ຜູ້ຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງຕຸກກາຕານ້ຳຫວຽດນາມ


(vovworld) - ຕຸກ​ກະ​ຕານ້ຳ ແມ່ນ​ຮູບ​ການສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ເຊິ່ງ​ໄດ້​ຮັບ​ການ​ກຳ​ເນີດ​ຈາກ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ເຂົ້າ​ນາ​ທາມ. ພ້ອມ​ກັບລະ​ຄອນ​ຕ່ວງ, ຂັບ​ແຈ່ວ, ການ​ສະ​ແດງ​ຕຸກ​ກະ​ຕາ​ນ້ຳ​ໄດ້ຮັບ​ຖື​ວ່າ​ແມ່ນ​ປະ​ເພດ​ສິ​ລະ​ປະ​ທີ່​ມີ​ທີ່​ຕັ້ງ​ສູງ​ໃນ​ສິ​ລ​ະ​ປະ​ເວ​ທີ​ພື້ນ​ເມືອງ​ຄວນ​ໄດ້​ຮັບ​ການ​ຮັກ​ສາ ແລະ ເສີມ​ຂະ​ຫ​ຍາຍ. ນັກ​ສິ​ລະ​ປິນ​ສະ​ແດງ​ຕຸກ​ກະ​ຕາ​ນ້ຳ​ ຟານ​ແທງ​ລຽມ (Phan Thanh Liem) ແມ່ນ​ຜູ້​ນຳ​ໜ້າ​ໃນ​ການ​ສຳ​ພັດ​ກັບ​ຜູ້​ຊົມ​ແບບ​ໃໝ່ ດ້ວຍ​ການລົງ​ທຶນ​ກໍ່​ສ້າງ​ເວ​ທີ​ສະ​ແດງ​​ຕຸກ​ກະ​ຕານ້ຳ​ໃນ​ເຮືອນຫຼັງ​ນ້ອຍ​ຂອງ​ຕົນ​.

ຜູ້ຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງຕຸກກາຕານ້ຳຫວຽດນາມ - ảnh 1

ພາບປະກອບ

        ໂດຍນອນ​​ໃນ​ຮ່ອມ​ທາງ​ນ້ອຍໆ​ຢູ່​ຖະ​ໜົນ ເຄິມ​ທຽນ (ຮ່າ​ໂນ້ຍ). ນັບ​ແຕ່​ສອງ, ສາມ​ປີ​ມານີ້, ເວ​ທີ​ສະ​ແດງ​ຕຸກ​ກະ​ຕາ​ນ້ຳ ຂອງ​ນັກ​ສິ​ລະ​ປິນ ຟານ​ແທງ​ລຽມ ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ຊົມ​ເປັນ​ຈຳ​ນວນຫຼວງຫຼາຍ. ເຮືອນຂອງ​ອ້າຍມີ 4 ຊັ້ນ​, ແຕ່​ລະ​ຊັ້ນ​ກວ້າງ​ປະ​ມານ 30 ຕາ​ລາງ​ແມັດ​ເທົ່າ​ນັ້ນ ແລະ ອ້າຍ​ໄດ້​ເລືອກ​ເອົາ​ຊັ້ນທີ 4 ໃນ​ເຮືອນ​ຂອງ​ຕົນ​ເພື່ອ​ສ້າງ​ເວ​ທີ​ສະ​ແດງ​ຕຸ​ກະ​ຕານ້ຳ. ໃນ​ບໍ​ລິ​ເວນ​ນ້ອຍໆນີ້​ມີ​ທັງ​ຕົ້ນ​ໄຮ, ໄມ້​ໄຜ່, ທ່ານ້ຳ… ​​ໃນການ​ສະ​ແດງ​ແຕ່​ລະ​​ເທື່ອພຽງ​ແຕ່​ຮັບ​ໃຊ້​ຜູ້​ຊົມ​​ໄດ້ປະ​ມານ 15 ຄົນ​ເທົ່າ​ນັ້ນ ແລະ​ ການ​ສະ​ແດງ​ຖືກ​ແກ່​ຍາວ​ປະ​ມານ 30 ນາ​ທີ, ໃນ​ນັ້ນ​ມີ​ບັນ​ດາ​ລາຍ​ການ​ຄື: ຟ້ອນ​ມັງ​ກອນ, ຟ້ອນ​ສິງ​ໂຕ, ຊົນ​ຂວາຍ, ເຮັດ​ນາ, ຊ່ວງ​ເຮືອ… ອ້າຍ​ລຽມ​ໃຫ້​ຮູ້​ວ່າ:

        “ຜູ້​ຊົມ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ສິ​ລະ​ປະ​ສະ​ແດງ​ຕຸກ​ກະ​ຕາ​ນ້ຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາມທີ່​ສຸດ. ຂ້າ​ພະ​ເຈົ້າ​ຢາກ​ຮັກ​ສາ ແລະ ພັດ​ທະ​ນາ​ຢ່າງກວ້າງ​ຂວາງ ເພື່ອ​ໃຫ້​ຜູ້​ຊົມ​ເຂົ້າ​ໃຈ​ເລິກ​ເຊິ່ງກວ່າ​ກ່ຽວ​ກັບ​ສິ​ລະ​ປະ​ປະ​ເພດນີ້ ແລະ ຂ້າ​ພະ​ເຈົ້າ​ໄດ້​ສ້າງ​ເວ​ທີ​ສະ​ແດງໃນ​ຄອບ​ຄົວ​ຂອງ​ຕົນ​ເພື່ອ​ສາ​ມາດ​ສະ​ແດງ​ຮັບ​ໃຊ້​ຜູ້​ຊົມ​ເປັນ​ປະ​ຈຳ. ຂ້າ​ພະ​ເຈົ້າ​ຢາກ​ຊ່ວຍ​​ເຂົາ​ເຈົ້າຂຸດ​ຄົ້ນ​ສິ​ລະ​ປະ​ທີ່​ເປັນມູນ​ເຊື້ອນີ້​ຈາກ​ນັ້ນຈະ​​ສ້າງ​ຄວາມ​ນິ​ຍົມ​​ສິ​ລະ​ປະ​ນີ້ໃຫ້​ແກ່​ເຂົາ​ເຈົ້າ

ຜູ້ຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງຕຸກກາຕານ້ຳຫວຽດນາມ - ảnh 2

ພາບປະກອບ

        ຮູບ​ແບບສະ​ແດງທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ນັກ​ສິລະ​ປິນ ແທງ​ລຽມ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ແລະ ຄວາມ​ຮັກ​ແພງ​​ຢ່າງຫຼວງຫຼາຍຈາກ​ຜູ້​ຊົມ. ພາຍຫຼັງ​ໄດ້​ຮັບ​ຊົມ​ລາຍ​ການ​ສະ​ແດງ​ຕຸກ​ກະ​ຕາ​ນ້ຳ​ຂອງ​ທ່ານ ແທງ​ລຽມ. ເອື້ອຍ ມາຍ​ຫາຍ​ຮ່າ, ໄດ້​ສະ​ແດງ​ຄວາມ​ຮູ້​ສຶກວ່າ:

        “ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ນັ້ນ​ແມ່ນ, ​ໃນ​ບໍ​ລິ​ເວນ​ອັນ​ຄັບ​ແຄບນີ້​ຂ້າ​ພະ​ເຈົ້າ​ສາ​ມາດ​​ຊົມ​ໄດ້ຫຼາຍ​ເລື່ອງ. ຂ້າ​ພະ​ເຈົ້າ​ບໍ່​ມີ​ເວ​ລາ​ເພື່ອ​ໄປ​ຊົມ​ຢູ່​ໂຮງ​ລະ​ຄອນ​ຕຸກ​ກະ​ຕາ​ນ້ຳ ແລະ ກໍ່​ບໍ່​ມັກ​ບັນ​ຍາ​ກາດນຶກ​ນັນ ແລະ ຄັບ​ຄາ​ໜາ​ແໜ້ນ​ຢູ່​ທີ່ນີ້, ດັ່ງ​ນັ້ນ​ຈຶ່ງ​ໄປ​ຊົມ​ຢູ່​ໂຮງ​ລະ​ຄອນ​ນ້ອຍ​ໆຂອງ​ທ່ານ​ລຽມ”.

        ຮູບ​ແບບ​ເວ​ທີ​ສະ​ແດງ​ຕຸກ​ກະ​ຕາ​ນ້ຳ​ຂອງ​ນັກ​ສິ​ລະ​ປິນ ຟານ​ແທງ​ລຽມ ບໍ່​​ພຽງ​ແຕ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ແຂກ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກຍັງຜູ້​ຊົມ​ຊາວ​ຕ່າງ​ປະ​ເທດ​ອີກ​ດ້ວຍ. ເອື້ອຍ Valerie​ Gardelle, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ແປກ​ປະຫຼາດ​ໃຈ​ເມື່ອ​ມາແຫ່ງນີ້. ເພາະ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ຊົມ​ຕຸກ​ກະ​ຕາ​ນ້ຳຢູ່​ຮ່າ​ໂນ້ຍ​ກໍ່​ຄື​ຢູ່​ບັນ​ດາ​ເຂດ​ອ້ອມ​ຂ້າງຫຼາຍ​ລາຍ​ການ​ແລ້ວ, ແຕ່​ບໍ່​​​ເຄີຍ​ເຫັນ​ຕຸກ​ກະ​ຕາ​ ແລະ ເວ​ທີ​ສະ​ແດງຢູ່​ແຫ່ງ​ໃດນ້ອຍໆ ແລະ ເປັນ​ຕາ​ຮັກ​ຄືຢູ່​ທີ່ນີ້. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ມີຫຼາຍ​ຄົນ​ນິ​ຍົມ, ເພາະ​ວ່າ​ມັນ​ບໍ່​ພຽງ​ແຕ່​ສ້າງ​ຄວາມ​ດູດ​ດື່ມ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ​ ຢ່າງ​ເລິກ​ເຊິ່ງ​ອີກ​ດ້ວຍ”.

ຜູ້ຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງຕຸກກາຕານ້ຳຫວຽດນາມ - ảnh 3

ພາບປະກອບ

        ໂດຍ​ໄດ້​ຮັບ​ການ​ກຳ​ເນີດ​ໃນ​ຄອບ​ຄົວ​ທີ່​ເຮັດ​ອາ​ຊີບ​ສະ​ແດງ​ຕຸກ​ກະ​ຕາ​ນ້ຳ ຢູ່​ແຂວງ ນາມດິ້ງ, ໃນ​ຈຳ​ນວນ​ອ້າຍ​ນ້ອງ​ໃນ​ຄອບ​ຄົວ, ອ້າຍລຽມ​ແມ່ນ​ຜູ້​ເມົາ​ມົວ​ທີ່​ສຸດ​ກັບ​ສິ​ລະ​ປະ​ສະ​ແດງ​ຕຸກ​ກະ​ຕາ​ນ້ຳ. ອ້າຍ​ສ້າງ​ເວ​ທີ​ສະ​ແດງຕຸກ​ກະ​ຕາ​ນ້ຳ​ນ້ອຍໆ​ ແລະ ໄດ້​ໄປ​ສະ​ແດງ​ຜູ້​ດຽວ​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ ເພື່ອ​ໂຄ​ສະ​ນາ​ກ່ຽວ​ກັບຮູບ​ການສິ​ລະ​ປະພິ​ເສດນີ້​ຂອງ​ຫວຽດ​ນາມ ເຖິງ​ເພື່ອນ​ມິດ​ສາ​ກົນ. ອ້າຍ​ລຽ​ມໄດ້​ແບ່ງ​ປັນ​ວ່າ:

        “ໃນ​ການ​ສະ​ແດງ​ຢູ່​ຍີ່​ປຸ່ນ, ສ.ເກົາຫຼີ, ເອ​ລົບ… ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ຜູ້​ຊົມ​ຕ່າງ​ປະ​ເທດ​ມັກ​​ຊອກ​ຮູ້​ກ່ຽວ​ກັບ​ສິ​ລະ​ປະ​ທີ່​ເປັນ​ມູນ​ເຊື້ອຂອງ​ຫວຽດ​ນາມຫຼາຍ, ເພາະ​ວ່ານີ້​ແມ່ນ​ຮູບ​ການ​ສິ​ລະ​ປະ​ພິ​ເສດບໍ່​ເຄີຍ​ມີ​​ຢູ່ໃນ​ໂລກ. ການ​ສະ​ແດງຕຸກ​ກະ​ຕາ​ນ້ຳ​​​ຢູ່ຕ່າງ​ປະ​ເທດ ໄດ້​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຫວຽດ​ນາມ”

ຜູ້ຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງຕຸກກາຕານ້ຳຫວຽດນາມ - ảnh 4

ພາບປະກອບ

        ​ການ​ຊີວິດ​ທີ່​ທັນ​ສະ​ໄໝ​ໃນປະ​ຈຸ​ບັນ ພວມ​ເຮັດ​ໃຫ້​ຮູບ​ການ​ສິ​ລະ​ປະ​ຕຸກ​ກະ​ຕາ​ນ້ຳ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ນັ​ບ​ມື້​ນັບ​ສູນເສຍ​ໄປ. ບັນ​ດາ​ຜູ້​ນິ​ຍົມ​ຕຸກ​ກະ​ຕາ​ນ້ຳ​ພ​ວມ​ປະ​ສົບ​ກັບ​ການ​ທ້າ​ທາຍຫຼາຍ​ຢ່າງ. ເລື່ອງ​ສ້າງ​ເວ​ທີສະ​ແດງ​ຕຸກ​ກະ​ຕາ​ນ້ຳ​ນ້ອຍໆ​ຢູ່​ໃນ​ເຮືອນ​ສະ​ເພາະ​ຂອງ​ນັກ​ສິ​ລະ​ປິນ ຟານ​ແທງ​ລຽມ ໄດ້​ປະ​ກອບ​ສ່ວນ​ຮັກ​ສາ​ມໍ​ລະ​ດົກ​ຂອງ​ຊາດໄວ້ ກໍ່​ຄືໂຄ​ສະ​ນາ, ແນະ​ນຳ​ສິ​ລະ​ປະ​​ສະ​ແດງ​ຕຸກ​ກະ​ຕາ​ນ້ຳທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາມ​ ເຖິງ​ເພື່ອນ​ມິດ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ