ປະສິດທິຜົນຈາກ ຮູບແບບທ່ອງທ່ຽວເຂດຊຸມຊົນຢູ່ ແຂວງດ້ຽນບຽນ

ເມື່ອ​ມີ​ໂອ​ກາດ​ລົງ​ຢ້ຽມຢາມເຂດ​ດິນ​ດ້ຽນ​ບຽນ, ນອກ​ຈາກ​ເຂດ​ຮອງ​ຮອຍ​ສະ​ຖານ​ໄຊ​ຊະ​ນະ​ດ້ຽນ​ບຽນ​ຝູ ແລ້ວ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຍັງ​ຈະ​ໄດ້​ເຫັນ​ບັນ​ດາ​ໝູ່​ບ້ານ ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ພໍ່ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າຢູ່​ທ້ອງ​ຖິ່ນ. ໃນ​ຊຸມ​ປີມໍ່ໆ​ມານີ້, ແຂວງ​ດ້ຽນ​ບຽນໄດ້​ພັດ​ທະ​ນາ​ຮູບ​ແບບ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ​ຕິດ​ພັນ​ກັບ​ສະ​ຖານ​ທີ່​ແຫ່ງ​ປະ​ຫວັດ​ສາດ​ທີ່​ລື່​ຊື.

   

ປະສິດທິຜົນຈາກ ຮູບແບບທ່ອງທ່ຽວເຂດຊຸມຊົນຢູ່ ແຂວງດ້ຽນບຽນ - ảnh 1
ຫໍ​ວັດ​ທະ​ນະ​ທຳ​ບ້ານ​ເມັ້ນ-ແຫ່ງ​ຕ້ອນ​ຮັບ ແລະ ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ

      ໂດຍ​ຖ​ືກ​ຕັ້ງ​ຢ​ູ່​ໃນ​ທ່າມ​ກາງ​ເຂດ​ພູ​ຜາ​ປ່າ​ໄມ້ ແລະ ບັນ​ດາ​ເນື້ອ​ທີ່​ໄຮ່​ນາ​ຮົ້ວ​ສວນ, ບ້ານ​ເມັ້ນ​ໃນ​ຕາ​ແສງ ແທງ​ເນືອ ເມືອງ, ແຂວງ​ດ້ຽນ​ບຽນເປັນ​ທີ່​ຮູ້​ຈັກ​ກັນ​ດີ​ດ້ວຍ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ​ທີ່​ດູດ​ດື່ມ. ສຳ​ລັບ​ຊາວ​ບ້ານ​ເມັ້ນ​ແລ້ວ, ຍ​ອ້ນ​ເຂົ້າ​ໃຈ​ໄດ້​ເຖິງ​ຄວາມ​ໝາຍ​ຂອງ​ການ​ພັດ​ທະ​ນາການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຫຼາຍ​ຄອບ​ຄົວ​ໃນ​ບ້ານ​ໄດ້​ລົງ​ທຶນ​ເພື່ອ​ເປັນ​ເຈົ້າການກໍ່​ສ້າງ​ຍົກ​ລະ​ດັບ​ເຮືອນ​ຢູ່​, ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ. ທ່ານກວ່າງວັນ​ເທືອງ ພະ​ນັກ​ງານ​ ບ້ານ​ເມັ້ນ ໃຫ້​ຮູ້​ວ່າ : 

   “ ກ່ອນນີ້, ຂະ​ນະ​ທີ່​ຍັງ​ບໍ່​ທັນ​ກໍ່​ສ້າງ​ເປັນ​ບ້ານ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວນັ້ນ, ບ້ານ​ເມັ້ນ ບໍ່​ມີ​ທາງ​ຄົມ​ມະ​ນາ​ຄົມ, ເຮືອນ​ຊານ​ຄື​ໃນ​ປະ​ຈຸ​ບັນ. ນັບ​ຕັ້ງ​ແຕ່​ໄດ້ກໍ່​ສ້າງ​ເປັນ​ບ້ານ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ, ໄດ້​ຮັບ​ການ​ຕ້ອນ​ຮັບ ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດຫຼາຍ​ຄະ​ນະ, ດັ່ງ​ນັ້ນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ທ້ອງ​ຖິ່ນ​ໄດ້​ປ່ຽນ​ແປງ​ຢ່າງ​ເຫັນ​ໄດ້​ຊັດ ”.

    ​​ຊີວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ບ້ານ​ຟຽງ​ເລີຍ, ຕາ​ແສງ ແທງ​ມິນ​ທີ່​ນະ​ຄອນ​ດ້ຽນ​ບຽນ ກໍ​ໄດ້​ປ່ຽນ​ແປງ​ຢ່າງ​ເຫັນ​ໄດ້​ຊັດພາຍຫຼັງ 10 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍຮູບ​ແບບ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ.    ​ອ້າຍ ກວ່າງວັນ​ມວນ ຢູ່​ບ້ານ​ພ​ຽງ​ເລີຍ​ໃຫ້​ຮ​ູ້​ວ່າ : 

   “ ນັບ​ແຕ່​ເວ​ລາ​ໄດ້​ຮັບ​ການ​ຮັບ​ຮອງ​ເປັນ​ບ້ານ​ວັດ​ທະ​ນະ​ທຳ, ແຂກ​ທ່ອງ​ທ່ຽວ​ໄດ້​ເຂົ້າ​ມາ​ຢ້ຽມ​ຢາມ​ໝູ່​ບ້ານ, ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ທ້ອງ​ຖິ່ນ​ໄດ້​ປ່ຽນ​ແປງ​ຢ່າງ​ເຫັນ​ໄດ້​ຊັດ. ເພາະ​ເມື່ອ​ມີ​ແຂກ​ມາ​ເຮືອນ, ເຂົາ​ເຈົ້າກໍ​ໄດ້​ປຸງ​ແຕ່ງ​ອາ​ຫານ​ຮັບ​ໃຊ້​ແຂກ ”

    ທ່ານ ດ​ວານ​ວັນ​ຈີ, ຮອງ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ-ກິ​ລາ ແລະ ທ່ອງ​ທ່ຽວແຂວງ​ດ້ຽນ​ບຽນ ໃຫ້​ຮູ້​ວ່າ : ພ້ອມ​ກັບ​ການ​ທ່ອງ​ທ່ຽວ​ຢູ່​ເຂດ​ຮອງ​ຮອຍ​ສະ​ຖານ​ປະ​ຫວັດ​ສາດນັ້ນ, ສາງມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຈາກ​ບັນ​ດາ​ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ, ອາ​ຊີບ​ຫັດ​ຖະ​ກຳ, ຕະຫຼອດ​ຮອດ​ບັນ​ດາ​ງານ​ບຸນ​ປະ​ເພ​ນີ​ອັນ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ທ້ອງ​ຖິ່ນ ກໍ​ໄດ້​ປະ​ກອບ​ສ່ວນ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ນັບ​ມື້​ນັບຫຼາຍ​ຂຶ້ນ.  

ຕອບກັບ

ຂ່າວ/ບົດ​ອື່ນ