ບຸນເຕັດແຫ່ງຄວາມອົບອຸ່ນຢູ່ເຈື່ອງຊາ

ບຸນເຕັດແຫ່ງຄວາມອົບອຸ່ນຢູ່ເຈື່ອງຊາ - ảnh 1
(ເທດສະບານ ​ເຈື່ອງ​ຊາ)

(vovworld) - ລະດູບານ​ໃໝ່​ໄດ້​ວຽນມາ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ, ຈາກ​ເຂດ​ພູດ​ອຍ​ເຖິງ​ເຂດ​ໝູ່​ເກາະຫ່າງ​ໄກ. ຢູ່​ໝູ່​ເກາະ ​ເຈື່ອງ​ຊາ, ບັນຍາກາດ​ຕ້ອນຮັບ​ບຸນ​ເຕັດ​ປີວ​ອກ​ໄດ້​ປະກົດ​ຢູ່​ເກາະ​ຕ່າງໆ​ໃນ​ໝູ່​ເກາະ​ນີ້. ຄວາມ​ເບີກບານ​ມ່ວນ​ຊື່ນ​ໄດ້​ສະ​ແດງ​ອອກ​ໃນ​ໜ້າ​ຕາ​ຂອງ​ພະນັກງານ​, ນັກຮົບ ​ແລະ ປະຊາຊົນ​ເມືອງ​ເກາະ. ຢູ່​ເທດສະບານ ​ເຈື່ອງ​ຊາ, ​ແຫ່ງ​ທີ່​ຖື​ວ່າ​ເປັນ “ນະຄອນຫຼວງ“ ຂອງ​ເມືອງ ​ເຈື່ອງ​ຊາ, ​ແຂວງ ​ແຄ໋ງຮ່ວາ, ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ຢູ່​ທີ່​ນີ້​ພວມ​​ເຈືອ​ຈານ​ໃນ​ການ​ເຄື່ອນ​ໄຫວ​ສິລະ​ປະ ວັດທະນະທຳ​ຄຳນັບ​ຮັບ​ຕ້ອນ​ບຸນ​ເຕັດ​ປີວ​ອກ.

    ບຸນ​ເຕັດ​ຢູ່​ເມືອງ​ເກາະ ​ເຈື່ອງ​ຊາ ​ແລະ ​ເທດສະບານ​ ​ເຈື່ອງ​ຊາ, ​ເລີ່​ມຕົ້ນ​ນັບແຕ່ບັນດາຖ້ຽວກໍ່າປັ່ນ​ທີ່​ນຳ​ເອົາ​ສິນຄ້າ, ​ເຄື່ອງ​ຂອງ​ຮັບ​ໃຊ້​ບຸນ​ເຕັດ​ຈາກ​ດິນ​ຕໍ່​ແຜ່ນ​ມາ​ຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ​ຢູ່​ເກາະ​ຕ່າງໆ. ນັບ​ແຕ່​ວັນ​ທີ່​ກໍ່າປັ່ນ​ເຂົ້າ​ທຽບ​ທ່າ, ບັນດາ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ກໍ່​ຟ້າວ​ຟັ່ງກັບ​ວຽກ​ງານ​ກະກຽມ​ຕ້ອນຮັບ​ບຸນ​ເຕັດ. ວຽກ​ງານ​ທຸກ​ຢ່າງ​ເຊັ່ນ: ຫໍ່​ເຂົ້າຕົ້ມ, ທາ​ປູນ, ປະດັບ​ປະດາ​ເຮືອນ​ຊານ, ກະກຽມ​ພາ​ໝາກ​ໄມ້ 5 ຊະນິດ ກໍ່​ຄື​ລາຍການ​ສະ​ແດງ​ສິລະ​ປະ​ໃຫ້​ຄໍ່າຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່. ​ເອື້ອຍ ຫວໍ​ທິທູ​ຊາງ, ຊາວ​ເທດສະບານ ​ເຈື່ອງ​ຊາ, ​ແບ່ງປັນ​ວ່າ, ຢູ່​ເກາະ​ບັນຍາກາດ​ຕ້ອນຮັບ​ບຸນ​ເຕັດ​ບໍ່​ຟົດ​ຟື້ນ​ຄື​ຢູ່​ເຂດ​ດິນ​ຕໍ່​ແຜ່ນ, ​ແຕ່​ປະຊາຊົນ​ທຸກ​ຄົນ​ພັດ​ຮັບ​ຮູ້​ໄດ້​ຄວາມ​ສາມັກຄີ​ຊະນິດ​ຕິດ​ພັນ​ຂອງ​ກອງ​ທັບ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດທີ່​ສະຫງວນ​ໃຫ້​ແກ່​ບັນດາ​ນັກຮົບ ​ແລະ ປະຊາຊົນ​ຢູ່​ເທດສະບານ ​ເຈື່ອງ​ຊາ.

    “ພວກ​ຂ້າພະ​ເຈົ້າ​ກະ​ກຽມຕ້ອນຮັບ​ບຸນ​ເຕັດ​ນັບ​ແຕ່​ວັນ​ທີ 25​ ​ເດືອນ 12 ​(​ໄລ່​ຕາມ​ຈັນທະ​ປະຕິທິນ). ​ເຖິງ​ວ່າ​ບໍ່​ໄດ້​ຕ້ອນຮັບ​ບຸນ​ເຕັດ​ພ້ອມ​ກັບ​ຄອບຄົວ​ກໍ່ຕາມ, ​ແຕ່​ພວກ​ເຮົາ​ກໍ່​ຮູ້ສຶກ​ອົບ​ອຸ່ນ, ທຸກ​ຄົນ​ອວຍພອນ​ກັນ​ປຽບ​ເໝືອນ​ອ້າຍ​ນ້ອງ​ໃນ​ຄອບຄົວ​ດຽວ. ປີ​ນີ້​ບຸນ​ເຕັດ​ມີ​ຄວາມ​ອົບ​ອຸ່ນ ​ແລະ ຄົບ​ຖ້ວນ​ກວ່າ​ຊຸມ​ປີ​ກ່ອນ“.

    ບຸນ​ເຕັດ​ຢູ່​ເກາະ​ທີ່​ຫ່າງ​ໄກ​ໃນ​ປະຈຸ​ບັນ​ແມ່ນ​ຄົບ​ຖ້ວນ​ທຸກ​ສິ່ງ​ທຸກ​ຢ່າງ​ຄື​ຢູ່​ເຂດ​ດິນ​ຕໍ່​ແຜ່ນ. ນອກຈາກ​ສິນຄ້າ​ທີ່​ສົ່ງ​ມາ​ຈາກ​ເຂດ​ດິນ​ຕໍ່​ແຜ່ນ​ແລ້ວ, ​ເທດສະບານ ​ເຈື່ອງ​ຊາ​ຍັງ​ກະກຽມ​ທັນ​ຍາ​ຫານ, ສະບຽງ​ອາຫານ​​ເຊັ່ນ: ຊີ້ນ​ເປັດ, ຊີ້ນ​ໄກ່, ຊີ້​ໝູ, ປາສົດ, ຜັກ ​ແລະ ໝາກ​ໄມ້​​ໃຫ້​ຊຸມ​ວັນ​ບຸນ​ເຕັດຢ່າງ​ຄົບ​ຖ້ວນ. ​ເອື້ອຍ ​ເລ​ທິຈຸກ​ຮ່າ, ຊາວ​ເທດສະບານ, ​ໃຫ້​ຮູ້​ວ່າ:

    “​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ເຂດ​ດິນ​ຕໍ່​ແຜ່ນ ​ແລະ ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ, ດັ່ງ​ນັ້ນ​ບຸນ​ເຕັດ​ກໍ່​ມີ​ເຂົ້າຕົ້ມ, ຊີ້ນ​ໝູ, ​ແກງ​ໜໍ່​ໄມ້, ​ໄກ່, ​ເປັດ​ຢ່າງ​ຄົບ​ຖ້ວນ, ນອກ​ນັ້ນ​ພວກ​ເຮົາ​ຍັງ​ເຮັດ​ເຂົ້າໜົມ​ຫຼາຍ​ປະ​ເພດ​ອີກ“.

    ບຸນ​ເຕັດ​ປີ​ນີ້, ​ເທດສະບານ ​ເຈື່ອງ​ຊາ​ໄດ້​ຕ້ອນຮັບ​ແຂກ​ພິ​ເສດ, ນັ້ນ​ແມ່ນ​ສະມາຊິກ​ຊາວ​ໜຸ່ມ 5 ຄົນ​ຈາກ “ສະ​ໂມ​ສອນ​ໄວ​ໜຸ່ມ​ເພື່ອ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ“ ທີ່​ນຳ​ເອົາເຂົ້າຕົ້ມ 2016 ຫໍ່ ໂດຍບັນດາ​ສະມາຊິກ​ຊາວ​ໜຸ່ມ​ໃນ​ສະ​ໂມ​ສອນ​​ຫໍ່​​ແລະ​ຕົ້ມ​ເອງມາ​ຕ້ອນຮັບ​ບຸນ​ເຕັດພ້ອມ​ກັບ​ທະຫານ​ແລະ​ປະຊາຊົນ​ໃນ​ເກາະ. ​ເອື້ອຍ ບຸ່ຍ​ທິຮົ່ງຢວຽນ, ຊົນ​ເຜົ່າ​ເມື່ອ​ງ, ​ເມືອງ ລາກ​ເຊີນ, ​ແຂວງ ຮ່ວາ​ບິ່ງ, ສະມາຊິກ​ໃນ​ຄະນະ​ປະຕິບັດ​ງານ, ​ແບ່ງປັນ​ວ່າ:

    “ບຸນ​ເຕັດ​ປີ​ນີ້​ພິ​ເສດ ​ແລະ ມີ​ຄວາມ​ໝາຍ​ທີ່​ສຸດ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ, ​ຍ້ອນໄດ້​ຕ້ອນຮັບ​ບຸນ​​ເຕັດ​ພ້ອມ​ກັບ​ນັກຮົບ ​ແລະ ປະຊາຊົນ​ໃນ​ເກາະ“.

    ຄໍ່າຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່, ບັນດາ​ການ​ເຄື່ອນ​ໄຫວ​ສິລະ​ປະ, ວັດທະນະທຳ, ກິລາ… ກໍ່​​ດຳ​ເນີນ​ຢູ່​ເທດສະບານ ​ເຈື່ອງ​ຊາ. ບັນດາ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ພ້ອມ​ກັນ​ເຂົ້າ​ຮ່ວມ​ງານ​ບຸນ ​ແລະ ຮັບ​ຟັງ​ຄຳ​ອວຍພອນ​ປີ​ໃໝ່​ຂອງ​ປະທານ​ປະ​ເທດ.

ບຸນເຕັດແຫ່ງຄວາມອົບອຸ່ນຢູ່ເຈື່ອງຊາ - ảnh 2
(ພິທີ​ເຄົາລົບ​ທຸງຊາດ​)

    ສິ່ງ​ທີ່ເຄັ່ງ​ຂຶມ ​ແລະ ​ສັກສິດທີ່​ສຸດ​ໃນ​ຊຸມ​ວັນ​ບຸນ​ເຕັດ​ຢູ່​ໝູ່​ເກາະ ​ເຈື່ອງ​ຊາ​ແມ່ນ​ພິທີ​ເຄົາລົບ​ທຸງຊາດ​ໃນ​ຕອນ​ເຊົ້າ​ວັນ​ທຳ​ອິດ​ຂອງ​ປີ​ໃໝ່​ປີວ​ອກ, ພະນັກງານ, ນັກຮົບ​ໃນ​ຊຸດ​ເຄື່ອງ​ແບບ​ທະຫານ​ ພ້ອມ​ກັບ​ປະຊາຊົນ, ​ເດັກນ້ອຍ​ຢືນ​ເປັນ​ແຖວ​ຢ່າງ​ເຄັ່ງຂຶມ​ໃຕ້​ທຸງຊາດ​ສີ​ແດງ​ດາວ​ເຫຼືອ​ງພວມປິວ​ສະ​ບັດ​ໃນ​ແສງຕາ​ເວັນ​ຍາມ​ເຊົ້າ​ຕົ້ນ​ປີ​ເພື່ອ​ຄຳນັບ​ທຸງ. ພັນ​ຕີ ຫງວຽນ​ວັນ​ຕ໋ວນ, ນັກ​ການ​ເມືອງ​ຂອງ​ເກາະ ​ເຈື່ອງ​ຊາ, ​ແບ່ງປັນ​ວ່າ:

    “ຄຳນັບ​ທຸງຍາມ​ຕົ້ນ​ປີ​ໃໝ່​ແມ່ນ​ພິທີ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ສຳລັບ​ຊາວ​ ຫວຽດນາມ​ແຕ່ລະຄົນ, ພິ​ເສດ, ມັນ​ມີ​ຄວາມ​ໝາຍ​ກວ່າ​ເມື່ອ​ດຳ​ເນີນ​ຢູ່​ໝູ່​ເກາະ ​ເຈື່ອງ​ຊາ, ​​ເຂດ​ແດນ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ. ພິທີ​ເຄົາລົບ​ທຸງຊາດ​ຍາມ​ຕົ້ນ​ປີ​ໄດ້​ສ້າງ​ຄວາມ​ສະ​ເທືອ​ນ​ໃຈ​ທີ່​ສຸດໃຫ້​ແກ່​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ເມື່ອ​ເປັນ​ກຽດ​ທີ່​ໄດ້​ຄຳນັບ​ທຸງຊາດ​ພ້ອມ​ກັບ​ພະນັກງານ, ນັກຮົບ​ໃນ​ເກາະ​ເຈື່ອງ​ຊາຍາ​ມຕົ້ນ​ລະດູບານ​ໃໝ່. ​ເວລາ​ນັ້ນ​ຂ້າພະ​ເຈົ້າ​ປາຖະໜາ​ວ່າ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ໃນ​ເກາະ​ຈະ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ສາມັກຄີ, ປີ​ໃໝ່​ໄດ້​ຮັບ​ໄຊຊະນະ​ໃໝ່ ​ແລະ ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ໃນ​ເກາະ, ທະ​ເລ​ຂອງ​ປະ​ເທດ​ຊາດ“.

    ພາຍຫຼັງ​ພິທີ​ຄຳນັບ​ທຸງຊາດ, ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ເທດສະບານ ​ເຈື່ອງ​ຊາ​ພ້ອມ​ກັນ​ເຂົ້າ​ວັດ​ຈູດ​ທູບ​ທຽນ ພາວະນາ​ໃຫ້​ປີ​ໃໝ່​ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ, ຫຼັງ​ຈາກ​ນັ້ນ​ຖະຫວາຍ​ທູບ​ທຽນ​ຢູ່​ອານຸສອນ​ສະຖານ​ປະທານ ​ໂຮ່ຈີ​ມິນ ​ແລະ ອະນຸສາວະລີ​ບັນດາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.

    ຕໍ່​ຈາກ​ນັ້ນ, ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ໃນ​ເກາະ​ພ້ອມ​ກັນ​ມາ​ຢ້ຽມຢາມ​ແຕ່​ລະ​ຄອບຄົວ​ປະຊາຊົນ, ​ແຮກໝານ​ສຳນັກງານ, ອວຍພອນ​ກັນ​ປີ​ໃໝ່​ປະສົບ​ແຕ່​ຄວາມ​​ໂຊກ​ດີ.
ບຸນເຕັດແຫ່ງຄວາມອົບອຸ່ນຢູ່ເຈື່ອງຊາ - ảnh 3
(ບັນດານັກຮົບພວມກະກຽມດອກໄມ້)

    ​ໃນ​ຊຸມ​ວັນ​ບຸນ​ເຕັດ, ​ບັນຍາກາດ​ຢູ່ເທດສະບານ ​ເຈື່ອງ​ຊາມີ​ຄວາມ​ຟົດ​ຟື້ນ​ດ້ວຍ​ການ​ເຄື່ອນ​ໄຫວ​ກິລາ, ວັດທະນະທຳ​ຄື​ຢູ່​ເຂດ​ດິນ​ຕໍ່​ແຜ່ນ, ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ລະ​ຫຼິ້ນ​ພື້ນ​ເມືອງ​ຕ່າງໆ. ພັນ​ຕີ ​ໂດ​ຫາຍ​ດັງ, ນັກ​ການ​ເມືອງ, ຮອງ​ຫົວໜ້າ​ເກາະ ​ເຈື່ອງ​ຊາ, ​ໃຫ້​ຮູ້​ວ່າ:

    “​ໃນ​ບຸນ​ເຕັດພວກ​ຂ້າພະ​ເຈົ້າ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ກິລາ​ຫຼາຍ​ຢ່າງ​ເຊັ່ນ: ດຶງ​ເຊືອກ, ​ເຕະບານ, ບານ​ສົ່ງ. ພວກ​ເຮົາ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແຂ່ງຂັນ​ລະຫວ່າງ​ບັນດາ​ກົມ​ກອງ​ນຳ​ກັນ, ສ້າງ​ເງື່ອນ​ໄຂ​ໃຫ້​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ເຂົ້າ​ຮ່ວມ​ເພື່ອ​ອອກກຳລັງ​ກາຍ​ເຮັດ​ໃຫ້​ຂຸ​ຂະ​ພາບ​ຂອງ​ອ້າຍ​ນ້ອງ​ເຂັ້ມ​ແຂງ​ກວ່າ​ອີກ“.

    ພາຍຫຼັງ​ຊຸມ​ວັນ​ບຸນ​ເຕັດ​ທີ່​ອົບ​ອຸ່ນ, ​ເຕັມ​ໄປ​ດ້ວຍ​ນ້ຳໃຈອັນ​ສະໜິດສະໜົມ​ລະຫວ່າງ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ເທດສະບານ ​ເຈື່ອງ​ຊາ, ​ເຂົາ​ເຈົ້າ​ກໍ່​ເລີ່​ມກ້າວ​ເຂົ້າ​ສູ່​ຊຸມ​ວັນ​ເຮັດ​ວຽກ​ດ້ວຍ​ຄວາມ​ປາຖະໜາ​ວ່າ​ປີ​ໃໝ່​ມີ​ຄວາມ​ສະຫງົບ​ສຸກ. ​ເຖິງ​ວ່າ​ຈະ​ຢູ່​ໄກ​ຈາກ​ເຂດ​ດິນ​ຕໍ່​ແຜ່ນ ​ແລະ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຂາດ​ເຂີນ​ບໍ່​ແມ່ນ​ໜ້ອຍ, ​ແຕ່​ບັນດາ​ພະນັກງານ​ນັກຮົບ​ໃນ​ເກາະ​ຍາມ​ໃດກໍ່ພ້ອມ​ແລ້ວ​ທີ່​ຈະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຮັກສາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງປະຊາຊົນ​ໃນ​ເຂດ​ດິນ​ຕໍ່​ແຜ່ນ​ໄດ້​ມອບ​ໝາຍ​ໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ