ຢ້ຽມຢາມສວນ strawberry ດ່າລາດ


   (vovworld)-ບັນດາ​ຜູ້​ປູກ strawberry ດ່າ​ລາດ ພວມ​ຄ່ອຍໆ​ຫັນ​ໄປ​ສູ່ຮູບ​ແບບ​ການປູກ strawberry ຢູ່​ເທິງຮ້ານສູງຈາກ​ໜ້າດິນ​ປະມານ 1 ​ເມັດ, ຫົດ​ນ້ຳ ​ແລະ ​ໃສ່​ຝຸ່ນດ້ວຍ​ລະບົບ​ທໍ່. ດ້ວຍ​ວິທີ​ໃໝ່​ນີ້, ຍາມ​ໃດ​ສວນ strawberry ກໍ່ຂຽວ​ສົດງົດ​ງາມ, ມີໝາກສຸກ​ງອມ. ເມື່ອ​ມາ​ທ່ຽວ​ດ່າ​ລາດ, ນອກຈາກ​ບັນດາ​ສະຖານ​ທີ່​ທີ່​ມີ​ຊື່​ສຽງ​ຄື: ຮ່ອມ​ພູ​ຄວາມ​ຮັກ, ໜອງ​ທານ​ເຖີ, ໝູ່​ບ້ານ​ດອກ​ໄມ້​ທາຍ​ຟຽນ​ແລ້ວ, ສວນ strawberry ກໍ່​ແມ່ນໜຶ່ງ​ໃນ​ບັນດາ​ສະຖານ​ທີ່​ສ້າງ​ຄວາມດຶງ​ດູດ​ໃຫ້​ແກ່ແຂກ​ທ່ອງ​ທ່ຽວ.

ຢ້ຽມຢາມສວນ strawberry ດ່າລາດ - ảnh 1

(ພາບ: dulich-dalat.com)

​   ຍ້ອນ​ອາກາດເຢັນສະບາຍ​ຕະຫຼອດ​ປີ, ດ່າ​ລາດ ​ແມ່ນ​ແຫ່ງ​ທີ່​ເໝາະ​ສົມ​​ເພື່ອ​ປູກ​ຕົ້ນ​ໄມ້​ກິນ​ໝາກ​ຊະ​ນິດຕ່າງໆ, ພິ​ເສດ​ແມ່ນ strawberry. ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ​ ​ເມື່ອ​ມີ​ໂອກາດ​ມາ​ດ່າ​ລາດ, ​ແຂກ​ທ່ອງ​ທ່ຽວ​ມັກ​ຊື້ strawberry ​​ເພື່ອກິນ​ຫຼື​​ເປັນ​ຂອງຕ້ອນ. ປະຈຸ​ບັນ​ນີ້, ຖ້າ​ແຂກ​ທ່ອງ​ທ່ຽວ​ມາ​ດ່າລາດ​ ຈະ​ສາມາດ​ລົງ​ສວນ​ ​ strawberry ເພື່ອຊອກ​ຮູ້​ວິວັດ​ການ​ປູກ ​ແລະ ​​ເດັດ​ໝາກ strawberry ດ້ວຍ​ຕົນ​ເອງ​ໄດ້. ບໍລິສັດ​ຊີວະ​ສາດສະອາດ Boi Fresh ດ່າ​ລາດ ມີ​ສວນ strawberry ​ແຫ່ງ​ໜຶ່ງຢູ່​ໃນຂອບ​ເຂດໜອງ​ທານ​ເຖິ ​ແລະ ​ແຂກ​ທ່ອງ​ທ່ຽວ​​​ເມື່ອມາ​ຢາມ​ດ່າ​ລາດ ຜູ້​ໃດ​ກໍ່​ມັກ​ແວ່​ຢ້ຽມ​ສະຖານ​ທີ່​ດັ່ງກ່າວ. ​ໃນ​ສວນ strawberry, ​ເອື້ອຍ​ຫງຽນບິ​ກຫງອກ, ຜູ້ອຳນວຍການບໍລິສັດ​ຊີວະ​ສາດສະອາດ Boi Fresh ດ່າ​ລາດ ພວມ​ແນະນຳ​ໃຫ້​ແຂກ​ທ່ອງທ່ຽວ​ວ່າ:

   “ ນີ້​ແມ່ນ​ຕົ້ນ ​ strawberry ທີ່ນຳ​ເຂົ້າຈາກ​ຝະລັ່ງ, ​ໄດ້​ໜຶ່ງ​ສັບປະດາ​ແລ້ວ. ນີ້​ແມ່ນ​ຊະນິດ​​ໃຫ້ໝາກ, ຢູ່​ພຸ້ນແມ່ນ​ຕົ້ນ strawberry ທີ່​ປູກໄດ້ 2 ສັບປະດາ​ແລ້ວ ກໍ່​ພວມຂະຫຍາຍ​ດີ​ທີ່​ສຸດ. ​ເມື່ອຕົ້ນ strawberry ອອກໜໍ່​ອ່ອນຈະ​ຕັດ​ອອກ​​ປັກ​ໃສ່​ເບົ້າດິນເພື່ອ​ປູກ​ເປັນຕົ້ນນ້ອຍ“.

​   strawberry ໃນ​ສວນ​​ໄດ້ຮັບ​ການ​ບົວລະ​ບັດ​ເປັນພິ​ເສດ. ​ໃ​ນຕອນ​ຄ່ຳ​ຕ້ອງ​ຮັກສາ​ອຸນຫະພູມ​ແຕ່ 14-18 ອົງສາ​. ຈຸດ​ດີ​ຂອງ​ບັນດາ​ສວນ strawberry ນີ້​ແມ່ນ​ໄດ້​ປູກ​ຕາມ​ເຕັກ​ໂນ​ໂລ​ຊີ​ສູງ, ​ໃຊ້​ຢາຂ້າ​ສັດ​ຕູ​ພືດ​ໜ້ອຍ, ສະນັ້ນ, ຜະລິດ​ຕະພັນ​ມີ​ຄວາມ​ປອດ​ໄພ​ໃຫ້​ແກ່​ຜູ້ຊົມໃຊ້. ສະນັ້ນ, ​ເມື່ອ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽ​ມຊົມ, ຖ່າຍຮູບ​ສາມາດ​ເດັດ​ໝາກ ​ strawberry ແລະ ກິນຢູ່​ກັບ​ສວນ​​ໄດ້ເລີຍ. ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ຄວາມປະ​ທັບ​ໃຈ​ໃຫ້​ແກ່​ແຊກ​ທ່ອງ​ທ່ຽວ. ນາງ​ຫງວຽນ​ຢ້ຽມ​ມີ, ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ນະຄອນ​ໂຮ່ຈິ​ມມິນ ​ໃຫ້​ຮູ້​ວ່າ:

     “​ຂ້າພະ​ເຈົ້າ ​ແລະ ​ເພື່ອນ​ຂອງ​ຂ້າພະ​ເຈົ້າມັກ​ສວນ strawberry ​ແບບນີ້​ທີ່​ສຸດ. ນີ້​ແມ່ນ​ໂອກາດ​ເພື່ອ​ຊົມປະຊາຊົນ​ປູກ​ຕົ້ນ​ໄມ້​ກິນ​ໝາກ​ສະ ອາດຊະນິດ​ຕ່າງໆ. ທຸກ​ຄົນ​ມັກ​ບັນດາ​ຜະລິດ​ຕະພັນ​ປອດ​ສານ​ພິດແບບ​ນີ້​ຫຼາຍ, ຢາກ​ມາ​ນີ້​ເຫັນ​ປະຈັກ​ຕາ​ໝາກ ​ strawberry ປອດ​ສານພິດ ແລະ ກິ​ນຢູ່​ກັບ​ທີ່​ເລີຍ“

ຢ້ຽມຢາມສວນ strawberry ດ່າລາດ - ảnh 2
(ພາບ: www.remoingay.com)

​    ປະຈຸ​ບັນ, ຊາວ​ດ່າ​ລາດ​ ພວມ​ຮ່ຳຮຽນ, ​ເປີດ​ກ້ວາງຮູບ​​ແບບ​ທ່ອງ​ທ່ຽວ​ສວນ strawberry ຢູ່ຫຼາຍ​ແຫ່ງ​ຊື່​ງ​ໄດ້​ປະກອບສ່ວນ​ສ້າງ​ການທ່ອງ​ທ່ຽວ​ຫຼາຍ​ຮູ​ບ​ແບບຢູ່​ດ່າ​ລາດ. ທ່ານ​ຫວຽນ​ແທງ​ຊາງ, ບໍລິສັດ​ທ່ອງ​ທ່ຽວ​ບາກ​ລຽວ​ໃຫ້​ຮູ້​ວ່າ:

   “​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ຂອງ​ດ່າ​ລາດ​ ມີ​ຄວງາມ​ອຸດົມສົມ​ບຸນ​ທີ່​ສຸດ, ພິ​ເສດ​ແມ່ນ​ດ່າລາດ​ມີ​ໝາກ​ໄມ້, ດອ​ກໄມ້​ຫຼາຍ​ຊະນິດ. ດ່າ​ລາດ​ ຍັງ​ມີ​ຈຸດ​ພິ​ເສດສະ​ເພາະ​ໜຶ່ງ​ອີກ​ ນັ້ນ​ແມ່ນ​ການທ່ອງ​ທ່ຽວສວນ strawberry, ນີ້​ແມ່ນ​ຜະລິດ​ຕະພັນ​ປອດ​ສານພິດ, ດີ​ຕໍ່​ສຸຂະພາບ​ ​ແລະ ດຶງ​ດູດ​ແຂກທ່ອງ​ທ່ຽວ​ມາ​ຢ້ຽມຢາມ

   ​​ໃນ​ທຸກ​ວັນ​ນີ້, ບັນດາ​ສວນ strawberry ​​ແມ່ນ​ຈຸດ​ນັບ​ພົບ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ສຳລັບ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ​ສວນ strawberry ບໍ່ພຽງ​​ໄດ້​ຮັບ​ຊົມສວນ​ເທົ່າ​ນັ້ນ, ຫາກ​ຍັງ​ສາມາດ​ເລືອກຊື້​ໝາກ strawberry ສຸກ, ຖືກ​ໃຈ​ມາ​ເປັນ​ຂອງຕ້ອນ​ໃຫ້​ແກ່​ຄອບຄົວ, ​ເພື່ອ​ນມິດ​ອີກ​ດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ