ພະລັງຊີວິດຂອງບົດເພງແຫ່ງປະຫວັດສາດ “ ລຸງໂຮ່ໃນວັນມະຫາໄຊ ”

  

ພະລັງຊີວິດຂອງບົດເພງແຫ່ງປະຫວັດສາດ “ ລຸງໂຮ່ໃນວັນມະຫາໄຊ ” - ảnh 1
ນັກດົນຕີ Pham Tuyen ​ຜູ້ປະພັນ​ບົດ​ເພງ​ແຫ່ງ​ປະຫວັດ​ສາດ
 “ ລຸງ​ໂຮ່​ໃນ​ວັນ​ມະຫາ​ໄຊ ”
(ພາບ: vanhoadoisong.vn )



 (vovworld-)  ນັກດົນຕີ Pham Tuyen ​ໄດ້​ປະພັນ​ບົດ​ເພງ​ແຫ່ງ​ປະຫວັດ​ສາດ  “ ລຸງ​ໂຮ່​ໃນ​ວັນ​ມະຫາ​ໄຊ ” ກ່ອນ​ທີ່​ພາກ​​ໃຕ້​ຫວຽດນາມ​ໄດ້​ຮັບ​ການ​ປົດ​ປ່ອຍ​ພຽງ 2 ວັນ​ເທົ່ານັ້ນ. ​ໂດຍ​ແທດ​ເໝາະ​ກັບ​ຈິດ​ໃຈ​ຂອງ​ປະຊາຊ​​ົນ, ​ແລະ ​ໄດ້​ຮັບ​ການ​ຕອບ​ສະໜອງ​ຈາກປະຊາຊົນ​ໃນ​ທົ່ວ​ປະ​ເທດ, ດັ່ງ​ນັ້ນ, ບົດ​ເພງ​ນີ້ມີກຳລັງ​ແຜ່​ຂະຫຍາຍ​ຢ່າງ​ມະຫາສານ.

     “ ດັ່ງທີ່ມີລຸງ​ໂຮ່​ໃນ​ວັນ​ມະຫາ​ໄຊ, ຄຳ​ໂອວາດ​ຂອງລຸງໄດ້ກາຍໄຊຊະນະ​ອັນ​ຍິ່ງ​ໃຫຍ່. 30 ປີ​​ແຫ່ງການ​ຕໍ່ສູ້​​ເພື່ອ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, 30 ປີ​ແຫ່ງ​ສາທາ ລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມທຳ​ການ​ຕໍ່ຕ້ານ​ໄດ້​ປະສົບ​ຜົນສຳ​ເລັດ​. ຫວຽດນາມ ​ໂຮ່ຈິ​ມິ​ິນ......” ບົດ​ເພງພຽງ​ປະກອບ​ດ້ວຍ 58 ສັບ​ເທົ່າ​ນັ້ນ, ​ແຕ່ ສາມາດ​ເວົ້າ​ເຖິງ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ປະຊາຊົນ​ຫວຽດນາມ​ໄລຍະ​ນັ້ນ​ມີ​ຄວາມ​ຫວັງ​ຢາກ​ມີ​ເອກະລາດ, ສັນຕິພາບ, ​ເອກະ​ພາບ. ຈັງຫວະ​ຂອງ​ບົດ​ເພງ​ແມ່ນ​ຈັງຫວະຫົວ​ໃຈ​ຂອງ​ຊາວ​ຫວຽດນາມນັບ​ລ້ານໆ​ຄົນດ້ວຍ​ຄວາມຫວັງ​ຢາກ​ໄດ້​ຮັບ​ໄຊຊະນະ ​ແລະ ບືນ​ຕົວ​ຂຶ້ນ​ໃນ​ທ່າມກາງ​ສັນຕິພາບ. 37 ປີ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ, ແຕ່ນັກດົນຕີ Pham Tuyen ຍັງ​ຄົງ​ບໍ່​ຫຼົງ​ລືມ​ຈຸດ​ເວລາ​ທີ່​ມະຫັດສະຈັນ ອັນ​ໄດ້​ພາ​ Pham Tuyen ຈັບ​ປາກກາ​ແຕ່ງ​ບົ​ດເພງ “ ​ລຸງ​ໂຮ່​ໃນ​ວັນ​ມະຫາ​ໄຊ ” ​ໃຫ້​ສຳ​ເລັດ.

    ນັກດົນຕີ Pham Tuyen ​ເລົ່າ​ສູ່​ຟັງ​ວ່າ :  

     “ ຄ່ຳ​ຄືນ​ວັນ​ທີ 28 ​ເມສາ ປີ 1975, ຂ້າພະ​ເຈົ້າ​ໄດ້​ຍິນ​ຂ່າວ​ຈາກ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ວ່າ ມີ​ນັກ​ບິນ​ຄົນ​ໜຶ່ງ​ຂັບ​ເຮືອບິນ​ຖິ້ມ​ລະ​ເບີດ​ລົງ​ໃສ່​ສະ ໜາມບິນ Tan Son Nhat , ພາຍຫຼັງ​ມາຈຶ່ງຮູ້​ວ່າ ນັກ​ບິນ​ຄົນນັ້ນ​ແມ່ນ​ນັກ​ວິລະ​ຊົນ Nguyen Thanh Trung . ຂ້າພະ​ເຈົ້າ​ຕົກ​ໃຈ​​ເພາະວ່າ Tan Son Nhat ໝາຍ​ເຖິງ​ຢູ່ ​ໄຊ​ງ່ອນ. ຂ້າພະ​ເຈົ້າ​ເຊື່ອ​ແນ​ວ່າ ພຽງ 2-3 ມື້​ຂ້າງ​ໜ້າ ພາກ​​ໃຕ້​ຈະ​ໄດ້​ຮັບ​ການ​ປົດ​ປ່ອຍ, ​ເວລາ​ນັ້ນ​ຊາວ​ຫວຽດນາມ​ຢູ່​ທຸກ​ແຫ່ງ​ຫົນ​ຈະ​ພາກັນ​ຫຼັ່ງ​ໄຫລ​ອອກ​ສູ່​ຖະໜົນ​ຫົນທາງ​ເພື່ອ​ຂັບ​ຮ້ອງ. ​ຮອດເວລາ 23 ​ໂມງຂອງ​ມື້​ນັ້ນ, ຂ້າພະ​ເຈົ້າ​ໄດ້​ແຕ່ງ​ບົດ​ເພງ​ນີ້​ສຳ​ເລັດ, ບໍ່​​ຖືກ​ດັ​ດແປງຈັກ​ໜ້ອຍ. ຂ້າພະ​ເຈົ້າຖື​ວ່າ​ຕົນ​ເອງ​ໄດ້​​ຊຳລະ​ບ້ວງ​ໜີ້​ສິນດ້ານ​ຈິດ​ໃຈ​ຕໍ່​ຄວາມ​ຕ້ອງການດ້ານ​ສິລະ​ປະ​ຂອງ​ປະ​ເທດ​ຊາດ ”

    ຫວນ​ຄືນ​ໄລຍະ​ເວລາ​ແຫ່ງ​ປະຫວັດສາດ, ຫວ່າງ​ຕົ້ນ​ເດືອນ​ເມສາ​ປີ 1975 ​ເມື່ອ​ກອງທັບ​ປົດ​ປ່ອຍ​ເປີດ​ການ​ບຸກ​ໂຈມ​ຕີ​ຂະໜາດ​ໃຫຍ່​ເຂົ້າ​ໄຊ​ງ່ອນ, ຄາວ​ນັ້ນ ນັກດົນຕີ Pham Tuyen ພວມ​ເຮັດ​ວຽກ​ຢູ່​ວິທະຍຸ​ກະຈາຍ​ວຽງ​ຫວຽດນາມ. ​ແລະ ກໍ​ໃນ​ຄາວ​ນັ້ນ, ທ່ານ Tran Lam ບັນນາທິການ​ໃຫຍ່ ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ​ໄດ້​ໃຫ້​ຄຳ​ຕັກ​ເຕືອນ ບັນດາ​ຜູ້​ເຮັດ​ວຽກ​ງານ​ດ້ານ​ດົນຕີ​​ໃນ​ທຸກ​ເວລາວ່າ: ຕ້ອງ​ປະພັນ​ໃຫ້​ໄດ້​ບົດ​ເພງ​ທີ່​ສົມ​ກັບ​ໄຊຊະນະທີ່​ຍິ່ງ​ໃຫຍ່​ໃກ້​ຈະ​ມາ​ເຖິງນີ້. ​ແລະ ຜ່ານ​ການ​ຮັບຟັງຂ່າວ​ຄາວ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມໃນ​ແຕ່ລະ​ຄ່ຳ​ຄືນ, ນັກດົນຕີ Pham Tuyen ​ໄດ້​ສຸມ​ຈິດ​ສຸມ​ໃຈ​ປະພັນ​ເພງ​ໃຫ້​ແກ່​ມື້​ມະຫາ​ໄຊ​ຂອງ​ປະ​ເທດ​ຊາດ. ນັກດົນຕີ Pham Tuyen ​ໃຫ້​ຮູ້​ວ່າ :

  “ ລຸ່ນຄົນ​ພວກ​ຂ້າພະ​ເຈົ້າ​ຍັງ​ຈືດີ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່ທີ່​ວ່າ: ຕີ​ໃຫ້​ຈັກກະພັດ​ອາ​ເມ​ລິ​ກາ​ຖອຍ​ໄປ, ຕີ​ໃຫ້​ພວກ​ຫຸ່ນ​ໄຊ​ງ່ອນ​ແຕກ​ທະລາ​ຍ; ພໍ່​ແມ່​ປະຊາຊົນ,ນັກຮົບ​ຈົ່ງກ້າວຂຶ້ນ; 2 ພາກ​ເໜືອ​-ໃຕ້​ໂຮມ​ເຂົ້າກັນ​ເປັນ​ປຶກ​ໜຶ່ງ​ແຜ່ນ​ດຽວ, ລະດູ​ບານ​ໃໝ່​ປີ​ນີ້​ຈະ​ມ່ວນ​ຊື່ນກ່ວາ​ທຸກໆ​ປີ. ສຽງ​ຂັບ​ຮ້ອງ​ຟົດ​ຟື້ນ​ມ່ວນ​ຊື່ນ​ຖືກ​ຂ້າພະ​ເຈົ້າ​ເລີ່​ມຕົ້ນ​ແຕ່ງ​ດ້ວຍ​ຄຳ​ວ່າ : ຫວຽດນາມ-​ໂຮ່ຈິ​ມິນ ​ໂດຍ​ຂັບ​ຊ້ຳ​ແລ້ວ​ຊ້ຳ​ອີກ. ພາຍຫຼັງ​ທີ່​ຂ້າພະ​ເຈົ້າ​ແຕ່ງ​ວັກ​ທຳ​ອິດ​, ​ເວລາ​ນັ້ນ​ລຸງ​ໂຮ່​ໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳ​ແລ້ວ, ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ໄດ້​ແຕ່ງຄຳ​ວ່າ: ດັ່ງທີ່ມີລຸງ​ໂຮ່​ໃນ​ວັນ​ມະຫາ​ໄຊ. ຂ້າພະ​ເຈົ້າ​ເຕື້ອງ​ເຖິງ​ຫຼັກ​ໝາຍ​ແຫ່ງ​ປະຫວັດສາດ​ແຕ່​ປີ 1945 ຫາ​ປີ 1975 ໝາຍ​ຄວາມ​ວ່າ​ໄລຍະ 30 ປີ​ແຫ່ງ​ການ​ຕໍ່ສູ້​ເພື່ອ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, 30 ປີ​ແຫ່ງ​ການ​ຕໍ່ຕ້ານ​ໄດ້​ປະສົບ​ຜົນສຳ​​ເລັດ. ນີ້​ແມ່ນ​ຫຼັກ​ໝາຍ​ປະຫວັດສາດ​ບໍ່​ສະ​ເພາະ​ແຕ່​ຂ້າພະ​ເຈົ້າ​ເອງ​ເທົ​່າ ນັ້ນ, ຫາກ​ຍັງ​ຝັງ​ເລິກໃນ​ດວງ​ໃຈ​ຂອງ​ຊາວ​ຫວຽດນາມ​​ແຕ່ລະຄົນ​ອີກ​ດ້ວຍ ”

   ຄື​ດັ່ງການ​ທຳນາຍ​ຂອງນັກດົນຕີ Pham Tuyen, ​ເວລາ 11 ​ໂມງ 30 ນາທີຂອງວັນທີ 30 ເມສາ, ປະເທດຊາດຫວຽດນາມຍາດໄດ້ເອກະລາດ, ອິດສະຫຼະພາບຢ່າງສົມບູນ, 2 ພາກເໜືອ-ໃຕ້ຖືກໂຮມເຂົ້າກັນເປັນປຶກໜຶ່ງແຜ່ນ ດຽວ. ແລະ ບົດເພງດັ່ງກ່າວ ໃນທັນທີໄດ້ຖືກອັດສຽງເພື່ອອອກອາກາດພ້ອມກັບ ຂ່າວ​ໄຊຊະນະ​ໃນ​ເວລາ 17 ​ໂມງ​ຂອງ​ວັນ​ດຽວ​ກັນ. ນັ້ນ​ແມ່ນ​ຕອນ​ອັດ​ສຽງ​ທີ່​ໜ້າ​ຕື້ນ​ຕັນ​ໃຈ​ທີ່​ສຸດ​ໃນ​ຊີວິດ​ຂອງນັກດົນຕີ Pham Tuyen. ທ່ານ​ເວົ້າ​ວ່າ :

    “ ​ເວລາ 13 ​ໂມງຂອງ​ວັນ​ທີ 30 ​ເມສາ, ຄະນະ​ດົນຕີ​ໄດ້​ເຕົ້າ​ໂຮມ​ກັນ​ເພື່ອ​ອັດ​ສຽງ​ບົດ​ເພງ​ນີ້​ແລ້ວ. ຂ້າພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ການ​ອັດ​ສຽງ​ຫຼາຍ​ເທື່ອ​ແລ້ວ, ​ແຕ່​ບໍ່​ມີ​ການ​ອັດ​ສຽງ​ເທື່ອ​ໃດ​ພັດ​ຕື້ນ​ຕັນ​ໃຈ​ເຊັ່ນ​ນັ້ນ, ທັງ​ຜູ້​ຂັບ​ຮ້ອງ, ທັງ​ຜູ້​ເສບ​ເຄື່ອງ​ດົ​ນຕີ, ຜູ້​ບັນຊາ ຕ່າງ​ກໍ​ຫຼັ່ງ​ນ້ຳຕາ. ຜູ້​ບັນຊາ​ກອງ​ດົນຕີ​​ໃນ​ມື້​ນັ້ນ ​ແມ່ນ​ທ່ານ Cao Viet Bach ສ່ວນ​ຂັບ​ຮ້ອງ​ແມ່ນ​ທ່ານ Dang Hung ​ແລະ ທ່ານ​ນາງ Tuyet Thanh ພ້ອມ​ກັບ​ຄະນະ​ສິລະ​ປະກອນ​ວິທະຍຸ​ກະ​ຈາ​ຍສຽງຫວຽດນາມ. ​ເມື່ອ​ເປີດ​ຟັງ​ບົດ​ເພງນີ້, ໝົດ​ທຸກ​ຄົນ​ຕ່າງ​ກໍ​ເວົ້າ​ວ່າ ​ໃຊ​້ບົດ​ເພງ​ນີ້​ເທົ່າ​ນັ້ນ ​ແລະ ​ແລ່ນມາ​ຈັບມື​ຖາມຂ້າພະ​ເຈົ້າວ່າ ຄວນ​ດັດ​ແປງ​ຫຍັງ​ບໍ່? ຂ້າພະ​ເຈົ້າ​ຕອບ​ວ່າ ບໍ່​ມີ​ຈັກ​ເທື່ອ​ທີ່​ຂ້າພະ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ແປກ​ປະຫຼາດ​ເມື່ອ​ເຂົ້າ​ຮ່ວມ​ການ​ອັດ​ສຽງບົດ​ເພງ ​ເບິ່ງ​ຄື​ວ່າ​ມັນ​ໄດ້​ມີ​ມາ​ກ່ອນ​ແລ້ວ ”

   ບົດ​ເພງ​ຖືກ​ອອກ​ອາກາດ​ໃນ​ທ່າມກາງ​ບັນຍາກາດສະຫງ່າ​ອົງອາດ ​ແລະ ​ຟົດ​ຟື້ນ​ມ່ວນ​ຊື່ນ​ ​ໃນ​ຂະນະ​ທີ່​ຊາວ​ຫວຽດນາມ​ນັບ​ລ້ານໆ​ຄົນ​ພາກັນ​ຫຼັ່ງ​ໄຫຼ​ລົງ​ສູ່​ຖະໜົນ​ຫົນທາງ ​ແກວ​ງທຸ່ງ, ຕີ​ກອງ, ຕົບມື​ຂັບ​ຮ້ອງ​ຕາມ​ຈັງຫວະ​ບົດ​ເພງ. ນັກ​ສິລະ​ປີນດີ​ເດັ່ນ Tuyet Thanh ​ເລົ່າຄືນ​ສູ່​ຟັງ​ກ່ຽວ​ກັບ​ການອັດ​ສຽງບົດ​ເພງ​ໃນ​ມື້​ນັ້ນ​ວ່າ :  “ ທຸກໆ​ຄົນ​ຂັບ​ຮ້ອງ​ດ້ວຍ​ນ້ຳ​ໃຈ, ທັງ​ມ່ວນ, ທັງ​ດີ​ໃຈ, ທັງ​ຫຼັ່ງ​ນ້ຳຕາ. ​ເວລາ​ອັດ​ສຽງ ​ແມ່ນ​ຕື້ນ​ຕັນ​ໃຈ​ຫຼາຍ. ຂ້າພະ​ເຈົ້າ​​ຮູ້ສຶກວ່າ ຕົນ​ເອງ​ຂັບ​ຮ້ອງ​ຍັງ​ບໍ່​ທັນ​ໄດ້​ດີ​ປານ​ໃດ, ​ແຕ່​ກໍ​ຍັງຄົງ​ພະຍາຍາມ​ໃຫ້​ສຳ​ເລັດ. ອັດ​ສຽງ​ແລ້ວ ກໍ​ໃຫ້​ອອກ​ອາກາດ​ເລີຍ, ບັນດາອ້າຍ​ເອື້ອຍ​ນ້ອງ​ດີ​ໃຈ​ຫຼາຍ ​ແລະ ພ້ອ​ມກັນ​ຫຼັ່ງ​ນ້ຳຕາ . ດົນຕີ​ຜ່ານ​ທາງ​ວິທະຍຸ​ກະຈາຍສຽງ​ແມ່ນ​ມີລັກສະນະ​ຕໍ່ສູ້, ​ແມ່ນ​ອາວຸດ​ອັນ​ແຫຼມ​ຄົມ​ເພື່ອ​ຕີ​ສັດຕູ ”

    37 ປີ​ພາຍຫຼັງ​ທີ່​ບົດ​ເພງຖືກອອກອາກາດ​ເປັນ​ຄັ້ງ​ທຳ​ອິດ, ​ມື້​ນີ້ ນັ່ງ​ຈັບ​ປ້າຍ​ໂຄສະນາ​ພິມ​ຮູບ​ລຸງ​ໂຮ່, ທຸ່ງ​ແດງ​ດາວ​ຄຳ ພ້ອມ​ກັບ​ແຖວ​ຕົວ​ໜັງສື​ພາສາ​ຫວຽດ ​ແລະ ພາສາ​ອັງກິດ “ດັ່ງທີ່ມີລຸງ​ໂຮ່​ໃນ​ວັນ​ມະຫາ​ໄຊ”, ຄູ່​ຕາຂອງ​ນັກ​ດົນຕີ​ຜົມ​ຫງອກ​ບໍ່​ສາມາດ​ອົດ​ກັ້ນ​ນຳ​ຕາ​ຍ້ອນ​ຄວາມ​ຜາ​ສຸກ. ບົດ​ເພງ​ເຖິງ​ວ່າ​ສັ້ນກໍ​ຕາມ, ​ແຕ່​ມີ​ກຳລັງ​ໄຟ​ຢ່າງ​ມະຫາສານ, ມັນ​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ຊາວ​ຫວຽດນາມ​ແຕ່ລະຄົນ ​ແລະ ທັງ​ເປັນສານ​ແຫ່ງ​​ໄຊຊະນະຂອງ​ຍຸກ​ສະ​ໄໝ ​ໂຮ່ຈິ​ມິ​ນ​ເພື່ອສົ່ງ​ເຖິງ​ເພື່ອນ​ມິດສາ​ກົນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ