ບ້ານຄວກ-ໝູ່ບ້ານຂັບແຈ່ວທີ່ມີຊື່ສຽງຢູ່ແຂວງ ທາຍບີງ


(vovworld)-ບ້ານ​ຄວກ ຂຶ້ນ​ກັບ​ຕາ​ແສງ ຟອງ​ເຈົາ ເມືອງ ດົງ​ຮືງ ແຂວງ ທາຍ​ບີງ ແມ່ນ​ຫນຶ່ງ​ໃນ ອູ່​ຂັບ​ແຈ່ວ 7 ແຫ່ງ​ຂອງ​ຫວຽດ​ນາມ ດ້ວຍກອງ​ຂັບ​ແຈ່ວ​ນັບ​ສີບໆ​ກອງໄປ​ສະ​ແດງ​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ. ຊາວ​ບ້ານຄວກ ມີ​ຊື່​ສຽງ​ດ້ວຍ​ການ​ຂັບ​ແຈ່ວ​ມ່ວນ, ຟ້ອນ​ງາມ. ໃນ​ລາຍ​ການ​ສາ​ລະ​ຄະ​ດີ​ພາກນີ້ ເຊີນ​ທ່ານ​ພ້ອມ​ກັບ​ນັກ​ຂ່າວ ງອກ​ງ່າ ມາ​ຢ້ຽມ​ຢາມ​ບ້ານ​ຄວກ-ໝູ່​ບ້ານ​ຂັບ​ແຈ່ວ​ທີ່​ມີ​ຊື່​ສຽງ​ຢູ່​ແຂວງ ທາຍ​ບີງ.

       

ບ້ານຄວກ-ໝູ່ບ້ານຂັບແຈ່ວທີ່ມີຊື່ສຽງຢູ່ແຂວງ ທາຍບີງ - ảnh 1
ຊາວ​ບ້ານ​ຄວກ ຜູ້​ໃດ​ກໍ່​ຮູ້​ຈັກ​ຂັບ​ແຈ່ວ
ພາບ:vov

        ທີ່​ທ່ານ​ຫາ​ກໍ​ຮັບ​ຟັງ​ຜ່ານ​ໄປ​ແລ້ວນັ້ນ ແມ່ນ​ສຽງ​ຂັບ​ແຈ່ວ​ຂອງ​ຫລານ ຟ້າມ​ທິ​ຫາຍ, ອາ​ຍຸ 6 ປີ ຢູ່ ບ້ານ​ຄວກ. ກໍ​ເຊັນ​ດຽວ​ກັນ​ກັບ​ປະ​ຊາ​ຊົນ​ທຸກ​ຄົນ​ໃນ​ບ້ານ, ເມື່ອ​ອາ​ຍຸ 2-3 ປີ, ຫລານ​ຫາຍ​ໄດ້ຮູ້​ຈັກ​ຂັບ​ແຈ່ວ​ແລ້ວ. ບໍ່​ຮູ້​​ຈັກວ່າ​ຂັບ​ແຈ່ວ​ຢູ່​ບ້ານ​ຄວກມີ​ມາ​ແຕ່​ເມື່ອ​ໃດ, ພຽງ​ແຕ່​​ໄດ້ຍິ​ນ​ວ່າ ຂັບ​ແຈ່ວ​ບ້ານ​ຄວກມ​ີ​ຊື່​ສຽງ​ມາ​ແຕ່​ດົນ​ນານ​ແລ້ວ ແລະ ຂັບ​ແຈ່ວ​ໄດ້​ນຳ​ມາ​ເຊິ່ງ​ລາຍ​ຮັບ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ທີ່ນີ້. ​ສະ​ນັ້ນ​ໃນ​ການ​ໂອ້​ລົມ​ນຳ​ກັນ, ບາງ​ເທຶື່ອຊາວ​ບ້ານ​ຄວກ​​ກໍ​ນຳ​ໃຊ້​ທຳ​ນອງ​ແຈ່ວ. ປ້າ ຫງວຽນ​ທິ​ມີງ, ຊາວ​ບ້ານ​ຄວກ ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າເມົາ​ມົວກັບ​​ທຳ​ນອງ​ແຈ່ວມາ​ແຕ່​ຄາວ​ຍັງ​ນ້ອຍ ແລະຢູ່​ໃນ​ຄອບ​ຄົວ​ຂ້າ​ພະ​ເຈົ້າ ລູກ​ຫລານ​ທຸກ​ຄົນ​ລ້ວນ​ແຕ່​ຮູ​້​ຈັກ​ຂັບ​ແຈ່ວ ແລະ ສາ​ມາດ​ສະ​ແດງ​​ບົດ​ລະ​ຄອນ​ແຈ່ວໃດ​ຫນຶ່ງ​ໄດ້. ເມື່ອ​ມີ​ໂອ​ກາດ​ໄດ້​ຮັບ​ຟັງ​ການ​ຂັບ​ແຈ່ວ ຮູ້​ສຶກວ່າ​ມ່ວນ​ຫລາຍ, ຈິດ​ໃຈ​ສະ​ຫວາດ​ສະ​ເຫວີຍ​ທີ່​ສຸດ”

 

ບ້ານຄວກ-ໝູ່ບ້ານຂັບແຈ່ວທີ່ມີຊື່ສຽງຢູ່ແຂວງ ທາຍບີງ - ảnh 2
ເດັກ​ນ້ອຍ​ຢູ່​ບ້ານຄວກ​ຮຽນ​ຂັບ​ແຈ່ວ
ພາບ:internet

        ທ່ານ ກວກວັນ​ເຊົາ, ພະ​ນັກ​ງານ​ວັດ​ທະ​ນະ​ທຳ ຕາ​ແສງ ຝອງ​ເຈົາ ເມືອງ ດົງ​ຮືງ ແຂວງ ທາຍ​ບີງ ໃຫ້​ຮູ້​ວ່າ:

        “ປະ​ຊາ​ຊົນ​ທຸກ​ຄົນ​ຢູ່​ບ້ານ​ຄວກ​ເມົາ​ມົວ​ກັບ​ການຂັບ​ແຈ່ວ ຍ້ອນ​ວ່າ​ເມື່ອ​ຄາວ​​ຍັງ​ນ້ອຍ ຜູ້​ໃດ​ກໍລ້ວນ​ແຕ່​ໄດ້​ຮັບ​ຟັງ​ສຽງ​ຂັບ​ແຈ່ວ​ຈາກ​ແມ່ແລ້ວ. ສະ​ນັ້ນ ສຽງ​ຂັບ​ແຈ່ວ​ໄດ້​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ທຸກ​ຄົນ. ການ​ຂັບ​ແຈ່ວ​ຢູ່​ບ້ານ​ຄວກ​ແມ່ນ​ການ​ດຳ​ເນີນ​ຊີ​ວິດ​ວັດ​ທະ​ນະ​ທຳ ທີ່​ຂາດບໍ່​ໄດ້​ສຳ​ລັບ​ຊາວ​ບ້ານ.”

        ປະ​ຈຸ​ບັນ ໃນ​ກວ່າ 150 ທຳ​ນອງ​ຂັບ​ແຈ່ວ ແລະ ບົດ​ລະ​ຄອນ​ແຈ່ວ, ຊາວ​ບ້ານ​ຄວກ ສາ​ມາດ​ຂັບ​ໄດ້​ນັບ​ຮ້ອ​ຍ​ທ​ຳ​ນອງ, ແລະ ບາງ​ທຳ​ນອງ​​ແຈ່ວພຽງ​ແຕ່​​ຊາວ​ບ້ານ​ຄວກຂັບ​ຄື: ຮ່າ​ຫວີ້, ທູ​ຄົງ, ຢ​ວຽນ​ເຟີ້ນ, ຕ໋າ​ຕື​ເດືອງ ແລະ ບັນ​ດາ​ບົດ​ລະ​ຄອນ​ແຈ່ວ​ຄື: ຟານ​ເຈີນ, ກີມ​ຍານ, ຕົງ​ເຈີນ​ກຸກ​ຮ​ວາ. ບັນ​ດາ​ນັກ​ສິ​ລະ​ປະ​ກອນ​ບ້ານ​ຄວກ ຍາມ​ໃດ​ກໍ​ຮັກ​ສາ​ທຳ​ນອງ​ແຈ່ວ​ບູ​ຮານ. ທ່ານ ກວກວັນ​ເຊົາ, ພະ​ນັກ​ງານ​ວັດ​ທະ​ນະ​ທຳ ຕ​າ​ແສງ ແບ່ງ​ປັນ​ວ່າ:

        “ຊາວ ​ບ້ານ​ຄວກ ຂັບ​ແຈ່ວ​ມ່ວນ ແລະ​ເກັ່ງ​ກວ່າ​ຊາວ​ບ້ານ​ອື່ນ, ລີ​ລາ​ການ​ສະ​ແດງ​ກໍ​ຈັບ​ອົກ​ຈັບ​ໃຈ. ບາງ​ເທື່ອ​​ເນື້ອ​ເພງບໍ່​ມີ​ໃນບົດ​ລະ​ຄອນ​ແຈ່ວ ແຕ່​ເຂົາ​ເຈົ້າ​ສາ​ມາດ​ສ້າງ​ທຳ​ນອງ​ແຈ່ວ​ ແລະ ຜູ້​ຊົມ​ບໍ່ສາ​ມາດ​ຈຳ​ແນກ​ໄດ້.”

         ຜ່ານ​ການ​ຜັນ​ແປ​ ແລະ ປ່ຽນ​ແປງ​ໃນ​ຊີ​ວິດ​, ຂັບ​ແຈ່ວ​ບ້ານ​ຄວກ ຍາມ​ໃດ​ກໍ​ຍືນ​ຍົງ​ຄົງ​ຕົວ ແລະ ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ຊາວ​ບ້ານ​ໝົດ​ທຸກ​ຄົນ. ການ​ຮ້ອງ​ລຳ​ທຳ​ເພງ, ຂັບ​ແຈ່ວ ໄດ້​ກາຍ​ເປັນ​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ບ​້ານ​ຄວກ, ພິ​ເສດ ເມື່ອ​ລະ​ດູ​ບານ​ໃຫມ່​ບຸນ​ເຕັດ​ວຽນ​ມາ, ຜູ້​ທີ່​ຫ່າງ​ໄກ​ບ້ານ​ເກີດ​ເມືອງນອນ​ກໍລ້ວນ​ແຕ່​​ກັບເມືອ​ເຕົ້າ​ໂຮມ​ກັນ​ເພື່ອ​ເຂົ້າ​ຮ່ວມ​ການ​ປະ​ກວດຂັບ​ແຈ່ວ​ພ້ອມ​ກັບ​ຊາວ​ບ້ານ. ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ພົບ​ປະ​ກັນ, ຮ່ຳ​ຮຽນ​ເຊິ່ງ​ກັນ ແລະ ກັນ ແລະ ກໍ​ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ​ໃນ​ບ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ