ບັນຍາກາດຕ້ອນຮັບບຸນເຕັດປີຈໍຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ

(VOVWORLD) -ບັນຍາກາດຕ້ອນຮັບບຸນເຕັດປີຈໍ ພວມປົກຄຸມໄປທົ່ວຖະໜົນຫົນທາງທຸກສາຍ ແລະ ໃນແຕ່ລະຄອບຄົວຊາວຫວຽດນາມ. ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດພວມຫ້າງຫາກະກຽມຕ້ອນຮັບບຸນປີໃໝ່ ດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ມີຄວາມເບີກບ່ານມ່ວນຊື່ນ.
ບັນຍາກາດຕ້ອນຮັບບຸນເຕັດປີຈໍຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ - ảnh 1 (ພາບປະກອບອີນເຕີແນັດ)

ໃນຊຸມມື້ໃກ້ຈະຮອດບຸນປີໃໝ່ປະຈຳຊາດ, ຢູ່ຖະໜົນຫຼາຍສາຍຂອງຮ່າໂນ້ຍ ຄັບຄາໜ້າແໜ້ນ ແລະ ຮຸ່ງເຮືອງເຫຼືອງເຫຼື້ອມຍິ່ງກວ່າເວລາໃດໝົດ. ພ້ອມກັບບັນຍາກາດຂອງດິນຟ້າອາກາດ, ໃຜໆກໍ່ຄຶກຄັກ, ກະຕືລືລົ້ນຫ່າງຫາກະກຽມຕ້ອນຮັບບຸນເຕັດ. ບັນດາເຂດຕະຫຼາດດອກໄມ້ມີຄົນໄປມາຊື້ຂາຍເປັນຈຳນວນຫຼວງຫຼາຍ. ບັນດາໂຖໝາກແປ້ນ, ດອກຄາຍ, ເຕົ້າດອກໄມ້, ຕົ້ນໄມ້ປະດັບປະດາດ້ວຍສີສັນຫຼາກຫຼາຍໄດ້ວາງຂາຍເຕັມທາງ. ຢູ່ລຽບຕາມຖະໜົນ ຮ່າງມ້າ, ແມ່ນເຕັມໄປດ້ວຍສີແດງຂອງບັນດາເຄື່ອງປະດັບປະດາໃຫ້ຊຸມຮັບບຸນເຕັດຄື: ໂຄມໄຟ, ແຜ່ນຄຳອວຍພອນປີໃໝ່, ທຸກຄົນໄດ້ແຫ່ກັນລົງຖະໜົນເພື່ອຊື້ເຄື່ອງຂອງໃນຊຸມມື້ທ້າຍປີ. ແມ່ຕູ້ ຫງວຽນທິຫາວ, ຢູ່ເມືອງຮ່ວານກ໋ຽມ, ຮ່າໂນ້ຍ ໃຫ້ຮູ້ວ່າ.

        “ຂ້າພະເຈົ້າໄປຊື້ເຄື່ອງແຫ້ງໃຫ້ຄອບຄົວ. ຂ້າພະເຈົ້ານິຍົມບໍລິໂພກບັນດາໝາກໄມ້ໄດ້ອົບແຫ້ງ, ກາເຟ, ຊາ, ເຂົ້າໜົມ.. ຂ້າພະເຈົ້າກໍ່ໄດ້ຊື້ເຄື່ອງຂອງບາງຢ່າງເພື່ອໄປບູຊາຍາມຕົ້ນປີໃໝ່. ຂ້າພະເຈົ້າປາດຖະໜາວ່າ, ໃນປີໃໝ່, ຂໍໃຫ້ທຸກຄົນ ຄອບຄົວຂອງຂ້າພະເຈົ້າຈົ່ງມີສຸຂະພາບແຂງແຮງ, ລູກເຕົ້າປະສົບຜົນສຳເລັດ, ຫຼານຮູ້ຄວາມ, ຮ່ຳຮຽນໄດ້ດີ. ປີນີ້, ອາກາດກໍ່ສະດວກ ສະນັ້ນເມື່ອໄປຊື້ເຄື່ອງຂອງຕ້ອນບຸນເຕັດກໍ່ຮູ້ສຶກສະບາຍຫຼາຍ.”

        ສ່ວນຢູ່ນະຄອນດ່ານັ້ງ, ຕະຫຼາດດອກໄມ້ ຍາມໃດກໍ່ແມ່ນຈຸດວັດທະນະທຳທີ່ມີມາແຕ່ດົນນານຂອງປະຊາຊົນ, ແມ່ນແຫ່ງທີ່ແຕ່ລະຄອບຄົວໄດ້ມາເລືອກໃຫ້ຕົນບັນດາເຕົ້າດອກໄມ້ທີ່ງາມເພື່ອປະດັບປະດາເຮືອນໃນໂອກາດບຸນເຕັດ. ພ້ອມກັນນັ້ນ, ງານຕະຫຼາດລະດູບານໃໝ່ປີຈໍ ຢູ່ສູນງານຕະຫຼາດນັດວາງສະແດງດ່ານັ້ງ ໄດ້ນຳມາໃຫ້ປະຊາຊົນມີການເລືອກຊື້ເຄື່ອງຂອງໃນໂອກາດທ້າຍປີເກົ່າຫຼາຍກວ່າ. ບັນດາຜະລິດຕະພັນທີ່ງານຕະຫຼາດນັດແມ່ນອຸດົມສົມບູນ, ຕົ້ນຕໍ່ແມ່ນບັນດາສິນຄ້າທີ່ຈຳເປັນຮັບໃຊ້ຄວາມຕ້ອງການຂອງຜູ້ອຸປະໂພກບໍລິໂພກໃນໂອກາດບຸນເຕັດຄື: ຜະລິດຕະພັນປຸງແຕ່ງ, ເຄື່ອງນຸ່ງຫົ່ມແຟຊັນ, ເກີບ, ເຄື່ອງສິລະປະຫັດຖະກຳ… ທ່ານ ຫງວຽນບັກໂຮ່, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນດ່ານັ້ງ, ໃຫ້ຮູ້ວ່າ.

        “ຄະນະຈັດຕັ້ງງານຕະຫຼາດນັດໄດ້ກຳນົດວ່າ ຄຸນນະພາບຂອງຜະລິດຕະພັນໄດ້ສວມບົດບາດສຳຄັນສຳລັບຜູ້ອຸປະໂພກບໍລິໂພກ. ພວກຂ້າພະເຈົ້າມີບັນດາມາດຕະການເພື່ອກວດກາຄຸນນະພາບຄື: ເມື່ອຈົດທະບຽນບັນດາຮ້ານຂາຍເຄື່ອງ, ຕ້ອງແນະນຳໃຫ້ບັນດາວິສາຫະກິດຈົດທະບຽນຄຸນນະພາບຂອງຜະລິດຕະພັນ, ສິນຄ້າຕ້ອງຕິດສະແຕມທີ່ໄດ້ຈົດທະບຽນແລ້ວ. ນອກນັ້ນ, ພວກຂ້າພະເຈົ້າຍັງມີບັນດາມາດຕະການກວດກາ, ຄວບຄຸມຕະຫຼາດສຳລັບສິນຄ້າ”.

        ໃນຈຸດເວລານີ້ຢູ່ນະຄອນເກີນເທີ ກໍໄດ້ດຳເນີນການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຫຼາຍຢ່າງ, ໃນນັ້ນມີສັບປະດາ “ສີສັນລະດູບານໃໝ່ຢູ່ລຽບຕາມເຂດສວນ 2018”. ເມື່ອເຂົ້າຮ່ວມສັບປະດາສີສັນລະດູບານໃໝ່ຢູ່ລຽບຕາມເຂດສວນ ປີນີ້ິ້, ນັກທ່ອງທ່ຽວຈະໄດ້ເຫັນພາບພົດຂອງບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອ, ບັນດາການເຄື່ອນໄຫວວັດທະນະທຳອາຫານການກິນທີ່ເປັນເອກະລັກສະເພາະຂອງບັນດາເຜົ່າອ້າຍນ້ອງຮ່ວມດຳລົງຊີວິດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ນັກທ່ອງທ່ຽວຍັງໄດ້ພົບປະ, ແລກປ່ຽນກັບນັກສິລະປະການທີ່ມາຈາກບັນດາໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອ. ເອື້ອຍ ມາຣີ ຢັມ, ຢູ່ຕາແສງ ເຈົາຟອງ, ເທດສະບານ ເຕີນເຈົາ, ແຂວງອານຢາງ, ແມ່ນນັກສິລະປະການໂຄສະນາກ່ຽວກັບອາຊີບຕ່ຳແພພື້ນເມືອງຂອງຊາວເຜົ່າຈຳ, ແບ່ງປັນວ່າ.

        “ຢູ່ຄອບຄົວຂ້າພະເຈົ້າມີຮາກຖານຕ່ຳແຜ່ນແພພື້ນເມືອງຂອງປູ່ຍ່າຕາຍາຍປະໄວ້ໃຫ້, ຂ້າພະເຈົ້າກໍ່ໄດ້ເຮັດກີ່ຕ່ຳຫູກ 7, 8 ກີ່. ຂ້າພະເຈົ້າຈະມານະພະຍາຍາມຮັກສາອາຊີບຂອງປູ່ຍ່າຕາຍາຍປະໄວ້ໃຫ້. ນີ້ແມ່ນຄັ້ງທີ 3 ທີ່ຂ້າພະເຈົ້າເຂົ້າຮ່ວມລາຍການ, ມີບັນຍາກາດເບີກບານຫຼາຍ”.

        ໃນຊຸມມື້ນີ້, ຖະໜົນຫົນທາງສາຍຕ່າງໆຢູ່ນະຄອນໂຮ່ຈິມິນ ກໍ່ປ່ຽນລົ້ມໄປດ້ວຍສີສັນລະດູບານໃໝ່. ຕະຫຼາດດອກໄມ້ ໄດ້ຮັບການຈັດຕັ້ງຢູ່ສວນສາທາລະນະ ຢາດິ້ງ ແລະ ເລວັນຕ໋າມ ໄດ້ດຶງດູດປະຊາຊົນຢູ່ນະຄອນ ແລະ ນັກທ່ອງທ່ຽວເຂົ້າຮ່ວມ, ຖ່າຍຮູບເປັນຈຳນວນຫຼາຍ. ພ້ອມກັນນັ້ນ, ຖະໜົນປື້ມບຸນເຕັດປີຈໍ ກໍ່ແມ່ນແຫ່ງດູດດື່ມຂອງປະຊາຊົນນະຄອນໂຮ່ຈິມິນ. ໃນໂອກາດບຸນປີໃໝ່ແຕ່ລະປີ, ຖະໜົນປື້ມລະດູບານໃໝ່ໄດ້ກາຍເປັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວ ໄຊງ່ອນ. ທ່ານ ວໍວັນລອງ, ຮອງຫົວໜ້າພະແນກຖະແຫຼງຂ່າວ - ສື່ສານນະຄອນໂຮ່ຈິມິນ, ໃຫ້ຮູ້ວ່າ.

        “ປີນີ້, ບໍ່ພຽງແຕ່ມີປື້ມເທົ່ານັ້ນ, ຫາກຍັງໄດ້ຈັດງານວາງສະແດງໜັງສືພິມລະດູບານໃໝ່ອີກດ້ວຍ, ກ່ອນນີ້ມີພຽງແຕ່ປື້ມເທົ່ານັ້ນ. ພາຍຫຼັງຈັດຕັ້ງການກວດໃຫ້ຄະແນນລາງວັນໜັງສືພິມລະດູບານໃໝ່ ແລ້ວ, ບັນດາໜັງສືພິມໄດ້ຮັບລາງວັນກໍ່ໄດ້ນຳມາວາງສະແດງຢູ່ຖະໜົນປື້ມລະດູບານໃໝ່”.

        ລະດູບານໃໝ່ພວມວຽນມາຢູ່ທຸກເຂດພາກໃນທົ່ວປະເທດ. ຜູ້ໃດກໍ່ມີຄວາມກະຕືລືລົ້ນຕ້ອນຮັບບຸນເຕັດ ແລະ ກ້າວເຂົ້າສູ່ປີໃໝ່ດ້ວຍຄວາມມັ່ງຄັ່ງຮັ່ງມີ, ມ່ວນຊື່ນ, ອົບອຸ່ນກັບບັນດາສະມາຊິກໃນຄອບຄົວ.

ຕອບກັບ

ຂ່າວ/ບົດ​ອື່ນ