ລະຄອນ ກາຍເລືອງ “ພະພຸດເຈົ້າຊີວິດ” : ຮັບຊົມເພື່ອເຂົ້າໃຈປະຫວັດສາດຫວຽດນາມ

ເຈົ້າ​ຊີ​ວິດ ເຈີນ​ເຍີນ​ຕົງ ໄດ້​ຮັບ​ການ​ເຊີດ​ຊູເປັນ ພະ​ພຸດເຈົ້າຊີ​ວິດ ແມ່ນບໍ່​ພຽງ​ແຕ່​ຍ້ອນ​ພະ​ອົງໄປ​ບວດ, ສ້າງ​ນິ​ກາຍ ຈຸກ​ເລີມ​ອຽນ​ຕື ສະ​ເພາະ​ຢູ່​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກຍັງ​ຍ້ອນ​ຊີ​ວິດ ແລະ ພາ​ລະ​ກິດ​ຂອງ​ພະ​ອົງ​ສໍ່​ສະ​ແດງ​ໃຫ້​ເຫັນ​ສະ​ຕິ​ປັນ​ຍາ ແລະ ຄຸນ​ນະ​ທາດ, ຄຸນ​ສົມ​ບັດຂອງ​ສາ​ສະ​ໜາ​ພຸດ​ອີກ​ດ້ວຍ.

ລະຄອນ ກາຍເລືອງ “ພະພຸດເຈົ້າຊີວິດ” : ຮັບຊົມເພື່ອເຂົ້າໃຈປະຫວັດສາດຫວຽດນາມ - ảnh 1
ຮູບ​ປັ້ນພະ​ພຸດເຈົ້າຊີ​ວິດ ເຈີນ​ເຍີນ​ຕົງ

       ລະ​ຄອນ ກາຍ​ເລືອງ “ພະ​ພຸດເຈົ້າຊີ​ວິດ​” ໂດຍ​ໂຮງ​ລະ​ຄອນ​ກາຍ​ເລືອງ​ຫວຽດ​ນາມ​ເປັນ​ຜູ້​ກຳ​ກັບ​ການ​ສະ​ແດງນັ້ນ ແມ່ນ​ໃຊ້​ເວ​ລາ 2 ຊົ່ວ​ໂມງ​ເຄິ່ງ ຊຶ່ງ​ໄດ້​ວາດ​ພາບ​ເຖິງ​ໄລ​ຍະທີ່​ສະ​ຫງ່າ​ອົງ​ອາດ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອ​ງ​ຊາດ​ຫວຽດ​ນາມ. ນັ້ນ​ແມ່ນ​ຊຸມ​ວັນ​ເດືອນ​ປີ ທີ່ກອງ​ທັບ ແລະ ປະ​ຊາ​ຊົນ​ດ​້າຍ​ຫວຽດ ໂດຍ​ພາຍ​ໃຕ້​ການ​ນຳ​ພາ​ຂອງ ບັນ​ດາເຈົ້າ​ຊີ​ວິດໃນ​ສະ​ໄໝ​ລາດ​ຊະ​ວົງເຈີນ ສາ​ມາດ​ຍາດ​ໄດ້​ໄຊ​ຊະ​ນະ 3 ຄັ້ງ​ໃນ​ການ​ຕໍ່​ສູ້​ຕ້ານ​ພວກ​ທະ​ຫານ​ມົງ​ກົນເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ ດ​ຣ ບຸຍ​ຮິ້ວ​ເຢືອກ , ຜູ້​ແຕ່ງ​ບົດ​ລະ​ຄອນ​ວັນ​ນະ​ຄະ​ດີ​ໃຫ້​ຮູ້​ວ່າ : (ເທບ) : “ເຈົ້າ​ຊີ​ວິດ ເຈີນ​ເຍີນ​ຕົງ ແມ່ນ​ຜູ້​ທີ່​ສະຫຼາດ​ສ່ອງ​ໃສ​ໄດ້​ນຳ​ພາ​ກອງ​ທັບ ແລະ ປະ​ຊາ​ຊົນ​ດ້າຍ​ຫວຽດ​ ທັບ​ມ້າງພວກ​ທະ​ຫານ ມົງ​ກົນ 2 ຄັ້ງ. ພະ​ອົງ​ໄດ້​ມີ​ຈິດ​ໃຈ​ເປັນ​ນັກ​ບວດນັບ​ແຕ່​ຄາວ​ຍັງ​ໜຸ່ມ. ດັ່ງ​ນັ້ນ ເຖິງວ່າ​ເປັນ​ເຈົ້າ​ຊີ​ວິດ​ກໍ​ຕາມ, ແຕ່​ພະ​ອົງ​ຍາມ​ໃດ​ກໍ​ມີ​ຈິດ​ວິນ​ຍານ, ຄຸນ​ລັກ​ສະ​ນະ​ຂອງ​ພະ​ພີກ​ຂຸ”

      ສຳ​ລັບພະ​ພຸດເຈົ້າຊີ​ວິດ ເຈີນ​ເຍີນ​ຕົງແລ້ວ, ຄຸນ​ລ​ັກ​ສະ​ນະ, ພູມ​ປັນ​ຍາ, ຄຸນ​ນະ​ທາດ, ຄຸນ​ສົມ​ບັດ​ຂອງເຈົ້າ​ຊີ​ວິດ ເຈີນ​ເຍີນ​ຕົງ ໄດ້​ວາດ​ພາບ​ຜ່ານ​ບັນ​ດາ​ເລື່ອງ​ລາວ​ກ່ຽວ​ກັບ​ຊີ​ວິດ​ແບບ​ລຽບ​ງ່າຍ. ນັກ​ສິ​ລະ​ປີນດີ​ເດັ່ນ ຈ້ຽວ​ຈຸງ​ກຽນ ຜູ້​ກຳ​ກັບການ​ສະ​ແດງລະ​ຄອນ ກາຍ​ເລືອງ “ພະ​ພຸດເຈົ້າຊີ​ວິດ​” ໃຫ້​ຮູ້​ວ່າ : 

     “ ບັນ​ດາ​ເລື່ອງ​ລາວທີ່​ເລົ່າ​ກ່ຽວ​ກັບ ພະ​ພຸດເຈົ້າຊີ​ວິດ ເຈີນ​ເຍີນ​ຕົງ ຕ້ອງ​ແມ່ນ​ບັນ​ດາ​ເລື່ອງ​ລາວແທ້​ຈິງ ​ແລະ ​ລຽບ​ງ່າຍ​ທີ່​ສຸດ. ພວກ​ຂ້າ​ພະ​ເຈົ້າ​ບໍ່​ໃຊ້​ວິ​ທີ​ສະ​ເພາະ, ພວກ​ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ນຳ​ສິ​ລະ​ປະ​ເຂົ້າ​ໃນ​ບົດ​ລະ​ຄອນ​ເພື່ອ​ເຮັດ​ໃຫ້​ຜູ້​ຊົມ​ເຫັນ​ວ່າ ນອກ​ຈາກ​ເລື່ອງ​ລາວ​ທີ່​ລຽບ​ງ່າຍ​ກ່ຽວ​ກັບພະ​ພຸດເຈົ້າຊີ​ວິດນັ້ນ, ເຂົາ​ເຈົ້າ​ພວມ​ຮັບ​ຊົມ​ລາຍ​ການ​ສິ​ລະ​ປະ​ດ້ວຍ​ພາ​ສາ​ເວົ້າ, ວາດ​ຟ້ອນ, ດົນ​ຕີ ແລະ ພິ​ເສດ​ແມ່ນ​ວິ​ທີ​ເລົ່າ​ເລື່ອງ”

      ສ່ວນ​ນັກ​ສະ​ແດງ​ລະ​ຄອນ ກວາງ​ຂາຍ, ຜູ້​ສວມ​ບົດພະ​ພຸດເຈົ້າຊີ​ວິດ ເຈີນ​ເຍີນ​ຕົງ ແບ່ງ​ປັນ​ວ່າ : 

     “ ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ຂອງຕົ້ນ, ​ຜູ້​ເປັນ​ນັກ​ສະ​ແດງ​ລະ​ຄອນຕ້ອງ​ສະ​ແດງ​ແນວ​ໃດ​ເພື່ອ​ໃຫ້​ຜູ້​ຊົມ​ເຊື່ອ​ວ່າ: ນັ້ນ​ແມ່ນ ພະ​ພຸດເຈົ້າຊີ​ວິດ ເຈີນ​ເຍີນ​ຕົງ. ຕ້ອງ​ພະ​ຍາ​ຍາມ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ. ເພາະ​ໃນ​ຈິດ​ໃຈ​ຂອງ ພະ​ພຸດເຈົ້າຊີ​ວິດ ເຈີນ​ເຍີນ​ຕົງ ມີ​ນິດໄສໃຈ​ຄໍ, ຄຸນ​ລັກ​ສະ​ນະ​ທີ່​ດີຫຼາຍ​ຢ່າງ​ເຊິ່ງ​ພວກ​ເຮົາ​ຕ້ອງ​ຮຽນ​ຕາມ ”

      ກວ່າ 700 ປີ​ພາຍຫຼັງ​ທີ່ພະ​ພຸດເຈົ້າຊີ​ວິດ ເຈີນ​ເຍີນ​ຕົງ ປະ​ລິ​ນີບ​ພານ, ຄຸນ​ງາມ​ຄວາມ​ດີ ແລະ ແບບ​ຢ່າງ​ຂອງ​ພະ​ອົງ​ຍັງ​ຄົງ​ມີ​ຄຸນ​ຄ່າ​ເໝືອ​ນເດີມເພື່ອ​ໃຫ້​ຄົນ​ລຸ່ນຫຼັງ​ເຮັດ​ຕາມ. ລະ​ຄອນ ກາຍ​ເລືອງ “ພະ​ພຸດເຈົ້າຊີ​ວິດ​” ຄື​ເປັນ​ການ​ລື້ມ​ຄືນ​ບັນ​ດາ​ຄຸນ​ຄ່າ​ອັນ​ໃຫຍ່ຫຼວງ​ຂອງ​ປະ​ຫວັດ​ສາດ​ແຫ່ງ​ຊາດ, ປະ​ຫວັດ​ສາດ​ຂອງ​ສາ​ສະ​ໜາ​ພຸດ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ