດສ້າງຢ່າງເປັນທາງການ. ຜົນສຳເລັດດັ່ງກ່າວເປັນການສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ວິໄສທັດຍຸດທະສາດຂອງຮ່າໂນ້ຍ ໃນການພັດທະນານະຄອນຫຼວງດ້ວຍສີສັນສະເພາະ ເພື່ອນຳຫົວໃຈທາງດ້ານວັດທະນະທຳ ແລະ ການປະດິດຄິດສ້າງຂອງທົ່ວປະເທດໃຫ້ກາຍເປັນໃຈກາງແຫ່ງການປະດິດຄິດສ້າງຂອງພາກພື້ນ ແລະ ໃນໂລກ. ນາມມະຍົດນະຄອນປະດິດຄິດສ້າງກ່ຽວກັບການອອກແບບຂອງຮ່າໂນ້ຍ ກໍ່ຄືບັນດາການກຳນົດທິດໃໝ່ໃຫ້ແກ່ຍຸດທະສາດພັດທະນານະຄອນຫຼວງ ໄດ້ຮັບຄວາມສົນໃຈຫຼາຍຈາກປະຊາຄົມ ແລະ ບັນດາຄູ່ຮ່ວມມືສາກົນ. ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫ້ວ, ຢືນຢັນວ່າ ພ້ອມກັບເລື່ອງກຳນົດບັນດາແຫຼ່ງກຳລັງພາຍໃນ, ຮ່າໂນ້ຍ ໄດ້ກຳນົດວິໄສທັດ, ກຳນົດເປົ້າໝາຍຍຸດທະສາດເພື່ອພັດທະນານະຄອນຫຼວງ ໃຫ້ນັບມື້ນັບສີວິໄລ, ທັນສະໄໝ.

        “ໂດຍປະຕິບັດຄຳໝັ້ນສັນຍາກັບ UNESCO ພາຍຫຼັງທີ່ ຮ່າໂນ້ຍ ໄດ້ກາຍເປັນນະຄອນປະດິດຄິດສ້າງກ່ຽວກັບການອອກແບບຢ່າງເປັນທາງການ, ຮ່າໂນ້ຍ ຈະຫັນເປັນລະອຽດດ້ວຍບັນດາໂຄງການ ແລະ ແຜນການກະທຳໄລຍະຍາວກ່ຽວກັບວິໄສທັດ ແລະ ການເຊື່ອມຕໍ່ບັນດານະໂຍບາຍຂອງນະຄອນ, ສ້າງທຸກເງື່ອນໄຂສະດວກເພື່ອຍົກລະດັບໃຫ້ແກ່ຂົງເຂດອອກແບບປະດິດຄິດສ້າງ, ກໍ່ຄືຍົກສູງສະຕິຄວາມຮັບຮູ້, ຄວາມສະໜິດຕິດພັນໃນປະຊາຄົມ ເພື່ອຫັນບັນດາຂໍ້ລິເລີ່ມ ແລະ ສ້າງພາບພົດຮ່າໂນ້ຍ - ນະຄອນປະດິດຄິດສ້າງໃຫ້ປະກົດຜົນເປັນຈິງເທື່ອລະກ້າວ”.

ນຳນະຄອນຫຼວງແຫ່ງອະລິຍະທຳນັບພັນປີໃຫ້ກາຍເປັນສູນປະດິດຄິດສ້າງຂອງພາກພື້ນ - ảnh 2

 ໝູ່ບ້ານອາຊີບທີ່ເປັນມູນເຊື້ອ ຮະທ໊າຍ, ຮ່າໂນ້ຍ

(ພາບ:thanglong.chinhphu.vn)

        ພັດທະນານະຄອນປະດິດຄິດສ້າງຕົ້ນຕໍແມ່ນອີງໃສ່ພື້ນຖານຂອງບັນດາຄຸນຄ່າ, ວັດທະນະທຳ, ການສຶກສາ, ເສດຖະກິດ ສັງຄົມເປັນຕົ້ນ ເພື່ອແນໃສ່ຫຼຸດຜ່ອນມົນລະພິດຈາກການພັດທະນາເສດຖະກິດ. ສະນັ້ນ, ດ້ວຍປະຫວັດສາດນະຄອນຫຼວງແຫ່ງອະລິຍະທຳນັບພັນປີ, ບັນດານັກວິທະຍາສາດມີຄວາມເຊື່ອໝັ້ນຕໍ່ພື້ນຖານເພື່ອໃຫ້ ຮ່າໂນ້ຍ ພັດທະນາບັນດາຄວາມສາມາດບົ່ມຊ້ອນດ້ານການຄ້າ ແລະ ວັດທະນະທຳ. ມີສະຖານທີ່ປະດິດຄິດສ້າງນັບຮ້ອຍແຫ່ງທີ່ມີຢູ່ແລ້ວຂອງນະຄອນ, ພ້ອມກັບສີລະປະຫັດຖະກຳທີ່ອຸດົມສົມບູນຂອງໝູ່ບ້ານອາຊີບທີ່ເປັນມູນເຊື້ອປະຫວັດສາດມາແຕ່ດົນນານປະມານ 1.500 ແຫ່ງຢູ່ຮ່າໂນ້ຍ ໄດ້ ແລະ ພວມເປີດກາລະໂອກາດເພື່ອພັດທະນານະຄອນປະດິດຄິດສ້າງດຶງດູດນັກທ່ອງທ່ຽວ. ທ່ານປະລິນຍາເອກ ຫງວຽນກວາງ, ຫົວໜ້າຜູ້ຕາງໜ້າອົງການພັດທະນາເຂດຊຸມຊົນ ແລະ ຕົວເມືອງແບບຍືນຍົງຂອງສະຫະປະຊາຊາດປະຈຳຫວຽດນາມ, ຖືວ່າ.

        “ບັນດາໄລຍະປະຫວັດສາດວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງຮ່າໂນ້ຍ ໄດ້ສ້າງຄວາມແຕກຕ່າງໃຫ້ຮ່າໂນ້ຍ. ບັນດາໄລຍະກ່ອນສັກດີນາ, ໄລຍະສັກດີນາ, ໄລຍະລ່າເມືອງຂຶ້ນ, ໄລຍະສັງຄົມນິຍົມເກື້ອກູນ ແລະ ໄລຍະປ່ຽນແປງໃໝ່. ນັ້ນແມ່ນຊັບສົນບັດພິເສດສ້າງຄວາມແຕກຕ່າງໃຫ້ແກ່ຮ່າໂນ້ຍ. ໃນໂລກປະຈຸບັນ, ການພັດທະນາ, ຄວາມແຕກຕ່າງຕົ້ນຕໍແມ່ນກຳລັງໜູນໃຫ້ແກ່ການພັດທະນາ, ການແກ່ງແຍ້ງຂອງບັນດານະຄອນໃນໂລກ”.

        ກາຍເປັນນະຄອນປະດິດຄິດສ້າງຂອງ UNESCO, ຮ່າໂນ້ຍ ໄດ້ ແລະ ພວມເຂົ້າຮ່ວມເຄືອຂ່າຍກວ່າ 240 ນະຄອນ ຂອງ 84 ປະເທດຖືວ່າ ການປະດິດຄິດສ້າງ ແມ່ນປັດໃຈຍຸດທະສາດໃຫ້ແກ່ການພັດທະນາແບບຍືນຍົງ, ເປີດກາລະໂອກາດ, ຊຸກຍູ້ການພັດທະນາຂະແໜງອຸດສາຫະກຳວັດທະນະທຳ ແລະ ການປະດິດຄິດສ້າງກັບບັນດານະຄອນປະດິດຄິດສ້າງທົ່ວໂລກຄື ແບັກແລງ (ເຢຍລະມັນ), ຊຽງໄຮ້ (ຈີນ), ສິງກະໂປ… ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫ້ວ ຖືວ່າ.

        “ເປົ້າໝາຍຍຸດທະສາດພວມໄດ້ຮັບການວາງແຜນກຳນົດແມ່ນຮອດປີ 2025 ພັດທະນານະຄອນຫຼວງຮ່າໂນ້ຍ ຢ່າງວ່ອງໄວ ແລະ ຍືນຍົງຕາມທິດຕົວເມືອງຂຽວ, ນະຄອນອັດສະລິຍະ, ທັນສະໄໝ ມີກຳລັງແກ່ງແຍ້ງສູງຢູ່ພາຍໃນປະເທດ ແລະ ພາກພື້ນອາຊຽນ; ກຳນົດທິດຮອດປີ 2030 ຮ່າໂນ້ຍ ຈະກາຍເປັນນະຄອນ “ຂຽວ-ອັດສະລິຍະ - ທັນສະໄໝ”, ພັດທະນາຢ່າງຂະຫຍັນຂັນເຄື່ອນ, ບັນລຸປະສິດທິຜົນ, ມີກຳລັງແກ່ງແຍ້ງສູງຢູ່ພາກພື້ນ, ສາກົນ; ແລະ ວິໄສທັດພັດທະນານະຄອນຫຼວງຮອດປີ 2045, ຮ່າໂນ້ຍ ມີຄຸນນະພາບການດຳລົງຊີວິດສູງ, ເສດຖະກິດ, ວັດທະນະທຳ, ສັງຄົມໄດ້ຮັບການພັດທະນາຢ່າງຮອບດ້ານ, ຍືນຍົງ; ແມ່ນນະຄອນທີ່ມີການເຊື່ອມຕໍ່ກັບທົ່ວໂລກ, ມີກຳລັງແກ່ງແຍ້ງກັບສາກົນ”.

        ດ້ວຍທີ່ຕັ້ງແມ່ນນະຄອນປະດິດຄິດສ້າງ, ຮ່າໂນ້ຍ ຈະເຂົ້າຮ່ວມກັບເຄືອຂ່າຍໃນທົ່ວໂລກນຳການປະດິດຄິດສ້າງໃຫ້ກາຍເປັນກຳລັງໜູນຕົ້ນຕໍເພື່ອພັດທະນາເຂດຕົວເມືອງໃຫ້ຍືນຍົງ. ເຂົ້າຮ່ວມເຄືອຂ່າຍບັນດານະຄອນປະດິດຄິດສ້າງຂອງ UNESCO ແມ່ນບາດກ້າວທຳອິດ ແຕ່ມີຄວາມໝາຍສຳຄັນເພື່ອຊ່ວຍຮ່າໂນ້ຍ ປະຕິບັດຄາດໝາຍຍົກສູງທີ່ຕັ້ງ, ກຳນົດເຄື່ອງໝາຍການຄ້າ, ໂຄສະນາພາບພົດ, ປະເທດຊາດ, ຊາວຫວຽດນາມ ແລະ ນະຄອນຫຼວງຮ່າໂນ້ຍ, ສະແດງໃຫ້ເຫັນຍຸດທະສາດ ແລະ ວິໄສທັດຢ່າງກວ້າງໄກ, ມີຈິດໃຈເປັນເຈົ້າການຮັບມືກັບທ່າອ່ຽງທັນສະໄໝ ແລະ ຕັ້ງໜ້າເຂົ້າຮ່ວມການເຊື່ອມຕໍ່ກັບທົ່ວໂລກກັບເພື່ອນມິດໃນໂລກ, ເພື່ອມຸ່ງໄປເຖິງເລື່ອງກາຍເປັນສູນກາງປະດິດຄິດສ້າງຂອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ