ພົບກັບນາງສາວໂປໂລຍຢູ່ເກາະຫຼີເຊີນ

ຮູບ​ພາບ​ນາງ​ສາວ Edyta Roszko ຊາວ​ໂປ​ໂລ​ຍດ້ວຍ​ຕາ​ສີຟ້າ, ຜົມທອງ ແລະ ເວົ້າພາສາຫວຽດນາມ ບໍ່ຂອດ, ​ແຕ່​ລະ​ມື້​ຂີ່​ລົດຖີບ​ອ້ອມ​ເກາະ, ມັກ​​ໂອ້ລົມກັບ​ບໍ່​ວ່າ​ຜູ້​ໃດ​ທີ່​ລາວ​ພົບ​ຢູ່​ຕາມ​ທາງ, ​ໄດ້​ເປັນ​ເລື່ອງ​ທີ່​ບໍ່​ແປກ​ປະຫຼາດ​ສຳລັບ​ຊາວ​ເກາະ​ຫຼີ​ເຊ​ີນອີກ​ແລ​້ວ. ສຳລັບ Edyta Roszko ​ແລ້ວ, ຫວຽດນາມ​ຄື​ດັ່ງ​ຄວາມ​ຕິດ​ໜີ້​ໃນ​ຊາດ​ກ່ອນ, ​ໄດ້​ພາ​ນາງ​ມາ​ຄົ້ນ​ຫາ. ​

ພົບກັບນາງສາວໂປໂລຍຢູ່ເກາະຫຼີເຊີນ - ảnh 1
ນາງ Edyta Roszko


     ການ​ມາ​ຫວຽດນາມ​ກໍ​ແມ່ນ​ຄວາມ​ສະ​ເໜຫາ​ຂອງ Edyta Roszko. ປີ 2002, ນາງ​ໄດ້​ຮ້ອງ​ຂໍ​ກະຊວງ​ສຶກສາ​ໂປ​ໂລ​ຍ​ໄປ​ຈີນ​ເພື່ອ​ຄົ້ນ​ຄ້ວາ​ສຶກສາ, ​ແຕ່​ມີ​ອາຈານ​ຄົນ​ໜຶ່ງ​​ໄດ້​ບອກ​ລາວ​ວ່າ ຄວນ​ໄປ​ຫວຽດນາມ. ຕາມ​ນັ້ນ​ແລ້ວ, Edyta Roszko ​ໄດ້​ມາ​ສຶກສາ​ຮ່ຳຮຽນ ຢູ່​ຫວຽດນາມ​ເປັນ​ເວລາ 4 ປີ. ​ເພື່ອ​ສາມາດອ່ານ​ເອກະສານພາສາ​ຫວຽດ​ໄດ້, ນາງ​ໄດ້​ຕັດສິນ​ໃຈ​ຮຽນ​ພາສາ​ຫວຽດ. ນາງEdyta Roszko ​ເວົ້າ​ວ່າ :

   “ ປີ 2003, ຂ້າພະ​ເຈົ້າ​ມາ​ຫວຽດນາມ​ເປັນ​ຄັ້ງ​ທຳ​ອິດ ​ແລະ ຕ້ອງ​ພົວພັນ​ແລກປ່ຽນ​ດ້ວຍ​ພາສາ​ລັດ​ເຊຍ. ຫຼັງ​ຈາກ​ນັ້ນ, ມີ​ເອື້ອຍ​ຄູ​ຫວຽດນາມ 2 ຄົນ​ໄດ້​ສອນ ພາສາ​ຫວຽດ​ໃຫ້​ຂ້າພະ​ເຈົ້າ ​ແລະ ຂ້າພະ​ເຈົ້າ​ເອງ​ກໍ​ພະຍາຍາມ​ຮຽນ ພາສາ​ຫວຽດ​ຢູ່​ຕາມ​ທາງ. ​ເພື່ອ​ຮຽນ ພາສາ​ຫວຽດ​ໄດ້ດີ, ຂ້າພະ​ເຈົ້າຢາກ​ພົບປະ​ໂອ້​ລົມ​ກັບ​ຊາວ​ຫວຽດນາມ​ຍິ່ງ​ຫຼາຍ​ກໍ​ຍິ່ງ​ດີ”

   ຮຽນ​ຈົບ​ຫຼັກສູດ​ຢູ່​ຫວຽດນາມ​ໃນ​ປີ 2005, Edyta Roszko ​ໄດ້​ກັບ​ຄື​ນ​ເຮັດ​ວຽກ​ຢູ່ເອີ​ລົບ​, ​ແຕ່​ຍາມ​ໃດ​ລາວ​ກໍ​ຄິດຮອດ​ຄິດ​ເຖິງ​ຫວຽດນາມ. ​ເມື​ອ່​ເຮັດ​ບົດ​ນິພົນ​ວິທະຍາ​ປ້ອງ​ກັນ​ປະລິນຍາ​ເອກ, Edyta Roszko ​ໄດ້ຕັດສິນ​ເລືອກ​ເອົາ ​ແຂວງ​ກວາງ​ງ້າ​ຍທາງ​ພາກ​ກາງ​ຫວຽດນາມ​ເພື່ອ​ຄົ້ນ​ຄ້ວາ. ນາງEdyta Roszko ​​ໃຫ້​ຮູ້ວ່າ :
 “ ຂ້າພະ​ເຈົ້າຢາກ​ປ່ຽນ​ວຽກ​ງານ, ດັ່ງ​ນັ້ນ​ກໍ​ສະຫຼະ​ເວລາ​ຮຽນ​ເພີ່ມ, ອ່ານ​ເອກະສານ​ກ່ຽວ​ກັບ​ພາກ​ກາງ​ຫວຽດນາມ. ​ໂຄງການ​ຂອງຂ້າພະ​ເຈົ້າ​ແມ່ນ​ກ່ຽວ​ກັບ​ການ​ເຫຼື້ອມ​​ໄສ, ສະ​ນັ້ນ​ໃນ​ປີ 2006-2007 ຂ້າພະ​ເຈົ້າ​ຄົ້ນ​ຄ້ວາ​ວັດທະນະທຳ​ ຊາ​ຮີ​່ງ ​ແລະ ​ໄດ້​ອອກ​ໄປ​​ເກາະ​ຫຼີ​ເຊ​ີນ​ເປັນ​ເວລາ 1 ປີ. ”

    Edyta Roszko ມີ​ຄວາມ​ປະ​ທັບ​ໃຈ​ກັບ​ລະບົບ​ວັດທະນະທຳ​ການ​ເຫຼື້ອມ​ໄສ​ຢູ່​ແຂວງ​ກວາງ​ງ້າ​ຍ, ພິ​ເສດ​ແມ່ນ​ຢູ່ ​ເກາະ​ຫຼີ​ເຊ​ີນ. ວັດທະນະທຳ​ການ​ເຫຼື້ອມ​ໄສຢູ່ ​ເກາະ​ຫຼີ​ເຊ​ີນກໍ​ເປັນ​ເອກະລັກ​ສະ​ເພາະ ດ້ວຍ​ພິທີ​ອາ​ໄລ​ຫາກ​ອງທະຫານ​ປ້ອງ​ກັນ​ໝູ່​ເກາະ​ຮວ່າງ​ຊາ, ພິທີ​ໄຫວ້​ບູຊາ​ປາວານ. ປີ 2013, Edyta Roszko ​ໄດ້​ແຕ່​ງ​ໂຄງການ​ຄົ້ນ​ຄ້ວາວັດທະນະ​ທຳ​ທະ​ເລ​ຂອງ​ຫວຽດນາມ ຍື່ນ​ສະ​ເໜີ​ຕໍ່​ສະຫະພາບ​ເອີ​ລົບ ​ແລະ ​ໄດ້​ຮັບ​ການ​ຕົກລົງ​ເຫັນ​ດີ. ກັບ​ຄືນ ​ເກາະ​ຫຼີ​ເຊ​ີນ, Edyta Roszko ມີຄວາມ​ປະຫຼາດ​ໃຈ​ຕໍ່​ບັນດາ​ການ​ປ່ຽນ​ແປງ​ຢູ່​ເກາະ​ແຫ່ງ​ນີ້. ນາງEdyta Roszko ​ເວົ້າ​ວ່າ : 

   “ ພາຍຫຼັງ 7 ປີ ​ໄດ້​ກັບ​ຄືນ​ມາ​ໃໝ່, ຂ້າພະ​ເຈົ້າ​ເຫັນ​ວ່າ​ບັນດາ​ພິທີກຳ​ຢູ່ ​ເກາະ​ຫຼີ​ເຊ​ີນ​ໄດ້​ມີ​ການ​ປ່ຽນ​ແປງ. ​ເມື່ອ​ກ່ອນ​ນີ້, ​ເມື່ອ​ທຳ​ພິທີ, ​ແມ່ຍິງ​ບໍ່​ມີ​ສິດ​ເຂົ້າ​ບ່ອນ​ສັກສິດ​ຍ້ອນ​ຂະ​ລຳ ​ແຕ່​ປະຈຸ​ບັນ, ​ສາມາດ​ເຂົ້າ​ໄປ​ໄດ້​ຢ່າງ​ສະບາຍ​, ນັບ​ທັງ​ແຂກ​ທ່ອງ​ທ່ຽວ​ນັ້ນອີກ. ທາງ​ດ້ານ​ວັດທະນະທຳ​ກໍ​ປ່ຽນ​ແປງ ​ເພາະ​ຕາມ​ການ​ເວລາ, ວັດທະນະທຳ​ກໍ​ຕ້ອງ​ເປີດ​ກ້ວາງ​ອອກ”

    ​ເຖິງ​ວ່າ​ຊີວິດ​ມີ​ການ​ປ່ຽນ​ແປງ​ກໍ​ຕາມ, ​ແຕ່​ຊາວ​ເກາະ​ຫຼີ​ເຊ​ີນ ຍັງ​ຄົງ​ຮັກສາ​​ຈິດ​ໃຈຮັກ​ແພງ​ມະນຸດ, ມີ​ຄວາມ​ຈິງ​ໃຈ​ຕໍ່​ແຂກ​ຄົນ​ທັງຫຼາຍ, ອັນ​ໄດ້​ເຮັດ​ໃຫ້ Edyta Roszko ຍິ່ງ​ເພີ່ມ​ຄວາມ​ຮັກ​ເກາະ​ແຫ່ງ​ນີ້. ນາງEdyta Roszko ​​ເປີດ​ເຜີຍ​ວ່າ :
“ ຢູ່​ເກາະ​ແຫ່ງ​ນີ້, ປະຊາຊົນ​ມີ​ຊີວິດ​ແບບ​ໃກ​້ຊິດ​ຕິດ​ແທດ​ກັນ. ​ເຂົາ​ເຈົ້າ​ປຸກ​ເຮືອນ​ຕິດ​ກັນ, ດັ່ງ​ນັ້ນສາມາດ​ຮູ້​ກັນ​ໝົດ ​ແລະ ມີຄວາມ​ສາມັກຄີ, ​ອຸ້ມ​ຊູ​ຊ່ວຍ​ເຫຼືອ​ຊຶ່ງ​ກັນ ​ແລະ ກັນ./. 

ຕອບກັບ

ຂ່າວ/ບົດ​ອື່ນ