ບັນດາຊາວຝລັ່ງເຊື້ອຊາດຫວຽດນາມຮ່ວມເດີນທາງມາຫວຽດນາມພ້ອມກັບປະທານາທິບໍດີ ຝລັ່ງ

(vovworld) - ​ໃນ​ຈຳນວນ​ສະມາຊິກ​ຮ່ວມ​ເດີນທາງ​ມາ​ຫວຽດນາມ​ພ້ອມກັບ​ປະທານາທິບໍດີ ຝລັ່ງ Francois Hollande ​ໃນ​ລະຫວ່າງ​ວັນ​ທີ 5 7/9 ຜ່ານ​ມາ​ມີ​ຫຼາຍ​ຄົນ​ແມ່ນ​ຊາວ ຝລັ່ງ​ ເຊື້ອ​ຊາດ ຫວຽດນາມ. ​ເຂົາ​ເເຈົ້າ​ແມ່ນ​ຜູ້​ທີ່​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ແນ່ນອນ​ໃນ​ຂົງ​ເຂດ​ຕ່າງໆ ​ແລະ ​ໄດ້​ສ້າງ​ທີ່​ຕັ້ງ, ບ່ອນຢືນ​ໃນ​ສັງຄົມ ຝລັ່ງ. ການ​ມີໜ້າ​ຂອງ​ເຂົາ​ເຈົ້າ​ໃນ​ຂະ​ແໜງ​ການ​ທູດ​ ຝລັ່ງ ມາ ຫວຽດນາມ​ ຈະ​ຊ່ວຍຊຸກຍູ້​ສາຍ​ພົວພັນ ຫວຽດນາມ - ຝລັ່ງ, ກໍ່​ຄື​ຍົກ​ສູງ​ຮູບ​ພາບ​ທີ່​ຕັ້ງ​ຂອງຊາວ ຫວຽດນາມ​ ຢູ່ ຝລັ່ງ ​ແລະ ປະຊາ​ຄົມ​ສາກົນ.

ບັນດາຊາວຝລັ່ງເຊື້ອຊາດຫວຽດນາມຮ່ວມເດີນທາງມາຫວຽດນາມພ້ອມກັບປະທານາທິບໍດີ ຝລັ່ງ  - ảnh 1
ທ່ານ ​ໂງ​ກິມ ຮຸ່ງ, ປະທານ​ສະມາຄົມ​ຊາວ ຫວຽດນາມ​ຢູ່ ຝລັ່ງ

     ບັນດາ​ຜູ້​ທີ່​ເປັນ​ຕົວ​ແທນ​ໃຫ້​ຊາວ ຝລັ່ງ ​ເຊື້ອ​ຊາດ ຫວຽດນາມ​ໃນ​ຄະນະ​ສະມາຊິກ​ຮ່ວມ​ເດີນທາງ​ມາ ຫວຽດນາມ​ ພ້ອມ​ກັບປະທານາທິບໍດີ ຝລັ່ງ Francois Hollande ລ້ວນ​ແຕ່​ແມ່ນ​ຜູ້​ທີ່​ມີ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ໃນ​ສັງຄົມ ຝລັ່ງ, ທັງ​ມີ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ກັບ ຫວຽດນາມ; ກັບ​ການ​ພົວພັນ ຫວຽດນາມ - ຝລັ່ງ. ນັບ​ແຕ່​ປະທານ​ສະມາຄົມ​ຊາວ ຫວຽດນາມ​ຢູ່ ຝລັ່ງ, ປະທານ​ສະມາຄົມ​ນັກທຸລະກິດ​ຊາວ ຫວຽດນາມ ​ຢູ່ ຝລັ່ງ, ຫຼື​ປະທານ Eurobail, ​ເຊິ່ງ​ແມ່ນ​ຊາວ ຫວຽດນາມ ​ທີ່​ມີ​ຄວາມ​ຕັ້ງ​ໃຈ​ຊື້​ກຸ່ມ​ບໍລິສັດ​ຄຸ້ມ​ຄອງ​ທາດ Eiffel... ​ເຂົາ​ເຈົ້າ​ແມ່ນ​ບັນດາ​ຜູ້​ທີ່ີມີຜົນງານ​ຢ່າງ​ແນ່ນອນ​ໃນ​ບັນດາ​ຂົງ​ເຂດ​ຕ່າງ​ກັນ ​ແລະ ສ້າງ​ທີ່​ຕັ້ງ​ຂອງ​ຕົນ​ໃນ​ສັງຄົມ ຝລັ່ງ. ທ່ານ ​ໂງ​ກິມ ຮຸ່ງ, ປະທານ​ສະມາຄົມ​ຊາວ ຫວຽດນາມ​ຢູ່ ຝລັ່ງ, ​ໃຫ້​ຮູ້​ວ່າ:

        “ສະມາຄົມ​ຊາວ ຫວຽດນາມ​ຢູ່ ຝລັ່ງ ກໍ່​ຄື​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຝລັ່ງ ດີ​ໃຈ​ທີ່​ສຸດ​ເມື່ອ​​ໄດ້​ຮັບ​ຄຳ​ເຊີນ​ຮ່ວມ​ເດີນທາງ​ພ້ອມ​ກັບ​ປະທານາທິບໍດີ ຝລັ່ງ ມາ ຫວຽດນາມ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ສະມາຄົມ​ໄດ້​ຮັບ​ເຊີນ​ເຂົ້າ​ຮ່ວມ​ຄະນະ​ຜູ້​ແທນ​ມາ​ຢ້ຽມຢາມ​ລັດຖະກິດ ຫວຽດນາມ. ​ໃນ​ສະຖານະ​ການ​ທີ່​ປະ​ເທດ ຝລັ່ງ ພົບ​ປະ​ກັບ​ຄວາມ​ຫຍຸ້ງຍາກ​ຄື​ປະຈຸ​ບັນ ​ແລະ ຈະ​ຈັດ​​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ບໍ່​ຊ້າ​ນີ້, ​ແຕ່​ຍັງ​ຄົງ​ຊັບຊ້ອນການ​ຢ້ຽມຢາມ ຫວຽດນາມ, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ, ຄວາມ​ເອົາ​ໃຈ​ໃສ່, ​ແລະ ການ​ຕີ​ລາຄາ​ສູງ​ຂອງປະທານາທິບໍດີ Hollande ​ເວົ້າ​ສະ​ເພາະ ​ແລະ ປະຊາຊົນ ຝລັ່ງ​ເວົ້າ​ລວມສຳລັບ ຫວຽດນາມ“.

        ປະຊາ​ຄົມ​ຊາວ ຫວຽດນາມ​ຢູ່ ຝລັ່ງ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ກ່ຽວ​ກັບ​ຄວາມ​ສາມາດ​ເຊື່ອມ​ໂຍງ​ເປັນ​ຢ່າງ​ດີ, ພິ​ເສດ​ແມ່ນ​ຄວາມ​ດຸ​ໝັ່ນຮຳ່ຮຽນ, ຄົ້ນ​ຄ້ວາ ​ແລະ ອອກ​ແຮງ​ງານ. ທ່າ​ນ ຮ່ວາງ​ຈຸກ, ປະທານ​ກຸ່ມ​ບໍລິສັດ Eurobail, ຜູ້​ທີ່​ມີ​ຊັບ​ສົມບັດ​ຖືກ​ຈັດ​ອັນ​ດັບ 176 ຢູ່ ຝລັ່ງ, ​ແລະ ມີ​ຊື່​ສຽງ​ດ້ວຍ​ຄວາມ​ສາມາດ​ຊື້ ​ແລະ ສ້າງ​ໂຄງ​ປະກອບ​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ໄພ​ຖືກ​ລົ້ມ​ລະລາຍ​ຄືນ​ໃໝ່, ​ໃຫ້​ຮູ້​ວ່າ:

ບັນດາຊາວຝລັ່ງເຊື້ອຊາດຫວຽດນາມຮ່ວມເດີນທາງມາຫວຽດນາມພ້ອມກັບປະທານາທິບໍດີ ຝລັ່ງ  - ảnh 2
ທ່າ​ນ ຮ່ວາງ​ຈຸກ ຕອບສຳພາດຕໍ່ນັກຂ່າວ VOV

        “ຂ້າພະ​ເຈົ້າ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ທີ່​ເປັນ​ຊາວ ຫວຽດນາມ, ​ເຊິ່ງ​ແມ່ນ​ປະ​ເທດ​ອົງອາ​​ດກ້າ​ແກ່ນ​ທີ່​ໄດ້​ຮັບ​ໄຊຊະນະ​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດມາ​ໃຫ້​ປະ​ເທດ​ຊາດ. ​ໃນ​ຈຸດ​ເວລາ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ, ຂ້າພະ​ເຈົ້າ​ຍັງ​ຄົງ​ເຊື່ອ​ໝັນ​ຢ່າງ​ແນ່​ວ​ແນ່​ວ່າ, ດ້ວຍ​ນຳ້​ໃຈ​ອົງອາດ​ກ້າ​ແກ່ນຂອງ​ຊາວ ຫວຽດນາມ, ຕົນ​ເອງ​ຈະ​ຜ່ານ​ຜ່າຄວາມ​ຫຍຸງ​ຍາກ​ໄດ້. ຂ້າພະ​ເຈົ້າ​ປາຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ຝລັ່ງ, ສອງ​ປະ​ເທດ​ທີ່​ຂ້າພະ​ເຈົ້າ​ຖື​ວ່າ​ແມ່ນ​ບ້ານ​ເກີດ​ເມືອ​ງນອນ​ຂອງ​ຕົນ“.

        ທ່ານ ຫງວຽນ ຫາຍ​ນາມ, ປະທານ​ສະມາຄົມ​ນັກທຸລະກິດ ຫວຽດນາມ ຢູ່ ຝລັ່ງ (AB VietFrance), ​ໃຫ້​ຂໍ້​ສັງ​ເກດ​ວ່າ, ການ​ຢ້ຽມຢາມ ຫວຽດນາມ ​ຂອງ​ປະທານາທິບໍດີ ຝລັ່ງ ຈະ​ເປີດ​ກາລະ​ໂອກາດ​ຕ່າງໆ​ໃຫ້​ສອງ​ປະ​ເທດ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ໃໝ່​ເຊິ່ງສອງ​ຝ່າຍ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ.

        “​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ດ້ວຍ​ຄວາ​ມ​ເປັນ​ກຽດ​ທີ່​ຕາງໜ້າ​ໃຫ້​ສະມາຄົມ​ນັກທຸລະກິດ ຫວຽດນາມ ​ຢູ່ ຝລັ່ງ​ ຮ່ວມ​ເດີນທາງ​ມາ ຫວຽດນາມ ພ້ອມ​ກັບ​ປະທານາທິບໍດີ ຝລັ່ງ, ຂ້າພະ​ເຈົ້າ​ພວມ​ສຳຜັດ​ກັບ​ກາລະ​ໂອກາດ​ທີ່​ດີ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ​ ຢູ່ ຝລັ່ງ​ ເວົ້າ​ສະ​ເພາະ, ການ​ຄ້າ​ ການລົງທຶນ ຝລັ່ງ ຫວຽດນາມ ​ເວົ້າ​ລວມ. ມີ​ບາງ​ຂົງ​ເຂດ​ບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຄົ້ນ, ບັນດາ​ຂົງ​ເຂດ​ເຖິງ​ວ່າ​ຍັງນ້ອຍ​ແຕ່​ຈະ​ແມ່ນ​ກາລະ​ໂອກາດ​ໃຫຍ່​ໃນ​ຕໍ່ໜ້າ. ນັ້ນ​ແມ່ນ​ທຸກ​ສິ່ງ​ທຸດຢ່າງ​ທີ່​ພວກ​ຂ້າພະ​ເຈົ້າ​ພວມ​ກຳ​ແໜ້ນ“.

        ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຝລັ່ງມີ 300.000 ກວ່າ​ຄົນ ລ້ວນ​ແຕ່​ມຸ່ງ​ໜ້າ​ຫາ​ປະ​ເທດ​ຊາດ ຫວຽດນາມ ດ້ວຍ​ຄວາມ​ປາຖະໜາ​ຢາກ​ໃຫ້​ປະ​ເທດ​ນັບ​ມື້​ນັບ​ພັດທະນາ ​ແລະ ​ເຊື່​ອມ​ໂຍງ​ກັບ​ສາກົນ​ກວ່າ​ອີກ. ​ທະນາຍຄວາມ Gerard ​Ngo ແມ່ນທະນາຍຄວາ​ມຕ່າງປະ​ເທດ​ຜູ້ທຳ​ອິດ​ທີ່​ເປີດຫ້ອງການ​ກົດໝາຍ​ຢູ່ ຫວຽດນາມ ​ໃນ​ປີ 1993, ທັງ​ເປັນຜູ້​ກໍ່​ຕັ້ງ​ສະມາຄົມ “ຂະ​ບວນການ​ຂອງບັນດາ​ຊາວ ຝລັ່ງ ​ເຊື້ອ​ຊາດ ຫວຽດນາມ“ (MCFV), ​ໃຫ້​ຮູ້​ວ່າ:

        “ປະຊາ​ຄົມ​ຊາວ ຫວຽດນາມ​ ຕິດ​ພັນ​ນຳ​ກັນ​ຜ່ານ​ບັນດາ​ສະມາຄົມ, ​ແຕ່​ຫຼາຍ​ທີ່​ສຸດ​ແມ່ນ​ຜ່ານ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ​ໃນ​ຂະນະທີ່ຕ້ອງການ​ມີ​ເຄືອ​ຂ່າ​ຍຢ່າງ​ແຮງ ​ແລະ ມີ​ເຄື່ອງມື​​ເພື່ອ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ​ຢ່າງມີ​ປະສິດທິ​ຜົນ. ຊາວ ຫວຽດນາມ​ ເຊື່ອມ​ໂຍງ​ໄດ້​ດີ, ບັນລຸ​ໄດ້ຜົນງານ​ຫຼາຍ​ຢ່າງ, ​ແຕ່​ເຂົາ​ເຈົ້າ​ຍັງ​ຄ່ຽມຄົມ, ​ແລະ ປິດ​ລັບ, ດັ່ງ​ນັ້ນ​ບໍ່​ທັນ​ສ້າງ​ຊື່​ສຽງ​ໃນ​ສັງຄົມ ຝລັ່ງ​ ​ໄດ້ເທື່ອ. ດັ່ງ​ນັ້ນ​ຊາວ ຫວຽດນາມ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ​ຢູ່ ຝລັ່ງ ຫຼາຍກວ່າ, ສ້າງ​​ເຄືອ​ຂ່າຍ​ຂອງ​ທັງ​ປະຊາ​ຄົມ​ເພື່ອ​ເປັນ​ກຳລັງ​ແຮງ​ລວມໝູ່“.

        ຊາວ ຫວຽດນາມ ຢູ່ ຝລັ່ງ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ສຳ​ເລັດ​ຜົນ​ຢູ່ ຝລັ່ງ. ການ​ຢ້ຽ​ມຢາມ ຫວຽດນາມ ຄັ້ງ​ທຳ​ອິດ​ຂອງ​ປະທານາທິບໍດີ ຝລັ່ງ, ກໍ່​ແມ່ນ​ການ​ຢ້ຽມຢາມ​ຂອງ​ປະທານາທິບໍດີ ຝລັ່ງ ພາຍຫຼັງ 12 ປີ. ​ແມ່ນ​ກາລະ​ໂອກາດ​ສຳຄັນ ​ເພື່ອ​ພັດທະນາ​ການ​ພົວພັນ ຫວຽດນາມ - ຝລັ່ງຢ່າງ​ແຮງ ​ແລະ ຊຸກຍູ້​ທີ່​ຕັ້ງ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຝລັ່ງ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ