ຜູ້ສ້າງເສດຖະກິດເຂດຊົນນະບົດເກັັ່ງຢູ່ບ້ານ ເມີກລີວ, ແຂວງ ເຊີນລາ

(VOVWORLD) - ຢູ່ຕາແສງ ເມື່ອງຢນ, ເມືອງ ກວິ່ງຍາຍ, ແຂວງ ເຊີນລາ, ອ້າຍ ລໍ່ວັນກວັກ (ອາຍຸ 40ປີ), ຊາວເຜົ່າ ຄ໋າງ, ຢູ່ບ້ານ ເມີກລີວ ແມ່ນຜູ້ນຳໜ້າໃນການປູກຕົ້ນໄມ້ກິນໝາກ, ສົມທົບກັບການລ້ຽງສັດ.
ຜູ້ສ້າງເສດຖະກິດເຂດຊົນນະບົດເກັັ່ງຢູ່ບ້ານ ເມີກລີວ, ແຂວງ ເຊີນລາ - ảnh 1ຮູບແບບລ້ຽງງົວໃນຄອກຢູ່ ເຊີນລາ

ຮູບແບບເຮັດເສດຖະກິດຂອງຄອບຄົວອ້າຍໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດ, ພໍ່ແມ່ປະຊາຊົນໃນທ້ອງຖິ່ນໄດ້ຮ່ຳຮຽນ, ເຮັດຕາມເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ.

ໂດຍມີຄວາມຂະຫຍັນຂັນເຄື່ອນ, ອົດທົນ, ມັກຮ່ຳມັກຮຽນ, ອ້າຍ ລໍ່ວັນກວັກ ໄດ້ໄປຫຼາຍບ່ອນໃນແຂວງ ເຊີນລາ ເພື່ອເບິ່ງບັນດາຮູບແບບປູກຕົ້ນໄມ້ກິນໝາກໃຫ້ມີປະສິດທິຜົນດ້ານເສດຖະກິດສູງ ເພື່ອໝູນໃຊ້ເຂົ້າໃນການຜະລິດໃນເຂດດິນຂອງຄອບຄົວຕົນ. ປີ 2014, ອ້າຍເປັນຄົນທຳອິດຢູ່ບ້ານ ເມີກລີວ ທີ່ໄດ້ຊື້ຕົ້ນໝາກໝັ້ນ 30 ຕົ້ນຢູ່ເມືອງ ໂມກເຈົາ ເພື່ອນຳມາປູກຢູ່ເຂດໂນນພູ. ປະຈຸບັນ, ອ້າຍໄດ້ຕັດງ່າຕໍ່ກິ່ງເອງ ແລະ ຂະຫຍາຍຕົ້ນໝາກໝັ້ນໄດ້ 500 ຕົ້ນ, ຕົ້ນລຳໄຍໄດ້ 200 ຕົ້ນ ເຊິ່ງພວມຢູ່ໃນໄລຍະເກັບກ່ຽວແລ້ວ. ເພື່ອມີຮົ່ມ, ສ້າງຄວາມຊຸ່ມໃຫ້ດິນ, ອ້າຍ ກວັກ ມີຂໍ້ລິເລີ່ມປູກໝາກກ້ຽງໃຫຍ່ເປືອກຂຽວ (ໝາກກ້ຽງໃຫຍ່ທັບທິມ) ສະຫຼັບກັບຕົ້ນໝາກໝັ້ນ, ຕົ້ນລຳໄຍ ໃນເນື້ອທີ່ດິນ 0,5 ເຮັກຕາ. ນອກຈາກນັ້ນ, ອ້າຍຍັງປູກໝາກກ້ຽງ, ໝາກກ້ຽງນ້ອຍ, ໝາກມ່ວງ... ໃນເນື້ອທີ່ດິນ 2,5 ເຮັກຕາ, ພ້ອມກັບ 2,5 ເຮັກຕາປູກຕົ້ນໝາກເປຍ (ໝາກສາລີ້), 1 ເຮັກຕາ ໝາກແໜ່ງ. ອ້າຍ ລໍ່ວັນກວັກ ແບ່ງປັນວ່າ:

“ການລ້ຽງສັດ, ປູກຝັງ ຂ້າພະເຈົ້າລ້ວນແຕ່ໄດ້ຮຽນເອົາເອງຢູ່ຫຼາຍທ້ອງຖິ່ນ, ສະສົມບົດຮຽນເອງ. ຂ້າພະເຈົ້າແມ່ນຜູ້ທີ່ກ້ານຳເອົາແນວພັນປູກໃໝ່ເຂົ້າໃນການຜະລິດຂອງບ້ານ. ເພື່ອໃຫ້ຕົ້ນໄມ້ບໍ່ຖືກສັດຕູພືດທຳລາຍ, ບັນລຸສະມັດຕະພາບ, ຄຸນນະພາບນັ້ນ, ຕ້ອງມີການກວດກາເປັນປະຈຳ, ໃສ່ຢາຂ້າສັດຕູພືດເປັນປະຈຳ. ແຕ່ລະປີ, ເຫັນວ່າຄອບຄົວຂ້າພະເຈົ້າມີລາຍຮັບຈາກການເກັບກູ້ຜົນລະປູກ, ຕົ້ນໄມ້ກິນໝາກນັ້ນ, ດັ່ງນັ້ນ ພໍ່ແມ່ປະຊາຊົນຢູ່ເຂດອ້ອມຂ້າງກໍ່ໄດ້ຖອດຖອນບົດຮຽນ, ຮ່ຳຮຽນເອົາປະສົບການນຳອີກ”.

ກ່ອນນີ້, ສັດລ້ຽງຂອງອ້າຍ ແລະ ປະຊາຊົນໃນບ້ານໄດ້ລ້ຽງແບບປ່ອຍແບບທຳມະຊາດຢູ່ໃນປ່າ. ອ້າຍ ກວັກ ເຫັນວ່າ ຮູບແບບການລ້ຽງສັດແບບນີ້ ບໍ່ບັນລຸປະສິດທິຜົນ, ທັງເສຍເວລາຜູ້ລ້ຽງ, ທັງບໍ່ມີເວລາເບິ່ງແຍງດູແລຕົ້ນໄມ້ກິນໝາກ, ສັດລ້ຽງຕິດພະຍາດອີກ... ດັ່ງນັ້ນ, ອ້າຍໄດ້ປ່ຽນວິທີການລ້ຽງ, ສ້າງຄອກຢູ່ໃກ້ເຮືອນ ເພື່ອສ້າງຄວາມສະດວກໃຫ້ແກ່ການເບິ່ງແຍງດູແລ, ຈາກນັ້ນ, ໄດ້ປູກຫຍ້າ, ປູກຕົ້ນກ້ວຍ, ເກັບສະສົມເຟືອງເພື່ອເປັນອາຫານໃຫ້ງົວ. ໂດຍໝູນໃຊ້ເຕັກນິກການເບິ່ງແຍງດູແລສັດລ້ຽງໄດ້ດີ, ໃນຄອກລ້ຽງງົວຂອງອ້າຍ ກວັກ ຍາມໃດກໍ່ມີງົວເຖິກປະມານສິບໂຕ, ແຕ່ລະປີໄດ້ຂາຍຊີ້ນງົວ ແລະ ຊື້ງົວນ້ອຍມາລ້ຽງອີກ. ຂີ້ງົວເກັບມາໄດ້ກໍ່ເຮັດເປັນຝຸ່ນ, ຊ່ວຍຫລຸດລາຍຈ່າຍ, ຮັບປະກັນຫຼັກອະນາໄມສະບຽງອາຫານ, ຍົກສູງມູນຄ່າໃຫ້ແກ່ຕົ້ນໄມ້.

ບໍ່ພຽງແຕ່ໄດ້ສ້າງຄວາມຮັ່ງມີໃຫ້ແກ່ຕົນເອງເທົ່ານັ້ນ, ອ້າຍ ລໍ່ວັນກວັກ ຍາມໃດກໍ່ໄດ້ແບ່ງປັນວິທີການປູກຝັງ, ລ້ຽງສັດໃຫ້ພໍ່ແມ່ປະຊາຊົນອີກດ້ວຍ, ເອົາຝຸ່ນ, ພັນສັດລ້ຽງ, ເບ້ຍໄມ້ໃຫ້ພໍ່ແມ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກໃນບ້ານກ່ອນ ເພື່ອຮັບໃຊ້ໃຫ້ການຜະລິດໄດ້ທັນລະດູການ, ເມື່ອຮອດລະດູການເກັບກ່ຽວ, ພໍ່ແມ່ປະຊາຊົນມີລາຍຮັບຈຶ່ງຈ່າຍເງິນຕາມຫຼັງ. ທ່ານ ກ່ວາງວັນເທືອງ, ເລຂາໜ່ວຍພັກບ້ານ ເມີກລີວ, ໃຫ້ຮູ້ວ່າ:

“ຄອບຄົວອ້າຍ ກວັກ ແມ່ນຄອບຄົວທຳອິດໃນບ້ານທີ່ກ້າຄິດກ້າທຳ, ກ້າປ່ຽນແນວພັນປູກຝັງ, ສັດລ້ຽງ. ພິເສດແມ່ນໄດ້ນຳຕົ້ນໝາກໝັ້ນ, ໝາກມ່ວງ, ໝາກເປຍ ມາປູກຢູ່ສວນຂອງຕົນ. ຈາກຮູບແບບຂອງຄອບຄົວອ້າຍ ກວັກ, ຫຼາຍຄອບຄົວໃນຕາແສງ, ໝູ່ບ້ານໄດ້ປະຕິບັດຕາມ. ມາຮອດປະຈຸບັນ, ຄອບຄົວໃນໝູ່ບ້ານເກືອບທັງໝົດໄດ້ປູກຕົ້ນໄມ້ກິນໝາກ, ແລະ ມີກ່ວາ 10 ຄອບຄົວໄດ້ພັດທະນາຮູບແບບລ້ຽງງົວໃນຄອກບັນລຸຜົນສຳເລັດ. ແຜນນະໂຍບາຍຂອງໝູ່ບ້ານໃນໄລຍະຈະມາເຖິງແມ່ນສືບຕໍ່ຂົນຂວາຍພໍ່ແມ່ປະຊາຊົນພັດທະນາຕົ້ນໄມ້ກິນໝາກໃນເຂດໂນນພູ, ລ້ຽງງົວໃນຄອກ, ເປີດກ້ວາງເນື້ອທີ່ດິນປູກຫຍ້າເປັນອາຫານໃຫ້ສັດ, ປູກຕົ້ນເປຍ”.

ຈາກການປູກຕົ້ນໄມ້ກິນໝາກໃນເຂດໂນນພູສົມທົບກັບການລ້ຽງສັດ ແລະ ເປີດຮ້ານຂາຍສັບພະສິນຄ້າແລ້ວນັ້ນ, ແຕ່ລະປີຄອບຄົວອ້າຍ ກວັກ ມີລາຍຮັບປະມານ 200 ລ້ານດົ່ງ (ກ່ວາ 8.500 ໂດລາສະຫະລັດ). ຍ້ອນເຫດນັ້ນ, ອ້າຍກໍ່ປຸກສ້າງເຮືອນທີ່ສວຍງາມ, ຊື້ເຄື່ອງໃຊ້ໃນເຮືອນທີ່ທັນສະໄໝເພື່ອຮັບໃຊ້ການດຳລົງຊີວິດ. ຕາມທ່ານ ຮ່ວາງວັນຮອກ, ປະທານຄະນະກຳມະການປະຊາຊົນ ຕາແສງ ເມື່ອງໂຢນ ແລ້ວ, ຕາແສງສືບຕໍ່ທະວີຄູນບັນດາແບບກ້າຄິດກ້າທຳ, ພ້ອມກັບບັນດາຮູບແບບເຮັດເສດຖະກິດຢ່າງມີປະສິດທິຜົນ, ເໝາະສົມກັບບໍລິເວນ, ໃນນັ້ນມີວິທີເຮັດຂອງຄອບຄົວອ້າຍ ລໍ່ວັນກວັກ ໄດ້ຊ່ວຍໃຫ້ພໍ່ແມ່ປະຊາຊົນຮ່ຳຮຽນ ແລະ ເຮັດຕາມເພື່ອບືນຕົວຂຶ້ນ:

“ຕາມການຕີລາຄາແລ້ວ, ມີປະມານ 50% ຄອບຄົວໃນຕາແສງ ເມື່ອງໂຢນ ມີຊີວິດການເປັນຢູ່ໃນລະດັບປານກາງດີເປັນຂຶ້ນໄປ. ນີ້ແມ່ນບັນດາແບບຢ່າງເພື່ອທະວີຄນ, ໃນນັ້ນຢູ່ບ້ານ ເມີກລີວ ມີຄອບຄົວອ້າຍ ລໍ່ວັນກວັກ. ປະຈຸບັນ, ຄອບຄົວອ້າຍ ກວັກ ໄດ້ຮັບຖືວ່າແມ່ນຄອບຄົວມີເສດຖະກິດດີທີ່ສຸດຢູ່ບ້ານ ເມີກລີວ ແລະ ພໍ່ແມ່ປະຊາຊົນກໍໄດ້ຮ່ຳຮຽນ ປະຕິບັດຕາມ”.

ດ້ວຍການປະກອບສ່ວນເຫື່ອແຮງຂອງອ້າຍ ລໍ່ວັນກວັກ, ພ້ອມກັບຄວາມານະພະຍາຍາມຂອງພໍ່ແມ່ປະຊາຊົນໃນໝູ່ບ້ານ, ປະຈຸບັນ, ບ້ານ ເມີກລີວ ຍັງມີພຽງ 10 ຄອບຄົວທຸກຍາກ ແລະ 10 ຄອບຄົວໃກ້ກັບມາດຖານທຸກຍາກໃນຈຳນວນທັງໝົດ 125 ຄອບຄົວ. ດ້ວຍບັນດາການປະກອບສ່ວນຂອງຕົນໃຫ້ແກ່ວົງຄະນະຍາດນັ້ນ, ປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ ໄດ້ມອບໃບຍ້ອງຍໍ “ຊາວກະສິກອນມີຫຼາຍຜົນງານໃນການກໍ່ສ້າງຕາແສງບັນລຸມາດຖານຊົນນະບົດໃໝ່” ໃຫ້ອ້າຍ ລໍ່ວັນກວັກ./.

ຕອບກັບ

ຂ່າວ/ບົດ​ອື່ນ