ນ້ຳໃຈມະນຸດນຳຄວາມອົບອຸ່ນມາບັນເທົາຄວາມເຍືອກເຢັນຍາມລະດູໜາວ

(vovworld) -  ໜູນ​ຊ່ວຍ​ເຄື່ອງ​ນຸ່ງ​ຫົ່ມ​ເກົ່າ​ໃຫ້​ຄົນ​ທ​ຸກ​ຍາກ​ໄດ້​ກາຍ​ເປັນ​ການ​ກະ​ທຳ​​ທີ່ລຶ້ງ​ເຄີຍ​ສຳ​ລັບ​ຊາວ ຫວຽດ​ນາມ ແຕ່​ລະ​ຄົນ, ພິ​ເສດ​ແມ່ນ​ຊາວ ຮ່າ​ໂນ້ຍ. ແຕ່​ຈຳ​ນວນ​ເຄື່ອງ​ນຸ່ງ​ຫົ່ມ​​ທີ່​ໄດ້​ໜ​ູນ​ຊ່ວຍນັ້ນ​ແມ່ນ​ເອົາ​ໄປ​ໃສ, ແຈກ​ຢາຍ​ໃຫ້​ໃຜ? ຜູ້​ສະ​ໜັບ​ສະ​ໜູນ​ພັດບໍ່​ຮູ້​​ກ່ຽວ​ກັບເລື່ອງນັ້ນ ແລະ ເຖິງວ່າ​​ໄດ້​ຮັບຄຳ​ຕອບ​ແລ້ວກໍ່​ບໍ່​ຮູ້​ວ່າ​ສະ​ພາບ​ຕົວ​ຈິງ​​ເປັນຄື​ແນວນັ້ນ​ແທ້​ບໍ່? ດັ່ງ​ນັ້ນ, ມີ​ ເພື່ອນໜຸ່ມ​ກຸ່ມ​​ໜຶ່ງ ໄດ້​ຮ່ຳ​ຮຽນ​ຕາມ​ຮູບ​ແບບ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ​ມີແນວ​ຄວາມ​ຄິດ ​ສ້າງຕູ້​ເຄື່ອງ​ນຸ່ງ​ຫົ່ມ​ກຸ​ສົນ.


ນ້ຳໃຈມະນຸດນຳຄວາມອົບອຸ່ນມາບັນເທົາຄວາມເຍືອກເຢັນຍາມລະດູໜາວ - ảnh 1
ຕູ້​ເຄື່ອງ​ນຸ່ງ​ຫົ່ມ​​ສະ​ຫງວນ​ໃຫ້​ຄົນ​ທຸກ​ຍາກໂດຍບໍ່​ເສຍ​ຄ່າ:
ໃຜ​​ມີ​ເຄື່ອງ​ນຸ່ງເຫຼືອ​ເກີນກໍ່​ເອົາມາ​ໜູ​ນ​ຊ່ວຍ, ໃຜ​ບໍ່​ມີ​​ໃຫ້ມາ​ເອົາ
(ພາບ: dantri.com.vn)


​ເຖິງວ່າ, ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ ພວ​ມ​​ກ້າວ​ເຂົ້າ​ສູ່​ລ​ະ​ດູ​ບານ​ໃໝ່​​ແລ້ວກໍ່​ຕາມ, ແຕ່​ອາ​ກາດ​ຍັງ​ຄົງ​ໜາວ​​ທີ່​ສຸດ​ໃນ​ຕອນ​ທ່ຽງ​ຂອງ​ເດືອນ 3 ກໍ່​ຍັງມີ​ລົມ​ໜາວ​​ພັດ​ມາ ເຮັດ​ໃຫ້​ໃຜໆ​ກໍ່​ໜາວສັ່ນ ເຖິງວ່າ​ໄດ້​ນຸ່ງ​ເສື້ອ​ກັນ​ໜາວ​ຫຼາຍ​ຜືນ​ແລ້ວກໍ່​ຕາມ. ​ຢູ່​ຖະ​ໜົນ ຫງວຽນ​ຈີ໋​ແທງ, ​ເຊິ່ງ​ແມ່ນ​ເສັ້ນ​ທາງ​ຢູ່​ໃຈກາງ​ນະ​ຄອນຫຼວງ ຮ່າ​ໂນ້ຍ, ກະ​ແສ​​ຄົນ​ໄປ - ມາ​ຢ່າງ​ຟ້າ​ວ​ຟັ່ງ​ເພື່ອ​ໃຫ້​ທັນ​​ໂມງເວ​ລາ​ເຂົ້າ​​ການ ພາຍຫຼັງ​ໄດ້​ກິນ​ເຂົ້າ​ທ່ຽງ​ແລ້ວ. ມີ​ແມ່​ຍິງ​ຜູ້​ໜຶ່ງ​ໄດ້​ຂີ່​ລົດ​ຖ​ີບທ່​ີ​ເກົ່າ​ແກ່ ​ທາງຫຼັງ​ຕ່າງ​ດອກ​ໄມ້​ສົດ​ມີ​ກິ່ນ​ຫອມ​​ຂຶ້ນທາງ​ຍ່າງ, ນັ້ນ​ແມ່ນ​ເອື້ອຍ ຫງວຽນ​ທິ​ລານ. ​ເອື້ອຍ ລານ ໄດ້ຈອດ​ລົດ​ຢູ່​ຕໍ່​ໜ້າ​ຕູ້​ເຮັດ​ດ້ວຍອາ​ລູ​ມີ​ນຽ​ມ​ສີ​ຂຽວ ​ຕັ້ງ​ຢູ່​​ແຈກຳ​ແພງ​ຕະຫຼອດ 3 ເດືອນ​ມານີ້. ຕູ້​ສູງ​ພຽງແຕ່ 2 ແມັດ, ກ້​ວາງ 1 ແມັດ​ເທົ່າ​ນັ້ນ ແຕ່​ວ່າ​ສ້າງ​ຄວາມດູດດຶ່ມທີ່​ສຸດ ຍ້ອນ​ວ່າ​ມັນ​ໄດ້​ຕິດ​ປ້າຍ​ສີ​​ເຫຼືອງ​ດ້ວຍ​ແຖວ​ໜັງ​ສື​ທີ່​ວ່າ “ຕູ້​ເຄື່ອງ​ນຸ່ງ​ຫົ່ມ​​ສະ​ຫງວນ​ໃຫ້​ຄົນ​ທຸກ​ຍາກໂດຍບໍ່​ເສຍ​ຄ່າ: ໃຜ​​ມີ​ເຄື່ອງ​ນຸ່ງເຫຼືອ​ເກີນກໍ່​ເອົາມາ​ໜູ​ນ​ຊ່ວຍ, ໃຜ​ບໍ່​ມີ​​ໃຫ້ມາ​ເອົາ”. ຝາ​ຕູ້​ຢູ່ 2 ເບື້ອງ​ໄດ້​ເປີດ​​ຢູ່​ຕະຫຼອດ, ໂສ້ງ​ເສື້ອ​​ທີ່​ຢູ່​ທາງໃນ​ຕູ້​ກໍ່ໄດ້​ຮັບ​ການ​ຈັດ​ແບ່ງ​ຢ່​າງ​ລະ​ອຽດ ແລະ ຍັງ​ມີ​​ເຈ້ຍ​ນ້ອຍ​​ຕິດ​ປະ​ກາດ​ຈຳ​ແນກ​ປະ​ເພດ​ໂສ້ງ​ເສື້ອ ເພື່ອ​ໃຫ້​ທຸກ​ຄົນ​ສາ​ມາດ​ຊອກ​ເຫັນ​​ໄດ້ຢ່າງ​ສະ​ດວ​ກ​ກ່​ວາ. ເອື້ອຍ ຫງວຽ​ນ​ທິ​ລານ ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ເທື່ອ​ທີສອງ​ຂ້າ​ພະ​ເຈົ້າ​​​ທີ່ມາເອົາ​ເຄື່ອງ​ຢູ່​ຕູ້ນີ້, ເອົາ​ໂສ້ງ​ ແລະ ເສື້ອ​​ເມືອໃຫ້​ລູກ​ຂອງ​ຕົນ. ໃນ​​ຍາມ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ​ເຄື່ອງ​ນຸ່ງ​ຫົ່ມ​ເຫຼົ່າ​ນີ້​ແມ່ນ​ມີ​ຄ່າ​ທີ່​ສຸດ”


ນ້ຳໃຈມະນຸດນຳຄວາມອົບອຸ່ນມາບັນເທົາຄວາມເຍືອກເຢັນຍາມລະດູໜາວ - ảnh 2
ຫງວຽນ​ເທ໋​ເກື່ອງ, ​​ຫົວ​ໜ້າ​ຂອງກ​ຸ່ມ​ປະ​ດິດ​ຄິດສ້າງ​ຮູບ​ແບບ​ຕູ້​​ເຄື່ອງ​ນຸ່ງ​ຫົ່ມ​ກຸ​ສົນ​ນີ້
(ພາບ: dantri.com.vn)

ຈອດ​ລົດ​ຖີບ​ຢູ່​ໃກ້​ກັບ​​ຕົ້ນ​ໄມ້​ຕົ້ນ​ໜຶ່ງທີ່​ຢູ່​ໃກ້​ນັ້ນ​, ເມື່ອໂອ​້​ລົມ​ກັບ​ຊາຍ​ໜຸ່ມ​ຜູ້​ທີ່​ຮັກ​ສາຕູ້​ເສື້ອ​​ໄດ້​ສອງ​ສາມ​ຄຳ, ຫຼັງ​ຈາກນັ້ນ​ເອື້ອຍ ລານ ​ກໍ່ຍ່າງ​ໄປ​​ຫາ​ຕູ້​​ດັ່ງ​ກ່າວ ແລະ ​ເລືອກ​ເອົາ​ເຄື່ອງ​ນຸ່ງ. ພາ​ຍຫຼັງ​ເວ​ລາ​ພຽງ 10 ນາ​ທີ​ເທົ່າ​ນັ້ນ ເອື້ອຍ​ລານ ເລືອກ​ໄດ້​ເສື້ອ​ຂາວ​ຂອງ​ນັກ​ຮຽນ​ຜືນ​ໜຶ່ງ ພ້ອມ​ກັບ​ກະ​​ໂປ່ງ​ສີ​ບົວ​ສຳ​ລັບ​ເດັກ​ນ້ອຍ. ພັບ ແລະ ມ້ຽນ​ໃສ່​ກະ​ເປົ່າ​ແລ້ວ, ເອື້ອຍກໍ່​ຂີ່​ລົດ​ຖີບ​ໄປ​​ເລາະຂາຍດອ​ກ​ໄມ້​ຕໍ່. ​ສ່ວນຂ້າ​ພະ​ເຈົ້າ​​ພັດ​ຢືນ, ໂອ້​ລົມ​ກັບ​​ຊາຍ​ໜຸ່ມ​ຜູ້​ທີ່​ຮັກ​ສາ​ຕູ້​ເຄື່ອງ, ນັ້ນ​ແມ່ນ​ອ້າຍ ຫງວຽນ​ເທ໋​ເກື່ອງ, ​​ເຊິ່ງ​ແມ່ນຫົວ​ໜ້າ​ຂອງກ​ຸ່ມ​ປະ​ດິດ​ຄິດສ້າງ​ຮູບ​ແບບ​ຕູ້​​ເຄື່ອງ​ນຸ່ງ​ຫົ່ມ​ກຸ​ສົນ​ນີ້, ອ້າຍເກື່ອງ​ເວົ້າ​ວ່າ:

        “ໃນ​ເບື້ອງ​ຕົ້ນ, ມີຄົນ​ໄດ້​ໜູນ​ຊ່ວຍ​ໂສ້ງ​ເສື້ອຫຼາຍ​ຜືນ ດັ່ງ​ນັ້ນ, ໄດ້​ສະ​ສົມ​​ໄວ​້ຢູ່​ເຮືອນ ແລະ ໄປ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ທຸກ​ຍາກ​ຢູ່​ເຂດ​ພູ​ດອຍ. ຫຼັງ​ຈາກນັ້ນ, ຈຳ​ນວນ​ຜູ້​ສະ​ໜັບ​ສະ​ໜູນ​ກໍ່​ມີຫຼາຍ​ພໍ​ສົມ​ຄວນ ດັ່ງ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ໄດ້​​ຜະ​ລິດ​ຕູ້ນີ້, ​ໂດຍຮ່ຳ​ຮຽນ​ຕາມ​ຮູບ​ແບບ​ຕູ້​​ເຄື່ອງ​ນຸ່ງ​ຫົ່ມກຸ​ສົນ​ຂອງ​ນະ​ຄອນ ໂຮ​່​ຈີ​ມິນ ເພື່ອ​ໃຫ້​ທ​ຸກ​ຄົນ​ສາ​ມາດ​ມາ​ເອົາ, ໂສ້ງ​ເສື້ອ​ທີ່​ຕົນ​ເອງ​​ຕ້ອງ​ການ​ໂດຍ​ກົງ.”

        ພາ​ຍຫຼັງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ເປັນ​ເວ​ລາ​ກ່​ວາ 3 ເດືອນ, ຕູ້​ເຄື່ອງ​ນຸ່ງ​ຫົ່ມ​ກຸ​ສົນ​ນີ້​ໄດ້​ຮັບ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ,​ແລະ ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຊົນຈຳ​ນວນຫຼວງຫຼາຍ, ປະ​ຈຸ​ບັນ ​ຕູ້​ເຄື່ອງ​ດັ່ງ​ກ່າວ​​ຕ້ອງ​ຢຸດ​ການ​ຮັບ​ເອົາ​ເຄື່ອງ​​ສະ​ໜັບ​ສະ​ໜູນ​ໄວ້​ຊົ່ວ​ຄາວ ຍ້ອນ​ວ່າບໍ່​ມີ​ບ່ອນ​ເກັບ​​ມ້ຽນ​ເຄື່ອງ. ສິ່ງ​ສຳ​ຄັນ​ກ່​ວານັ້ນ​ແມ່ນ, ຂໍ​້​ມູນ​ຂ່າວ​ກ່ຽວ​ກັບ​ຕູ້​​ເຄື່ອງ​ກຸ​ສົນ​ນີ້​ໄດ້​​ແຜ່​ຂະ​ຫຍາຍ​ໄປ​ເຖິງ​ປະ​ຊາ​ຊົນ​ຜູ້​ທີ່ບໍ່​ມີ​ເຮືອນ​ຢູ່, ຄົນ​ງານ​ທຸກ​ຍາກ ແລະ ເຂົາ​ເຈົ້າກໍ່​ໄດ້​ໄປ​ເລືອກ​ເອົາ​​ໂສ້ງ​ເສື້ອ​ເໝາະ​ສົມ​ກັບຕົນ. ສຳ​ລັບ​ທັງ​ກຸ່ມ​ເວົ້າ​ລວມ ແລະ ອ້າຍ​ເກື່ອງ​ເວົ້າ​ສະ​ເພາະ, ນັ້ນ​ແມ່ນ​ຜົນ​ງານ​ໃຫຍ່ຫຼວງ​ທີ່​ສຸດ:

        “ໂດຍ​ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຈາກ​ພາ​ຫະ​ນະ​​ສື່ມວນ​ຊົນ, ດັ່ງ​ນັ້ນ​ຮູບ​ແບບນີ້​ໄດ້​ຜັນ​ຂະ​ຫຍາຍ​ຢ່າງ​ກ້​ວາງ​ຂວາງຢູ່​ແຂວງ ນາມ​ດິ້ງ, ແທງ​ຮ໋​ວາ, ເງ້​ອານ, ທ໋າຍງ​ວຽນ ກໍ່​ໄດ້​ຮ່ຳ​ຮຽນ​ຕາມ ແລະ ເປີດ​ຮູບ​​ແບບຄື​ຂອງ​ພວກ​ຂ​້າ​ພະ​ເຈົ້າ. ມີຫຼາຍ​ຫົວ​ໜ່ວຍ​ໄດ້​ໂທ​ມາ​ຖາມ​ຢາກ​ຮັບ​ໂສ້ງ​ເສື້ອ​ເກົ່າ ແລະ ກຸ່ມ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ກໍ່​ໄດ້​ສະ​ໜອງ​ໃຫ້​ເຂົາ​ເຈົ້າ​ຈຳ​ນວນ​ໂສ້ງ​ເສື້ອ​ທີ່​ເຂົາ​ເຈົ້າ​ຕ້ອງ​ກາ​ນ​ເພື່ອ​ເຮັດ​ວຽກ​ງານ​ກຸ​ສົນ.”      

        ຍ້ອນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທັງ​ກຸ່ມ, ຜົນ​ປະ​ໂຫຍດ​ຂອງ​ຮູບ​​ແບບນ​ີ້, ຕູ້​ເຄື່ອງ​ນຸ່ງ​ຫົ່ມ​​ກຸ​ສົນນີ້​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​​ຈາກ​ປະ​ຊາ​ຊົນ​ຮ່າ​ໂນ້ຍ, ພິ​ເສດ​ແມ່ນ​ປະ​ຊາ​ຊົນ​ຢູ່​ຖະ​ໜົນ ຫງວຽນ​ຈີ໋​ແທງ, ​ຊາວ​ຮ່າ​ໂນ້ຍ​ຜູ້​ໜຶ່ງ​ຢູ່​ຖະ​ໜົນ​ສາຍນີ້​ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ເມື່ອ​ມີ​ຕູ້​ເຄື່ອງ​ກຸ​ສົນ​ນີ້, ​ຜູ້​ໃດ​​ມີ​ເຄື່ອງ​ນຸ່ງ​ເຫຼືອ​ເກີນກໍ່ເອົາ​ມາສະ​ໜັບ​ສະ​ໜູນ, ໃຜ​ບໍ່​ມີ​​ກໍ່ມາເອົາ. ບາງ​ຄັ້ງ​ຄາວບໍ່​ມີ​ວຽກ, ຂ້າ​ພະ​ເຈົ້າ​ກໍ່​ມາ​ຊ່ວຍ​ໃຫ້​ພວກ​ເພື່ອນ​ໜຸ່ມ​ໃນ​ກຸ່ມ​ເພື່ອ​ຈັດ​ແບ່ງ​ໂສ້ງ​ເສື້ອ… ຫວັງ​ວ່າ, ບັນ​ດາ​ເພື່ອນ​ໜຸ່ມ​ຈະ​ເສີມ​ຂະ​ຫຍາຍ​ວຽກ​ງານ​​ທີ່ດີນີ້​ດ້ວຍຫຼາຍ​ຮູບ​ແບບ, ບໍ່​ພຽງ​ແຕ່​ແມ່ນ​ໂສ້ງ​ເສື້ອ ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເກ​ີບ, ປື້ມ​ຂອງ​ນັກ​ຮຽນ​…ອີກ​ດ້ວຍ.

        ອາ​ກາດ​ໜາວ​ພວມ​ເຮັດ​ໃຫ້​​ຊາວ​ນະ​ຄອນຫຼວງ ຮ່າ​ໂນ້ຍ ຕ້ອງ​ນຸ່ງ​ເສື້ອ​ກັນ​ໜາວ​ທີ່​ມີຫຼາຍ​ສ​ີ​ສັນ. ແຕ່​​ຢູ່ຖະ​ໜົນ ຫງວຽນ​ຈີ໋​ແທງ, ອາ​ກາດ​ໜາວບໍ່​ສາ​ມາດ​​ແຊກ​ຊຶມ​ໄດ້​ຍ້ອນ​ນ້ຳ​ໃຈ​ອຸ້ມ​​ຊູ່ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ ຄື​ດັ່ງແປວ​ໄຟສ້າງ​ຄວາມ​ອົບ​ອຸ່ນ​ໃຫ້​ບັນ​ດາຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ