ຜູ້ນຳເອົາພະລັງຊີວິດມາໃຫ້ວັດທະນະທຳການອ່ານ

(VOVWORLD) - ກ່ວາ 40 ປີທີ່ຜ່ານມາ, ຍາມໃດນັກສະສົມປຶ້ມ ຫວູກີມດ່ຽນ ກໍ່ຮັກສານິດໃສທີ່ຮັກການອ່ານ ປຶ້ມ ເພື່ອເພີ່ມຄວາມຮູ້ໃຫ້ແກ່ຕົນເອງ. ບໍ່ພຽງແຕ່ເທົ່ານັ້ນ, ທ່ານຍັງສະຫງວນເວລາເພື່ອໃຫ້ຄຳປຶກສາໃຫ້ຜູ້ອ່ານໄດ້ສຳພັດກັບປື້ມ, ເພື່ອແນໃສ່ສົ່ງແຮງບັນດານໃຈ, ຄວາມຫຼົງໃຫຼ ແລະ ນິດໃສຮັກການອ່ານປື້ມໃຫ້ບັນດາບຸກຄົນທີ່ຢູ່ອ້ອມຂ້າງ, ປະກອບສ່ວນເຮັດໃຫ້ວັດທະນະທຳການອ່ານພັດທະນາ, ຈາກນັ້ນຄຸນຄ່າຂອງປື້ມກໍ່ໄດ້ຮັບການເກັບຮັກສາຕາມການເວລາ. ບົດຂຽນ “ຜູ້ນຳເອົາພະລັງຊີວິດມາໃຫ້ວັດທະນະທຳການອ່ານ” ຂອງທູຮັ່ງ, ນັກຂ່າວ VOV.
 
ຜູ້ນຳເອົາພະລັງຊີວິດມາໃຫ້ວັດທະນະທຳການອ່ານ - ảnh 1 ລຸງ ຫວູກີມດ່ຽນ (ຜູ້ຈັບປື້ມ)

ໃນວົງການຜູ້ສະສົມປື້ມເກົ່າ ຢູ່ ຮ່າໂນ້ຍ ໃຜໆກໍ່ຮູ້ຈັກເຖິງລຸງ ຫວູກີມດ່ຽນ, ຜູ້ສະສົມປື້ມເກົ່າຢູ່ ຮ່າໂນ້ຍ. ຫຼາຍຄົນເຄີຍເອີ້ນທ່ານດ້ວຍຊື່ທີ່ສະໜິດສະໜົມວ່າ “ລຸງ ດ່ຽນ ປື້ມເກົ່າ”. ຍ້ອນຄວາມຫຼົງໄຫຼໃນປື້ມ, ດັ່ງນັ້ນເມື່ອໄດ້ຍິນວ່າຢູ່ບ່ອນໃດມີປຶ້ມມ່ວນ ທ່ານກໍ່ຊອກໄປເພື່ອອ່ານເລີຍ. ລຸງ ດ່ຽນ ໄດ້ເລົ່າສູ່ຟັງວ່າ, ເມື່ອມີອາຍຸ 8 ປີ, ລຸງເລີ່ມມີຄວາມຫຼົງໄຫຼໃນການອ່ານປື້ມ. ທຳອິດ, ລຸງໄດ້ອ່ານໃຫ້ຄົນໃນຄອບຄົວຟັງ, ຫຼັງຈາກນັ້ນຄ່ອຍໆມັກອ່ານປຶ້ມແຕ່ຍາມໃດກໍ່ບໍ່ຮູ້ເລີຍ. ເລີ່ມແຕ່ປື້ມຂອງ ຕື້ລືກວັນດ່ວານ ຕະຫຼອດຮອດບັນດາປຶ້ມວັນນະຄະດີຂອງລັດເຊຍ, ຝຣັ່ງ… ນອກຈາກນັ້ນ, ທ່ານຍັງຊອກຫາອ່ານປື້ມໃນຂົງເຂດຕ່າງໆຄື: ວິທະຍາສາດເຕັກນິກ ຕະຫຼອດຮອດວິທະຍາສາດສັງຄົມ, ເວທີ, ສິລະປະ, ຈິດຕະກຳ… ເພື່ອຊອກຫາຄວາມຮູ້ຕື່ມອີກ. ສຳລັບລຸງ ດ່ຽນ, ປື້ມແຕ່ລະຫົວເປັນແຕ່ລະຫົວເລື່ອງ, ແຕ່ລະຂົງເຂດໄດ້ສ່ອງແສງເຖິງຊີວິດດ້ວຍສີສັນທີ່ຫຼາກຫຼາຍ, ນັ້ນແມ່ນສາງພູມປັນຍາອັນໃຫຍ່ຫລວງທີ່ແທ້ຈິງ ເພື່ອຮ່ຳຮຽນເອົາຄວາມຮູ້. ຮັກປື້ມ, ຮັກການອ່ານປື້ມ, ດັ່ງນັ້ນ ເຖິງວ່າອາຍຸ 70 ປີແລ້ວ, ຕາເຫັນບໍ່ແຈ້ງປານໃດກໍ່ຕາມ, ແຕ່ຄວາມເພີດເພີນໃນການອ່ານປື້ມກໍ່ບໍ່ຫລຸດລົງຈັກໜ້ອຍ. ທ່ານ ຫວູກິມດ່ຽນ, ແບ່ງປັນວ່າ:

        “ຕາມຂ້າພະເຈົ້າແລ້ວ, ບໍ່ມີຫຍັງດີຄືຄວາມສົນໃຈໃນການອ່ານປື້ມ. ເມື່ອເຫັນປື້ມທີ່ມ່ວນ ແລະ ມັກແມ່ນຈະບໍ່ຮູ້ສຶກອິດເມື່ອຍເລີຍ, ຢາກໄດ້ເປີດປື້ມອ່ານຄືນຕະຫຼອດ”

        ເພື່ອຕອບສະໜອງຄວາມມັກໃນການອ່ານປື້ມຂອງຕົນ, ນັບແຕ່ປີ 1960, ລຸງ ຫວູກີມດ່ຽນ ໄດ້ເລີ່ມສະສົມປຶ້ມ ແລະ ເປີດຮ້ານປື້ມເກົ່າຢູ່ເຮືອນເລກທີ 352 ຖະໜົນ ຖູ້ຍເຄວ, ຮ່າໂນ້ຍ. ໃນຖະໜົນທີ່ຄັບຄາໜາແໜ້ນນັ້ນ, ຮ້າຍຂາຍປື້ມເກົ່າຂອງລຸງດ່ຽນ ກວມເນື້ອທີ່ນ້ອຍໆເທົ່ານັ້ນ. ຮ້ານຂາຍປື້ມນ້ອຍໆນັ້ນ ໄດ້ກາຍເປັນສະຖານທີ່ເຊິ່ງບັນດາຜູ້ມັກປື້ມເກົ່າ ຢູ່ຮ່າໂນ້ຍ ມັກຈະໄປໃນຫຼາຍປີມານີ້. ທ່ານ ຫງວຽນວັນງອກ, ເຊິ່ງແມ່ນໜຶ່ງໃນບັນດາລູກຄ້າຜູ້ລຶ້ງເຄີຍ ໃຫ້ຮູ້ວ່າ:

        “ຢູ່ທີ່ນີ້ມີປື້ມກ່ຽວກັບປະຫວັດສາດ, ພູມສາດ, ຕົວພະຍານຫຼັກຖານເຫດການ…ມີປື້ມຫຼາຍປະເພດ, ມີປື້ມຫາຍາກຫຼາຍຫົວທີ່ບັນດາຮ້ານອື່ນໆບໍ່ມີ. ຂ້າພະເຈົ້າກໍ່ໄດ້ຊອກຫາປື້ມເກົ່າຢູ່ຫຼາຍບ່ອນ, ແຕ່ເມື່ອມາແຫ່ງນີ້ຂ້າພະເຈົ້າກໍ່ເພິ່ງພໍໃຈ, ຂ້າພະເຈົ້າມັກທີ່ສຸດ.”

        ບໍ່ພຽງແຕ່ເບິ່ງແຍງດູແລໃຫ້ສາງປື້ມເກົ່າຂອງຕົນເທົ່ານັ້ນ, ລຸງ ຫວູກີມດ່ຽນ ຍັງໃຫ້ຄຳປຶກສາ, ແນະນຳບັນດາປື້ມທີ່ມ່ວນ, ຄວນໄດ້ອ່ານ ເພື່ອເໝາະສົມກັບຄວາມສາມາດ, ເກນອາຍຸສຳລັບແຂກແຕ່ລະຄົນເມື່ອມາຮ້ານຂອງລຸງ. ພິເສດ, ສຳລັບລຸ້ນໜຸ່ມ, ລຸງ ດ່ຽນ ແນະນຳຄວນຊອກອ່ານບັນດາປື້ມວັນນະຄະດີຂອງລັດເຊຍ, ຝຣັ່ງ. ຍ້ອນຕາມທ່ານແລ້ວ, ວັນນະຄະດີຂອງບັນດາປະເທດນີ້ມີລັກສະນະວັດທະນະທຳມະນຸດ:

        “ໄດ້ອ່ານ ພວກເພື່ອນຈຶ່ງມີຄວາມຮູ້ຢ່າງແທ້ຈິງ. ຂ້າພະເຈົ້າກໍ່ແນະນຳໃຫ້ພວກເພື່ອນໜຸ່ມ, ຍາມເຍົາໄວແມ່ນຄວນອ່ານເລື່ອງນະວະນິຍາຍ, ເມື່ອຈີນຕະນາການຂອງເຮົາຍັງດີ ແມ່ນເຮົາຈະອ້ານໄດ້ລຽນຕິດ ແບບບໍ່ຮູ້ສຶກເມື່ອຍ. ເມື່ອອາຍຸສູງແລ້ວຄວນອ່ານເລື່ອງສັ້ນ ແລະ ອ່ານບົດກະວີສັ້ນ. ຖ້າບໍ່ເຂົ້າຮ່ວມວັດທະນະທຳການອ່ານແມ່ນຄວາມຮູ້ຂອງພວກເຮົາຈະບໍ່ໄດ້ດີ.”

        ລຸງ ຫວູກີມດ່ຽນ ກໍ່ເວົ້າຄວາມໃນໃຈສູ່ຟັງວ່າ ໃນຍຸກສະໄໝເວລາເຕັກໂນໂລຢີຂໍ້ມູນຂ່າວສານພັດທະນາໄວຄືປະຈຸບັນ, ມີຫຼາຍຄົນພວມປະລະຄວາມລື້ງເຄີຍອ່ານປື້ມ. ດັ່ງນັ້ນ, ຍາມໃດລຸງກໍ່ປາດຖະໜາວ່າຈະມີຫຼາຍຄົນຮັກປື້ມຕື່ມອີກ, ຖືເປັນສຳຄັນທາງດ້ານວັດທະນະທຳການອ່ານ, ເພື່ອຈາກນັ້ນແຕ່ລະຄົນຈຶ່ງຮູ້ສຶກໄດ້ເຖິງຄວາມງາມຂອງປື້ມແຕ່ລະຫົວ. ສິ່ງດັ່ງກ່າວຈະເຮັດໃຫ້ແຕ່ລະຄົນມີຄວາມຄິດທີ່ດີກ່ວາ. ແລະສຳລັບລຸງແລ້ວ, ປື້ມແມ່ນປະຕູນຳຈິດໃຈວິນຍານມະນຸດ “ມຸ່ງໄປເຖິງດິນແດນທີ່ງົດງາມກ່ວາ.”

ຕອບກັບ

ຂ່າວ/ບົດ​ອື່ນ