ລົດຈັກຮັບຈ້າງນຳໃຊ້ເຕັກໂນໂລຊີ

(VOVWORLD) -ເພື່ອນພວມຕ້ອງການຂີ່ລົດຈັກຮັບຈ້າງບໍ່? ຖ້າເພື່ອນຢາກຮູ້ວ່າແມ່ນຜູ້ໃດຈະມາຮັບເພື່ອນ? ເພື່ອນບໍ່ຢາກຈ່າຍເງິນເກີນເສັ້ນທາງທີ່ຕົນໄປ ແລະ ເພື່ອນຢາກໃຫ້ລົດຈັກຮັບຈ້າງນັ້ນ ມາຮັບກັບທີຢູ່ບ່ອນທີ່ເພື່ອນຢູ່?. ບໍ່ຕ້ອງລັງເລໃຈຫຍັງຕື່ມອີກ, ເພື່ອນຈົ່ງຈ່ອງລົດຈັກຮັບຈ້າງເຕັກໂນໂລຊີ ຜ່ານ application ທີ່ຕັ້ງຄ່າໃນໂທລະສັບມືຖືເພື່ອໃຫ້ບັນດາ “ລົດຮັບຈ້າງນຳໃຊ້ເຕັກໂນໂລຊີ” ຮັບໃຊ້ເພື່ອນ, ເຖິງວ່າເພື່ອນຈະແມ່ນຊາວຫວຽດນາມ ຫຼື ຊາວຕ່າງປະເທດທີ່ມາທ່ຽວຢູ່ຫວຽດນາມ.

ລົດຈັກຮັບຈ້າງນຳໃຊ້ເຕັກໂນໂລຊີ - ảnh 1

(ລົດຈັກຮັບຈ້າງນຳໃຊ້ເຕັກໂນໂລຊີຄືໃນປະຈຸບັນ ໄດ້ນຳມາເຊິ່ງຄວາມສະດວກໃຫ້ລູກຄ້າ)

ໃນເວລາ 6 ໂມງເຊົ້າຂອງຕົ້ນລະດູແລ້ງ, ອາກາດກໍ່ເລີ່ມຮ້ອນເອົ້າຂຶ້ນ, ອ້າຍ ຮ່ວາງວັນລິງ, ໃສ່ໝວກກັນນ໋ອກ, ນຸ່ງເສື້ອຢືດສີຂຽວທີ່ຄື່ອງໝາຍຂອງບໍລິສັດລົດເຕັກໂນໂລຊີ Grap, ໄດ້ຈູງລົດຈັກຍີ່ຫໍ wave ຂອງຕົນອອກຈາກເຮືອນ. ອ້າຍຕັ້ງໂທລະສັບມືຖືຍີ່ຫໍ່ Samsung ຂອງຕົນຕິດໃສ່ຕໍ່ໜ້າລົດຈັກ, ເຊື່ອມຕໍ່ໃສ່ສາຍຟັງຫູ ແລະ ເປີດ application ເພື່ອຮັບແຂກ. ມື້ເຮັດວຽກໃໝ່ໄດ້ເລີ່ມຂຶ້ນແລ້ວ. ດ້ວຍຮູບຊົງນ້ອຍໆ, 2 ແຂນມືອ້າຍຖືກແສງແດດເຜົາຜານ, ບໍ່ມີຜູ້ໃດຄິດວ່າ ປີນີ້ອ້າຍລິງ ທີ່ມີບ້ານເກີດເມືອນນອນຢູ່ແຂວງລ້າງເຊີນ ນັ້ນຫາກໍ່ມີອາຍຸໄດ້ 28 ປີ. ຂັບລົດຈັກໄປຕາມຖະໜົນ ແບັກມາຍ, ແທງຍ່ານ ຢູ່ນະຄອນຮ່າໂນ້ຍ, ພາຍຫຼັງ 5 ນາທີ, ອ້າຍລິງ ກໍ່ໄດ້ຮັບແຂກເປັນຜູ້ທຳອິດ.

        “ຂ້າພະເຈົ້າໄປແຕ່ຮຸ່ງເຊົ້າ ຕອນແລງກັບຄ່ຳແດ່ໜ້ອຍໜຶ່ງ. ເຮັດອາຊີບນີ້ກໍ່ຕ້ອງມີຄວາມຮູ້ພື້ນຖານເພື່ອຮູ້ວ່າຢູ່ເຂດໃດ, ເວລາໃດມີແຂກຕ້ອງການໄປລົດຈັກຮັບຈ້າງ. ເຮັດວຽກງານນີ້ມີຄວາມສະບາຍດ້ານເວລາ, ຕອນໃດຢາກເຮັດວຽກກໍ່ເປີດ application ເພື່ອຮັບແຂກ. ແຕ່ຍ້ອນຊີວິດການເປັນຢູ່, ນັບແຕ່ຂ້າພະເຈົ້າມາເຮັດອາຊີບນີ້ເວລາທີ່ເຄີຍໄດ້ກິນເຂົ້າພ້ອມກັບຄອບຄົວກໍ່ຫຼຸດລົງ. ເມື່ອຫັກຄ່ານ້ຳມັນ, ຄ່າຢູ່ກິນອອກແລ້ວ, ລາຍຮັບໃນແຕ່ລະມື້ຂອງຂ້າພະເຈົ້າແມ່ນໄດ້ແຕ່ 300.000 – 400.000 ດົ່ງ/ວັນ”.

        ລົດຈັກຮັບຈ້າງນຳໃຊ້ເຕັກໂນໂລຊີຄືໃນປະຈຸບັນ ໄດ້ນຳມາເຊິ່ງຄວາມສະດວກໃຫ້ລູກຄ້າ, ໃນຂະນະທີ່ລາຄາພັດຖືກຢູ່. ລາຄາຂອງລົດຈັກຮັບຈ້າງ Grapbike ແມ່ນ 12.000 ດົ່ງ/ 2 ກ.ມ ສ່ວນລົດຈັກຮັບຈ້າງຂອງບໍລິສັດ Mailinhbike ແມ່ນ 11.000 ດົ່ງ/ 2 ກ.ມ. ເລື່ອງຈ່ອງລົດຈັກຮັບຈ້າງຄືແນວນີ້ກໍ່ໄວທີ່ສຸດ, ດ້ວຍຂໍ້ມູນລະອຽດກ່ຽວກັບຜູ້ຂັບລົດ, ເສັ້ນທາງໄປ, ຈຳນວນເງິນທີ່ເພື່ອນຕ້ອງຈ່າຍ. ນອກຈາກສົ່ງ, ຮັບລູກຄ້າແລ້ວ, ລົດຈັກຮັບຈ້າງນີ້ຍັງຮັບສົ່ງສິນຄ້າອີກດ້ວຍ ເພື່ອໃຫ້ເໝາະສົມກັບຕະຫຼາດທີ່ຂະຫຍັນຂັນເຄື່ອນຄືໃນປະຈຸບັນ. ເອື້ອຍ ຫງວຽນຮ່າລານ, ຢູ່ຮ່າໂນ້ຍ ຫາກໍ່ຈ່ອງລົດຈັກຮັບຈ້າງ Grapbike ເພື່ອສົ່ງສິນຄ້າໃຫ້ລູກຄ້າຂອງຕົນໄດ້ແບ່ງປັນວ່າ.

        “ຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ລົດຈັກຮັບຈ້າງນຳໃຊ້ເຕັກໂນໂລຊີ ກໍ່ຍ້ອນວ່າ ຜູ້ຂັບລົດເມື່ອມາຮັບສິນຄ້າມີໃບປິນມອບຮັບສິນຄ້າ, ໂດຍແຕກຕ່າງກັບບັນດາລົດຈັກຮັບຈ້າງສົ່ງເຄື່ອງທຳມະດາ, ຍ້ອນວ່າ ເມື່ອເຮົາຈ່ອງບັນດາລົດຮັບຈ້າງທຳມະດາຜ່ານອິນເຕີແນັດ, ເຮົາບໍ່ຮູ້ວ່າເຂົາເຈົ້າແມ່ນໃຜ. ສ່ວນລົດຈັກຮັບຈ້າງນຳໃຊ້ເຕັກໂນໂລຊີແມ່ນມີຄວາມແຕກຕ່າງ, ເມື່ອຂ້າພະເຈົ້າຈ່ອງລົດຈັກຮັບຈ້າງນຳໃຊ້ເຕັກໂນໂລຊີ ບັນດາຂໍ້ມູນຂອງຜູ້ຂັບລົດຈັກຈະຂຶ້ນມາໜ້າຈໍໂທລະສັບຢ່າງຄົບຖ້ວນ, ສະນັ້ນກໍ່ມີຄວາມອຸ່ນອ່ຽນໃຈເມື່ອເລືອກໃຊ້ການບໍລິການແບບນີ້ເພື່ອສົ່ງສິນຄ້າ”.

        Application ຂອງ Grap ໄດ້ເຂົ້າຮ່ວມຕະຫຼາດຫວຽດນາມ ເປັນເວລາກວ່າ 4 ປີມານີ້ ແລະ ບໍລິສັດ Mailinhbike ກໍ່ເລີ່ມເຂົ້າຮ່ວມດຳເນີນທຸລະກິດດ້ານລົດຈັກຮັບຈ້າງນຳໃຊ້ເຕັກໂນໂລຊີ ໃນປີ 2017. ພາຍຫຼັງເຄື່ອນໄຫວມາເປັນເວລາບໍ່ດົນ, ຈຳນວນຜູ້ສະໝັກເຂົ້າເປັນຜູ້ຂັບລົດດັ່ງກ່າວກໍ່ເພີ່ມຂຶ້ນເຖິງໝື່ນຄົນ. ອ້າຍຮ່ວາງວູລິງ, ຜູ້ຄຸ້ມຄອງບຳລຸງສ້າງຖັນແຖວຜູ້ຂັບລົດຈັກຮັບຈ້າງນຳໃຊ້ເຕັກໂນໂລຊີຂອງບໍລິສັດ Grap, ໄດ້ແບ່ງປັນວ່າ.

        “ປະຈຸບັນ, ຖັນແຖວຜູ້ຂັບລົດຈັກຮັບຈ້າງນຳໃຊ້ເຕັກໂນໂລຊີຂອງ Grapbike ໄດ້ມີໜ້າຢູ່ກວ່າ 20 ແຂວງ, ນະຄອນໃນທົ່ວປະເທດຫວຽດນາມ. ຈຳນວນຜູ້ຂັບລົດທີ່ເຄື່ອນໄຫວຢູ່ນະຄອນຮ່າໂນ້ຍ ແມ່ນກວ່າ 2000 ຄົນ. ລວມລາຍຮັບຂອງຜູ້ຂັບລົດທີ່ເຮັດວຽກໃນເວລາ 8 ຊົ່ວໂມງ/ວັນ, ອາດຈະໄດ້ແຕ່ 8 – 10 ລ້ານດົ່ງ/ເດືອນ. ໃນຈຸດເວລານີ້, ທາງບໍລິສັດ Grap ກໍ່ໄດ້ຊື້ປະກັນໄພໃຫ້ທັງຜູ້ຂັບລົດ ແລະ ຜູ້ໂດຍສານແລ້ວ”.

        ໄລ່ມາຮອດຈຸດເວລານີ້, ຢູ່ຫວຽດນາມ ໄດ້ມີ 3 ບໍລິສັດລົດຈັກຮັບຈ້າງນຳໃຊ້ເຕັກໂນໂລຊີ ນັ້ນແມ່ນ: Grapbike, Mailinhbike ແລະ VATObike ທີ່ຫາກໍ່ເຂົ້າຮ່ວມຮູບແບບການບໍລິການນີ້. ແລະແນ່ນອນວ່າ, ລູກຄ້າຈະແມ່ນຜູ້ໄດ້ຮັບຜົນປະໂຫຍດຫຼາຍກວ່າໝູ່.

ຕອບກັບ

ຂ່າວ/ບົດ​ອື່ນ