ບັນດາຜູ້ປະກອບສ່ວນສ້າງຂີດໝາຍພະແນກກະຈາຍສຽງພາກພາສາຕ່າງປະເທດ

(VOVWORLD) -ນອກຈາກເລື່ອງມີຄວາມເກັ່ງກ້າທາງດ້ານພາສາຕ່າງປະເທດ ເພື່ອມາຮັບໃຊ້ໃຫ້ແກ່ໜ້າທີ່ວຽກງານຂອງຕົນແລ້ວ, ໂຄສົກແຕ່ລະຄົນຕ້ອງມີຄວາມມັກຮັກຕໍ່ອາຊີບ, ເຄົາລົບອາຊີບ.

ໃນແຕ່ລະລາຍການກະຈາຍສຽງເວົ້າລວມ, ການກະຈາຍສຽງພາກພາສາຕ່າງປະເທດເວົ້າສະເພາະ, ນອກຈາກດ້ານເນື້ອໃນຂອງລາຍການແລ້ວ, ວິທີສົ່ງສານຂອງໂຄສົກ, ບັນນາທິການໄດ້ສວມບົດບາດຢ່າງໃຫຍ່ຫຼວງເຂົ້າໃນຜົນສຳເລັດຂອງລາຍການນັ້ນ. ຢູ່ພະແນກກະຈາຍສຽງພາກພາສາຕ່າງປະເທດ (VOV5), ວິທະຍຸກະຈາຍສຽງ ຫວຽດນາມ (VOV), ມີໂຄສົກ, ບັນນາທິການຫຼາຍລຸ້ນຄົນປະສົບຜົນສຳເລັດໃນການສ້າງຄວາມປະທັບໃຈ, ຄວາມດຶງດູດໃຈໃຫ້ທ່ານຜູ້ຟັງຢູ່ທົ່ວ 5 ທະວີບໃນໂລກດ້ວຍສຽງສຳນຽງຂອງຕົນ.

ບັນດາຜູ້ປະກອບສ່ວນສ້າງຂີດໝາຍພະແນກກະຈາຍສຽງພາກພາສາຕ່າງປະເທດ - ảnh 1(ນັກສິລະປິນດີເດັ່ນ ທ່ານນາງ ຈິ້ງທິເງາະ (1930 – 2016)

ນັກສິລະປິນດີເດັ່ນ ທ່ານນາງ ຈິ້ງທິເງາະ (1930 – 2016), ຫຼື ໄດ້ຮູ້ຈັກວ່າແມ່ນໂຄສົກທີ່ມີນາມວ່າ ທູເຮືອງ, ໃນລາຍການ “ເລື່ອງລາວນ້ອຍໆເວົ້າກັບທະຫານ ອາເມລິກາ” ໃນຄື້ນກະຈາຍສຽງຂອງ VOV ໃນຊຸມວັນເດືອນປີແຫ່ງການຕໍ່ສູ້ ຕ້ານຈັກກະພັດ ອາເມລິກາ ກູ້ຊາດ. ທ່ານອະດີດປະທານາທິບໍດີ ອາເມລິກາ Kennedy ເຄີຍເວົ້າກ່ຽວກັບທ່ານນາງວ່າ: “ຫວຽດກົ້ງ ໃຊ້ນ້ຳສຽງທີ່ນີ້ມນວນອ່ອນຫວານ ເພື່ອເຮັດໃຫ້ຈິດໃຈຂອງກອງທັບ ອາເມລິກາ ຢູ່ ຫວຽດນາມຫວັ່ນໄຫວ”. ດ້ວຍນ້ຳສຽງດຶງດູດໃຈຂອງຕົນ, ທ່ານນາງໄດ້ຮັບການຂະໜານນາມວ່າ ແມ່ນເທບນິຍາຍຂອງພື້ນຖານກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ກະຈາຍສຽງພາກພາສາຕ່າງປະເທດເວົ້າສະເພາະ.

ບັນດາຜູ້ປະກອບສ່ວນສ້າງຂີດໝາຍພະແນກກະຈາຍສຽງພາກພາສາຕ່າງປະເທດ - ảnh 2(ທ່ານນາງ ຫວຽນຕູຖຸຍ, ບັນນາທິການທີ່ໄດ້ຜູກພັນເປັນເວລາ 30 ກວ່າປີກັບລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ)

ພ້ອມກັບໂຄສົກກະຈາຍສຽງ ຈິ້ງທິເງາະ, ໂຄສົກຄົນອື່ນໆກໍ່ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ທ່ານຜູ້ຟັງຊາວຕ່າງປະເທດ. ນ້ຳສຽງຂອງເຂົາເຈົ້າບໍ່ພຽງແຕ່ສະແດງໃຫ້ເຫັນກຳລັງແຮງຂອງທັດສະນະ ຫວຽດນາມ ເທົ່ານັ້ນ ຫາກຍັງປະກອບສ່ວນນຳພາບພົດປະເທດຊາດ, ຊາວ ຫວຽດນາມ ເຖິງປະຊາຊົນຢູ່ທົ່ວທຸກແຫ່ງຫົນໃນໂລກອີກດ້ວຍ. ທ່ານນາງ ຫວຽນຕູຖຸຍ, ບັນນາທິການທີ່ໄດ້ຜູກພັນເປັນເວລາ 30 ກວ່າປີກັບລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ, ພະແນກກະຈາຍສຽງພາກພາສາຕ່າງປະເທດ (VOV5) - ວິທະຍຸກະຈາຍສຽງ ຫວຽດນາມ, ແບ່ງປັນວ່າ:

        “ນອກຈາກເລື່ອງມີຄວາມເກັ່ງກ້າທາງດ້ານພາສາຕ່າງປະເທດ ເພື່ອມາຮັບໃຊ້ໃຫ້ແກ່ໜ້າທີ່ວຽກງານຂອງຕົນແລ້ວ, ໂຄສົກແຕ່ລະຄົນຕ້ອງມີຄວາມມັກຮັກຕໍ່ອາຊີບ, ເຄົາລົບອາຊີບ. ເມື່ອເຮົາມີຄວາມຮັກຕໍ່ພາສາຕ່າງປະເທດໃດໜຶ່ງ, �ເຮົາຈະຊອກຮູ້ຫຼາຍກວ່າ, ມີຄວາມໃກ້ຊິດກັບປະເທດຊາດ, ຜູ້ຄົນ ແລະ ວັດທະນະທຳຂອງປະເທດນັ້ນຫຼາຍກວ່າເກົ່າ. ແລະ ຂ້າພະເຈົ້າຂໍປະຕິຍານວ່າຈະເປັນທູດພາສາຄົນໜຶ່ງຢູ່ທົ່ວທຸກແຫ່ງຫົນ, ທຸກໂອກາດໃນເວລາທີ່ຂ້າພະເຈົ້າໄດ້ພົບປະກັບຊາວ ອິນໂດເນເຊຍ. ປະຕິບັດງານຢູ່ VOV ນັບແຕ່ປີ 1987 ມາຮອດປະຈຸບັນ, ແຕ່ລະເທື່ອເມື່ອມານັ່ງອ່ານນັ້ນ, ຂ້າພະເຈົ້າລ້ວນແຕ່ຮູ້ສຶກວ່າ ຢູ່ຕໍ່ໜ້າເຮົາມີຜູ້ຟັງຫຼາຍທ່ານພວມນັ່ງຟັງຢູ່”.

ບັນດາຜູ້ປະກອບສ່ວນສ້າງຂີດໝາຍພະແນກກະຈາຍສຽງພາກພາສາຕ່າງປະເທດ - ảnh 3(ທ່ານ ຫງວຽນຕຽນລອງ, ຫົວໜ້າພະແນກກະຈາຍສຽງພາສາຕ່າງປະເທດ ວິທະຍຸກະຈາຍສຽງຫວຽດນາມ)

ນອກຈາກຕ້ອງມີເກັ່ງກ້າທາງດ້ານພາສາຕ່າງປະເທດແລ້ວ, ບັນດາບັນນາທິການ, ໂຄສົກພາກພາສາຕ່າງປະເທດຍາມໃດກໍ່ຝຶກຝົນຫຼໍ່ຫຼອມຄວາມຮູ້, ຊອກຮູ້, ຄົ້ນຄວ້າກ່ຽວກັບວັດທະນະທຳ, ຮີດຄອງປະເພນີ, ບັນດາຂົງເຂດໃນແຕ່ລະຂ່າວ, ບົດເຊິ່ງຕົນເອງຈະອ່ານຜ່ານຄື້ນກະຈາຍສຽງ. ທ່ານ ຫງວຽນຕຽນລອງ, ຫົວໜ້າພະແນກກະຈາຍສຽງພາສາຕ່າງປະເທດ ວິທະຍຸກະຈາຍສຽງຫວຽດນາມ ຖືວ່າ:

        “ໃນການກະຈາຍສຽງທັນສະໄໝ, ການສະແດງຂອງໂຄສົກແຕ່ລະຄົນໄດ້ສວມບົດບາດສຳຄັນທີ່ສຸດ, ປະກອບສ່ວນສ້າງໄຊຊະນະ ຫຼື ປະລາໄຊຂອງລາຍການ. ໃນໄລຍະມໍ່ໆມານີ້, VOV5 ໄດ້ມີໂຄສົກ, ບັນນາທິການໃໝ່ຫຼາຍຄົນ, ເຖິງວ່າອາຍຸຍັງໜຸ່ມແໜ້ນກໍ່ຕາມ ແຕ່ກໍ່ສ້າງແບບສະເພາະໃຫ້ແກ່ຕົນເອງ, ສາມາດດຶງດູດຜູ້ຟັງໄດ້ຫຼາຍທ່ານ. ນັ້ນແມ່ນຄວາມເອກອ້າງທະນົງໃຈ. ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ມີໂຄສົກທີ່ມີນ້ຳສຽງມ່ວນ, ໄດ້ມາດຕະຖານກໍແມ່ນສິ່ງທີ່ຫຍຸ້ງຍາກ ຍ້ອນວ່າ ຜູ້ເປັນໂຄສົກຕ້ອງມີພອນສະຫວັນ ພ້ອມທັງຕ້ອງຝຶກຝົນຫຼໍ່ຫຼອມຢ່າງບໍ່ຮູ້ອິດຮູ້ເມື່ອຍ”.

ບັນດາຜູ້ປະກອບສ່ວນສ້າງຂີດໝາຍພະແນກກະຈາຍສຽງພາກພາສາຕ່າງປະເທດ - ảnh 4(ນາງ ເລເຟືອງແຄງ, ບັນນາທິການ, ໂຄສົກລາຍການກະຈາຍສຽງພາກພາສາ ອັງກິດ)

        ໂຄສົກ, ບັນນາທິການລຸ້ນໜຸ່ມໃນປະຈຸບັນໄດ້ສືບທອດຜົນສຳເລັດຈາກລຸ້ນກ່ອນໆ. ນາງ ເລເຟືອງແຄງ, ບັນນາທິການ, ໂຄສົກລາຍການກະຈາຍສຽງພາກພາສາ ອັງກິດ, ແບ່ງປັນວ່າ ໃນການເຮັດວຽກມາໄດ້ 8 ປີນັ້ນ, ຍາມໃດນາງກໍ່ມານະພະຍາຍາມສ້າງຮູບແບບແມ່ນໂຄສົກໜຸ່ມ, ຍາມໃດກໍ່ເຕັມໄປດ້ວຍພະລັງໃຈ, ຄວາມໃກ້ຊິດສະໜິດສະໜົມກັບທ່ານຜູ້ຟັງ.

        “ເຮັດວຽກງານຢູ່ວິທະຍຸບໍ່ພຽງແຕ່ແມ່ນໂຄສົກເທົ່ານັ້ນ, ຫາກຍັງຕ້ອງເຮັດວຽກງານບັນນາທິການອີກດ້ວຍ. ຍ້ອນເຫດນັ້ນ, ເມື່ອສ້າງລາຍການ, ຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງເນື້ອໃນທີ່ອອກອາກາດທາງຄື້ນວິທະຍຸ. ມີ 2 ເຂດລັບຕົ້ນຕໍເຊິ່ງຂ້າພະເຈົ້າໄດ້ ແລະ ພວມຮັກສາ, ກໍຄືຈະມານະພະຍາຍາມເຮັດໃຫ້ດີກວ່າອີກ, ນັ້ນແມ່ນ: ການສະແດງອອກ, ສ້າງພາບພົດທີ່ປະທັບໃຈໃຫ້ແກ່ຕົນເອງ ແລະ ນຳໃຊ້ທັກສະເຊິ່ງຕົນເອງໄດ້ຮຽນມາ ແລະ ຝຶກຝົນ ເພື່ອດຶງດູດທ່ານຜູ້ຟັງຕາມວິທີຂອງຕົນ”.

        ໃນໄລຍະປະຫວັດສາດ 77 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ໂຄສົກ, ບັນນາທິການພະແນກ VOV5 ລຸ້ນຕ່າງໆ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອນຳມາໃຫ້ທ່ານຜູ້ຟັງບັນດາລາຍການກະຈາຍສຽງດີທີ່ສຸດ. ອາດເວົ້າໄດ້ວ່າ, ເຂົາເຈົ້າແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນການເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບເພື່ອນມິດສາກົນ ຜ່ານຄື້ນກະຈາຍສຽງຂອງ VOV./.

ຕອບກັບ

ຂ່າວ/ບົດ​ອື່ນ