ພໍໃຈເມື່ອເອົາຜົວຄົນລາວ

(vovworld) ໂດຍ​ແມ່ນ​ສາວ​ຜູ້​ໜຶ່ງ​ທີ່​ມີ​ຮູບ​ຮ່າງ​ສວຍ​ງາມ, ຜີວ​ຂາວ, ຜົມ​ດຳ​, ໜ້າ​ຕາ​ສົດ​ໄສ. ເວ​ລາ​ນັ້້ນ, ເຮືອງ​ຢາງ ນັກ​ສຶກ​ສາທີ່​ຫາ​ກໍ່​ຮຽນ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ ​​​ເປັນຜູ້​ທີ່​ເຮັດ​​ໃຫ້ຜູ້​ຊາຍຫຼາຍ​ຄົນສົນ​ໃຈ, ແຕ່​ລາວ​ມີ​ແຕ່​ຮັກ ແລະ ​ແຕ່ງງານ​ກັບ​ຜູ້ຊາຍ​ລາວ​ຄົນໜຶ່ງທີ່​ຮຽນ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ດຽວ​ກັນ. ຄວາມ​ຮັກ​ໄດ້​ຜູກ​ມັດ​ຄູ່​ບ່າວ​ສາວ​ຫວຽດ - ລາວ​ນຳ​ກັນ. ແລະ ປະ​ຈຸ​ບັນ, ເມື່ອ​ຖືກ​ຖາມ​ກ່ຽວ​ກັບຊີ​ວິດ​ຄອບ​ຄົວ, ລາວ​​ທັງຍີ້ມ​ຫົວທັງ​ຕອບ​ໂດຍ​ທັນ​ທີ​ວ່າ “ພໍ​ໃຈຢູ່”. ພວກ​ເຮົາ​ພ້ອມ​ກັນ​ຊອກ​ຮູ້​ກ່ຽວ​ກັບ​ຄອບ​ຄົວ​ນ້ອຍໆ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ​ຂອງ​ເອື້ອຍ​ ເຮືອງ​ຢາງ, ຜ່ານ​ບົດ​ສາ​ລະ​ຄະ​ດີ​ຂອງ​ນັກ​ຂ່າວ ຢ້ຽວ​ຮົ່ງ​ ທີ່​ມີ​ຫົວ​ຂໍ້​ວ່າ “ພໍ​ໃຈ​ເມື່ອ​ເອົາ​ຜົວຄົນລາວ​”.

ພໍໃຈເມື່ອເອົາຜົວຄົນລາວ - ảnh 1

ລູກສອງຄົນຂອງເອື້ອຍຢາງ - ອ້າຍຜາດອນ

        ​ພາຍຫຼັງ​ເລິກ​ງານ​ເວ​ລາ 16 ໂມງ 30 ນາ​ທີ, ​ ເອື້ອຍ ເຮືອງ​ຢາງ​ ກໍ່​ຟ້າວ​ຝັ່ງຊັບ​ຊ້ອນ​​ເອກະສານ, ເຄື່ອງ​ຂອງ​​ໃນ​ບ່ອນເຮັດ​ວຽກ​ໄວ້​ຢ່າງ​ຮຽບ​ຮ້ອຍ ແລະ ຂັບ​ລົດ​ຈັກ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ວັດ​ທະ​ນະ​ທຳກັບ​ເມືອ​ຄອບ​ຄົວຢູ່​ ໄຕ​ໂຮ່, ບ່ອນ​ທີ່ມີ​ລູກ​ສອງ​ຄົນ​ພວມ​ລໍ​ຖ້າ. ແຕ່​ເອື້ອຍ​ກໍ່​ບໍ່​ລືມ​ແວ່​ຕະຫຼາດ​ນ້ອຍ​ຢູ່​ແຄມ​ທາງ​ເພື່ອ​ຊື້​ຜັກ​ບົ້ງ, ຊີ້ນ​ໝູ, ປາເພື່ອ​ແຕ່ງອາ​ຫານແລງ​ໃຫ້​ຄອບ​ຄົວ.

        ກວ່າ 5 ປີ, ພາຍຫຼັງ​ແຕ່ງ​ງານ​ກັບ ຜາ​ດອນ ອິນ​ສະ​ແວງ, ​ຄົນ​ລາວ​ທີ່​ມີບ້ານ​ເກີດ​ຢູ່​ແຂວງ​ອຸ​ດົມ​ໄຊ, ປະ​ຈຸ​ບັນ​​ແມ່ນ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ທ່ອງ​ທ່ຽວ ແລະ ແປ​ພາ​ສາ. ​ອ້າຍ​ຕິດ​ຄາກັບ​ວຽກ​ງານຫຼາຍ​ຍ້ອນ​ພວມ​ເປີດ​ຮ້ານ​ອາ​ຫານ​ລາວ​ຢູ່​ຮ່າ​ໂນ້ຍ. ຜົວ​ເມຍ​ເອື້ອຍ​ມີ​ລູກ 2 ຄົ​ນ, ຜູ້​ຊາຍ​ກົກ​ອາ​ຍຸ  3 ກວ່າ​ປີ, ສ່ວນ​ຜູ້​ຍິງ​ມີ​ອາ​ຍຸ​ເກືອບ 2 ປີ. ເຖິງ​ວ່າ​ມີ​ຜູ້​ຊ່ວຍ​ວຽກໃນ​ຄອບ​ຄົວກໍ່​ຕາມ, ແຕ່​ເອື້ອຍຢາງ ຍາມ​ໃດ​ກໍ່​​ສະ​ຫງວນ​ເວ​ລາ​​ແຕ່ງອາ​ຫານ​ແລງ​ເອງໃຫ້​ຄອບ​ຄົວ. ເຖິງວ່າ​ຜົວ​ຕິດ​ຄາ​ກັບ​ວຽກ​ງານ​ຫຼາຍ ແລະ ຕ້ອງ​ໄປ​ເຮັດ​ວຽກຢູ່ໄກ​ຈາກຄອບ​ຄົວ, ແຕ່​ເອື້ອຍ​ກໍ່​ບໍ່​ຮູ້​ສຶກໂສກ​ເສົ້າ​ເທື່ອ, ເພາະ​ເວ​ລາ​ໃດ​ເອື້ອຍ​ກໍ່ຮັບ​ຮູ້​ໄດ້​ຄວາມ​ຮັກ​ເຊິ່ງ​ຜົວ​ໄດ້​ສະ​ຫງວນ​ໃຫ້​​ຄອບ​ຄົວ.

        “ຜົວ​ຂ້າ​ພະ​ເຈົ້າ​ຕິດ​ຄາ​ກັບ​ວຽກ​ງານຫຼາຍ, ແຕ່​ເມື່ອ​ກັບ​ມາ​ຄອບ​ຄົວ, ອ້າຍ​ກໍ່​ຊ່ວຍ​ຂ້າພະ​ເຈົ້າອາບ​ນ້ຳ​​​ໃຫ້​ລູກ, ໃຫ້​ລູກ​ກິນ ແລະ ລະຫຼິ້ນ​ກັບ​ລູກ. ແຕ່​ລະ​ເທື່ອ​ເມື່​ອ​ຂ້າ​ພະ​ເຈົ້າຖືກ​ເຈັບເປັນ, ອ້າຍ​ກໍ່​ເອົາໃຈ​ໃສ່​ເບິ່່ງ​ແຍງ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ຈົນ​ຜູ້​ອື່ນ​ກໍ່​ຕ້ອງ​ເວົ້າ​ວ່າ “ເອົາ​ຜົວ​ລາວ​ດີຫຼາຍ”. ຜົວ​ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ່​ຖື​ຄອບ​ຄົວ​ເປັນ​ຕົ້ນ .”

        ເມື່ອ​ຫາ​ກໍ່​ກ້າວ​ເຂົ້າ​ເຮືອນ 3 ຊັ້ນ, ບ່ອນ​ທີ່​ຜົວ​ເມຍ​ເອື້ອຍ​ພວມ​ດຳ​ລົງ​ຊີ​ວິດ​ພ້ອມ​ກັບ​ພໍ່​ແມ່​ ໄດ້​ຍິນ​ສຽງ​ສາມ​ພໍ່​ລູກຢອກ​ກັນ​. ສຽງ​ຫົວ​ຂອງ​ເດັກ​ນ້ອຍ​ເຮັດ​ໃຫ້​ຄວາມ​ອິດ​ເມື່ອຍໃນໃບ​ໜ້າຂອງ​ເອື້ອຍ​ທະ​ລາຍ​ໄປ.
ພໍໃຈເມື່ອເອົາຜົວຄົນລາວ - ảnh 2
ເອື້ອຍ ເຮືອງຢາງ ແລະ ລູກສາວ

        ອ້າຍ​ຜາ​ດອນ ປີນີ້​ອາ​ຍຸ 32 ປີ, ຄົນ​ສູງ​ພໍ​ສົມ​ຄວນ, ຜີວ​ດຳ, ຈົ່ງຜົມ​​​ແບບ​ນັກສິນ​ລະ​ປິນ, ເວົ້າ​ພາ​ສາ​ຫວຽດ​ເກັ່ງ​ທີ່​ສຸດ, ອ້າຍ​ໄດ້​​ແຕ່ງ​ງານ​ກັບ ເຮືອງ​ຢາງ, ຜູ້​ທີ່​ພາ​ໃຫ້ອ້າຍ​ມີ​ຄວາມ​ຮັກ​ນັບ​ແຕ່​ການ​ພົບ​ປະ​ຄັ້ງ​ແລກ.

        “ເມຍ​ຂ້າ​ພະ​ເຈົ້າ​ແມ່ນ​ຄົນໃຈ​ດີ. ພິ​ເສດ​ແມ່ນ​ເຫັນ​ອົກ​ເຫັນ​ໃຈ​, ແບ່ງ​ປັນ​ວຽກ​ງານ​ກັບ​ຂ້າ​ພະ​ເຈົ້າ. ນອກ​ຈາກ​ເວ​ລາ​ໄປ​ເຮັດ​ວຽກ​ແລ້ວ, ລາວ​ຍັງ​ສະ​ຫງວນ​ເວ​ລາ​ເບິ່ງ​ແຍງ ​ແລະ ​ໃກ້ຊິດ​ກັບລູກ. ແຕ່​ລະ​ເທື່ອ​ເມື່ອ​ກັບມາ​ຄອບຄົວ​ໄດ້​ຍິນ​ສຽງ​ອ່ອນຫວານ​ຂອງ​ເມຍ, ຂ້າ​ພະ​ເຈົ້າ​ກໍ່​ຮູ້​ສຶກ​ມ່ວນຫຼາຍ”.

        ຄອບ​ຄົວ​ໃດ​ກໍ່​ເຊັ່ນ​ກັນ, ​ເລື່ອງຜົວ​ເມຍຜິດ​ກັນ​​ກໍ່​ແມ່ນ​ເລື່ອງ​ທຳ​ມະ​ດາ, ແຕ່​ຄອບ​ຄົວ​ນີ້​ພັດ​ບໍ່​ເຄີຍຜິດ​ຖຽງ​ກັນ​ຈັກ​ເທື່ອ, ພຽງ​ແຕ່​ມີ​ທັດ​ສະ​ນະ​ຕ່າງ​ກັນ​ນ້ອຍ​ໜຶ່ງ​ເທົ່າ​ນັ້ນ.

        “​ເມຍ: ​ເມື່ອ​ຜິດ​ກັນ, ທັງ​ສອງ​ຜົວ​ເມຍຕ່າງ​ກໍ່​ມິດ​ງຽບ, ມີ​ແຕ່​ຜິດ​ກັນ​ມື້ໜຶ່ງ​ເທົ່າ​ນັ້ນ. ມື້​ຕໍ່​ມາ​ກໍ່​ໂອ້​ລົມນຳ​ກັນ​ເປັນ​ປົກກະຕິ​.

        ຜົວ: ​ເມື່ອ​ຜິດ​ກັນ, ສອງ​ຜົວ​ເມ​ຍມັກນັ່ງ​ໂອ້​ລົມ​​, ​ຊອກ​ຫາ​ສາຍ​ເຫດ​ເພື່ອແກ້​ໄຂ​ໃນ​ທັນທີ. ຄອບຄົວ​ຂ້າພະ​ເຈົ້າ​ແມ່ນ​ຄອບຄົວ​ວັດທະນະທຳ​, ດັ່ງ​ນັ້ນ​ບໍ່​​ປະ​ໃຫ້​ເກີດ​ສະພາບ​ໂຕ້​ຖຽງ​ກັນ“.

        ​ເມື່ອ​ເວົ້າ​ເຖິງ​ລູກ​ເຂີຍ​ຂອງ​ຕົນ. ປ້າ ​ເຮືອງ, ​ແມ່ເອື້ອຍ​ຢາງ, ​ໃຫ້​ຮູ້​ວ່າ:

        “ລູກ​ເຂີຍ​ຂ້າພະ​ເຈົ້າ​ແມ່ນ​ຄົນ​ໃຈດີ, ນອກຈາກ​ເວລາ​ໄປ​ເຮັດ​ວຽກ, ​ເມື່ອ​ກັບ​ມາຄອບຄົວ​ລາວ​ກໍ່​ຊ່ວຍ​ເມຍ​ເບິ່ງ​ແຍງ​ລູກ, ​ເຄົາລົບ, ກະຕັນຍູ​ກັບ​ພໍ​​ແມ່. ພວກ​ຂ້າພະ​ເຈົ້າຖື​ລາວ​ຄື​ລູກ​ຄີງ, ລາວ​ເຄີຍ​ໂອ້​ລົມ, ຖາມ​ຂ່າວ, ​ແບ່ງປັນທຸກ​ສິ່ງ​ທຸກ​ຢ່າງ​ກັບ​ພໍ່​ແມ່​. ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ພໍ​ໃຈ​ຫຼາຍ. ລູກ​ສາວ​ເອົາ​ຜົວ​​ເປັນ​ຄົນ​ດີ​ຄື​ແນວ​ນັ້ນພວກ​ຂ້າພະ​ເຈົ້າ​ກໍ່​ອຸ່ນ​ອ່ຽນ​ໃຈ“.

        19 ​ໂມງ​ປາຍ, ພາຍຫຼັງ​ໃຫ້​ລູກ​ສາວ​ກິນ​ເຂົ້າ​ປຽກ​ແລ້ວ, ອ້າຍ ຜາດ​ອນ ພ້ອມ​ກັບ​ຄອບຄົວກໍ່​ຮັບ​ປະທານ​ອາຫານ, ​ໃນ​ພາ​ເຂົ້າ​ທີ່​ມີ​ຜັກ​ບົ້ງຂົ້ວກັບ​ຫົວຜັກທຽມ, ຊີ້ນ​ໝູ​ຕົ້ມ​ເຄັມ, ປາ​ເຂັງ​ຈື່​ນ ນັ້ນ, ສຽງໂອ້​ລົ​ມ, ​ສຽງ​ຫົວທີ່​ເບີກບານ​ມ່ວນ​ຊື່ນ​ໄດ້​ດັ່ງ​ກ້ອງ​ກັງວານ​ໃນ​ຫ້ອງ​ຮັບ​ປະທານ​ອາຫານ​ທີ່ເຕັມ​ໄປ​ດ້ວຍ​ຄວາມສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ