ບັນດາພະນັກງານ VOV ຢູ່ຍອດພູ ເປີຍອັກ

(VOVWORLD) -ຢູ່ໃນລະດັບຄວາມສູງ 2.000ມ ນັ້ນ, ສະຖານີເຄື່ອງສົ່ງຂອງ VOV ຢູ່ຍອດພູ ເປີຍອັກ ສາມາດກະຈາຍຄື້ນໄປເກືອບທຸກເຂດໃນບໍລິເວນແຂວງ ກາວບັ່ງ
ບັນດາພະນັກງານ VOV ຢູ່ຍອດພູ ເປີຍອັກ - ảnh 1 (ຕຶກອາຄານທີ່ຍັງເຫຼືອ)

ເປີຍອັກ ແມ່ນຍອດພູສູງທີ່ສຸດຢູ່ແຂວງ ກາວບັ່ງ, ມີຄວາມສູງ 1.931ມ ເມື່ອທຽບໃສ່ໜ້ານ້ຳທະເລ. ນັບແຕ່ປີ 2007, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ກໍ່ສ້າງສະຖານີເຄື່ອງສົ່ງ FM 10 ກິໂລວັດ ຢູ່ທີ່ນີ້. ບັນດາພະນັກງານ, ນັກເຕັກນິກ ດ້ວຍໜ້າທີ່ຮັບຜິດຊອບກະຈາຍຄື້ນວິທະຍຸຂອງ VOV ໄດ້ກາຍເປັນພົນລະເມືອງຢູ່ຍອດພູສູງທີ່ເຕັມໄປດ້ວຍນ້ຳໝອກກົ້ວ ແລະ ອາກາດໜາວຈັດ.

        ຍອດພູ ເປີຍອັກ, ແມ່ນບ່ອນຕັ້ງສູນກະຈາຍຄື້ນຂອງ VOV, ມີເມກປົກຫຸ້ມຕະຫຼອດປີ, ອຸນຫະພູມຢູ່ທີ່ນີ້ສະເລ່ຍແມ່ນປະມານ 10 – 12 ອົງສາ C, ຮອດຍາມລະດູໜາວມີຫິມະຕົກ. ສະຖານີເຄື່ອງສົ່ງມີອາຄານ 2 ຫຼັງ, ແຕ່ຍ້ອນໄດ້ຮັບຜົນສະທ້ອນຈາກກິນຟ້າອາກາດ. ອາຄານຫຼັງໜຶ່ງຈຶ່ງບໍ່ສາມາດນຳໃຊ້ໄດ້. ສະນັ້ນ, ພະນັກງານ, ກຳມະກອນທີ່ປະຈຳການຢູ່ທີ່ນີ້ພ້ອມກັບຕຳຫຼວດເຄື່ອນທີ່ປົກປ້ອງລວມທັງໝົດ 10 ຄົນຕ້ອງດຳລົງຊີວິດ, ເຮັດວຽກຢູ່ຕຶກອາຄານທີ່ຍັງເຫຼືອ.

ບັນດາພະນັກງານ VOV ຢູ່ຍອດພູ ເປີຍອັກ - ảnh 2 (ທ່ານພັນໂທ ມ້າງອັກຈັ໊ນ)

ທ່ານພັນໂທ ມ້າງອັກຈັ໊ນ, ພະນັກງານກອງຕຳຫຼວດເຄື່ອນທີ່ປົກປ້ອງສະຖານີເຄື່ອງສົ່ງ, ໃຫ້ຮູ້ວ່າ.

        “ໂດຍອີງໃສ່ດິນຟ້າອກາດ, ສະນັ້ນນ້ຳທີ່ໃຊ້ໃນຊີວິດປະຈຳວັນ ພວກຂ້າພະເຈົ້າຕ້ອງປະຢັດທີ່ສຸດ. ການໄປຕະຫຼາດແຕ່ລະຄັ້ງກໍ່ຊື້ໃຫ້ກຸ້ມອາທິດໜຶ່ງ ຫຼື ເຄິ່ງເດືອນ, ຍ້ອນຕະຫຼາດຢູ່ໄກ. ສິ່ງທີ່ເຮັດໃຫ້ຂ້າພະເຈົ້າຈື່ດີທີ່ສຸດແມ່ນໃນປີ 2010, ຕົ້ນໄມ້ໃບຫຍ້າ, ນ້ຳຢູ່ເຂດນີ້ໄດ້ແຂງກ້າມເປັນເວລາກວ່າ 12 ມື້. ຕອນນັ້ນແມ່ນບໍ່ມີນ້ຳໃຊ້, ພວກອ້າຍນ້ອງຕ້ອງໃຊ້ຊະແລງເຈາະອ່າງເກັບນ້ຳ ແລ້ວດູດນ້ຳອອກເທື່ອລະໜ້ອຍ.”

        ພະນັກງານປະຈຳການຢູ່ສະຖານີເຄື່ອງສົ່ງແຫ່ງນີ້ລວມມີ 4 ຄົນ, ຂຶ້ນກັບພະແນກເຕັກນິກເຕັກໂນໂລຊີ, ວິທະຍຸກະຈາຍສຽງໂທລະພາບແຂວງ ກາວບັ່ງ. ຍ້ອນເງື່ອນໄຂໃນການເຮັດວຽກ, ສະນັ້ນເຂົາເຈົ້າຈຶ່ງໄດ້ຈັດແບ່ງການເຮັດວຽກເປັນ 2 ຜຽນ, ແຕ່ລະຜຽນມີ 2 ຄົນ ປະຈຳການເປັນເວລາ 10 ວັນໂດຍຜັດປ່ຽນກັນ. ອ້າຍ ຟານວັນກົງ, ພະນັກງານປະຈຳການສະຖານີເຄື່ອງສົ່ງ, ໃຫ້ຮູ້ວ່າ: ນັບແຕ່ເມື່ອກໍ່ສ້າງສະຖານີໃນປີ 2007 ມາຮອດປະຈຸບັນ, ເມື່ອຝົນຕົກກໍ່ເກີດຟ້າຜ່າ, ກໍ່ຜົນສະທ້ອນຫຼາຍຢ່າງຕໍ່ສະຖານີ.

        “ຕອນຟ້າຮ້ອງ, ຟ້າຜ່າ ຝົນຕົກ, ຟ້າລົມຂ້າພະເຈົ້າໄດ້ເປັນເຈົ້າການມອດໄຟ ແລະ ເຄື່ອງຈັກ, ຖ້າບໍ່ມອດກໍ່ຈະຖືກຟ້າຜ່າ, ບໍ່ສາມາດກະຈາຍຄື້ນຮັບໃຊ້ພໍ່ແມ່ປະຊາຊົນໄດ້. ພໍ່ແມ່ປະຊາຊົນຢູ່ທີ່ນີ້ມັກຟັງບັນດາລາຍການກະຈາຍສຽງພາສາຊົນເຜົ່າຫຼາຍທີ່ສຸດ. ເມື່ອໄປເຮັດໄຮ່, ເຂົາເຈົ້າໄດ້ເອົາເຄື່ອງວິທະຍຸໄປຟັງນຳ”.

ບັນດາພະນັກງານ VOV ຢູ່ຍອດພູ ເປີຍອັກ - ảnh 3 (ທ່ານ ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ VOV)

ຢູ່ໃນລະດັບຄວາມສູງ 2.000ມ ນັ້ນ, ສະຖານີເຄື່ອງສົ່ງຂອງ VOV ຢູ່ຍອດພູ ເປີຍອັກ ສາມາດກະຈາຍຄື້ນໄປເກືອບທຸກເຂດໃນບໍລິເວນແຂວງ ກາວບັ່ງ ແລະ ອີກສ່ວນໜຶ່ງຂອງບັນດາແຂວງຄື: ທ໊າຍງວຽນ, ບັ໊ກກ້ານ, ຮ່າຢາງ. ທ່ານ ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ VOV, ໃຫ້ຮູ້ວ່າ.

        “ປະຈຸບັນ, VOV ຍັງເພີ່ມທະວີການກະຈາຍຄື້ນວິທະຍຸຕາມຮູບການທີ່ເຮັດມາແຕ່ດົນນານ. ປະຈຸບັນທາງ VOV ຍັງກະຈາຍຄື້ນດ້ວຍ 3 ລະບົບຄື: ຄື້ນສັ້ນຮັບໃຊ້ໃຫ້ແກ່ຊາວຕ່າງປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຄື້ນກາງຮັບໃຊ້ໃຫ້ແກ່ແດນໄກພາຍໃນປະເທດ. ແລະເພື່ອໃຫ້ຄື້ນວິທະຍຸບັນລຸຄຸນນະພາບສູງຢູ່ບາງເຂດ, ພວກຂ້າພະເຈົ້າໄດ້ນຳໃຊ້ຄື້ນສັ້ນທີ່ສຸດ. ເພື່ອເຮັດໄດ້ສິ່ງດັ່ງກ່າວ, ແມ່ນຕ້ອງການທີ່ຕັ້ງທີ່ມີຄວາມສູງຄືຍອດພູ ເປີຍອັກ ນີ້. ສະນັ້ນ, ໃນໄລຍະຈະມາເຖິງ ເພື່ອເພີ່ມທະວີວຽກງານກະຈາຍຄື້ນໃຫ້ພໍ່ແມ່ປະຊາຊົນ ພິເສດແມ່ນຢູ່ເຂດຫ່າງໄກສອກຫຼີກ, ທາງ VOV ຈະດຳເນີນການຍົກລະດັບນັບທັງທາງດ້ານພື້ນຖານໂຄງລ່າງ ກໍຄືສະມັດຕະພາບກະຈາຍຄື້ນໃຫ້ແກ່ສະຖານີເຄື່ອງສົ່ງ ເປີຍອັກ ນີ້”.

ຢູ່ແຫ່ງນີ້, ບັນດາພະນັກງານເຕັກນິກຂອງ VOV ຍັງສາມັກຄີກັນ, ຮ່ວມແຮງຮ່ວມໃຈກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການ. ແນວທາງຂອງພັກ, ບັນດານະໂຍບາຍ, ກົດໝາຍຂອງລັດ, ຂ່າວການເມືອງ… ຍັງສືບຕໍ່ນັບມື້ນັບໄດ້ສົ່ງໄປຍັງເຂດທີ່ຢູ່ໄກກວ່າ, ແຜ່ກະຈ່າຍໄປເຖິງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ.

        - ດ້ວຍຈິດໃຈແມ່ນສະຖານີເຄື່ອງສົ່ງແຫ່ງຊາດ, ນີ້ແມ່ນເປົ້າໝາຍຈຸດສຸມຂອງປະເທດຊາດ, ພວກຂ້າພະເຈົ້າໄດ້ຊາບຊຶມເນື້ອໃນຈິດໃຈທີ່ວ່າ ຕ້ອງຍົກສູງສະຕິລະວັງຕົວ, ມີຈິດໃຈສາມັກຄີກັນ, ສູ້ຊົນມານະພະຍາຍາມ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການ ເຮັດແນວໃດເພື່ອປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະ ຂະແໜງມອບໝາຍໃຫ້”.

-              ພວກຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະຕິບັດໜ້າທີ່ໃຫ້ສຳເລັດ, ປົກປັກຮັກສາຮັບປະກັນຄວາມປອດໄພໃຫ້ແກ່ສະຖານີເຄື່ອງສົ່ງຂອງ VOV ທີ່ໄດ້ສ້າງຕັ້ງຢູ່ແຂວງ ກາວບັ່ງ ນີ້.

ໃນຊຸມມື້ຫິມະຕົກ, ນ້ຳກ້າມ ເພື່ອໃຫ້ມີນ້ຳມາແຕ່ງກິນນັ້ນ, ທຸກຄົນຕ້ອງຈູດນ້ຳກ້າມໃຫ້ເປື່ອຍເປັນນ້ຳ. ໂດຍເຫັນໄດ້ຄວາມຫຍຸ້ງຍາກລຳບາກຂອງບັນດາພະນັກງານຢູ່ທີ່ນີ້, ທາງຂັ້ນເທິງຍິ່ງນັບມື້ນັບເຫັນໄດ້ຄຸນງາມຄວາມດີຂອງເຂົາເຈົ້າເພື່ອໃຫ້ຄື້ນກະຈາຍສຽງຂອງຫວຽດນາມ ນັບມື້ນັບໄປເຖິງເຂດທີ່ຢູ່ຫ່າງໄກກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ