ບັນດາບົດເພງຍ້ອງຍໍສັນລະເສີນປະທານໂຮ່ຈີມິນ

(vovworld) - ບັນດາ​ບົດ​ເພງ​ຂຽນ​ກ່ຽວ​ກັບ​ປະທານ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ແມ່ນ​ບົດ​ເພງ​ໄດ້​ຮັບ​ຄວາມ​ນິຍົມ ​ແລະ ​ໄດ້​ຮັບ​ການ​ເຜີນ​ແຜ່​ຢ່າງ​ກວ້າງຂວາງ​ໃນ​ໝູ່​ປະຊາຊົນ. ​ເມື່ອ​ພັນ​ລະ​ນາ​ກ່ຽວ​ກັບ​ເພິ່ນ, ບັນດາ​ນັກ​ປະພັນ​ດົນຕີ​ຍາມ​ໃດ​ກໍ່​ຮູ້ສຶກສະ​ເທືອ​ນ​ໃຈ​ທີ່​ສຸດ, ຍ້ອນ​ເຫດ​ນັ້ນບັນດາ​ບົດເພງຂອງ​ນັກ​ດົນຕີ​ທຸກຄົນ ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ, ຄວາມ​ນັບຖື, ກໍ່​ຄື​ຄວາມ​ຮູ້​ບຸນ​ຄູນຕໍ່​ປະທານ ​ໂຮ່ຈີ​ມິນ, ຜູ້​ນຳ​ທີ່​ແສນ​ເຄົາລົບ​ຮັກຂອງ​ຫວຽດນາມ ທີ່​ສຸດ.

ບັນດາບົດເພງຍ້ອງຍໍສັນລະເສີນປະທານໂຮ່ຈີມິນ - ảnh 1
ພາບ​ປະ​ກອບ

        ສຳລັບ​ຊາວ​ຫວຽດນາມ, ປະທານ​ໂຮ່ຈີ​ມິນ ບໍ່​ພຽງ​ແຕ່​ເປັນ​ຜູ້​ສ້າງ​ພື້ນຖານ ​ແລະ ຊີ້​ນຳ, ນຳພາ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ໃຫ້​​ແກ່ປະ​ເທດ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຜູ້ທີ່​ມີ​ຄວາມ​ຮັກ​​ເພງ ​ແລະ ສຸດ​ຈິດ​ສຸດ​​ໃຈ​ຕໍ່ປະຊາຊົນ ແລະ ມວນ​ມະນຸດອີກ​ດ້ວຍ, ຍ້ອນ​ເຫດ​ນັ້ນ, ປະທານ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ເປັນ​​​ແຫຼ່ງສະອອນ​ໃຈຢ່າງ​ລົ້ນ​ເຫຼືອ​ຂອງ​ບັນດານັກ​ປະພັນ​ດົນຕີ​​ໃນ​ທົ່ວ​​ປະ​ເທດ​ຕະຫຼອດ​ໄປ. ​ມີ​ຫຼາຍ​ບົດ​ເພງ​ຍ້ອງຍໍ​ສັນລະ​ເສີນ​ປະທານ ​ໂຮ່ຈີ​ມິນ​ ​ໄດ້​ກາຍ​ເປັນ​ອາຫານ​ດ້ານ​ຈິດ​ໃຈ​ທີ່​ຂາດ​ບໍ່​ໄດ້​ຂອງ​ຊາວ​ຫວຽດນາມ.

        ພາຍຫຼັງ​ໄຊຊະນະ​ບວນມາ​ທວດ, ​ເຫວ໋, ດ່າ​ນັ້ງ ມື້​ໜຶ່ງ, ນັກ​ຂ່າວ ດັງ​ຈູງ​ ໄດ້ຂຽນ​ບົດ​ພິ​ເສດກ່ຽວ​ກັບ​ນະຄອນ​ໄຊ​ງ່ອນ​ເພື່ອ​ຕ້ອນຮັບ​ວັນ​ໄຊຊະນະ​, ນັ້ນ​ແມ່ນ​ບົດກະວີ “ຈາກ​ນະຄອນ​ນີ້​ປະທານ​ໂຮ່ຈີ​ມິນ​ໄດ້​ອອກ​ໄປ“. ​ເມື່ອ​ບົດ​ກະວີ​ນີ້​ຂຽນ​ສຳ​ເລັດ, ນັກ​ດົນຕີ ກາວ​ຫວຽດ​ແບກ ກໍ່​ປະສານດົນຕີ​ເປັນ​ບົດ​ເພງ “ສຽງ​ເພງ​ຈາກ​ນະຄອນ​ທີ່​ໃສ່​ຊື່​ປະທານ​ ​ໂຮ່ຈີ​ມິນ“

“ສຽງ​ເພງ​ຈາກ​ນະຄອນ​ທີ່​ໃສ່​ຊື່​ປະທານ​ ​ໂຮ່ຈີ​ມິນ"


        ​ເຖິງ​ວ່າບົດ​ເພງ​ຖືກ​ແຕ່ງ​ຂຶ້ນ​​​ເມື່ອປະທານ ​ໂຮ່ຈີ​ມິນ ​ໄດ້​ລວງ​ລັບ​ໄປ​​ແລ້ວ​ກໍ່ຕາມ, ​ແຕ່​ຮູບ​ພາບ​ຂອງ​ເພິ່ນ​ຍັງ​ຄົງ​ຝັງ​ເລິກ​ໃນດວງໃຈ​ຂອງ​ຊາວ​ຫວຽດນາມ ​ແຕ່ລະຄົນ​ຢູ່. ​ເມື່ອ​ເວົ້າ​ເຖິງ​ຄວາມ​ຮູ້ສຶກ​ຕໍ່​ບົດ​ເພງ​ນີ້, ທ່ານ ຫງວຽນ​ຫື້​ວ​ເຈົາ , ອະດີດ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ປົດ​ປ່ອຍ, ​ໃຫ້​ຮູ້​ວ່າ:

        “ອາດ​ເວົ້າ​ໄດ້​ວ່າ, ບົດ​ເພງ​ນີ້​ສະຫງ່າ​ອົງອາ​ດ ​ແລະ ຟົດ​ຟື້ນທີ່​ສຸດ, ​ແຕ່​ຕອນ​ທີ່​ຂ້າພະ​ເຈົ້າ​ນິຍົມ​ທີ່​ສຸດ​ນັ້ນ​ແມ່ນ: ​ຮູບ​ພາບ​ປະທານ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ຝັງ​ເລິກໃນ​ດວງໃຈ, ​ໃນ​ຄວາມ​ໄຝ່ຝັນ, ​ໃນ​ຊີວິດ​ຂອງ​ແຕ່​ລະ​ຄົນ, ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມະຫາ​ສາ​ມັກ​ຄີ​ຂອງ​ຊາດ, ​ເຊິ່ງລຸງ​ໂຮ່​​ເປັນສັນຍາ​ລັກ“.

        ບັນດາ​ບົດ​ເພງ​ກ່ຽວ​ກັບ​ປະທານ ​ໂຮ່ຈີ​ມິນ ຈະ​ຍືນ​ຍົງ​ຄົງ​ຕົວ​ໃນ​ດວງໃຈ​ຂອງ​ຊາວ​ຫວຽດນາມ ​ທຸກ​ຄົນ ​ແລະ ຮູບ​ພາບ​ຂອງ​ເພິ່ນ​ກໍ່​ຍືນ​ຍົງ​ຄົງ​ຕົວ​ກັບ​ການ​ເວລາ. ນີ້​ກໍ່​ແມ່ນ​ເນື້ອ​ໃນ​ບົດ​ເພງຍ້ອງຍໍ​ປະທານ ​ໂຮ່ຈີມິນ ຂອງ​ນັກ​ປະພັນ​ດົນຕີ ວັນ​ກາວ. ບັນດາ​ບົດ​ເພງ​ກ່ຽວ​ກັບ​ປະທານ ​ໂຮ່ຈີ​ມິນ ບໍ່​ພຽງ​ແຕ່​ນັກ​ດົນຕີ​ທີ່​ມີ​ຊື່​ສຽງ​ລຸ້ນກ່ອນ​ສະ​ແດງສຳ​ເລັດ​ຜົນ​ເທົ່າ​ນັ້ນ, ຫາກ​ນັກ​ຮ້ອງ​ໜຸ່ມ​ຫຼາຍ​ຄົນ​ກໍ່ສະ​ແດງ​ໄດ້​ດີ​ອີກ​ດ້ວຍ.

ບົດເພງຍ້ອງຍໍປະທານ ໂຮ່ຈີມິນ


ບັນດາບົດເພງຍ້ອງຍໍສັນລະເສີນປະທານໂຮ່ຈີມິນ - ảnh 2
ພາບ​ປະ​ກອບ

        ນັກ​ຮ້ອງໜຸ່ມ ຕຸ່ງ​ເຢືອງ  ​ແມ່ນໜຶ່ງໃນບັນດາຜູ້ສະແດງບົດເພງຍ້ອງຍໍປະທານ ໂຮ່ຈີມິນສຳເລັດຜົນ, ໄດ້​ເວົ້າ​ເຖິງ​ຄວາມ​ຮູ້​ສຶກຂອງ​ຕົນເມື່ອ​ຂັບ​ຮ້ອງ​ບົດ​ເພງນີ້​ວ່າ:

        “ນີ້​ແມ່ນ​ບົດ​ເພງ​ທີ່​ນັກ​ສິລະ​ປິນຜູ້​ມີ​ຊື່​ສຽງ​ຫຼາຍ​ຄົນ​ໄດ້​ສະ​ແດງ. ສຳລັບຂ້າພະ​ເຈົ້າ​​ແລ້ວ, ​ແຕ່ລະ​ເທື່ອ​ເມື່ອສະ​ແດງ​ບົດ​ເພງ​ນີ້​, ກໍ່ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ ​ແລະ ສະ​ເທືອ​ນ​ໃຈ​ທີ່​ສຸດ​“.

        ​ແຕ່​ລະ​ບົດ​ເພງ​ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້ສຶກ​ສະ​ເພາະ​ຂອງ​ນັກ​ດົນຕີ, ​ແຕ່​ທັງ​ໝົດລ້ວນ​ແຕ່​ວາດ​ພາບ​ຮູບ​ພາບ​ຜູ້​ທີ່​ເປັນ​ຕົວ​ແທນ​ໃຫ້​ປັນຍາ ​ແລະ ຈິດ​ໃຈ​ຂອງ​ຫວຽດນາມ.​ ຮອງ​ສາ​ສະ​ດາ​ຈານ, ດຣ ຫງວຽນ​ມິ​ງທ໋າຍ, ​ແບ່ງ​ປັນ​ວ່າ:

        “ບັນດາ​ບົດ​ເພງ​ຍ້ອງຍໍ​ປະທານ ​ໂຮ່ຈີ​ມິນ ມີ​ລັກສະນະ​ການ​ເມືອງ​ສູງ. ການ​ຍ້ອງຍໍ​ສັນລະ​ເສີນ​ປະທານ ​ໂຮ່ຈີ​ມິນ ກໍ່​ແມ່ນ​ຄວາມ​ແສນ​ສະຫງ່າ​ຂອງ​ປະຊາຊົນ​ຫວຽດນາມ. ພວກ​ເຮົາ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ທີ່​ມີ​ລຸງ​ໂຮ່ ​ແລະ ມີ​ບັນດາ​ນັກ​ດົນຕີ​ທີ່​ໄດ້​ຂຽນ​ບັນດາ​ບົດ​ເພງ​ກ່ຽວ​ກັບ​ລຸງ​ໂຮ່ມ່ວນ​ຄື​ແນວ​ນັ້ນ“.

        ບັນດາ​ບົດ​ເພງ​ກ່ຽວ​ກັບ​ປະທານ​ ໂຮ່ຈີ​ມິນ​ ສ່ວນ​ຫຼາຍ ລ້ວນ​ແຕ່​ວາດ​ພາບ​ຮູບ​ພາບ​ຜູ້ນຳ​ທີ່​ຍິ່ງ​ໃຫຍ່ ​ແຕ່​ສຸດ​ທີ່​ລຽບ​ງ່າຍ ​ແລະ ​ແສນ​ຮັກ. ນີ້​ກໍ່​ແມ່ນ​ສາຍ​ເຫດ​ທີ່​ພາ​ໃຫ້​ບັນດາ​ບົດ​ເພງ​ກ່ຽວ​ກັບ​ລຸງ​ໂຮ່ ຍາມ​ໃດ​ກໍ່ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ນິຍົມ​ດົນຕີ​ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ