ພະນັກງານຍິງໃຊ້ສິລະປະຂັບແທນເພື່ອໂຄສະນາການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ບົດເພງດ້ວຍບັນດາເນື້ອເພງມີຄວາມເຂົ້າໃຈງ່າຍ ມີເນື້ອໃນໂຄສະນາເຖິງທຸກຄົນຈົ່ງປະຕິບັດຂໍ້ກຳນົດຂອງນາຍົກລັດຖະມົນຕີ, ກະຊວງສາທາລະນະສຸກກ່ຽວກັບການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ
ພະນັກງານຍິງໃຊ້ສິລະປະຂັບແທນເພື່ອໂຄສະນາການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1(ເນື້ອເພງໂດຍເອື້ອຍ ຫງວຽນທິເຟືອງ ແຕ່ງເອງຕາມຈັງຫວະຂັບ ແທນ ຂອງຊົນເຜົ່າ ໄຕ່ - ນຸ່ງ)

ເອື້ອຍ ຫງວຽນທິເຟືອງ, ຊາວເຜົ່າ ໄຕ່, ຢູ່ເມືອງ ກືມກາ, ແຂວງ ດັກລັກ ສະໝັກໃຈເຂົ້າຮ່ວມໜ່ວຍປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ທ້ອງຖິ່ນ. ຕອນມີເວລາຫວ່າງ, ເອື້ອຍໄດ້ຊອກຫາ ທາງອິນເຕີເນັດ ບັນດາບົດເພງມ່ວນໆທີ່ມີເນື້ອໃນກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ເພື່ອຫັນເປັນທຳນອງເພງພື້ນເມືອງ, ຫຼັງຈາກນັ້ນກໍ່ສະແດງດ້ວຍຕົນເອງ ແລະ ເອົາລົງສື່ສັງຄົມອອນລາຍ Facebook, Youtube ຊຶ່ງໄດ້ຮັບການຕິດຕາມ ແລະ ແບ່ງປັນ ຈາກຫຼາຍຄົນ(share).

ເນື້ອເພງໂດຍເອື້ອຍ ຫງວຽນທິເຟືອງ ແຕ່ງເອງຕາມຈັງຫວະຂັບ ແທນ ຂອງຊົນເຜົ່າ ໄຕ່ - ນຸ່ງ ແລະ ສະແດງເພງດ້ວຍຕົນເອງ. ບົດເພງດ້ວຍບັນດາເນື້ອເພງມີຄວາມເຂົ້າໃຈງ່າຍ ມີເນື້ອໃນໂຄສະນາເຖິງທຸກຄົນຈົ່ງປະຕິບັດຂໍ້ກຳນົດຂອງນາຍົກລັດຖະມົນຕີ, ກະຊວງສາທາລະນະສຸກກ່ຽວກັບການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ, ເວົ້າເຖິງບັນດາຄວາມຫຍຸ້ງຍາກລຳບາກຂອງຖັນແຖວແພດໝໍ, ກຳລັງຕຳຫຼວດ, ກອງທັບ… ຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດ. ພາຍຫຼັງໄດ້ເອົາລົງສື່ສັງຄົມອອນລາຍ Facebook ແລະ Youtube, ມີຜູ້ຊົມ ແລະ share ນັບພັນຄັ້ງ. ອ້າຍ ຫງວຽນຈຸງຫາຍ, ຊາວເຜົ່າ ໄຕ່, ຢູ່ເທດສະບານ ກວາງຝູ, ເມືອງ ກືມກາ ຕິດຕາມວີດີໂອເຊິ່ງໄດ້ share ທາງ Facebook, ມີຄວາມຮູ້ສຶກວ່າ:

“ຜ່ານການຊົມວີດີໂອໂດຍເອື້ອຍ ເຟືອງ ສະແດງນັ້ນ ຂ້າພະເຈົ້າເຫັນວ່າມ່ວນຫຼາຍ, ຈາກສຽງຂັບຮ້ອງ, ເນື້ອເພງ, ສຽງດົນຕີ. ບົດເພງໄດ້ເປັນການລະດົມກຳລັງໃຈແກ່ພໍ່ແມ່ປະຊາຊົນບັນດາເຜົ່າເພື່ອຮ່ວມແຮງຮ່ວມໃຈຕ້ານໂລກລະບາດ. ເລື່ອງນຳໃຊ້ທຳນອງເພງພື້ນເມືອງຂອງຊົນເຜົ່າຕົນເພື່ອໂຄສະນາ ໄດ້ຊ່ວຍໃຫ້ພໍ່ແມ່ປະຊາຊົນບັນດາ ເຜົ່າມີຄວາມເຂົ້າໃຈງ່າຍກວ່າ. ຂ້າພະເຈົ້າເອງ ແລະ ບັນດາຜູ້ທີ່ໄດ້ຮັບຟັງເອື້ອຍເຟືອງ ຂັບຮ້ອງລ້ວນແຕ່ມີຄວາມສຸດຈິດສຸດໃຈ ແລະ ມີສະຕິໃນການປ້ອງກັນ, ຕ້ານໂລກລະບາດກວ່າ”.

ໂດຍເປັນຫົວໜ້າຄະນະປະຕິບັດງານແນວໂຮມບ້ານ, ທັງເປັນຫົວໜ້າໜ່ວຍແມ່ຍິງເປັນເວລາຫຼາຍປີ, ມີຄວາມເມົາມົວກັບທຳນອງເພງພື້ນເມືອງ ແລະ ພິນ ຕິງ ຂອງຊົນເຜົ່າຕົນ, ເອື້ອຍ ເຟືອງ ໄດ້ຮຽນດີດພິນ ຕິງ, ຂັບ ແທນ ດ້ວຍຕົນເອງ ເພື່ອເຂົ້າຮ່ວມບັນດາຂະບວນການຂອງທ້ອງຖິ່ນ ແລະ ພ້ອມກັບສະໂມສອນຂັບ ແທນ, ພິນ ຕິງ ຢູ່ຕາແສງຕົນໄປສະແດງສິລະປະຢູ່ບັນດາງານແຂ່ງຂັນໂດຍເມືອງ, ແຂວງ ຈັດຕັ້ງ ແລະ ຍາດໄດ້ຫຼາຍລາງວັນ. ຕາມເອື້ອຍ ຫງວຽນທິເຟືອງ ແລ້ວ, ຂັບແທນ ພິນຕິງ ແມ່ນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ຂອງຊາວເຜົ່າ ໄຕ່-ນຸ່ງ. ບ້ານຂອງເອື້ອຍ ແລະ ຢູ່ບັນດາບ້ານໃກ້ຄຽງມີຊາວເຜົ່າ ໄຕ່ ດຳລົງຊີວິດເປັນຈຳນວນຫຼາຍ ສະນັ້ນວິທີໂຄສະນາດັ່ງກ່າວໄດ້ຊ່ວຍໃຫ້ປະຊາຊົນສຳຜັດຢ່າງງ່າຍ ແລະ ຈື່ງ່າຍກວ່າ.

“ເຫັນວ່າທຸກຄົນສຳຜັດສະໜັບສະໜູນສຳລັບວິທີເຮັດຂອງຕົນ ຂ້າພະເຈົ້າມີຄວາມຮູ້ສຶກມ່ວນຫຼາຍ. ເຖິງວ່າປະຈຸບັນຂ້າພະເຈົ້າກໍ່ຄາວຽກກ່ຽວກັບວຽກງານໜູນຊ່ວຍການປ້ອງກັນ ຕ້ານໂລກລະບາດຢູ່ບໍລິເວນຕາແສງກໍ່ຕາມ, ແຕ່ໃນໄລຍະຈະມາເຖິງ ຈະມານະພະຍາຍາມສະຫງວນເວລາຊອກຫາທຳນອງຂັບ ແທນ ໃໝ່ ແລະ ແຕ່ງເນື້ອເພງໃຫ້ເໝາະສົມ ເພື່ອສືບຕໍ່ແຕ່ງບົດເພງເປັນທຳນອງຂັບ ແທນ ເພື່ອໂຄສະນາໃຫ້ແກ່ປະຊາຊົນ”.

ມີຊາວເຜົ່າ ໄຕ່ - ນຸ່ງ ບາງຄົນຢູ່ທ້ອງຖິ່ນດຽວກັນກັບເອື້ອຍ ຫງວຽນທິເຟືອງ ໄປເຮັດວຽກຢູ່ບັນດາແຂວງຄື: ບິ່ງເຢືອງ, ດົ່ງນາຍ ແລະ ນະຄອນໂຮ່ຈີມິນ. ສະນັ້ນ, ພ້ອມກັບວຽກງານຂົນຂວາຍໜູນຊ່ວຍ ແລະ ສືບຕໍ່ປະຕິບັດວຽກງານປ້ອງກັນ ຕ້ານໂລກລະບາດແລ້ວ, ເລື່ອງໂຄສະນາຍົກສູງສະຕິຄວາມຮັບຮູ້ ແລະ ການສົມທົບກັນຂອງປະຊາຊົນແມ່ນສຳຄັນທີ່ສຸດ. ທ່ານນາງ ໂຮ່ທິແທັງຫາຍ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຕາແສງ ກືມກາ, ໃຫ້ຮູ້ວ່າ ເອື້ອຍ ຫງວຽນທິເຟືອງ ມີຄວາມຕັ້ງໜ້າຫຼາຍຢ່າງພ້ອມກັບບັນດາກຳລັງປ້ອງກັນ ຕ້ານໂລກລະບາດ:

“ເອື້ອຍ ເຟືອງ ແມ່ນໜຶ່ງໃນບັນດາພະນັກງານມີຄວາມຫ້າວຫັນເຂົ້າຮ່ວມທຸກຂະບວນການຂອງທ້ອງຖິ່ນ. ໃນໄລຍະຜ່ານມາເອື້ອຍໄດ້ນຳໃຊ້ທຳນອງຂັບ ແທນ ຂອງຊົນເຜົ່າຕົນເພື່ອໂຄສະນາໃຫ້ແກ່ປະຊາຊົນໃນການປ້ອງກັນ, ຕ້ານໂລກລະບາດ. ນີ້ແມ່ນວິທີເຮັດໃໝ່ອ່ຽມ, ມີປະສິດທິຜົນສຳລັບຕາແສງ ກືມກາ ເວົ້າສະເພາະ ແລະ ທົ່ວເມືອງ ກືມກາ ເວົ້າລວມ”.

        ດ້ວຍນ້ຳສຽງມ່ວນ, ພ້ອມກັນສຽງພິນ ຕິງ ຂອງເອື້ອຍ ຫງວຽນທິເຟືອງ ສະນັ້ນບົດເພງຍິງມີຄວາມດຶງດູດ, ແຜ່ຂະຫຍາຍໃນປະຊາຄົມ. ນຳໃຊ້ທຳນອງເພງພື້ນເມືອງ ແລະ ເຄື່ອງດົນຕີທີ່ລື້ງເຄີຍຂອງຊົນເຜົ່າ, ເອື້ອຍ ຫງວຽນທິເຟືອງ ໄດ້ແຕ່ງເນື້ອເພງໃຫ້ເໝາະສົມເພື່ອໂຄສະນາການຕ້ານໂລກລະບາດຄືດັ່ງຕ້ານສັດຕູ, ກໍ່ຄືຄວາມລຳບາກກາກກຳຂອງກຳລັງຕ້ານໂລກລະບາດຢູ່ແນວໜ້າ, ຈາກນັ້ນຮຽກຮ້ອງໃຫ້ຍົກສູງສະຕິຂອງປະຊາຊົນໃນການປ້ອງກັນ, ຕ້ານ ແລະ ຍູ້ໃຫ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ./.

ຕອບກັບ

ຂ່າວ/ບົດ​ອື່ນ