ບັນດາໄລຍະທາງປະດິດຄິດສ້າງຮູບເງົາເອກະສານ: “ເດັກໃນສາຍໝອກ”

(VOVWORLD) - “ເດັກໃນສາຍໝອກ” ແມ່ນຮູບເງົາເອກະສານກ່ຽວຂ້ອງເຖິງການເຕີບໃຫຍ່ຂອງ ຢີ, ຊົນເຜົ່າ ມົ້ງ ຢູ່ ຊາປາ (ແຂວງ ລາວກາຍ), ນັບແຕ່ຄາວອາຍຸ 12 ປີຮອດເວລາເຕີບໃຫຍ່ຂຶ້ນເປັນສາວ.
ບັນດາໄລຍະທາງປະດິດຄິດສ້າງຮູບເງົາເອກະສານ: “ເດັກໃນສາຍໝອກ” - ảnh 1(ຮູບເງົາເອກະສານ: “ເດັກໃນສາຍໝອກ”)

        ທ້າຍເດືອນ ທັນວາ 2022, ຄະນະຈັດຕັ້ງການແຂ່ງຂັນຊີງລາງວັນ Oscar ເທື່ອທີ 95 ປີ 2023 ໄດ້ນຳເອົາຮູບເງົາເອກະສານ “ເດັກໃນສາຍໝອກ” (Children of the Mist) ຂອງຜູ້ກຳກັບການສະແດງຍິງ ຮ່າເລະຢ້ຽມ ເຂົ້າບັນຊີລາຍຊື່ສະເໜີຄັດເລືອກ (top 15) ໃນປະເພດ “ຮູບເງົາເອກະສານເລື່ອງຍາວດີເດັ່ນທີ່ສຸດ”. ເລື່ອງໄດ້ມີຊື່ໃນບັນຊີລາຍຊື່ສະເໜີຄັດເລືອກເຂົ້າ top 15 ຂອງ Oscar ແມ່ນຜົນງານທີ່ໜ້າສົນໃຈຫຼ້າສຸດຂອງຮູບເງົາເລື່ອງ “ເດັກໃນສາຍໝອກ” ພາຍຫຼັງການປະດິດສ້າງຮູບເງົາທີ່ໜ້າປະທັບໃຈຂອງຜູ້ກຳກັບການສະແດງຍິງຊົນເຜົ່າ ໄຕ.

         “ເດັກໃນສາຍໝອກ” ແມ່ນຮູບເງົາເອກະສານກ່ຽວຂ້ອງເຖິງການເຕີບໃຫຍ່ຂອງ ຢີ, ຊົນເຜົ່າ ມົ້ງ ຢູ່ ຊາປາ (ແຂວງ ລາວກາຍ), ນັບແຕ່ຄາວອາຍຸ 12 ປີຮອດເວລາເຕີບໃຫຍ່ຂຶ້ນເປັນສາວ. ໃນຮູບເງົາ, ຜູ້ກຳກັບການສະແດງຍິງ ຮ່າເລະຢ້ຽມ ໄດ້ເລົ່າເລື່ອງກ່ຽວກັບການຂັດແຍ້ງກັນລະຫວ່າງຮີດຄອງປະເພນີໃນເມື່ອກ່ອນ ແລະ ຄຸນຄ່າທັນສະໄໝ, ຢູ່ບ່ອນທີ່ເດັກນ້ອຍຈາກພື້ນຖານວັດທະນະທຳທີ່ເປັນມູນເຊື້ອໄດ້ສຳຜັດກັບໂລກພາຍນອກ. ດ້ວຍຄວາມຍາວເກືອບ 100 ນາທີ, ຮູບເງົາແມ່ນບັນດາໄລຍະທາງທີ່ເຕັມໄປດ້ວຍຄວາມສະເທືອນໃຈ, ສ່ອງແສງໃຫ້ເຫັນຄາວເຍົາໄວຂອງ ຢີ, ນັ້ນກໍແມ່ນບັນດາສິ່ງທ້າທາຍເຊິ່ງເດັກນ້ອຍຊາວເຜົ່າສ່ວນໜ້ອຍຫຼາຍຄົນຕ້ອງປະເຊີນໜ້າໃນສັງຄົມປະຈຸບັນ.

        ໃນເວັບໄຊ Screen Daily ແລ້ວ, ຜູ້ກຳກັບການສະແດງ ທ່ານນາງ Marya E Gates ຂຽນວ່າ: ຮູບເງົາ  “ເດັກໃນສາຍໝອກ” ບໍ່ແມ່ນການພິຈາລະນາ ຕີລາຄາສຳລັບມູນເຊື້ອຂອງເຜົ່າໜຶ່ງ, ຫາກເປັນການສະແດງໃຫ້ເຫັນຫຼາຍແງ່ມູມແຕກຕ່າງກັນຂອງບັນຫາ. ຮູບເງົາປຽບເໝືອນດັ່ງຄຳຕັກເຕືອນໃຫ້ພວກເຮົາແຕ່ລະຄົນຮູ້ວ່າ ໂລກນີ້ມີເດັກຍິງຄື ຢີ ຫຼາຍທີ່ສຸດ ແລະ ຫວັງວ່າເຂົາເຈົ້າຈະມີອະນາຄົດທີ່ສົດໃສກວ່າ”.

ບັນດາໄລຍະທາງປະດິດຄິດສ້າງຮູບເງົາເອກະສານ: “ເດັກໃນສາຍໝອກ” - ảnh 2(ຜູ້ກຳກັບການສະແດງຍິງ ຮ່າເລະຢ້ຽມ)

        ເມື່ອແບ່ງປັນບັນດາໄລຍະທາງປະດິດຄິດສ້າງຮູບເງົາ, ຜູ້ກຳກັບການສະແດງຍິງ ຮ່າເລະຢ້ຽມ ໃຫ້ຮູ້ວ່າ, ນີ້ແມ່ນໂຄງການສ່ວນຕົວ ເຊິ່ງໄດ້ປະຕິບັດຢູ່ຊາປາມາເປັນເວລາເກືອບ 4 ປີ ແລ້ວ (2017-2020). ເພື່ອສ້າງຮູບເງົາເລື່ອງນີ້, ຜູ້ກຳກັບການສະແດງຍິງຊົນເຜົ່າ ໄຕ ຕ້ອງເດີນທາງໄປມາຫຼາຍຄັ້ງລະຫວ່າງ ບັກກ້ານ (ບ້ານເກີດຂອງນາງ) ຫຼື ຮ່າໂນ້ຍ ໄປ ຊາປາ.

        “ເມື່ອຖ່າຍທຳຮູບເງົາເລື່ອງນີ້, ປີໜຶ່ງນ້ອງຕ້ອງໄປ ຊາປາ 5-6 ຄັ້ງ ໃນຈຸດເວລາທີ່ແຕກຕ່າງກັນ, ຕົວຢ່າງຄື ກ່ອນບຸນເຕັດ, ໃນໂອກາດບຸນເຕັດ; ໃນເວລາພັກແລ້ງ ຫຼື ພາຍຫຼັງພັກແລ້ງ; ກ່ອນ ຫຼື ພາຍຫຼັງລະດູເກັບກ່ຽວເຂົ້າ… ບາງເທື່ອກໍຢູ່ຫັ້ນເປັນເດືອນໜຶ່ງ. ແຕ່ໃນເດືອນໜຶ່ງນັ້ນໄດ້ຖ່າຍທຳຮູບເງົາພຽງ 5-6 ວັນເທົ່ານັ້ນ”.

        ກ່ອນທີ່ຈະສະເໜີເຂົ້າຊີງລາງວັນ Oscar ເທື່ອທີ 95, ຮູບເງົາ “ເດັກໃນສາຍໝອກ” ຂອງຜູ້ກຳກັບການສະແດງຍິງ ຮ່າເລະຢ້ຽມ ໄດ້ຮັບຫຼາຍລາງວັນສາກົນໃຫຍ່ມາແລ້ວ, ຄື: “ຜູ້ກຳກັບການສະແດງດີເດັ່ນທີ່ສຸດ” ໃນປະເພດ “ຊີງລາງວັນສາກົນ” ແລະ ລາງວັນພິເສດຂອງຄະນະກຳມະການ ສະຫງວນໃຫ້ປະເພດຮູບເງົາທຳອິດຂອງຜູ້ກຳກັບການສະແດງໃນງານມະໂຫລານຮູບເງົາເອກະສານສາກົນ Amsterdam 2021 - ງານມະໂຫລານເອກະສານໃຫຍ່ທີ່ສຸດໃນໂລກ; ຮູບເງົາເອກະສານອາຊີຕາເວັນອອກສ່ຽງໃຕ້ດີເດັ່ນຢູ່ງານມະໂຫລານຮູບເງົາ Balimakarya (ອິນໂດເນເຊຍ)… ເພື່ອບັນລຸໄດ້ບັນດາຜົນງານດັ່ງກ່າວ, ຜູ້ກຳກັບການສະແດງຍິງ ຮ່າເລະຢ້ຽມ ແບ່ງປັນວ່າ:

        “ເມື່ອຖ່າຍທຳຮູບເງົານັ້ນ ຕົນເອງມີແຕ່ກ້ອງຖ່າຍອັນດຽວ ແລະ ກໍແມ່ນນ້ອງຜູ້ດຽວເປັນຄົນຖ່າຍ. ເມື່ອໄປນຳ ຢີ ເພື່ອຖ່າຍເອົາ ຢີ ໄປຫຼິ້ນງານບຸນລະດູບານໃໝ່ພ້ອມກັບເພື່ອນ, ບາງເທື່ອໃນມື້ໜຶ່ງຕ້ອງເດີນທາງແຕ່ 40-50 ກມ. ໄປຄືແນວນັ້ນກໍ່ບໍ່ຖືກະເປົາ ຫຼື ຄັນຮົ່ມໄປນຳ, ມີແຕ່ເອົາເງິນສົດ ແລະ ຖ່ານໃສ່ກ້ອງຖ່າຍເທົ່ານັ້ນ”.

        ການຖ່າຍທຳຮູບເງົາກໍມີຄວາມລຳບາກຢູ່ແລ້ວ, ແຕ່ການຈັດສ້າງ ແລະ ສ້າງໃຫ້ຮູບເງົາໃຫ້ສຳເລັດນັ້ນກໍ່ແມ່ນວຽກງານທີ່ຫຍຸ້ງຍາກ, ລຳບາກທີ່ສຸດເຊິ່ງຜູ້ກຳກັບການສະແດງຍິງ ຮ່າເລະຢ້ຽມ ພ້ອມກັບທິມງານຊ່ວຍວຽກຕ້ອງຜ່ານຜ່າ. ຜູ້ກຳກັບການສະແດງຍິງ ຮ່າເລະຢ້ຽມ ໃຫ້ຮູ້ວ່າ:

        “ພາຍຫຼັງເກືອບ 3 ປີເຄິ່ງທີ່ຖ່າຍທຳນັ້ນ ນ້ອງມີຮູບເງົາຖ່າຍທຳເກືອບ 100 ຊົ່ວໂມງ (ຍັງບໍ່ທັນໄດ້ຕັດຕໍ່). ຫຼັງຈາກນັ້ນກໍ່ຄັດເລືອກເອົາແຕ່ 50-60 ຊົ່ວໂມງເພື່ອແປຈາກພາສາ ມົ້ງ ເປັນພາສາ ຫວຽດ ແລະ ອັງກິດ, ຫຼັງຈາກນັ້ນກໍ່ຄັດເລືອກຕື່ມອີກ. ຕອນນັ້ນ ມີບາງວຽກງານທີ່ນ້ອງບໍ່ເຄີຍເຮັດ, ບໍ່ເຄີຍຜ່ານຈັກເທື່ອ, ນັບທັງທິມງານໃຫ້ຄຳປຶກສາ 2 ຄົນ ກໍ່ບໍ່ເຄີຍເຮັດຈັກເທື່ອ, ຕົວຢ່າງຄື ຮ່າງສັນຍາ, ເຮັດວຽກກັບນັກຜະລິດ, ນັກຈຳໜ່າຍ…”

        ຄວາມຫວັງຂອງຜູ້ກຳກັບການສະແດງຍິງ ຮ່າເລະຢ້ຽມ ແມ່ນສາມາດນຳເອົາເລື່ອງລາວຄວາມເປັນຈິງ ແລະ ເຕັມໄປດ້ວຍຄວາມຮູ້ສຶກກ່ຽວກັບການດຳລົງຊີວິດ ແລະ ປະຊາຊົນເຂດພູສູງຂອງ ຫວຽດນາມ ໃຫ້ຫຼາຍກວ່າ ແລະ ກ້າວໄປໄກກວ່າ. ຍິ່ງກວ່າໃຜໝົດ, ນາງມີຄວາມເຂົ້າໃຈໄດ້ເຖິງບັນດາສິ່ງທ້າທາຍເຊິ່ງນາງສາວໜຸ່ມຄົນທີ່ພວມດຳລົງຊີວິດຢູ່ເຂດພູສູງຕ້ອງປະເຊີນໜ້າ ແລະ ບືນຕົວຂຶ້ນເພື່ອປ່ຽນແປງຊີວິດຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ