ບ່ອນຫຼໍ່ລ້ຽງຄວາມຮັກປຶ້ມຂອງເດັກນ້ອຍ

(VOVWORLD) -ຫໍສະມຸດມີເນື້ອທີ່ປະມານ 60 ຕາແມັດ, ມີປຶ້ມເກືອບ 2.000 ຫົວ ແລະ ໄດ້ຈັດແບ່ງຕາມແຕ່ລະຂົງເຂດ.

ບ່ອນຫຼໍ່ລ້ຽງຄວາມຮັກປຶ້ມຂອງເດັກນ້ອຍ - ảnh 1  (ຫໍສະໝຸດ ເຢືອງລ້ຽວ ເຄື່ອນໄຫວມາເປັນເວລາ 7 ປີແລ້ວ)

ຢູ່ຕາແສງ ເຢືອງລ້ຽວ, ເມືອງ ຮ່ວາຍດຶ໊ກ, ນະຄອນຮ່າໂນ້ຍ, ມີສະຖານທີ່ແຫ່ງໜຶ່ງ ເຊິ່ງແຕ່ດົນນານມາແລ້ວໄດ້ກາຍເປັນບ່ອນລຶ້ງເຄີຍຂອງພວກນ້ອງນ້ອຍ. ນັ້ນແມ່ນຫໍສະໝຸດ ເຢືອງລ້ຽວ - ເຊິ່ງແມ່ນຫໍສະໝຸດຂອງເອກະຊົນໂດຍບັນດາເພື່ອນໜຸ່ມສ້າງຕັ້ງຂຶ້ນ.

        ດ້ວຍຄວາມຫວັງຢາກນຳພູມປັນຍາມາສູ່ເຂດບ້ານນາ, ຊ່ວຍໃຫ້ພວກນ້ອງມີໂອກາດສຳຜັດກັບວັດທະນະທຳທີ່ຈົບງາມ ທົດແທນການຫຼີ້ນເກມ, ອ້າຍ ຫງວຽນບ໊າເລືອງ ແລະ ເພື່ອນຂອງຕົນແມ່ນ ຟຸ່ງບ໊າຮືງ ພ້ອມກັບເພື່ອນໜຸ່ມກຸ່ມໜຶ່ງຢູ່ຕາແສງ ເຢືອງລ້ຽວ ໄດ້ສ້າງຕັ້ງຫໍສະໝຸດເອກະຊົນຂຶ້ນມາໂດຍບໍ່ເກັບຄ່າເຂົ້າ. ເຖິງວ່າຈະເປີດປະຕູພຽງແຕ່ຕອນຄ່ຳວັນອັງຄານ, ວັນພະຫັດ, ວັນເສົາ ແລະ ວັນອາທິດ ໃນແຕ່ລະອາທິດກໍ່ຕາມ, ແຕ່ຈຳນວນນ້ອງນ້ອຍທີ່ມາຫໍສະໝຸດແມ່ນຫຼາຍພໍສົນຄວນ.

        “ນ້ອງມັກແຫ່ງນີ້ຫຼາຍ. ແຕ່ລະມື້ນ້ອງໄດ້ອ່ານປຶ້ມຫົວໜຶ່ງ ແລະ ນ້ອງເຫັນວ່າມັນມີປະໂຫຍດຫຼາຍ. ຢູ່ແຫ່ງນີ້ມີປຶ້ມຫຼາຍຫົວຍາກທີ່ຈະຊອກຫາຊື້ໄດ້ຍ້ອນມັນມີລາຄາແພງທີ່ສຸດ, ແຕ່ມາແຫ່ງນີ້ນ້ອງໄດ້ອ່ານໂດຍບໍ່ເສຍຄ່າ”.

        “ມາແຫ່ງນີ້ນ້ອງມ່ວນຫຼາຍ, ຢູ່ທີ່ນີ້ມີເພື່ອນຫຼາຍຄົນພ້ອມກັນອ່ານປຶ້ມ”

        ບໍ່ພຽງແຕ່ພວກນ້ອງນ້ອຍເທົ່ານັ້ນ, ຫາກຍັງມີຜູ້ມີອາຍຸສູງຢູ່ທ້ອງຖິ່ນກໍ່ມາ ຊອກຫາອ່ານປຶ້ມທີ່ຕົນນິຍົມຢູ່ຫໍສະໝຸດແຫ່ງນີ້. ແມ່ເຖົ້າ ຟິ໊ທິລ້ຽວ, ອາຍຸ 74 ປີ, ແບ່ງປັນວ່າ.

        “ຂ້າພະເຈົ້າມັກອ່ານປຶ້ມ ແລະ ມັກຢືມປຶ້ມກັບເມືອບ້ານ. ເລື່ອງອ່ານປຶ້ມ ແລະ ຢືມປຶ້ມຢູ່ທີ່ນີ້ລ້ວນແຕ່ບໍ່ເສຍເງິນ, ອ່ານປຶ້ມແມ່ນເປັນປະໂຫຍດ ແລະ ຮູ້ສຶກມີຄວາມເບີກບານມ່ວນຊື່ນກວ່າ”.

        ຫໍສະໝຸດ ເຢືອງລ້ຽວ ເຄື່ອນໄຫວມາເປັນເວລາ 7 ປີແລ້ວ. ຕອນຫາກໍ່ເປີດໃໝ່ໆ, ຫໍສະໝຸດມີປຶ້ມປະມານ 300 ຫົວເທົ່ານັ້ນ. ອ້າຍ ຟຸ່ງບ໊າຮຶງ ພ້ອມກັບບັນດາເພື່ອນໜຸ່ມອາສາສະໝັກຕ້ອງໄປຂົນຂວາຍຜູ້ບໍລິຈາກມີຈິດໃຈສັດທາ ແລະ ຜ່ານສື່ສັງຄົມອອນລາຍ, ພ້ອມທັງຂົນຂວາຍປະຊາຊົນໃນຕາແສງໃຫ້ພາລູກມາອ່ານປຶ້ມ. ນອກຈາກອ່ານຢູ່ຫໍສະໝຸດແລ້ວ, ຖ້າມີຄວາມຕ້ອງການຢາກຢືມປຶ້ມກັບບ້ານ, ພວກນ້ອງນ້ອຍຈະໄດ້ຮັບບັດຢືມປຶ້ມໂດຍບໍ່ໄດ້ເສຍເງິນ. ອ້າຍ ຟຸ່ງບ໊າຮຶງ, ນັກຄຸ້ມຄອງຫໍສະໝຸດ,  ໃຫ້ຮູ້ວ່າ.

        “ມີນ້ອງໆຫຼາຍຄົນຢູ່ບ່ອນອື່ນກໍ່ມາອ່ານປຶ້ມຢູ່ຫໍສະໝຸດນີ້ ຍ້ອນວ່າພວກນ້ອງບໍ່ມີບ່ອນອ່ານ ແລະ ຊອກຮູ້. ເມື່ອເປີດຫໍສະໝຸດນີ້, ພວກນ້ອງກໍ່ພາກັນມາອ່ານປຶ້ມ ແລະ ມື້ໃດຫໍສະມຸດບໍ່ເປີດພວກນ້ອງກໍ່ຮູ້ສຶກເຫງົາຫຼາຍ”.

        ຫໍສະມຸດມີເນື້ອທີ່ປະມານ 60 ຕາແມັດ, ມີປຶ້ມເກືອບ 2.000 ຫົວ ແລະ ໄດ້ຈັດແບ່ງຕາມແຕ່ລະຂົງເຂດ. ປຶ້ມແຕ່ລະຂົງເຂດໄດ້ມີເຄື່ອງໝາຍດ້ວຍສີທີ່ແຕກຕ່າງກັນເພື່ອໃຫ້ພວກນ້ອງຮູ້ໄດ້ວ່າ: ປຶ້ມວັດທະນະທຳ, ປຶ້ມວິທະຍາສາດ, ປຶ້ມບຳລຸງກ່ຽວກັບຄວາມເປັນມະນຸດ…

        ປະຈຸບັນ, ອ້າຍ ຟຸ່ງບ໊າຮຶງ ພວມເຮັດວຽກກ່ຽວກັບເຕັກໂນໂລຊີໃຫ້ກຸ່ມບໍລິສັດຂອງຍີ່ປຸ່ນ ແລະ ໄດ້ບໍລິຫານຫໍສະມຸດໂດຍກົງ, ດ້ວຍທ່າແຮງທາງດ້ານເຕັກໂນໂລຊີ, ອ້າຍໄດ້ສ້າງ fanpage ຢູ່ສື່ Facebook ເພື່ອຮຽກຮ້ອງການບໍລິຈາກປຶ້ມ ແລະ ຈັດຕັ້ງບັນດາເຫດການເພື່ອສ້າງກອງທຶນຄື: ພິມປະຕິທິນຂອງບ້ານ, ຂາຍເຄື່ອງທີ່ລະນຶກ, ຫໍ່ເຂົ້າຕົ້ມ… ບໍ່ອາດຄິດເລີຍວ່າ ບັນດາພວກນ້ອງໆຢູ່ໃນບ້ານ, ຕາແສງ ກໍ່ມີຄວາມຫ້າວຫັນເມື່ອເຂົ້າຮ່ວມບັນດາເຫດການຂອງຫໍສະມຸດ. ຜ່ານ fanpage ນີ້, ມີຜູ້ໃຈບຸນໃຈກຸສົນຫຼາຍຄົນຢູ່ນະຄອນໂຮ່ຈີມິນ, ຮ່າໂນ້ຍ ແລະ ບັນດາທ້ອງຖິ່ນອື່ນໆກໍ່ໄດ້ສົ່ງປຶ້ມມາໃຫ້ຫໍສະໝຸດ. ອ້າຍ ຟຸ່ງບ໊າຮຶງ, ໃຫ້ຮູ້ວ່າ.

        “ປຶ້ມຢູ່ຫໍສະໝຸດນີ້ໄດ້ມີເຖິງ 95% ແມ່ນຂອງຜູ້ອ່ານຢູ່ທຸກແທບຖິ່ນມອບໃຫ້. ຫໍສະມຸດຊື້ໃໝ່ ແລະ ເພີ່ມຕື່ມມີແຕ່ປະມານ 5% ເທົ່ານັ້ນ. ເມື່ອທຸກຄົນຮູ້ຈັກຫໍສະມຸດນີ້ ໄດ້ສະໜັບສະໜູນເປັນຈຳນວນຫຼາຍ, ຊ້ຳບໍ່ໜຳມາຮອດປະຈຸບັນ ພວກຂ້າພະເຈົ້າບໍ່ຕ້ອງຊື້ປຶ້ມອີກ. ເພື່ອຮັກສາການເຄື່ອນໄຫວຂອງຫໍສະມຸດນີ້ແມ່ນຕ້ອງມີຄວາມຮັກ, ຄວາມຮັບຜິດຊອບ… ນອກນັ້ນ, ຕ້ອງເວົ້າເຖິງຖັນແຖວນັກອາສາສະໝັກຂອງຫໍສະມຸດ. ປະຈຸບັນມີນັກອາສາສະໝັກທີ່ເປັນນັກຮຽນ, ນັກສຶກສາເຂົ້າຮ່ວມກວ່າ 70 ຄົນແລ້ວ”.

        ມາຮອດປະຈຸບັນ, ຫໍສະມຸດ ເຢືອງລ້ຽວ ໄດ້ມີຜູ້ເຮັດບັດມາອ່ານເປັນປະຈຳລວມກວ່າ 700 ຄົນແລ້ວ. ມີຫຼາຍຄົນບໍ່ໄດ້ເຮັດບັດກໍ່ມາອ່ານປຶ້ມຢູ່ແຫ່ງນີ້ ແລະ ເຂົ້າຮ່ວມບັນດາເຫດການໂດຍຫໍສະໝຸດຈັດຕັ້ງ, ທັງເປັນການສ້າງກອງທຶນ, ທັງເປັນ ແຫຼ່ງລະດົມກຳລັງໃຈທີ່ສະໜິດຕິດພັນໃນວົງຄະນະຍາດ ແລະ ສົ່ງເສີມຄວາມເມົາມົວຫຼົງໄຫຼກັບການອ່ານປຶ້ມຂອງເດັກນ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ