ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະເກີດໂລກລະບາດໂຄວິດ-19 ຂອງນັກທຸລະກິດໜຸ່ມຊາວ ເອເດ

(VOVWORLD) -ຜ່ານປີໜຶ່ງທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19, ບໍລິສັດ ເອເດກາເຟ ຈຳກັດ, ໂດຍອ້າຍ ອີປົດນີເອ ເປັນຜູ້ອຳນວຍການ, ຍັງບັນລຸຜົນງານທີ່ໜ້າສົ່ງເສີມ
ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະເກີດໂລກລະບາດໂຄວິດ-19 ຂອງນັກທຸລະກິດໜຸ່ມຊາວ ເອເດ - ảnh 1(ຜະລິດຕະພັນ ເອເດກາເຟ)

ໃນສະພາບໂລກລະບາດໂຄວິດ-19 ກໍ່ຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ ແລະ ດຳເນີນທຸລະກິດ, ອ້າຍ ອີປົດນີເອ, ຊາວເຜົ່າ ເອເດ, ນັກທຸລະກິດໜຸ່ມຢູ່ບ້ານ ກລາ, ຕາແສງ ດຣາຍ ຊາບ, ເມືອງ ກາຣົງ ອານນາ, ແຂວງ ດັກລັກ ໄດ້ເປັນເຈົ້າການຊອກຫາທິດທາງໃໝ່ເພື່ອຮັບມື. ອີປົດ ໄດ້ມີຄວາມກ້າທີ່ຈະນຳໃຊ້ເຕັກໂນໂລຊີໃນການຜະລິດ, ຕັ້ງໜ້າເຂົ້າຮ່ວມເວັບໄຊການຄ້າເອເລັກໂຕນິກ ເພື່ອເປີດກວ້າງຕະຫຼາດຈຳໜ່າຍ. ຍ້ອນເຫດນັ້ນ, ເຖິງວ່າໃນສະພາບເກີດໂລກລະບາດກໍ່ຕາມ, ລາຍຮັບຂອງບໍລິສັດຍັງຮັກສາໄດ້ເປັນປົກກະຕິ.

ຜ່ານປີໜຶ່ງທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19, ບໍລິສັດ ເອເດກາເຟ ຈຳກັດ, ໂດຍອ້າຍ ອີປົດນີເອ ເປັນຜູ້ອຳນວຍການ, ຍັງບັນລຸຜົນງານທີ່ໜ້າສົ່ງເສີມ ເມື່ອໄດ້ລົງນາມສັນຍາໃຫຍ່ສົ່ງອອກກາເຟ Robusta 4 ສະບັບ ລວມປະລິມານ 40 ໂຕນ. ພ້ອມກັນນັ້ນ, ບໍລິສັດໄດ້ຜະລິດ ຜະລິດຕະພັນກາເຟໃໝ່ 3 ຢ່າງມີລົດຊາດໝາກເຜືອກ, ລົດຊາດໝາກທົ່ວລຽນ ແລະ ກາເຟ 3 ໃນ1.

        ອ້າຍ ອີປົດນີເອ ຖືວ່າ ໃນສະພາບເງື່ອນໄຂປະສົບກັບຄວາມຫຍຸ້ງຍາກຂອງໂລກລະບາດ, ເລື່ອງມຸ່ງໄປເຖິງບັນດາຕະຫຼາດໃໝ່, ເວັບໄຊການຄ້າເອເລັກໂຕນິກ ແມ່ນທິດກ້າວເດີນທີ່ເໝາະສົມ ຊ່ວຍການຈຳໜ່າຍສິນຄ້າຂອງບໍລິສັດມີຄວາມໝັ້ນຄົງ.

“ໃນເວລາເກີດໂລກລະບາດ, ວິສາຫະກິດໄດ້ສຳຜັດກັບເວັບໄຊການຄ້າເອກເລັກໂຕນິກຄື: Facebook, Alibaba, Sen Do, Shopee, Tiki. ປະຈຸບັນ, ຜະລິດຕະພັນ ເອເດ ກາເຟ ໄດ້ຂາຍຢູ່ 54 ແຂວງ, ນະຄອນ”.

        ຈາກເລື່ອງຮັບມືຢ່າງມີໄຫວພິບ ໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ໃນປີຜ່ານມາ, ລາຍຮັບຂອງບໍລິສັດ ເອເດ ກາເຟ ຈຳກັດ ບັນລຸຈຳນວນເງິນກວ່າ 500 ລ້ານດົ່ງ, ສ້າງວຽກເຮັດງານທຳເປັນປົກກະຕິໃຫ້ພາລະກອນ 10 ຄົນ, ດ້ວຍລາຍຮັບເປັນປົກກະຕິແຕ່ 5 – 7 ລ້ານດົ່ງ/ເດືອນ, ປະກອບເຂົ້າງົບປະມານຂອງລັດ ແລະ ບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມເກືອບ 100 ລ້ານດົ່ງ.

        ອີປົດນີເອ ແບ່ງປັນວ່າ ຜ່ານ 4 ປີທີ່ຕິດພັນກັບການເຄື່ອນໄຫວຜະລິດ ແລະ ດຳເນີນທຸລະກິດກາເຟ, ຍາມໃດບໍລິສັດກໍ່ຕັ້ງຄຸນນະພາບຂອງຜະລິດຕະພັນແມ່ນມາດຖານອັນດັບໜຶ່ງ. ອີປົດ ເອງກໍ່ເດີນຕາມຄວາມເມົາມົວເຮັດກາເຟປອດສານພິດ ດ້ວຍເຄື່ອງໝາຍຂອງພໍ່ແມ່ປະຊາຊົນຕົນ. ຍ້ອນເຫດນັ້ນ, ນັບແຕ່ເມື່ອສ້າງຕັ້ງບໍລິສັດ, ອ້າຍໄດ້ຈົດທະບຽນເຄື່ອງໝາຍການຄ້າມີຊື່ວ່າ “ເອເດ ກາເຟ”.

        ໃນຍຸດທະສາດສ້າງເຄື່ອງໝາຍການຄ້າໃຫ້ຜະລິດຕະພັນກະເສດທີ່ເຮັດຈາກບ້ານນີ້, ບໍລິສັດໄດ້ຢືດໝັ້ນກັບຫຼັກການປູກກາເຟປອດສານພິດ ແລະ ຂົ້ວກາເຟແບບທຳມະຊາດ, ລວມມີກາເຟ 2 ຊະນິດຕົ້ນຕໍແມ່ນ ກາເຟຂົ້ວດ້ວຍຟືນ ແລະ ກາເຟຂົວດ້ວຍເຄື່ອງຈັກ, ປະຕິບັດຕາມບັນດາຂໍ້ກຳນົດກ່ຽວກັບຄວາມປອດໄພສຸຂະອະນາໄມດ້ານອາຫານ. ພ້ອມກັນນັ້ນ, ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ, ບໍລິສັດກໍ່ຄ່ອຍໆທົດລອງບັນດາຜະລິດຕະພັນໃໝ່, ຮັບເອົາຄຳເຫັນປະກອບຂອງລູກຄ້າ ເພື່ອສ້າງຜະລິດຕະພັນທີ່ພວມມີຢູ່ແລ້ວໃຫ້ນັບມື້ນັບສົມບູນ. ຍ້ອນເຫດນັ້ນ, ມາຮອດຈຸດເວລານີ້, ຜະລິດຕະພັນ ເອເດ ກາເຟ ໄດ້ວາງຂາຍຢູ່ 54 ແຂວງ, ນະຄອນໃນທົ່ວປະເທດ ແລະ ໄດ້ສົ່ງອອກໄປຍັງຫຼາຍປະເທດຄື: ມາເລເຊຍ, ມົງໂກນ, ຈີນ.

        “”ຜ່ານເວລາ 4 ປີທີ່ໄດ້ຮໍ່າຮຽນ, ຂ້າພະເຈົ້າໄດ້ຊອກຮູ້ວິທີປູກຕົ້ນກາເຟຫຼາຍຢ່າງ, ວິທີຂົ້ວ, ບົດ ແລະ ຈຳແນກປະເພດກາເຟ, ເພື່ອເຮັດແນວໃດບັນລຸຄຸນນະພາບດີ, ສຸກດີ, ໄດ້ຮັບຄວາມນິຍົມຈາກຕະຫາດ. ນັ້ນແມ່ນເສັ້ນທາງທີ່ລຳບາກ, ມາຮອດປະຈຸບັນ, ຜະລິດຕະພັນຂອງວິສາຫະກິດໄດ້ເປັນທີ່ຍອມຮັບຈາກຕະຫຼາດ”.

        ໃນປີຜ່ານມາ, ຜະລິດຕະພັນກາເຟ robusta ເມັດ ແລະ robusta ຝຸ່ນຂອງ ກາເຟ ເອເດ ໄດ້ຮັບການເຊີດຊູແມ່ນຜະລິດຕະພັນອຸດສາຫະກຳຊົນນະບົດດີເດັ່ນຂອງແຂວງ ດັກລັກ, ພ້ອມທັງໄດ້ຮັບການຮັບຮອງແມ່ນຜະລິດຕະພັນ 4 ດາວ OCOP ຂອງແຂວງ. ປະຈຸບັນ, ບໍລິສັດພວມຢູ່ໃນເວລາເຮັດສຳເນົາເອກະສານ ແລະ ອອກແບບການຫຸ້ມຫໍ່ໃຫ້ສົມບູນແບບ ເພື່ອກະກຽມໝວດສິນຄ້າສົ່ງອອກໄປຍັງຕະຫຼາດ ຍີ່ປຸ່ນ. ພ້ອມກັນນັ້ນ, ພາຍຫຼັງບຸນເຕັດ, ບໍລິສັດຈະສືບຕໍ່ເຈລະຈາເພື່ອສົ່ງອອກໝວດສິນຄ້າໄປຍັງບາງປະເທດອື່ນອີກ.

        “ພາຍຫຼັງບຸນເຕັດ, ວິສາຫະກິດຈະສົ່ງອອກກາເຟໄປຍັງບາງປະເທດທັນທີຄື: ສິງກະໂປ ແລະ ຮົ່ງກົງ. ສຳລັບພວກຂ້າພະເຈົ້າ ນີ້ແມ່ນຄວາມໂຊກດີຍ້ອນກາເຟ ໄດ້ເຮັດຢ່າງສຸດຈິດສຸດໃຈ ສະນັ້ນ ຮັບປະກັນວ່າ ກາເຟປອດສານພິດ 100%. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ເພື່ອນມິດສາກົນນິຍົມຜະລິດຕະພັນ”.    

ໃນເວລາໂລກລະບາດໂຄວິດ-19 ໄດ້ສົ່ງຜົນກະທົບເຖິງການຜະລິດ, ດຳເນີນທຸລະກິດ ປະສົບກັບຄວາມຫຍຸ້ງຍາກນັ້ນ, ບໍລິສັດ ກາເຟ ເອເດ ຈຳກັດ ຂອງນັກທຸລະກິດໜຸ່ມ ອີປົດ ຍັງມິີທິດກ້າວເດີນຢ່າງມີໄຫວພິບ ເພື່ອຮັກສາການຜະລິດ. ດ້ວຍຄວາມເມົາມົວກັບບັນດາຜະລິດຕະພັນ ດ້ວຍເຄື່ອງໝາຍການຄ້າຂອງພໍ່ແມ່ປະຊາຊົນເຜົ່າຕົນ, ນັກທຸລະກິດໜຸ່ມຊາວ ເອເດ ຜູ້ນີ້ ພວມມານະພະຍາຍາມນຳເຄື່ອງໝາຍການຄ້າ ເອເດ ກາເຟ ເຂົ້າເຖິງຕະຫຼາດຢູ່ພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍກວ່າອີກ, ປະກອບສ່ວນຢືນຢັນຄຸນນະພາບຂອງຜະລິດຕະພັນກາເຟ ທີ່ໄດ້ຜະລິດຢູ່ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ