ມະຫາວິທະຍາໄລວິຈິດສິນຫວຽດນາມ ປ່ຽນແປງໃໝ່ເພື່ອເຊື່ອມໂຍງເຂົ້າກັບສາກົນ

ປະ​ຫວັດ​ຄວ​າມ​ເປັນ​ມາ​ຂອງ​ພື້ນ​ຖານ​ດ້ານ​ວິ​ຈິດ​ສິນ​ຫວຽດ​ນາມ​ຕິດ​ພັນ​ກັ​ບ​ການ​ສ້າງ​ຕັ້ງ ແລະ ໄລ​ຍະ​ການກໍ່​ສ້າງ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ຈິດ​ສິນ​ຫວຽດ​ນາມ​. 90 ປີ​ທີ່​ຜ່ານ​ມາ, ຖັນ​ແຖວ​ຈິດ​ຕະ​ກອນ, ປະ​ຕິ​ມະກອນຂອງ​ພື້ນ​ຖານ​ວິ​ຈິດ​ຕະ​ກຳ​ຫວຽດ​ນາມ​ທີ່​ທັນ​ສະ​ໄໝ​ລ້ວນ​ແຕ່​ໄດ້​ຮັບ​ການກໍ່​ສ້າງ​ຢູ່​ໂຮງ​ຮຽນ​ແຫ່ງນີ້. ໂດຍ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ສືບ​ທອດ​ມູນ​ເຊື້ອ​ອັນ​ສະ​ຫງ່າ​ລາ​ສີນັ້ນ, ໃນ​ທຸກວັນ​ນີ້, ຄູ່ອາ​ຈານ ແລະ ນັກ​ສຶກ​ສາ​ສັງ​ກັດ ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ຈິດ​ສິນ​ຫວຽດ​ນາມ​ ສືບ​ຕໍ່​ມານ​ະ​ພະ​ຍາ​ຍາມປ່ຽນ​ແປງ​ໃໝ່​ການ​ຄົ້ນ​ຄ້​ວາ, ສິດ​ສອນ, ບຳ​ລຸງ​ສ້າງຖັນ​ແຖວ​ຈິດ​ຕະ​ກອນ, ປະ​ຕິ​ມະກອນ, ນັກ​ວິ​ຈານ​ດ້ານ​ວິ​ຈິດ​ສິນ​ທີ່​ມີ​ຄຸນ​ນະ​ພາບ​ໃຫ້​ແກ່​ສັງ​ຄົມ.

 

ມະຫາວິທະຍາໄລວິຈິດສິນຫວຽດນາມ ປ່ຽນແປງໃໝ່ເພື່ອເຊື່ອມໂຍງເຂົ້າກັບສາກົນ - ảnh 1
ມະຫາວິທະຍາໄລວິຈິດສິນຫວຽດນາມ ປ່ຽນແປງໃໝ່ເພື່ອ ເຊື່ອມໂຍງເຂົ້າກັບສາກົນ

       ປີ 1925, ຕ​າມ​ຂໍ້​ຕົກ​ລົງ​ຂອງ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ອິນ​ໂດ​ຈີນ, ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ຈິດ​ສິນ​ອິ​ນໂດ​ຈີນ ຊຶ່ງ​ແມ່ນ​ຕົ້ນ​ກຳ​ເນີດ​ຂອງມະ​ຫາ​ວິ​ທະ​ຍາ​ໄລ​ວິ​ຈິດ​ສິນ​ຫວຽດ​ນາມ​ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ມາ​ຮອດ​ໄລ​ຍະ​ປະ​ຈຸ​ບັນ, ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ຈິດ​ສິນ​ຫວຽດ​ນາມ​ແມ່ນ​ໂຮງ​ຮຽນ​ຈຸດ​ສຸມ​ໃນ​ການກໍ່​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຂະ​ແໜງວິ​ຈິດ​ສິນ​ລະ​ດັບ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ເໜືອ​ມະ​ຫາ​ວິ​ທະ​ຍາ​ໄລ​ໃຫ້​ແກ່​ຫວຽດ​ນາມ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ອະ​ນຸ​ລັກ ແລະ ພັດ​ທະ​ນາ​ພື້ນ​ຖານ​ວິ​ຈິດ​ຕະ​ກຳ​ຫວຽດ​ນາມ ພ້ອມ​ທັງ​ແນ​ະ​ນຳ ແລະ ໂຄ​ສະ​ນາ​ດ້ານ​ວິ​ຈິດ​ຕະ​ກຳ​ຫວຽດ​ນາມໃຫ້ແຫ່​ເພື່ອນ​ມິດ​ສາ​ກົນ. ປີ 2015, ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ຈິດ​ສິນ​ຫວຽດ​ນາມ​ໄດ້​ຮັບຫຼຽນ​ໄຊໂຮ່​ຈິ​ມິນ. ທ່ານ​ຮອງ​ສາດ​ສະ​ດາ​ຈານ ດ​ຣ, ອາ​ຈານ​ດີ​ເດັ່ນ ເລ​ວັນ​ສິວ ອະ​ທິ​ການ​ບໍ​ດີມະ​ຫາ​ວິ​ທະ​ຍາ​ໄລ​ວິ​ຈິດ​ສິນ​ຫວຽດ​ນາມ​ ໃຫ້​ຮູ້​ວ່າ : 

   “  ນີີ້​ແມ່ນ​ລາງວັນ​ອັນ​ສູງ​ສົ່ງ​ໃຫ້​ແກ່ຫຼາຍ​ລຸ່ນ​ຄົນ, ຍອ​ນ້​ຜົນ​ງານ​ຂອງ​ໂຮງ​ຮຽນ​ແຕ່ 90 ປີ​ມານີ້. ສິ່ງ​ທີ່​ສຳ​ຄັນ ບໍ່​ແມ່ນ​ໄດ້​ຮັບ​ກາ​ນ​ສ້າງຕັ້ງແຕ່ດົນ​ນານ, ຫາກ​ແມ່ນ​ການ​ປະ​ກອບ​ສ່ວນ​ຂອງ​ມັນ​ໃຫ້​ແກ່​ສ​ັງຄົມ, ນີ້​ຈຶ່ງ​ແມ່ນ​ສິ່ງ​ທີ່​ເປັນ​ໜ້າ​ຈົດ​ຈຳ”

    ຜ່ານ​ແຕ່​ບະ​ໄລ​ຍະ​ປະ​ຫວັດ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ຈິດ​ສິນ​ຫວຽດ​ນາມ​ໄດ້​ເປັນ​ເຈົ້າ​ການ​ປ່ຽນ​ແປງ​ເນື້ອ​ໃນ​ການກໍ່ສ້າງ​ເພື່ອ​ແທດ​ເໝາະ​ກັບ​ຄວາມ​ຮຽກ​ຮ້​ອງ​ຕ້ອງ​ການ​ຂອງ​ສັງ​ຄົມ. ເຊື່ອມ​ຕົວ​ເຂົ້າ​ກັບ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ຊາດ, ໂຮງ​ຮຽນ​ຍາມ​ໃດ​ກໍ​ດັດ​ປັບ, ຍົກ​ສູງ​ຄຸນ​ນະ​ພາບ​ການກໍ່​ສ້າງ​ເພື່ອ​ແທດ​ເໝາະ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ສັງ​ຄົມ. ທ່ານ​ຮອງ​ສາດ​ສະ​ດາ​ຈານ ດ​ຣ, ອາ​ຈານ​ດີ​ເດັ່ນ ເລ​ວັນ​ສິວ ອະ​ທິ​ການ​ບໍ​ດີມະ​ຫາ​ວິ​ທະ​ຍາ​ໄລ​ວິ​ຈິດ​ສິນ​ຫວຽດ​ນາມ​ ໃຫ້​ຮູ້​ວ່າ :

    “ ສຳ​ລັບ​ໂຮງ​ຮຽນ​ແລ້ວ, ຕ້ອງ​ຮັກ​ສາ​ສີ​ສັນ ແລະ ສ້າງ​ເຄື່ອງ​ໝາຍ​ໃຫ້​ໂຮງ​ຮຽນ. ຕ້ອງ​ມີ​ການ​ດັບ​ປັບ, ປ່ຽນ​ແປງ​ໃໝ່, ພົວ​ພັນ​ແລກ​ປ່ຽນ​ກັບ​ສາ​ກົນ​ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ບັນ​ດາ​ເງື່ອນ​ໄຂ​ໃໝ່ ແຕ່​ຍັງ​ຄົງ​ຮັກ​ສາ​ສີ​ສັນ​ສະ​ເພາະ​ຂອງຕົນ ”

      ຕ​າມ​ທ່ານ ດ​ຣ ໂງ​ຕ້ວນ​ຟອງ, ຮອງ​ຫົວ​ໜ້າ​ພະ​ແນກ​ເໜືອ​ມະ​ຫາ​ວິ​ທະ​ຍາ​ໄລ, ໃນ​ແຜນ​ການກໍ່​ສ້າງ, ທາງ​ໂຮງ​ຮຽນ​ຍາມ​ໃດ​ກໍ​ໄດ້​ຄັດ​ເລືອກຫຼັກ​ສູດ​ການກໍ່​ສ້າງ​ທັງ​ຂອງ​ຫວຽດ​ນາມ ແລະ ຕ່າງ​ປະ​ເທດ. ຊຸມ​ປີມໍ່ໆ​ມານີ້, ທາງ​ໂຮງ​ຮຽນ​ໄດ້​ຕັ້ງ​ໜ້າ​ພົວ​ພັນ​ແລກ​ປ່ຽນ​ກັບ​ໂຮງ​ຮຽນ​ຕ່າງໆ​ຂອງ​ຍີ​ປຸ່ນ, ເຢຍ​ລະ​ມັນ, ຊູ​ແອດ, ອາ​ເມ​ລິ​ກາ. ​ທ່ານ ດ​ຣ ໂງ​ຕ້ວນ​ຟອງ ໃຫ້​ຮູ້​ວ່າ :

    “ ທາງ​ດ້ານ​ລະ​ດັບ​ຄວາມ​ຮູ້, ນັກ​ສຶກ​ສາ​ໄດ້​ຮັບ​ເອົາ​ຄວາມ​ຮູ້​ລະ​ດັບ​ສາ​ກົນ. ເມື່ອ​ຮຽນ​ຈົບ, ພວກ​ນັກ​ສຶກ​ສາ​ສາ​ມາດກຳ​ແໜ້ນ​ວິ​ຊາ​ຊີບ, ມີ​ຄວາມ​ຮູ້​ຮອບ​ດ້ານ​ເພື່ອວສາ​ມາດຕອບ​ສະ​ໜອງວຽກ​ງານ​ທີ່​ສັງ​ຄົມ​ຕ້ອງ​ການ ”

    ສ່​ວນ​ນາງ ຫງວຽນ​ທິ​ກິມ​ງາ ອະ​ດີດ​ນັກ​ສຶກ​ສາ​ສັງ​ກັດມະ​ຫາ​ວິ​ທະ​ຍາ​ໄລ​ວິ​ຈິດ​ສິນ​ຫວຽດ​ນາມ​, ປະ​ຈຸ​ບັນ​ພວມ​ເປັນ​ນັກ​ຄົ້ນ​ຄ້​ວາ​ຂະ​ແໜງ​ຈິດ​ຕະ​ກຳ​ເປີດ​ເຜີຍ​ວ່າ : 

    “ ເມື່ອ​ເວົ້າ​ວ່າ ຂ້າ​ພະ​ເຈົ້ນ​ຮຽນ​ຈົບ​ຈາກມະ​ຫາ​ວິ​ທະ​ຍາ​ໄລ​ວິ​ຈິດ​ສິນ​ຫວຽດ​ນາມ​, ທຸກໆ​ຄົນ​ຕ່າງ​ກໍ​ມີ​ຄວາມ​ນິ​ຍົມ​ນັບ​ຖື. ນີ້​ແມ່ນ​ໂຮງ​ຮຽນ​ທີ່​ໄດ້​ໃຫ້​ກຳ​ເນີດ​​ຈິດ​ຕະ​ກອນຫຼາຍ​ຄົນ​ທີ່​ມີ​ຊື່​ສຽງ ບໍ່​ພຽງ​ແຕ່​ຢູ່​ໃນ​ປະ​ເທດ​ຫວຽດ​ນາມ​ເທົ່ານັ້ນ, ຫາກ​ຍັງ​ມີ​ຊື່​ສຽງ​ຢູ່​ຕ່າງ​ປະ​ເທດ​ອີກ​ດ້ວຍ ”.

ຕອບກັບ

ຂ່າວ/ບົດ​ອື່ນ