ລະດູບານໃຫມ່ໃນບັນດາບົດເພງຫວຽດນາມ

(VOVWORLD) -

ລະດູບານໃຫມ່ເປັນການຂຶ້ນຕົ້ນປີໃຫມ່. ຊ່ວງເວລານີ້ ຕົ້ນໄມ້ໄດ້ແຕກດອກອອກຫນໍ່, ດອກໄມ້ເບັ່ງບານນາໆສີ ນຳມາເຊິ່ງພະລັງຊີວິດໃຫມ່ໃຫ້ສັດສາວາສິ່ງ, ເຮັດໃຫ້ຈິດໃຈທຸກໆຄົນເຕັມໄປດ້ວຍຄວາມຮູ້ສຶກ ແລະ ຄວາມຫວັງອັນດີງາມໃນປີໃຫມ່. ລະດູບານໃຫມ່ກໍ່ເປັນສິ່ງທີ່ສ້າງຄວາມແຮງບັນດານໃຈເພື່ອໃຫ້ບັນດານັກດົນຕີປະດິດແຕ່ງບັນດາທຳນອງເພງມ່ວນອ່ອນຊອນ ດຶງດູດໃຈຜູ້ຟັງ. ມີບົດເພງຫວຽດນາມ ຫລາຍບົດທີ່ພັນລະນາເຖິງລະດູບານໃຫມ່ໄດ້ຝັງເລິກໃນຄວາມຊົງຈຳຂອງບັນດາຜູ້ນິຍົມດົນຕີຫວຽດນາມ.  

 ລະດູບານໃຫມ່ໃນບັນດາບົດເພງຫວຽດນາມ - ảnh 1ນັກດົນຕີ ວັນກາວ 

ໂດຍໄດ້ຮັບການຂະຫນານນາມວ່າແມ່ນຫນຶ່ງໃນບັນດາບົດເພງພັນລະນາເຖິງລະດູບານໃຫມ່ທີ່ມີຊື່ສຽງຂອງດົນຕີຫວຽດນາມ, ບົດເພງ “ລະດູບານໃຫມ່ທຳອິດ” ໄດ້ກາຍເປັນບົດເພງດີເດັ່ນຂອງນັກດົນຕີ ວັນກາວ ທີ່ປີຊາສາມາດ. ບົດເພງ “ລະດູບານໃຫມ່ ທຳອິດ” ໂດຍນັກດົນຕີ ວັນກາວ ປະດິດແຕ່ງໃນຈຸດເວລາໃກ້ຈະຮອດບຸນເຕັດປີມະໂລງ 1976, ພາຍຫລັງມື້ພາກໃຕ້ຫວຽດນາມ ໄດ້ຮັບການປົດປ່ອຍ ທ້ອນໂຮມປະເທດຊາດເປັນເອກະພາບ. ທຳນອງເພງກໍ່ຄືສຽງດົນຕີໃນບົດເພງນີ້ລ້ວນແຕ່ມີຄວາມນອອນຊອນ, ດຶງດູດໃຈ ແລະ ເຮັດໃຫ້ຜູ້ຟັງຮູ້ສຶກສະຫວາດສະເຫວີຍທີ່ສຸດ. ເມື່ອເວົ້າເຖິງເນື້ອເພງ, ນັກດົນຕີ ກາດເວີ້ນ ໄດ້ແບ່ງປັນວ່າ:

        “ເມື່ອປະເທດຊາດໄດ້ທ້ອນໂຮມເປັນເອກະພາບ, ຄວາມຮູ້ສຶກຂອງນັກດົນຕີ ວັນກາວ ໃນຊ່ວງເວລານັ້ນ ຈຶ່ງແມ່ນລະດູບານໃຫມ່ຂອງປະເທດຊາດຢ່າງແທ້ຈິງ . ນີ້ແມ່ນບົດເພງມ່ວນອອນຊອນ, ມີຄວາມໝາຍເລິກເຊິ່ງ ແລະ ມີຄວາມໃກ້ຊິດສະຫນິດສະຫນົມທີ່ສຸດ. ໃນບັນດາບົດເພງທີ່ນັກດົນຕີ ວັນກາວ ປະດິດແຕ່ງນັ້ນ, ບົດນີ້ແມ່ນບົດເພງທີ່ມີພະລັງຊີວິດເຮັດໃຫ້ຊາວຫວຽດນາມມີຄວາມປະທັບໃຈທີ່ສຸດ.”

        ພ້ອມກັບບົດເພງ “ລະດູບານໃຫມ່ທຳອິດ” ຂອງນັກດົນຕີ ວັນກາວ ແມ່ນຍັງມີບົດເພງດີເດັ່ນອີກຫລາຍບົດທີ່ເວົ້າເຖິງ ລະດູບານໃຫມ່ຄື: “ລະດູບານໃຫມ່ຢູ່ນະຄອນໂຮ່ຈິມີນ”, ລະດູບານໃຫມ່ຂ້າງປ່ອງຢ້ຽມ”ຂອງອະດີດນັກດົນຕີ ຊວນຮົ່ງ; “ລະດູບານໃຫມ່ວຽນມາແລ້ວ”ຂອງ ນັກດົນຕີ ເຈີນຈູງ. ຖ້າຫາກລະດູບານໃຫມ່ຂອງນັກດົນຕີ ເຈີນຈູງ ມ່ວນອອນຊອນຊື່ງໄດ້ສະແດງໃຫ້ເຫັນໃນບົດເພງ “ລະດູບານໃຫມ່ວຽນມາແລ້ວ”, ສ່ວນສີສັນລະດູບານໃຫມ່ຂອງອະດີດນັກດົນຕີ ຊວນຮົ່ງ ແມ່ນພັນລະນາເຖິງບັນດາຍາກາດຄຶກຄື້ນມ່ວນຊື່ນໃນລະດູບານໃຫມ່, ອາກາດປອດໂປ່ງເຢັນສະບາຍ, ຕົ້ນໄມ້ແຕກດອກອອກຫນໍ່... ສຳລັບນັກດົນຕີ ງອກເຄ ແລ້ວ, ລະດູບານໃຫມ່ແມ່ນລະດູຂອງສິ່ງທີ່ໃຫມ່ອ່ຽມ, ຂອງຄວາມອົບອຸ່ນ, ຂອງຄວາມຮັກ.

ເມື່ອເວົ້າເຖິງນັກດົນຕີ ງອກເຄ, ຜູ້ຄົນທັງຫລາຍຈະຄິດເຖິງບັນດາບົດເພງທີ່ເຕັມໄປດ້ວຍຄວາມຮັກບ້ານເກີດເມືອງນອນ, ຄວາມຮັກຕໍ່ເຂດດິນແດນຮ່າໂນ້ຍທີ່ຮັກແພງຄື: ບົດເພງ “ນ້ອງແລະລະດູບານໃຫມ່”; “ສີສັນລະດູບານໃຫມ່”, “ກັບຄືນລະດູບານໃຫມ່”, “ລະດູບານໃຫມ່ເຂດບ້ານນາບ້ານດອກໄມ້”. ຖ້າເວົ້າເຖິງຈຳນວນບົດເພງ, ບົດເພງເວົ້າເຖິງລະດູບານໃຫມ່ຂອງນັກດົນຕີບໍ່ມີຫລາຍເມື່ອທຽບໃສ່ບົດເພງນັບຮ້ອຍໆບົດຊື່ງທ່ານປະດິດແຕ່ງ ແຕ່ບົດເພງເຫລົ່ານັ້ນສ່ວນຫລາຍໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ສາທາລະນະຊົນ. ນັກດົນຕີ ງອກເຄ ໃຫ້ຮູ້ວ່າ:

        “ເມື່ອລະດູບານໃຫມ່ວຽນມາ, ອາກາດເລີ່ມປ່ຽນແປງ, ຕົ້ນໄມ້ແຕກດອກອອກຫນໍ່, , ດອກໄມ້ເບັ່ງບານນາໆສີ …ຍາມໃດກໍ່ເຮັດໃຫ້ຜູ້ປະດິດແຕ່ງມີຄວາມຮູ້ສຶກໃຫມ່ອ່ຽມ. ຂ້າພະເຈົ້າກໍ່ມີບາງບົດເພງກ່ຽວກັບລະດູບານໃຫມ່ ແລະ ຂ້າພະເຈົ້າຮູ້ສຶກວ່າອາດຈະປະດິດແຕ່ງບົດເພງຫລາຍບົດ, ມີແນວຄວາມຄິດໃຫມ່ກ່ຽວກັບລະດູບານໃຫມ່ອີກ. ສ່ວນບົດເພງ ລະດູບານໃຫມ່ເຂດບ້ານນາບ້ານດອກໄມ້, ຂ້າພະເຈົ້າໄດ້ປະດິດແຕ່ງທ້າຍປີ 1980 ແລະ ລະດູບານໃຫມ່ປີ 1981, ບົດເພງໄດ້ແນະນຳເປັນຄັ້ງທຳອິດຜ່ານຄຶ້ນວິທະຍຸກະຈາຍສຽງຫວຽດນາມໃນລາຍການແນະນຳບັນດາບົດເພງໃຫມ່ກ່ຽວກັບລະດູບານໃຫມ່.”

        ສຳລັບນັກດົນຕີ ຟໍດຶກເຟືອງ, ບັນດາຮູບພາບໃຫມ່ໃນລະດູບານໃຫມ່ຊື່ງທ່ານໄດ້ພັນລະນາແມ່ນກຳລັງແຮງງານ ແລະ ຄວາມຮັກໃນການອອກແຮງງານ. ສິ່ງທີ່ດີງາມຂອງລະດູບານໃຫມ່ ແມ່ນມີຜົນງານຕື່ມອີກຂອງບັນດາກິດຈະກຳແຮງງານ ແລະ ຄວາມສຸດຈິດສຸດໃຈຂອງໄວຫນຸ່ມທີ່ສະຫນິດຕິດພັນກັບກິດຈະກຳແຮງງານທີ່ສ້າງຄວາມຮັ່ງມີໃຫ້ປະເທດຊາດຕື່ມອີກ.

 ລະດູບານໃຫມ່ໃນບັນດາບົດເພງຫວຽດນາມ - ảnh 2 ນັກດົນຕີ ຟໍດຶກເຟືອງ

ພາບ:danviet

        ສີສັນລະດູບານໃຫມ່ໃນບົດເພງ “ສຽງຂັບຮ້ອງໃນບັນດາກິດຈະກຳໃຫມ່” ນັ້ນແມ່ນບັນຍາກາດໃນການອອກແຮງງານຢູ່ກິດຈະກຳໃຫມ່, ໃນນັ້ນ ບັນດາສຽງຂັບຮ້ອງຂອງບ່າວສາວທັງອອກແຮງງານທັງຂັບຮ້ອງເພື່ອລະດົມກຳລັງໃຈ . ນັກດົນຕີ ຟໍດຶກເຟຶອງ ໃຫ້ຮູ້ວ່າ:

        “ເມື່ອລະດູບານໃຫມ່ວຽນມາແມ່ນເວົ້າເຖິງການຂະຫຍາຍຜາຍແຜ່,ຄວາມເບັ່ງບານ ເວົ້າເຖິງໄວຫນຸ່ມ. ຂ້າພະເຈົ້າປະດິດແຕ່ງບົດເພງນີ້ເມື່ອຄາວຍັງຫນຸ່ມ. ລະດູບານໃຫມ່ຍາມໃດກໍ່ແມ່ນສັນຍາລັກຂອງໄວຫນຸ່ມ, ໃນນັ້ນ  ສະຫນິດຕິດພັນກັບການກໍ່ສ້າງ. ລະດູບານໃຫມ່ ດ້ວຍກິດຈະກຳໃຫມ່ ຄືແມ່ນຄຳນິຍາມຕິດພັນນຳກັນ.”

        ບົດເພງແຕ່ລະບົດປະດິດແຕ່ງກ່ຽວກັບລະດູບານໃຫມ່ ລ້ວນແຕ່ປະດິດແຕ່ງຕາມ ບັນດາແງ່ມູມແຕກຕ່າງກັນ, ແຕ່ສ່ວນຫລາຍແມ່ນປະດິດແຕ່ງກ່ຽວກັບລະດູບານໃຫມ່ລ້ວນແຕ່ເຮັດໃຫ້ຜູ້ຟັງຍິ່ງມີຄວາມຮັກໃນຊີວິດກວ່າ. ບົດເພງ “ລະດູບານໃຫມ່”, “ອຳລານົກແອ່ນ”ຂອງນັກດົນຕີ ເຈີນຕຽນ ແມ່ນບົດເພງມ່ວນ, ອອນຊອນໄດ້ຝັງເລິກໃນຄວາມຊົງຈຳຂອງທຸກຄົນ.  ສ່ວນ“ເນື້ອເພງຂັບກາຈູລະດູບານໃຫມ່”ຂອງນັກດົນຕີ ຫງວຽນເກື່ອງ, ບົດເພງ “ສຽງກະຊິບໃນລະດູບານໃຫມ່”ຂອງນັກດົນຕີ ເຢືອງທູ້,  ບົດເພງ “ສະແດງຄວາມຮັກໃນລະດູບານໃຫມ່”ຂອງນັກດົນຕີ ງອກເຈົາ.. ແມ່ນການປະສານສົມທົບລະຫວ່າງຄວາມຮັກກັບທຳມະຊາດ.

ບັນດາບົດເພງກ່ຽວກັບລະດູບານໃຫມ່ໄດ້ປະກອບສ່ວນເຮັດໃຫ້ສາງດົນຕີຫວຽດນາມມີຄວາມອຸດົມສົມບູນກວ່າ. ແນ່ນອນວ່າ ບໍ່ວ່າຜູ້ໃດນິຍົມດົນຕີ ຫວຽດນາມກໍ່ຕ້ອງປະດິດແຕ່ງທຳນອງເພງກ່ຽວກັບລະດູບານໃຫມ່. ທຳນອງເພງນັ້ນໄດ້ກາຍເປັນຄວາມຊົງຈຳ, ອະນຸສອນກ່ຽວກັບລະດູບານໃຫມ່ໃນໃຈຂອງແຕ່ລະຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ