ລະດູບານໃໝ່ ແລະ ຄວາມປາດຖະໜາຂອງໄວໜຸ່ມ

​   ເຖິງ​ວ່າຢູ່​ແຫ່ງ​ໃດ​ກໍ່ຕາມ, ​ເມື່ອ​ບຸນປີ​ໃໝ່​ປະຈຳ​ຊາດ ​ແລະ ລະດູບານ​ໃໝ່​ວຽນມາ, ຊາວ​ຫວຽດນາມ ​ແຕ່ລະຄົນ​ລ້ວນ​ແຕ່​ໄດ້​ຫວ​ນຄືນ​ສິ່ງ​ທີ່​ເຮັດ​ໄດ້​ໃນ​ປີ​ເກົ່າ ​ແລະ ສ້າງ​ແຜນປະຕິບັດວຽກ​ງານ​ໃນ​ປີ​ຕໍ່​ໄປ. ສຳລັບ​ຊາວ​ໜຸ່ມ​ຫວຽດນາມ ​ແລ້ວ, ປີ​ໃໝ່​​ແມ່ນເຕັມ​ໄປ​ດ້ວຍບັນດາ​ການ​ຄາດ​ຄະ​ເນ, ຄວາມ​ໄຟ່​ຝັນ​ໃນ​ຕໍ່ໜ້າ. ປີ​ໃໝ່, ​ໄວ​ໜຸ່ມ​ຫວຽດນາມ​ ຫວັງ​ວ່າ​ຈະ​ປະສົບ​ຄວາມ​ໂຊກ​ດີ ​ແລະ ຜົນ​ສຳ​ເລັດ. ​ຕໍ່​ໄປ​ແມ່ນ​ສາລະ​ຄະດີ​ຂອງ​ນັກ​ຂ່າວ​ທູ​ຮັ່ງ ທີ່​ມີ​ຫົວ​ຂໍ້​ວ່າ: ລະດູບານ​ໃໝ່ ​ແລະ ​ຄວາມ​ປາດ​ຖະໜາ​ຂອງ​ໄວ​ໜຸ່ມ

ລະດູບານໃໝ່ ແລະ ຄວາມປາດຖະໜາຂອງໄວໜຸ່ມ - ảnh 1

(ພາບ​ປະກອບ: thcslongthanhbac.violet.vn)

​   ຈຸດເວລາ​ສົ່ງ​ທ້າຍ​ປີ​ເກົ່າ, ຕ້ອນຮັບ​ປີ​ໃໝ່​ໄດ້​ວຽນມາ​ແລ້ວ. ​ໃນ​ໂອກາດ​ລະດູບານ​ໃໝ່, ປະຊາຊົນ​ຫວຽດນາມ ທຸກ​ຄົນ​ລ້ວນ​ແຕ່​ຫວັງ​ຢາກ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີຄວາມສຸກ​ຄວາມ​ຈະ​ເລີ​ນ, ວັດ​ທະນາ​ຖາວອນ​ໃຫ້​ແກ່​ຕົວ​ເອງ, ຄອບຄົວ ​ແລະ ​ໃຜໆ​ກໍ່​ປາດ​ຖະໜາ​ກ່ຽວ​ກັບ​ອະນາຄົດ​ອັນ​ສົດ​ໃສ​ກ່ວາ​ອີກ​ໃຫ້​ແກ່​ປະ​ເທດຊາດ. ການ “ສ້າງ​ແບບຢ່າງ​ຊາວ​ໜຸ່ມ​ໃນ​ໄລຍະ​ໃໝ່, ປະກອບສ່ວນ​ສ້າງ​ຊີວິດ​ວັດທະນະທຳ​ໃໝ່“ ​ແມ່ນ​ໜຶ່ງ​ໃນ​ບັນດາ​ສານ​ໃນ​ໂຄງການ​ດຳ​ເນີນ​ງານ ​ໂດຍ​ອົງການ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ໄດ້​ປະຕິບັດ​ໃນ​ປີ 2013. ​ເພື່ອນ​ຫງວຽນ​ທິ​ແທງ​ແທງ (Nguyễn Thị Thanh Thanh) ນັກ​ສຶກສາ​ມະຫາວິທະຍາ​ໄລ​ກົດໝາຍ ນະຄອນ​ໂຮ່ຈິ​ມິນ ​ແບ່ງປັນ​ວ່າ:

   “ໃນ​ໄລຍະ​ເວລາປະຈຸ​ບັນ ດ້ວຍ​ບັນດາ​ການ​ກະທົບ​ດ້ານ​ແນວ​ຄິດ, ການ​ເມື​ອງ, ວັດທະນະ​ທຳ​, ສັງຄົມ, ​ເສດຖະກິດ…​ນັກ​ສຶກສາ​ຫຼາຍ​ຄົນ​ມີ​ສະຕິ​ຄວາມ​ຮັບ​ຮູ້​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ການ​ສ້າງ​ພາບພົດ​ສ່ວນ​ບຸກຄົນ. ນ້ອງ ​ແລະ ບັນດາ​ເພື່ອນ​ນັກ​ສຶກສາ​ເຂົ້າ​ໃຈ​ວ່າ: ວຽກ​ງານ​ທຳ​ອິດ​ຕ້ອງ​ປະຕິບັດ ນັ້ນ​ແມ່ນ​ຕ້ອງ​ເຄົາລົບ​ ກົດໝາຍ ​ແລະ ຕ້ອງ​ມີ​ສະຕິ​ຄວາມ​ຮັບ​ຮູ້ປະຕິບັດ​ໜ້າ​ທີ່​ຂອງ​ຕົນ”

ລະດູບານໃໝ່ ແລະ ຄວາມປາດຖະໜາຂອງໄວໜຸ່ມ - ảnh 2

ລະດູບານ​ໃໝ່

(ພາບ:chamsockhachhang.vn)

  ລະດູບານ​ໃໝ່​ໄດ້​ນຳ​ມາ​ເຊິ​ງຄວາມ​ອົບ​ອຸ່ນ, ຕົ້ນ​ໄມ້​​ໃບ​ຫຍ້າແຕກ​ດອກ​ ອອກ​ໜໍ່, ຂຽວ​ສົດ​ງົດ​ງາມ ​ແລະ ​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ. ກ້າວ​ເຂົ້າສູ່​ລະດູບານ​ໃໝ່, ​ໄວ​ໜຸ່ມ​ມີ​ຄວາມ​ຮູ້ສຶກ​ວ່າ​ຕົນ​ເອງ​ມີ​ຄວາມ​ເຕີບ​ໃຫ່ຍ​ຂຶ້ນ ​ແລະ ຄວາມ​ມຸ້ງ​ຫວັງ, ຄວາມ​ໄຟ່​ຝັນ​ຂອງ​ໄວ​ໜຸ່ມ​ເກືອບ​ຄື​ວ່າ​ມີ​ຄວາມ​ແຮງ​ກ້າກ່ວາ​ອີກ. ສຳລັບ​ຊາວ​ໜຸ່ມ​ຫວຽດນາມ ຫຼາຍ​ຄົນ​ແລ້ວ, ຕ້​ອນຮັບ​ປີ​ໃໝ່​ກໍ່​ແມ່ນ​ຈຸດ​ເວລາ​ເພື່ອ​ສ້າງ​ຄວາມ​ໄຟ່​ຝັນ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ດ່ວານ​ແມັງ​ຮຸງ (Đoàn Mạnh Hùng) ນັກ​ສຶກສາ​ປີ​ສຸດ​ທ້າຍ, ມະຫາວິທະຍາ​ໄລ​ຄົມມະນາຄົມ​ຂົນ​ສົ່ງ​ຮ່າ​ໂນ້ຍ ​ແບ່ງປັນ​ວ່າ:

    “​ປີ​ໃໝ່​ນີ້, ນ້ອງ​ມີ​ຄວາມ​ໄຟ່​ຝັນ​ຢາກ​ກາຍ​ເປັນ​ນັກ​ວິ​ສາວະ​ກອນ​ກໍ່ສ້າງ​ຂົວ​ແຫ່ງ​ຕ່າງໆ, ກໍ່ສ້າງ​ບັນດາ​ເສັ້ນທາງ​ເພື່ອ​ເຊື່ອ​ມຕໍ່​ປະ​ເທດ​ຊາດ. ນຳ​ປະ​ເທດ​ຊາດ​ກ້າວ​ຂຶ້ນ. ຖ້າການຄົມມະນາຄົມ​ມີ​ການ​ພັດທະນາ, ຂົງ​ເຂດ​ອື່ນໆ​ຈຶ່ງ​ຈະ​ພັດທະນາ​ໄປາ​ນຳ

​   ໃນຕົ້ນ​ລະດູ​ບານໃໝ່, ​ເພື່ອນ​ໜຸ່ມ​ຫຼາຍ​ຄົນ​ມີ​ຄວາມ​ປາດ​ຖະໜາ​ຢາກ​ອຸທິດ​ສ່ວນ​ກຳລັງ​​ເຫື່ອ​ແຮ​ງທີ່ໜຸ່ມ​ແໜ້ນ, ປະກອບສ່ວນ​ເຮັດ​ໃຫ້​ປະ​ເທດ​ຊາດມີ​ການ​ພັດ​ມະ​ນາ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ. ທ່ານ​ເຈືອງ​ດິ່ງ​ຕວຽນ (Trương Đình Tuyển) ອະດີດ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ຫວຽດນາມ ຖື​ວ່າ: ​ເມື່ອ​ອຸດົມ​ການ​ຂອງ​ຊາວ​ໜຸ່ມ​ແຕ່ລະຄົນ ​ສອດຄ່ອງ​ກັບ​ອຸດົມ​ການ​ລວມຂອງ​ຊາດ, ການ​ເຄື່ອນ​ໄຫວຂອງ​ໄວ​ໜຸ່ມ​ຈະ​ປະກອບສ່ວນ​ປະຕິບັດ​ບັນດາ​ໜ້າ​ທີ່​ອັນ​ໃຫ່ຍຫຼວງ​ເປັນ​ຢ່າງ​ດີ. ທ່ານ​ເຈືອງ​ດິ່ງ​ຕວຽນ ຖື​ວ່າ:

   “​ປະຈຸ​ບັນ, ພວກ​ເຮົາ​ມີ​ເງື່ອນ​​ໄຂການ​ເຮັດ​ວຽກ​ທີ່​ສະດວກ​ສະບາຍ​ພໍ​ສົມຄວນ. ບໍ່​ພຽງ​ແຕ່​ໄດ້​ເຮັດ​ວຽກ​ໃນ​ບັນດາ​ວິ​ສາ​ຫາ​ກິດ ຫລື​ອົງການ​ຂອງ​ລັດ, ບັນດາ​ເພື່ອນ​ໜຸ່ມ​ຕ້ອງ​ກໍ່​ຮ່າງ​ສ້າງ​ຕົວ, ຕ້ອງ​ກ້າ​ເຮັດ​ກ້າ​ທຳ. ຕ້ອງ​ຊອກ​ຫາ​ບັນດາ​ຂົງ​ເຂດ​ດຳ​ເນີນທຸລະ​ກິດ, ຮູບ​ແບບ​ດຳ​ເນີນ​ທຸລະ​ກິດ​ທີ່​ເໝາະສົມ, ​ແນ່ນອນ​ວ່າ​ພວກ​ເພື່ອ​ນໜຸ່ມ​ຈະ​ປະສົບ​ຜົນສຳ​ເລັດ

   ຕ້ອນຮັບ​ປີ​ໃໝ່ດ້ວຍ​ຄວາມ​ມຸ້ງ​ຫວັງ​ຈະ​ປະສົບ​ຜົນສຳ​ເລັດ, ນັກ​ທະລຸ​ກິດ​ໜຸ່ມ​ຫວຽດນາມ ຫຼາຍ​ຄົນ​​ໄດ້​ກຳນົດ​ທິດກ້າວ​ເດີນ​ສະ​ເພາະ​ໃຫ້​ແກ່​ຕົນ ​ແຕ່​ເຂົາ​ເຈົ້າລ້ວນ​ແຕ່​ມີ​ຄວາມ​ເມົາ​ມົວ, ​ເດັດ​ດ່ຽວ ​ແລະ ມີ​ຄວາມ​ຕັດສິນ​ໃຈ​​ເດີນຕາມ​ອຸດົມ​ການ, ​ເຊື່ອໝັ້ນຕໍ່​ຕົນ​ເອງ, ຂະຫຍັນ​ຂັນ​ເຂື່ອນ, ກຽມພ້ອມ​ກັບ​ທຸກໆ​ການ​ປ່ຽນ​ແປງ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ແບບ​ຍືນ​ຍົງ. ອ້າຍ​ຫງວຽນ​ແທນ​ເຟືອງ (Nguyễn Thành Phương) ຜູ້ອຳນວຍກາ​ນ​ໃຫ່ຍກຸ່ມບໍລິສັດ Kangaroo ​ໃຫ້​ຮູ້​ວ່າ: ​ໃນ​ປີ 2012, ​ເຖິງ​ວ່າ​ເສດຖະກິດ​ໂລກ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ່ຕາມ ​ແຕ່​ຜະລິດ​ຕະພັນ​ຂອງກຸ່ມບໍລິສັດ Kangaroo ຍັງ​ບັນລຸລະດັບ​ການ​ເຕີບ​ໂຕ​ເພີ່ມ​ຂຶ້ນ​ທົບ 6 ​ເທົ່າ, ຍອດ​ລາຍ​ຮັບ​ບັນລຸ​ກ່ວາ 920 ຕື້​ດົ່ງ. ​ໃນ​ປີ 2013, ອ້າຍ​ຫງວຽນ​ແທນ​ເຟືອງ ປາດ​ຖະໜາ​ຢາກ​ນຳ​ເຄື່ອງໝາຍ​ການ​ຄ້າ​ຂອງ​ຫວຽດນາມ ອອກ​ສູ່​ຕະຫຼາດ​ໂລກ:

   “ພວກ​ຂ້າພະ​ເຈົ້າວາງ​ຈຸດ​ໝາຍຮອດ​ປີ 2016, ກຸ່ມບໍລິສັດ Kangaroo ຈະ​ກາຍ​ເປັນ​ກຸ່ມ​ບໍລິສັດ​ອັນ​ດັບ​ໜຶ່ງ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ກ່ຽວ​ກັບ​ສິນຄ້າ​ທີ່ກຸ່ມບໍລິສັດພວມ​ດຳ​ເນີນ​ທຸລະ​ກິດ

  ​ເມື່ອ​ລະດູບານ​ໃໝ່ ​ແລະ ບຸນປີ​ໃໝ່​ປະຈຳ​ຊາດ​ວຽນມາ, ປະຊາຊົນ​ຫວຽດນາມ ທຸກ​ຄົນ​ເຖິງ​ວ່າ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ກໍ່​ຕາມ​ກໍ່ລ້ວນ​ແຕ່​ອວ່ຍໜ້າ​ສູ່​ປະ​ເທດ​ຊາດ​ດ້ວຍ​ຄວາມ​ປາດ​ຖະໜາຢາກ​ໃຫ້​ປະ​ເທດ​ຊາດພັດທະນາ ​ແລະ ສະຫງົບ​ສຸກ. ​ໃນຈິດ​ໃຈ​ຂອງ​ບັນດາ​ທະຫານ​ທີ່​ພວມ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ເຂດ​ໝູ່​ເກາະ​ທະ​ເລ​ຢູ່​ຫ່າງໄກ​ ​ເກືອບ​ຄື​ວ່າ​ກໍ່​ບໍ່​ມີ​ໄລ​ຍະ​ຫ່າງລະຫວ່າງ​ໝູ່ເກາະ​ກັບ​ເຂດ​ດິນ​ຕໍ່​ແຜ່ນ​ອີກ​ແລ້ວ. ນ້ຳ​ໃຈ​ອັນ​ອົບ​ອຸ່ນ​ຂອງ​ປະຊາຊົນ​ຫວຽ​ດນາມ ທຸກ​ຄົນ​ທີ່​ມຸ້ງ​ໄປ​ສູ່​ເຂດທີ່​ຫ່າງ​ໄກ​ຂອງ​ປະ​ເທດ​ຊາດແມ່ນ​ແຫຼ່ງລະດົມ​ກຳລັງ​ໃຈ​ອັນ​ໃຫ່ຍຫຼວງ ​ເພື່ອ​ໃຫ້​ບັນດາ​ທະຫານ​ປະຕິບັດ​ໜ້າ​ທີ່​ສຳ​ເລັດ. ​ເປັນຄັ້ງທຳ​ອິດ​ໄດ້​ຕ້ອນຮັບ​​ບຸນປີ​ໃໝ່​ປະຈຳ​ຊາດ​ຫ່າງໄກ​ຈາກ​ຄອບຄົວ, ນັກຮົບ​ໜຸ່ມ​ຫງວຽນ​ວັນ​ຮູ​ຍ (Nguyễn Văn Huy) ຢູ່​ເກາະ​ຊອງ​ຕື້​ໄຕ (Song tử tây) ຂຶ້ນກັບ​ເຂດ​ໝູ່​ເກາະ​ເຈື່ອງ​ຊາ ​ເລົ່າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

   “ທະຫານ​ເຮືອ​ຕ້ອງ​ຍອມ​ເສຍສະຫຼະ​ເພື່ອ​ໃຫ້​ປະຊາຊົນຕ້ອນຮັບບຸນປີ​ໃໝ່​ດ້ວຍ​ຄວາມ​ສະຫງົບ​ສຸກ. ພວກ​ຂ້າພະ​ເຈົ້າຢາກ​ເວົ້າພຽງຄຳ​ດຽວ​ວ່າ: ຖ້າຫາກ​ທະຫານ​ເຮືອ​ຍັງ​ມີ​ຊີວິດ​ຢູ່, ອະທິປະ​ໄຕ​ເຂດ​ໝູ່​ເກາະ​ທະ​ເລ​ຫວຽດນາມ ຍັງ​ຄົງໄດ້​ຮັບການ​ປົກ​ປັກ​ຮັກສາ​ຢ່າງໝັ້ນຄົງ

   ລະດູບານ​ໃໝ່​ໄດ້​ເປີດສາກ​ໃຫ້​ແກ່​ວິວັດທະນາ​ການ​ໃໝ່. ​ໄວ​ໜຸ່ມ​ຫວຽດນາມ ດ້ວຍ​ຈິດ​ໃຈ​ບໍ່​ຫວາດ​ຫວັ່ນ​ຕໍ່​ຄວາມ​ຫຍຸ້ງຍາກ, ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ຢາກ​ອຸທິດ​ສ່ວນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ປະ​ເທດ​ຊາດ. ​​ວຽກງານ​ແຕ່​ລະຢ່າງທີ​ເຂົາ​ເຈົ້າເຮັດ, ​ເຖິງ​ວ່າ​ຈະນ້ອຍ ຫຼື​​ໃຫ່ຍກໍ່ຕາມ ​ກໍ່​ລ້ວນ​ແຕ່​ປະກອບສ່ວນ​ເສີມ​ສ້າງໃຫ້​ແກ່​ລະດູບານ​ໃໝ່​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ