ບັນດາເພື່ອນໜຸ່ມພ້ອມກັນເຮັດການທ່ອງທ່ຽວຢູ່ເກາະຝູກຸຍ

(VOVWORLD) - ເກາະຝູກຸຍມີກວ່າ 150 ສະຖານທີ່ພັກເຊົ່າ ດ້ວຍຫ້ອງນອນ ເກືອບ 650 ຫ້ອງ. ບັນດາການບໍລິການ, ຄື: ໃຫ້ເຊົ່າລົດຈັກ, ກິມດື່ມ, ພາຍເຮືອ, ດຳນ້ຳທະເລ… ກໍ່ພັດທະນາ
ບັນດາເພື່ອນໜຸ່ມພ້ອມກັນເຮັດການທ່ອງທ່ຽວຢູ່ເກາະຝູກຸຍ - ảnh 1(ຝູກຸຍ ພວມແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນ 2-3 ປີມໍ່ໆມານີ້)

ໂດຍຫ່າງຈາກນະຄອນຟານທຽດໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 120 ກມ, ຝູກຸຍແມ່ນເມືອງເກາະຂອງແຂວງບິ່ງທ້ວນ, ດ້ວຍເນື້ອທີ່ກວ້າງປະມານ 18 ກມ2, ພວມແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນ 2-3 ປີມໍ່ໆມານີ້. ໜຶ່ງໃນບັນດາປັດໄຈພາໄປເຖິງຜົນສຳເລັດດັ່ງກ່າວແມ່ນຍ້ອນພວກເພື່ອນໜຸ່ມຢູ່ຝູກຸຍໄດ້ເຕົ້າໂຮມກັນເປັນກຸ່ມ, ພ້ອມກັນນຳໃຊ້ເຕັກໂນໂລຊີເພື່ອເຊື່ອມຕໍ່ກັບບັນດາຫົວໜ່ວຍຈັດລາຍການທ່ອງທ່ຽວ, ກຸ່ມແຂກທ່ອງທ່ຽວໄປເປັນຄອບຄົວເພື່ອສະໜອງການບໍລິການທ່ອງທ່ຽວຮັບໃຊ້ແຂກທ່ອງທ່ຽວ.

ພາຍຫຼັງເດີນທະເລເປັນເວລາກວ່າ 2 ຊົ່ວໂມງ, ກ່ຳປັ່ນຄວາມໄວສູງໄດ້ພາແຂກທ່ອງທ່ຽວເກືອບ 600 ຄົນເຂົ້າທຽບທ່າກຳປັ່ນຝູກຸຍ. ຢູ່ທ່າກຳປັ່ນ, ມີເພື່ອນໜຸ່ມຫຼາຍຄົນເປັນຜູ້ນຳທ່ຽວນຸ່ງເສື້ອມີໂລໂກຂອງບັນດາທິມ, ກຸ່ມຕ້ອນຮັບແຂກທ່ອງທ່ຽວ. ຕາມປົກກະຕິ, ແຂກທ່ອງທ່ຽວໄດ້ມີການຕິດຕໍ່ກັບບັນດາກຸ່ມຜູ້ນຳທ່ຽວຂອງ ຝູກຸຍ ໂດຍຜ່ານສື່ສັງຄົມອອນລາຍຫຼືໂທລະສັບ, ອີເມວເພື່ອຊອກຮູ້ຂໍ້ມູນກ່ອນທີ່ຈະມາເກາະແຫ່ງນີ້. ແຕ່ເມື່ອແຂກທ່ອງທ່ຽວມາຮອດແລ້ວເມື່ອຕ້ອງການນຳໃຊ້ບັນດາການບໍລິການ ພວກເພື່ອນໜຸ່ມກໍ່ພ້ອມແລ້ວໃຫ້ການໜູນຊ່ວຍ.

ທ້າວຫງວຽນກວກບາວ, ຜູ້ນຳທ່ຽວຂອງກຸ່ມລາງທາງ ຝູກຸຍ ໃຫ້ຮູ້ວ່າບັນດາກຸ່ມລ້ວນແຕ່ໜູນຊ່ວຍແຂກທ່ອງທ່ຽວໂດຍສະໝັກໃຈ, ແນະນຳແລະຕິດຕໍ່ແຂກທ່ອງທ່ຽວກັບບັນດາຮາກຖານສະໜອງການບໍລິການ.

ນ້ອງໜູນຊ່ວຍໃຫ້ຄຳປຶກສາກ່ຽວກັບບັນດາການບໍລິການໃຫ້ແຂກທ່ອງທ່ຽວ, ທຳອິດແມ່ນປີ້ເຮືອ, ປີ້ລົດ, ບ່ອນພັກ. ຫຼັງຈາກນັ້ນແມ່ນບັນດາສະຖານທີ່ມາຢ້ຽມຊົມທີ່ສັກສິດຢູ່ທີ່ນີ້, ຄື: ວັດລິງກວາງ, ສຸສານເທີຍ, ພູກາວກາດມີຫຼາຍຫາດຊາຍທະເລສວຍງາມຄື:ອ່າວຈ່ຽວເຢືອງ, ຫາດຊາຍຍ…”

ອ້າຍໂດ້ຝູກແທ້ງ, ອາຍຸ 33 ປີ, ເຈົ້າຂອງ homestay ແລະໂຮງແຮມ La Min ຢູ່ ຝູກຸຍ ໄດ້ສ້າງກຸ່ມເພື່ອນໜຸ່ມດຳເນີນການບໍລິການທີ່ພັກເຊົາຢູ່ເຂດເກາະເພື່ອໜູນຊ່ວຍເຊິ່ງກັນແລະກັນແລະໜູນຊ່ວຍນັກທ່ອງທ່ຽວ, ໂດຍສະເພາະແມ່ນເວລາມີແຂກທ່ອງທ່ຽວເປັນຈຳນວນຫຼາຍ. ອ້າຍກໍ່ສ້າງ fanpage “ລາງທາງຝູກຸຍ” ເພື່ອອັບເດດບັນດາຂໍ້ມູນຂ່າວທີ່ຈຳເປັນທີ່ສຸດໃຫ້ແຂກທ່ອງທ່ຽວ, ນັບແຕ່ສະພາບອາກາດ, ປິີ້ກຳປັ່ນຕະຫຼອດຮອດລາຄາການບໍລິການ, ສະຖານທີ່ລະຫຼິ້ນບັນເທີງຕ່າງໆ.

“ພວກຂ້າພະເຈົ້າໄດ້ສະໜອງຫຼາຍຂໍ້ມູນທີ່ເປັນປະໂຫຍດກ່ຽວກັບຝູກຸຍໃຫ້ແກ່ແຂກທ່ອງທ່ຽວ. ແລະເມື່ອແຂກທ່ອງທ່ຽວມາແຫ່ງນີ້, ຂ້າພະເຈົ້າຈະແນະນຳໂຮງແຮມຂອງຂ້າພະເຈົ້າ. ຫຼັງຈາກນັ້ນ, ທາງໂຮງແຮມຈະເຊື່ອມຕໍ່ບັນດາການບໍລິການອື່ນໆຄື: ລົດຈັກ, ເຮືອກາໂນ, ຮ້ານອາຫານ. ໝາຍຄວາມວ່າໄດ້ສ້າງແຜນການ 3 ວັນ 2 ຄືນໃຫ້ແກ່ແຂກທ່ອງທ່ຽວ. ພວກຂ້າພະເຈົ້າກໍ່ເຊື່ອມຕໍ່ກັບບັນດາຮາກຖານການບໍລິການອື່ນໆເພື່ອໜູນຊ່ວຍເຊິ່ງກັນແລະກັນ”.

ບັນດາເພື່ອນໜຸ່ມພ້ອມກັນເຮັດການທ່ອງທ່ຽວຢູ່ເກາະຝູກຸຍ - ảnh 2(ຜູ້ນຳທ່ຽວຂອງກຸ່ມລາງທາງ ຝູກຸຍ)

ອ້າຍໂດ້ແທກທາວ, ອາຍຸ 30 ປີ, ເຈົ້າຂອງຮ້ານອາຫານໜຶ່ງຢູ່ເກາະຝູກຸຍ, ກໍ່ແມ່ນສະມາຊິກຂອງກຸ່ມ “ລາງທາງຝູກຸຍ” ຖືວ່າ ເລື່ອງພ້ອມກັນເຂົ້າຮ່ວມບັນດາກຸ່ມນຳທ່ຽວ, ກຸ່ມດຳເນີນທຸລະກິດການບໍລິການກິນດື່ມ… ແມ່ນວິທີທີ່ດີເພື່ອພ້ອມກັນພັດທະນາ.

ພວກນ້ອງໄດ້ເຕົ້າໂຮມກັນເພື່ອພ້ອມກັນພັດທະນາ, ນັບທັງຂົງເຂດຮ້ານອາຫານແລະໂຮງແຮມ. ບັນດາເພື່ອນໜຸ່ມຈະມີໄຫວພິບໃນການພັດທະນາການທ່ອງທ່ຽວຫຼານກວ່າ, ນັບແຕ່ການນຳສະເໜີແນວຄວາມຄິດ, ເນື້ອໃນໂຄສະນາ, ຕະຫຼອດຮອດການສື່ສານໃນສື່ສັງຄົມອອນລາຍ, ຕິກຕອກ, facebook…

ຕາມທ່ານຮອງເລຂາຄະນະຊາວໜຸ່ມເມືອງ ຝູກຸຍຫງວຽນວັນລິ້ງແລ້ວ, ຄະນະຊາວໜຸ່ມເມືອງໄດ້ເຊື່ອມຕໍ່ບັນດາເພື່ອນໜຸ່ມໃນສະໂມສອນ, ບັນດາກຸ່ມເພື່ອທັງເຮັດການທ່ອງທ່ຽວ, ສ້າງວຽກເຮັດງານທຳ, ທັງສ້າງເຄື່ອງໝາຍຂອງເກາະ.

ປະຈຸບັນ, ຄະນະຊາວໜຸ່ມເມືອງໄດ້ໜູນຊ່ວຍສ້າງຕັ້ງສະຫະກອນລວມມີສະມາຊິກຊາວໜຸ່ມຫຼາຍຄົນເຂົ້າຮ່ວມໃນຫຼາຍຂະແໜງ, ອາຊີບຮັບໃຊ້ການທ່ອງທ່ຽວ. ສິ່ງດັ່ງກ່າວແມ່ນເພື່ອແນໃສ່ສ້າງການຮ່ວມສຳພັນຢ່າງແໜ້ນແຟ້ນໃນລະບົບການທ່ອງທ່ຽວ, ຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວເມື່ອມາເກາະແຫ່ງນີ້. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາເພື່ອນໜຸ່ມກ້າວໄປໄກກວ່າ, ອາດຈະກາຍເປັນວິສາຫະກິດທ່ອງທ່ຽວທີ່ເປັນມືອາຊີບ. ຊາວໜຸ່ມເມືອງກໍ່ສົມທົບກັບບັນອົງການ, ຫົວໜ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດເປີດຊຸດຝຶກອົບຮົມ, ດຶງດູດພວກເພື່ອນໜຸ່ມເຂົ້າຮ່ວມຫັນປ່ຽນຈາກເລື່ອງເຮັດການທ່ອງທ່ຽວດ້ວຍຕົນເອງໄປສູ່ແບບເປັນມືອາຊີບ.

ປະຈຸບັນ, ຢູ່ເກາະຝູກຸຍມີກວ່າ 150 ສະຖານທີ່ພັກເຊົ່າ ດ້ວຍຫ້ອງນອນ ເກືອບ 650 ຫ້ອງ. ບັນດາການບໍລິການ, ຄື: ໃຫ້ເຊົ່າລົດຈັກ, ກິມດື່ມ, ພາຍເຮືອ, ດຳນ້ຳທະເລ… ກໍ່ພັດທະນາ, ຕອບສະໜອງໄດ້ຕາມຄວາມຕ້ອງການຄົ້ນຫາຂອງແຂກທ່ອງທ່ຽວ. ການຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ເຊື່ອມຕໍ່ບັນດາເພື່ອນໜຸ່ມຢູ່ເຂດເກາະເຮັດການບໍລິການທ່ອງທ່ຽວພວມປະກອບສ່ວນພັດທະນາເສດຖະກິດຂອງເມືອງເກາະແຫ່ງນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ