ຟົດ​ຟື້ນ​ກັບ​ສີ​ສັນ​ທ່ອງ​ທ່ຽວ​ຢູ່​ບ້ານ​ເກີດ​ເມືອງນອນ​ແຫ່ງການປະ​ຕິ​ວັດ

(VOVWORLD) - ການທ່ອງທ່ຽວຊຸມຊົນ ພວມກາຍເປັນຮູບແບບການທ່ອງທ່ຽວທີ່ມີກຳລັງດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນມາທ່ຽວແຂວງ ບັກກ້ານແຂວງພູດອຍຢູ່ທາງທິດເໜືອເວັນອອກຂອງ ຫວຽດນາມ ຢ່າງແຮງຢູ່ເຂດດິນແດນທີ່ນຳໜ້າໃນການລຸກຮື້ຂຶ້ນຢຶດອຳນາດການປົກຄອງກ່ອນນີ້ 78 ປີ (ໝາຍເຖິງການປະຕິບັດເດືອນສິງຫາ ປີ 1945), ບັນດາບົດຂັບແທນພິນຕິງ ດັງຂຶ້ນຢ່າງຟົດຟື້ນມ່ວນຊື່ຕ້ອນຮັບແຂກທ່ອງທ່ຽວບັນດາຮູບແບບ ໂຮມສະເຕ ຕັ້ງສະຫຼັບສັບຊ້ອນກັນຢູ່ໝູ່ບ້ານຊົນເຜົ່າສ່ວນໜ້ອຍແຫ່ງຕ່າງໆ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ການ່ອງທ່ຽວຢູ່ທີ່ນີ້.
ຟົດ​ຟື້ນ​ກັບ​ສີ​ສັນ​ທ່ອງ​ທ່ຽວ​ຢູ່​ບ້ານ​ເກີດ​ເມືອງນອນ​ແຫ່ງການປະ​ຕິ​ວັດ - ảnh 1ເຂດທ່ອງທ່ຽວໜອງ ບາເບ ຈັດກິດຈະກຳແລກປ່ຽນສິລະປະ, ວັດທະນະທຳໃຫ້ແຂກທ່ອງທ່ຽວ (ພາບ: VOV)

ຢູ່ເຂດໜອງ ບາເບ, ຈຸດໃຈກາງຂອງການພັດທະນາການທ່ອງທ່ຽວຂອງແຂວງ ບັກກ້ານ, ນັບສິບສະໂມສອນຂັບແທນ, ພິນຕິງ ໄດ້ສ້າງຕັ້ງຂຶ້ນ. ບັນດາສະມາຊິກຂອງສະໂມສອນເຫຼົ່ານັ້ນ ລ້ວນແຕ່ແມ່ນຊາວກະສິກອນທີ່ລຶ້ງເຄີຍກັບສວນກັບນາ, ແຕ່ຍ້ອນມັກຮັກການຂັບແທນ, ພິນຕິງແລ້ວ ກໍສະໝັກໃຈສັບຊ້ອນເວລາເພື່ອເຂົ້າຮ່ວມການສະແດງ. ເຂົາເຈົ້າຮູ້ສຶກເອກອ້າງທະນົງໃຈເມື່ອສຽງຂັບ, ສຽງຟິນຂອງຊາດຕົນດັງຂຶ້ນ.

ການໄດ້ຂັບຮ້ອງບັນດາບົດເພງທີ່ເປັນມູນເຊື້ອຂອງຊາວເຜົ່າໄຕ ໃຫ້ແຂກທ່ອງທ່ຽວຟັງນັ້ນ, ນ້ອງຮູ້ສຶກເອກອ້າງທະນົງໃຈຫຼາຍ ເພາະວ່າໄດ້ແຜ່ຂະຫຍາຍວັດທະທຳຂອງຊົນເຜົ່າຕົນ, ຊ່ວຍໃຫແຂກທ່ອງທ່ຽວມີຄວາມເຂົ້າໃຈກ່ຽວກັບຈຸດວັດທະນະທຳນີ້ຫຼາຍກວ່າ”.

ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ເມື່ອໄດ້ນຳເອົາວັດທະນະທຳຂອງຊົນເຜົ່າຕົນມາແນະນໍໃຫ້ແຂກທ່ອງທ່ຽວໄດ້ຮູ້ຈັກ ແລະ ຮັບຊົມ. ການສະແດງລາຍການສະລິປະນີ້ ກໍແມ່ນໜຶ່ງວິທີປົກປັກຮັກສາວັດທະນະທຳຂອງຊົນເຜົ່າຕົນ”.

ບໍ່ພຽງແຕ່ພັດທະນາບັນດາສະໂມສອນຂັບແທນ, ພິນຕິງ ເທົ່ານັ້ນ, ອຳນາດການປົກຄອງທ້ອງຖິ່ນ ຍັງລະດົມປະຊາຊົນເຂົ້າຮ່ວມການເຮັດການທ່ອງທ່ຽວ, ຊ່ວຍແຂກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າກັບວິຖີຊີວິດຂອງປະຊາຊົນບັນດາເຜົ່າ, ເປັນຕົ້ນແມ່ນ: ຢູ່ເຮືອນຮ້ານ, ພ້ອມກັບປະຊາຊົນປີ້ງປາ, ເຮັດເຂົ້າຫຼາມ… ແຂກທ່ອງທ່ຽວກໍສາມາດຕ່ຳຫູກທໍ່ໄໝພ້ອມກັບປະຊາຊົນທ້ອງຖິ່ນອີກດ້ວຍ.
ຟົດ​ຟື້ນ​ກັບ​ສີ​ສັນ​ທ່ອງ​ທ່ຽວ​ຢູ່​ບ້ານ​ເກີດ​ເມືອງນອນ​ແຫ່ງການປະ​ຕິ​ວັດ - ảnh 2ພໍ່ແມ່ປະຊາຊົນຢູ່ແຂວງບັກກ້ານຮັກສາຈຸດຄວາມງາມທາງດ້ານວັດທະນະທຳອາຫານການກິນ (ພາບ: VOV)
ທຸກການເຊື່ອມຕົວດັ່ງກ່າວໄດ້ສ້າງຄວາມດຶງດູດໃຈຕໍ່ແຂກທ່ອງທ່ຽວ. ເອື້ອຍ ທູເຟືອງ, ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ, ແບ່ງປັນວ່າ:

ຂ້າພະເຈົ້າເຫັນວ່າ ຢູ່ທີ່ນີ້ແມ່ນເໝາະສົມກັບເພື່ອນໜຸ່ມ ຫຼື ບັນດາຄອບຄົວທີ່ຢາກພັຜ່ອນບຳລຸງສຸຂະພາບເປັນເວລາ 2-3 ວັນ, ແຍກຕົວອອກຈາກສະພາບເນືອງນັນຢູ່ນະຄອນ. ນອກຈາກໜອງ ບາເບ ເຊິ່ງແມ່ນສະຖານີ່ເປັນເອກະລັກສະເພາະແລ້ວ, ຢູ່ແຫ່ງນີ້ຍັງມີຫຼາຍຈຸດວັດທະນະທຳທີ່ດຶງດູດໃຈອີກດ້ວຍ”.

ພ້ອມກັບການເຄື່ອນໄຫວທ່ອງທ່ຽວໂດຍອຳນາດການປົກຄອງຈັດຂຶ້ນນັ້ນ, ເມື່ອແຂກທ່ອງທ່ຽວມາຢ້ຽມຢາມ ບາເບ ກໍ່ໄດ້ເຊື່ອມຕົວເຂົ້າກັບທຳມະຊາດ ຜ່ານການເຄື່ອນໄຫວລວມຢູ່ບັນດາ Homestay, Farmstay. ອ້າຍ ດັ້ງວັນຮຸ່ງ, ເຈົ້າຂອງ Farmstay  ແລະ Homestay ຢູ່ໜອງ ບາເບ, ໃຫ້ຮູ້ວ່າ:

“Farmstay ສາມາດສົມທົບນັບທັງການພັກຜ່ອນບຳລຸງສະຂະພາບ, ສົທົບກັບການເຊື່ອມຕົວເຂົ້າກັບວິຖີຊີວິດຂອງປະຊາຊົນທ້ອງຖິ່ນ, ຄື: ໄປເຂດໜອງເພື່ອຕຶກປາ, ຈັບຫອຍຢູ່ບຶງ, ປູກເຂົ້າ ຼື ຂຶ້ພູເກັບສາລີ”.

ຟົດ​ຟື້ນ​ກັບ​ສີ​ສັນ​ທ່ອງ​ທ່ຽວ​ຢູ່​ບ້ານ​ເກີດ​ເມືອງນອນ​ແຫ່ງການປະ​ຕິ​ວັດ - ảnh 3ແຂກທ່ອງທ່ຽວມີຄວາມຈັບອົກຈັບໃຈກັບບັນດາຜະລິດຕະພັນເຮັດດ້ວຍມືຂອງພໍ່ແມ່ປະຊາຊົນ (ພາບ: VOV)

ປະຈຸບັນ, ສ່ວນຫຼາຍ Homestay ຂອງປະຊາຊົນບັນດາເຜົ່າຢູ່ເຂດທ່ອງທ່ຽວ ບາເບ ເວົ້າສະເພາະ ແລະ ບັນດາສະຖານທີ່ທ່ອງທ່ຽວອື່ນຂອງແຂວງ ບັກກ້ານ ກໍ່ນຳໃຊ້ ແອັບອອນລາຍ, ຄື: booking, agoda, expedia, facebook... ເພື່ອໂຄສະນາ, ປະກອບສ່ວນດຶງດູດແຂກທ່ອງທ່ຽວ. ໃນ 6 ເດືອນຕົ້ນປີ 2023, ທົ່ວແຂວງ ບັກກ້ານ ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 570.000 ເທື່ອຄົນ, ຫຼາຍທົບ 2,5 ເທົ່າເມື່ອທຽບໃສ່ໄລຍະດຽວກັນ, ບັນລຸ 74% ແຜນການຂອງປີ. ຍອດລາຍຮັບຈາກການທ່ອງທ່ຽວບັນລຸ 400 ຕື້ ( 17 ລ້ານ USD). ທາງແຂວງກຳນົດວ່າ, ການທ່ອງທ່ຽວ ພ້ອມກັບເສດຖະກິດປ່າໄມ້ ຈະແມ່ນ 2 ຂອດພັດທະນາບຸກທະລຸຂອງແຂວງໃນໄລຍະຈະມາເຖິງ. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຟ້າມຢຸຍຮືງ, ຢືນຢັນວ່າ:

ທາງແຂວງຍູ້ແຮງການໂຄສະນາ, ສົ່ງເສີມການລົງທຶນ, ເປີດທິດທາງໃໝ່ເພື່ອປຸກລຸກ, ຂຸຄົ້ນຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງແຂວງໃຫ້ຫຼາຍກວ່າເກົ່າ, ພິເສດ, ສ້າງເງື່ອນໄຂແຜ່ຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູເຊື້ອ. ທິວທັດທຳມະຊາດ, ສີສັນວັດທະທຳເປັນຫຼາຍຮູບຫຼາຍແບບ ຈະສ້າງຄວາມປະທັບໃຈຢ່າງດີງາມໃຫ້ແກ່ນັກທ່ອງທ່ຽວ”.

ໂດຍມີຫຼາຍທິວທັດທຳມະຊາດຖືລັກສະນະພາກພື້ນ ແລະ ສາກົນ, ຄື: ເຂດປ່າແຫ່ງຊາດ ບາເບ (ສວນມໍລະດົກ ອາຊຽນ), ເຂດ RAMSA (ເຂດດິນທາມມີຄວາມສຳຄັນລະດັບສາກົນ), ໜອງ ບາເບ (ເຊິ່ງແມ່ນ 1 ໃນຈຳນວນໜອງນ້ຳຈືດທຳມະຊາດ 20 ແຫ່ງທີ່ຢູ່ເທິງພູຫີນທີ່ສວຍງາມພິເສດຂອງໂລກ)… ພ້ອມກັບວັດທະນະທຳຂອງປະຊາຄົມບັນດາເຜົ່າສ່ວນໜ້ອຍທີ່ເປັນຫຼາຍຮູບຫຼາຍແບບ, ຄື: ໄຕ່, ນຸ່ງ, ມົ້ງ, ຢ້າວ, ຊານຈີ…, ແຂວງ ບັກກ້ານ ພວມພິຊິດບັນດາເປົ້າໝາຍໃໝ່ໃນການພັດທະນາການທ່ອງທ່ຽວປະຊາຄົມ. ຄວາມມານະພະຍາຍາມດັ່ງກ່າວໄດ້ປະກອບສ່ວນແຜ່ຂະຫຍາຍກຳລັງຊີວິດໃໝ່ຢູ່ເຂດບ້ານເກີດເມືອງນອນແຫ່ງການປະຕິວັດໃນເມື່ອກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ