ບິ່ງເຢືອງ: Top ປະຊາຄົມອັດສະລິຍະດີເດັ່ນຂອງໂລກ

(VOVWORLD) - ດ້ວຍບັນດາໂຄງການເຄື່ອນໄຫວລະອຽດ ພ້ອມກັບການເຫັນດີເຫັນພ້ອມຂອງທຸກຂັ້ນ, ຂະແໜງການ ແລະ ປະຊາຄົມວິສາຫະກິດ,ປະຊາຊົນແຂວງ ບິ່ງເຢືອງ ໄດ້ເລີ່ມຕົ້ນການເຄື່ອນໄຫວພັດທະນາເສດຖະກິດ - ສັງຄົມທີ່ເຕັມໄປດ້ວຍຄວາມປະທັບໃຈ
 
ບິ່ງເຢືອງ: Top ປະຊາຄົມອັດສະລິຍະດີເດັ່ນຂອງໂລກ - ảnh 1ນີ້ແມ່ນຄັ້ງທີ 3 ທີ່ບິ່ງເຢືອງໄດ້ລອດເຂົ້າ Top 7 ນະຄອນອັດສະລິຍະຈະເລີນຮຸ່ງເຮືອງຢູ່ໃນໂລກ
(ພາບ: congthuong.vn)
 

ວັນທີ 21 ມິຖຸນາ, ເວທີປາໄສປະຊາຄົມອັດສະລິຍະໂລກ (ICF), ໃນນັ້ນລວມມີ 200 ກວ່າ ນະຄອນອັດສະລິຍະຈະເລີນຮຸ່ງເຮືອງຢູ່ໃນໂລກ, ໄດ້ເຊີດຊູນະຄອນ ບິ່ງເຢືອງ ນອນໃນ Top 7 ປະຊາຄົມທີ່ມີຍຸດທະສາດພັດທະນານະຄອນອັດສະລິຍະດີເດັ່ນໃນໂລກປີ 2023 ຢ່າງເປັນທາກງານ. ນີ້ເປັນການຮັບຮູ້ຄວາມມານະພະຍາຍາມຂອງແຂວງໃນໄລຍະຜ່ານມາໃນຂະບວນວິວັດການ ຫັນເສດຖະກິດຕາມທິດ ນະວັດຕະກຳ ແລະ ດີຈີຕອນ.

ນະຄອນໜຶ່ງທີ່ລອດເຂົ້າໃນ Top 7, ທຳອິດຕ້ອງຕອບສະໜອງ 6 ມາດຕະຖານທີ່ເຄັ່ງຄັດເຊິ່ງປະຊາຄົມອັດສະລິຍະໂລກໄດ້ວາງອອກ, ລວມມີ: ການເຊື່ອມຕໍ່ - ບຣອດແບນ (Broadband - ເຕັກໂນໂລຊີການສື່ສານ, ສົ່ງຂໍ້ມູນຜ່ານເຄືອຂ່າຍອິນເຕີເນັດຄວາມໄວສູງ);ກຳລັງແຮງງານ;ນະວັດຕະກໍາ; ຄວາມສະເໝີພາບໃນການເຂົ້າເຖິງດີຈີຕອນ; ສະຫນັບສະຫນູນສົ່ງເສີມ; ຄວາມຍືນຍົງ. ນີ້ແມ່ນຄັ້ງທີ 3 ທີ່ ບິ່ງເຢືອງ ໄດ້ລອດເຂົ້າ Top 7 (ປີ2021, 2022), ທຽບເທົ່າບັນດານະຄອນອັດສະລິຍະໃນໂລກຄື: ອາເມລິກາ, ການາດາ, ບຣາຊິນ, ອົດສະຕາລີ...ບິ່ງເຢືອງກໍ່ນອນໃນ Top 21 ນະຄອນ, ພາກພື້ນທີ່ມີຍຸດທະສາດພັດທະນາຕົວເມືອງອັດສະລິຍະດີເດັ່ນໃນໂລກ 5 ຄັ້ງຢ່າງລຽນຕິດ (Smart 21).

ເພື່ອບັນລຸໄດ້ໝາກຜົນຄືດັ່ງກ່າວ, ບິ່ງເຢືອງ ໄດ້ເຂົ້າເຖິງການກໍ່ສ້າງນະຄອນອັດສະລິຍະຕາມທິດກ້າວເດີນຂອງສະເພາະຕົນ. ສຳລັບແຂວງ ບິ່ງເຢືອງ ແລ້ວ, ນະຄອນອັດສະລິຍະບໍ່ພຽງແຕ່ນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າເພື່ອແກ້ໄຂບາງບັນຫາ, ຄື: ຄຸ້ມຄອງການຈະລາຈອນ, ລັດຖະບານເອເລັກໂຕນິກ... ເທົ່ານັ້ນ, ຫາກນະຄອນອັດສະລິຍະ ຍັງໄດ້ຮັບການກຳນົດວ່າແມ່ນລະບົບນິເວດທີ່ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ເຊື່ອມຕໍ່, ໃນນັ້ນທຸກອົງປະກອບສືບຕໍ່ໄດ້ປັບປຸງຢ່າງຕໍ່ເນື່ອງ. ດ້ວຍບັນດາໂຄງການເຄື່ອນໄຫວລະອຽດ ພ້ອມກັບການເຫັນດີເຫັນພ້ອມຂອງທຸກຂັ້ນ, ຂະແໜງການ ແລະ ປະຊາຄົມວິສາຫະກິດ, ປະຊາຊົນແຂວງ ບິ່ງເຢືອງ ໄດ້ເລີ່ມຕົ້ນການເຄື່ອນໄຫວພັດທະນາເສດຖະກິດ - ສັງຄົມທີ່ເຕັມໄປດ້ວຍຄວາມປະທັບໃຈ, ນຳໃຊ້ການຫັນເປັນດີຈີຕອນ ແລະນະວັດຕະກຳຢ່າງສຸດຂີດໃນບັນດາໂຄງການລະອຽດ, ເພື່ອແນໃສ່ສ້າງ ແລະພັດທະນາແຂວງ ບິ່ງເຢືອງ ໃຫ້ເປັນນະຄອນ “ອັດສະລິຍະກວ່າ”, ດີງາມກວ່າ ແລະເປັນໜ້າດຳລົງຊີວິດກວ່າ. ທ່ານ ຟ້າມຕວນແອງ, ຫົວໜ້າຫ້ອງການນະຄອນອັດສະລິຍະແຂວງ ບິ່ງເຢືອງ, ຢືນຢັນວ່າ:

ນັບແຕ່ປີ 2016 ມາຮອດປະຈຸບັນ, ທາງແຂວງຍາມໃດກໍ່ຢືດໝັ້ນກັບຮູບແບບ 3 ພາກສ່ວນ, ຄື: ລັດ, ໂຮງຮຽນ, ນັກທຸລະກິດ ເພື່ອປຸກລຸກການຖ່າຍທອດພູມປັນຍາໃນສັງຄົມ. ຕົວຢ່າງ, ລັດສວມບົດບາດໃນການສ້າງສັນ, ໂຮງຮຽນສວມບົດບາດຄົ້ນຄວ້າພັດທະນາ, ຊອກຫາເຕັກໂນໂລຢີ, ເຊື່ອມຕໍ່ວິທະຍາສາດ, ສ່ວນນັກທຸລະກິດສວມບົດບາດນໍາໃຊ້ເຕັກໂນໂລຢີ ແລະ ສ້າງມູນຄ່າໃນສັງຄົມ. ນັ້ນແມ່ນຄວາມສະເໝີຕົ້ນສະເໝີປາຍດ້ານຍຸດທະສາດຂອງແຂວງ ບິ່ງເຢືອງ ແລະນະຄອນອັດສະລິຍ ບິ່ງເຢືອງ, ໄດ້ຊ່ວຍໃຫ້ແຂວງ ບິ່ງເຢືອງ ຮັກສາທີ່ຕັ້ງແມ່ນນອນໃນ Top 21 ນະຄອນ ແລະພາກພື້ນມີຍຸດທະສາດພັດທະນານະຄອນອັດສະລິຍະດີເດັ່ນ ຂອງໂລກ (Smart 21) 5 ຢ່າງລຽນຕິດ.

ບິ່ງເຢືອງ: Top ປະຊາຄົມອັດສະລິຍະດີເດັ່ນຂອງໂລກ - ảnh 2ສູນຫ້ອງການ - ກອງປະຊຸມ - ການຄ້າ WTC Tower
(ພາບ: toquoc.vn)

ມາຮອດປະຈຸບັນ, ລະບົບນິເວດດີຈີຕອນ ແລະນະວັດຕະກຳພວມໄດ້ຮັບການພັດທະນາຢ່າງແຮງຢູ່ແຂວງບິ່ງເຢືອງ, ເຊັ່ນ: ສູນບໍລິຫານອັດສະລິຍະ, ສູນອົບຮົມວິສາຫະກິດ Becamex, ສູນການຜະລິດທີ່ກ້າວໜ້າ;ສູນການຄ້າໂລກ WTC..., ຊ່ວຍໃຫ້ແຂວງເຊື່ອມຕໍ່ກັບ ສູນການຄ້າຂອງນັບຮ້ອຍປະເທດໃນທົ່ວໂລກ. ບິ່ງເຢືອງ ກໍ່ພວມປະຕິບັດບັນດາໂຄງການພັດທະນາຍຸດທະສາດ, ແນໃສ່ມຸ່ງໄປເຖິງການພັດທະນາແບບຍືນຍົງກວ່າ, ຄື: ຊຸກຍູ້ການນຳໃຊ້ພະລັງງານສະອາດ, ພະລັງງານທົດແທນ; ສົ່ງເສີມການນຳໃຊ້ເຕັກໂນໂລຊີເຂົ້າໃນການຜະລິດ; ພັດທະນາອຸດສາຫະກຳ 4.0... ສ້າງສະພາບແວດລ້ອມແຫ່ງການດຳລົງຊີວິດສີຂຽວ - ສະອາດກວ່າ. ຜ່ານນັ້ນ, ກໍ່ສ້າງປະຖົມປັດໄຈໃຫ້ແກ່ການດຶງດູດວິສາຫະກິດເຕັກໂນໂລຊີ, ດຶງດູດແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ກຽມພ້ອມໃຫ້ແກ່ການຜັນຂະຫຍາຍຮູບແບບການກໍ່ສ້າງ ແລະ ພັດທະນາເສດຖະກິດ - ສັງຄົມຂອງແຂວງຢ່າງເຂັ້ມແຂງ.

ແຂວງ ບິ່ງເຢືອງ ພວມສຸມທຸກແຫຼ່ງຊັບພະຍາກອນມະນຸດເພື່ອຜັນຂະຫຍາຍຍຸດທະສາດພັດທະນານະຄອນອັດສະລິຍະ ບິ່ງເຢືອງ ໄລຍະ 2022 – 2026. ຍຸດທະສາດໃໝ່ຂອງ ບິ່ງເຢືອງ ໂດຍອີງໃສ່ 3 ປັດໄຈຕົ້ນຕໍ, ນັ້ນແມ່ນ: ການພັດທະນາເສດຖະກິດ, ຄວາມກ້າວໜ້າຂອງສັງຄົມ ແລະ ການເຕີບໂຕສີຂຽວ. ທ່ານຟ້າມຕວນແອງ, ຫົວໜ້າຫ້ອງວ່າການນະຄອນອັດສະລິຍະແຂວງ ບິ່ງເຢືອງ, ໃຫ້ຮູ້ວ່າ:

ກ່ຽວກັບການກຳນົດທິດທີ່ຈະມາເຖິງແມ່ນ: ກ່ອນອື່ນໝົດ, ແມ່ນຍູ້ແຮງການພັດທະນາອຸດສາຫະກຳ 4.0 ເພື່ອຊ່ວຍໃຫ້ແຂວງບິ່ງເຢືອງ ເພີ່ມສະມັດຕະພາບການອອກແຮງງານ, ອີງໃສ່ນະວັດຕະກຳ.ພ້ອມກັນນັ້ນ, ກໍ່ຊຸກຍູ້ການບໍລິການຜ່ານບັນດາເສົາຄ້ຳ ເພື່ອຊຸກຍູ້, ຮັດແຄບຊ່ອງຫວ່າງລະຫວ່າງອຸດສາຫະກຳ ແລະການບໍລິການການຄ້າຂອງແຂວງ. ພ້ອມທັງ, ສືບຕໍ່ເປີດກວ້າງການເຊື່ອມຕໍ່ພື້ນຖານໂຄງລ່າງທັງແຂວງ, ນັບທັງຊອບແວ ແລະ ຮາດແວຂອງແຂວງ ບິ່ງເຢືອງ ເຂົ້າເຂດ ແລະ ປະເທດ, ນຳໃຊ້ມາດຕະຖານກ່ຽວກັບອຸດສາຫະກຳນິເວດສາກົນ ເພື່ອຮັບປະກັນການດຶງດູດການລົງທຶນໃຫ້ແຂວງ.

ພັດທະນານະຄອນອັດສະລິຍະ ບິ່ງເຢືອງ ແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ເປັນເສັ້ນທາງທີ່ຈຳເປັນເພື່ອມຸ່ງໄປເຖິງການສ້າງແຂວງ ບິ່ງເຢືອງ ໃຫ້ກາຍເປັນຕົວເມືອງສິວີໄລ, ທັນສະໄໝ, ແມ່ນໜຶ່ງໃນບັນດາຕົວເມືອງພັດທະນາຢ່າງຂະຫຍັນຂັນເຄື່ອນຂອງເຂດເສດຖະກິດຈຸດສຸມທາງພາກໃຕ້.

ດ້ວຍບັນດາລາຍການ ແລະ ໂຄງການທີ່ມີລັກສະນະກະໂດດຂັ້ນ ພ້ອມກັບການກຳນົດທິດສ້າງວິໄສທັດວາງແຜນຍຸດທະສາດ, ບິ່ງເຢືອງ ໄດ້ສ້າງຄວາມຫວັງຈະສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງ, ຍົກສູງມູນຄ່າເພີ່ມໃຫ້ແກ່ພື້ນຖານເສດຖະກິດ, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ວິສາຫະກິດ ໃນວິວັດການເຄື່ອນໄຫວຜະລິດດຳເນີນທຸລະກິດຢູ່ບິ່ງເຢືອງ. ແຂວງ ບິ່ງເຢືອງ ກໍ່ພວມມຸ່ງໄປເຖິງເປົ້າໝາຍໄດ້ຮັບນາມມະຍົດ TOP 1 ຂອງອົງການ ICF ໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ