ບັນຍາກາດຕ້ອນຮັບບຸນເຕັດຢ່າງຟົດຟື້ນຢູ່ເຂດອຸດສາຫາກຳຢູ່ແຂວງ ລອງອານ

(VOVWORLD) - ປີນີ້, ມີຂອງຂວັນທີ່ມີມູນຄ່າສູງຫຼາຍຢ່າງທີ່ວິສາຫະກິດໄດ້ນຳມາມອບໃຫ້ກຳມະກອນ, ຄື: ໂທລະທັດ, ຕູ້ເຢັນ, ຈັກຊັກເຄື່ອງ…
ບັນຍາກາດຕ້ອນຮັບບຸນເຕັດຢ່າງຟົດຟື້ນຢູ່ເຂດອຸດສາຫາກຳຢູ່ແຂວງ ລອງອານ - ảnh 1ບັນຍາກາດບຸນເຕັດຢູ່ເຂດອຸດສາຫະກຳ ລອງເຮົ້າ
(ພາບ: longhau.com.vn)

 ວິສາຫະກິດຢູ່ບັນດາເຂດອຸດສາຫະກຳໃນບໍລິເວນແຂວງລອງອານໄດ້ເອົາໃຈໃສ່ເປັນພິເສດເຖິງການເບິ່ງແຍງໃຫ້ແກ່ກຳມະກອນ, ຜູ້ອອກແຮງງານໃນໂອກາດບຸນເຕັດ ປີມະໂລງ 2024. ດ້ວຍທິດນຳທີ່ວ່າສະມາຊິກກຳມະບານແລະຜູ້ອອກແຮງງານທຸກຄົນ ລ້ວນແຕ່ໄດ້ຕ້ອນຮັບບຸນເຕັດ”, ໃນໂອກາດບຸນເຕັດປະຈຳຊາດຂອງຫວຽດນາມ, ສະຫະພັນແຮງງານແຂວງລອງອານໄດ້ຈັດລາຍການຕ້ອນຮັບບຸເຕັດພ້ອມກັບກຳມະກອນ, ຜູ້ອອກແຮງງານຢູ່ຫຼາຍແຫ່ງໃນບໍລິເວນແຂວງ.

        ປີນີ້ແມ່ນປີທີ 3 ທີ່ເອື້ອຍ ຫງວຽນທິຕວຽດ ຕິດພັນກັບບໍລິສັດແວ່ນຕາ ຫວຽດ ຢູ່ເຂດອຸດສາຫະກຳ ລອງເຮົ້າ, ແຂວງ ລອງອານ. ໃນການເຮັດວຽກເປັນເວລາ 3 ປີນັ້ນ, ເອື້ອຍ ຕວຽດ ລ້ວນແຕ່ໄດ້ຮັບການເບິ່ງແຍງຜ່ານບັນດາຂອງຂວັນບຸນເຕັດທີ່ເຕັມໄປດ້ວຍຄວາມໝາຍຈາກວິສາຫະກິດ ແລະ ເຂດອຸດສາຫະກຳ. ນີ້ແມ່ນບັນດາຂອງຂວັນໃນຈຳນວນຂອງຂວັນບຸນເຕັດ 1.260 ພູດລວມມູນຄ່າກວ່າ 600 ລ້ານດົ່ງ (ກວ່າ 24.000 USD) ໂດຍເຂດອຸດສາຫະກຳ ລອງເຮົ້າ ຂົນຂວາຍ ແລະ ມອບໃຫ້ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ. ນອກຈາກບັນດາຂອງຂວັນທີ່ແທດຈິງນັ້ນ, ກຳມະກອນ, ຜູ້ອອກແຮງງານເປັນຈຳນວນຫຼາຍຍັງໄດ້ຊື້ເຄື່ອງຂອງທີ່ຈຳເປັນດ້ວຍລາຄາບຸລິມະສິດຢູ່ບັນດາງານຕະຫຼາດນັດລະດູບານໃໝ່. ເອື້ອຍ ຫງວຽນທິຕວຽດ, ແບ່ງປັນວ່າ:

        ຢູ່ທີ່ນີ້, ກຳມະກອນຜູ້ໃດກໍ່ມີຄວາມປິຕິຊົມຊື່, ເຖິງວ່າຂອງຂວັນເລັກໆນ້ອຍໆກໍ່ຕາມ, ແຕ່ເປັນການສະແດງໃຫ້ເຫັນວ່າ ເຖິງວ່າມີສະພາບຫຍຸ້ງຍາກຄືແນວນັ້ນ, ແຕ່ຍາມໃດອົງການກຳມະບານກໍ່ເອົາໃຈໃສ່ເບິ່ງແຍງກຳມະກອນ. ຂ້າພະເຈົ້າຂໍຂອບໃຈນຳກຳມະບານ, ກໍຄືເຂດອຸດສາຫະກຳ ທ່ໄດ້ຈັດຫຼາຍການເຄື່ອນໄຫວໃນງານຕະຫຼາດນັດໃຫ້ແກ່ກຳມະກອນຕ້ອນຮັບລະດູບານໃໝ່, ແລ້ວກໍ່ໄດ້ຮັບຂອງຂວັນບຸນເຕັດນຳອີກ”.

        ພ້ອມກັບບັນດາຂອງຂວັນບຸນເຕັດ, ການເຄື່ອນໄຫວຈົກສະຫຼາກຮັບລາງວັນທ້າຍປີ ກໍ່ແມ່ນການລໍຄອຍຂອງກຳມະກອນ, ຜູ້ອອກແຮງງານຫຼາຍຄົນ. ປີນີ້, ມີຂອງຂວັນທີ່ມີມູນຄ່າສູງຫຼາຍຢ່າງທີ່ວິສາຫະກິດໄດ້ນຳມາມອບໃຫ້ກຳມະກອນ, ຄື: ໂທລະທັດ, ຕູ້ເຢັນ, ຈັກຊັກເຄື່ອງ… ຄະນະຄຸ້ມຄອງເຂດອຸດສາຫະກຳ ແລະ ສະຫະພັນແຮງງານແຂວງ ລອງອານ ຍັງມອບປີ້ລົດກັບເມືອບ້ານ, ອັງເປົາແກ່ບັນດາກຳມະກອນມີສະມັດຕະພາບໃນເຮັດວຽກເປັນຢ່າງດີນຳອີກ. ອ້າຍ ເລແທັງນາມ, ກຳມະກອນບໍລິສັດຜະລິດເຄື່ອງຫຸ້ມຫໍ່ ດົງເຢືອງໄຊງ່ອນ, ເຂດອຸດສາຫະກຳ ລອງເຮົ້າ, ຖືວ່າ:

        ທ້າຍປີໄດ້ຈັດລາຍການ້ອນຮັບບຸນເຕັດ, ຂ້າພະເຈົ້າກໍ່າດເວລາເພື່ອພາຄອບຄົວໄປຫຼິ້ນ. ຊີວິດຂອງກຳມະກອນປະສົບກັບຄວາມຫຍຸ້ງຍາກ, ຍ້ອນໄດ້ຮັບຂອງຂວັນຍາມບຸນເຕັດ, ກໍໍໍ່ຊ່ວຍໃຫ້ຄອບຄົວຂ້າພະເຈົ້າມີຄວາມປິຕິຊົມຊື່, ອົບອຸ່ນຕື່ມອີກ”.

        ຕາມສະຫະພັນແຮງງານແຂວງ ລອງອານ ແລ້ວ, ປີ 2023, ມີວິສາຫະກິດຫຼາຍແຫ່ງຢູ່ແຂວງ ລອງອານ ໄດ້ດັດປັບການຜະລິດ, ເມື່ອໃບຊັ່ງຊື້ຫຼຸດລົງ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ກຳມະກອນທຸກຂັ້ນຍັງຮັກສາການເຄື່ອນໄຫວເປັນປະຈຳ ແລະ ມີຄວາມມານະພະຍາຍາມຕື່ມອີກໃນໂອກາດບຸນເຕັດນີ້ ເພື່ອໜູນຊ່ວຍ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ. ທ່ານ ຫງວຽນວັນກຸຍ, ປະທານສະຫະພັນກຳມະບານແຂວງ ລອງອານ, ໃຫ້ຮູ້ວ່າ:

        ນອກຈາກຄວາມເອົາໃຈໃສ່ຂອງສະຫະພັນໃຫຍ່ແຮງງານ ຫວຽດາມ ແລະ ຄະນະພັກແຂວງ ລອງອານ ແລ້ວທັງລະບົບກຳມະບານແຂວງຍັງສະຫງວນຈຳນວນເງິນ 70 ຕື້ດົ່ງ (ເກືອບ 2,9 ຕື້ USD) ເພື່ອເບິ່ງແຍງບຸນເຕັດໃຫ້ແກ່ກຳມະອນ, ຜູ້ອອກແຮງງານໃນໂອກາດບຸນເຕັດປີນີ້. ຜ່ານນັ້ນ, ມີສະມາຊິກກຳມະບານກວ່າ 100.000 ຄົນໄດ້ຮັບຄວາມເອົາໃຈໃສ່ໜູນຊ່ວຍໃນໂອກາດບຸນເຕັດ, ພິເສດແມ່ນບັນດາເປົ້າໝາຍປະສົບກັບຄວາມຫຍຸ້ງຍາກ, ຜ່ານນັ້ນ, ກໍ່ໄດ້ແບ່ງເບົາຄວາມຫຍຸ້ງຍາກກັບວິສາກິດ, ຜູ້ອອກແຮງງານທີ່ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງເນື່ອງໃນໂອກາດນີ້”.

        ຢູ່ບັນດາໂຮງງານ, ວິສາຫະກິດໃນບໍລິເວນແຂວງ ລອງອານ, ບັນຍາກາດຂອງບຸນເຕັດມີຄວາມຟົດຟື້ນກວ່າ ເມື່ອໄດ້ຈັດໃຫ້ມີບັນດາການພົບປະທ້າຍປີ, ມອບຂອງຂວັນ, ສະແດງສິລະປະຕ້ອນຮັບບຸນເຕັດ 2024 ຢ່າງກວ້າງຂວາງ ດ້ວຍຂອບຂະໜາດໃຫຍ່, ເຊິ່ງໄດ້ດຶງດູດຜູ້ອອກແຮງງານເປັນຈຳນວນຫຼວງຫຼາຍເຂົ້າຮ່ວມ. ພ້ອມກັນນັ້ນ, ກຳມະກອນ, ຜູ້ອອກແຮງງານຍັງໄດ້ປະດັບປະດາ, ຖ່າຍຮູບຍາມບຸນເຕັດ, ໄດ້ສ້າງເປັນພາບລະດູບານໃໝ່ທີ່ມີສີສັນຫຼາກຫຼາຍຢູ່ວິສາຫະກິດ. ຄວາມເອົາໃຈໃສ່ເບິ່ງແຍງນັບທັງທາງດ້ານວັດຖຸ ແລະ ຈິດໃຈຂອງອົງການກຳມະບານແຂວງ ລອງອານ ໃຫ້ແກ່ກຳມະກອນ, ຜູ້ອອກແຮງງານ ໄດ້ຊ່ວຍໃຫ້ຜູ້ອອກແຮງງານມີບຸນເຕັດແຫ່ງການເຕົ້າໂຮມ ແລະ ຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ