ລະບູບານໃໝ່ພວມວຽນມາສູ່ເກາະເຈີນ

   ເກາະ​ເຈີນ ນອນ​ຢູ່​ທາງ​ກ້້ຳ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ໝູ່​ເກາະ ໂກ​ໂຕ ທີ່​ຂຶ້ນ​ກັບ​ຕາ​ແສງ​ເກາະ​ເຈີນ, ເມືອງ​ໂກ​ໂຕ ແຂວງກວາງ​ນິງ. ດ້ວຍ​ເນື້ອ​ທີ່ 5,5 ກີ​ໂລ​ຕາ​ແມັດ, ​ເຖິງວ່າການ​ດຳ​ລົງ​ຊີ​ວິດ​ຍັງ​ປະ​ສັບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຂາດ​ເຂີນກໍ​ຕາມ, ແຕ່ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ໃນ ເກາະ​ເຈີນຍາມ​ໃດ​ກໍ​ມາ​ນະ​ພະ​ຍາ​ຍາມ, ສູ້​ຊົນ, ກໍ່​ສ້າງ​ເກາະ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ. 

ລະບູບານໃໝ່ພວມວຽນມາສູ່ເກາະເຈີນ - ảnh 1
ເຮືອນ 17 ຫຼັງ​ດ້ວຍ​ມູນ​ຄ່າ​ການກໍ່​ສ້າງ​ປະ​ມານ 15 ຕື້​ດົງ ແມ່ນ​ຂອງ​ຂວັນ​ຂອງ​ໝູ່​ພະ​ນັກ​ງານ, ກຳ​ມະ​ກອນ​ບໍ​ລິ​ສັດ​ໃຫຍ່ ດົງ​ບັກທີ່​ສະ​ຫງວ​ນ​ໃຫ້​ແກ່​ຊາວ​ປະ​ມົງ​ໃນ​ເກາະ

     ຈາກ​ທ່າ​ກຳ​ປັນ່ ກາຍ​ຮົ່ງ - ເວີນ​ດົນ, ຂີ່​ເຮືອ​ປະ​ມານ 2 ຊົ່ວ​ໂມງ ກໍ​ຈະ​ຮອດ ເກາະ​ເຈີນ. ເຮືອນ 17 ຫຼັງ​ດ້ວຍ​ມູນ​ຄ່າ​ການກໍ່​ສ້າງ​ປະ​ມານ 15 ຕື້​ດົງ ແມ່ນ​ຂອງ​ຂວັນ​ຂອງ​ໝູ່​ພະ​ນັກ​ງານ, ກຳ​ມະ​ກອນ​ບໍ​ລິ​ສັດ​ໃຫຍ່ ດົງ​ບັກ ທີ່​ສະ​ຫງວ​ນ​ໃຫ້​ແກ່​ຊາວ​ປະ​ມົງ​ໃນ​ເກາະ.

    ພາຍຫຼັງ​ກັບ​ຈາກ​ການ​ຫາ​ປາ​ເປັນ​ເວ​ລາ​ຄືນ​ໜຶ່ງ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່, ນາງ ເຈີນ​ທິ​ລານ, ໜຶ່ງ​ໃນ​ບັນ​ດາ​ຄອບ​ຄົວ​ໃນ​ເກາະ ໃຫ້​ຮູ້​ວ່າ ບັນ​ດາ​ຄອບ​ຄົວ​ເກືອບ​ທັງ​ໝົດ ກໍ​ລ້ວນ​ແຕ່​ແມ່ນ​ຄອບ​ຄົວ​ໜຸ່ມ, ຈາກຫຼາຍ​ທ້ອງ​ຖິ່ນ​ໃນ​ແຂວງ​ມາ​ດຳ​ລົງ​ຊີ​ວິດ​ຢູ່​ເກາະ ຊຶ່ງບໍ່​ພຽງ​ແຕ່​ເພື່ອ​ຄວາມ​ຄາດ​ຫວັງ​ສ້າງ​ຄວາມ​ຮັ່ງ​ມີ​ຢູ່​ແຫ່ງ​ໃໝ່​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ອະ​ທິ​ປະ​ໄຕ​ເຂດ​ໝູ່​ເກາະ​ທະ​ເລ​ຂອງ​ປະ​ເທດ​ຊາດ​ອີກ​ດ້ວຍ. ນາງ ເຈີນ​ທິ​ລານ ໃຫ້​ຮູ້​ວ່າ :

     “ ມາ​ດຳ​ລົງ​ຊີ​ວິດ​ຢູ່ ເກາະ​ເຈີນ, ມີ​ເຮືອນ​ຢູ່​ສະ​ບາຍ, ອ້າຍ​ເອື້ອຍ​ນ້ອງ​ຢູ່ນີ້​ໝັ້ນໝາຍ​ວ່າ ຕ້ອງ​ພະ​ຍາ​ຍາມ​ສ້າງການ​ດຳ​ລົງ​ຊີ​ວິດ ແລະ ໝູ່​ເກາະ​ໃຫ້​ຮັ່ງ​ມີ, ສວຍ​ງາມ. ປະ​ຊາ​ຊົນ​ຢູ່​ເກາະ ສ່ວນຫຼາຍ​ປະ​ກອບ​ອາ​ຊີບ​ການ​ປະ​ມົງ, ພວກ​ຂ້າ​ພະ​ເຈົ້າ​ພວມ​ກຽມຊື້ເຮືອ​ເພື່ອ​ເດີນ​ທະ​ເລ​ຫາ​ປາ, ທັງ​ນີ້​ຈຶ່ງ​ສ້າງ​ອະ​ນາ​ຄົດ​ທີ່​ສົດໃສໃຫ້​ແກ່​ລຸ່ນລູກລຸ່ນຫຼານໄດ້ ”

    ພ້ອມ​ກັບ​ການ​ເບິ່ງ​ແຍງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ເກາະ​ນັ້ນ, ແຂວງກວາງ​ນິງ ກໍ​ໄດ້​ຜັນ​ຂະ​ຫຍາຍ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢ່າງ​ຄົບ​ຊຸດ, ກຳ​ນົດ​ທິດ​ບັນ​ດາ​ຂະ​ແໜງ​ອາ​ຊີບ​ຜະ​ລິດ, ປະ​ກາດ​ໃຊ້​ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ​ເພື່ອ​ຊ່ວຍ​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ. ຕາມນັ້ນ​ແລ້ວ, ຊາວ​ປະ​ມົງ​ໃນ​ເກາະ ຈະ​ໄດ້​ກູ້​ຢືມ​ທຶນ​ເພື່ອ​ສ້ອມ​ແປງ​ເຮືອ, ຊື້​ອຸ​ປະ​ກອບ​ຮັບ​ໃຊ້​ການ​ປະ​ມົງ. ເດັກ​ນ້ອຍ​ຮຽນ​ຊັ້ນ​ອະ​ນຸ​ບານ, ຮຽນ​ສາ​ມັນ​ໃນ​ເກາະ ກໍ​ລ້ວນ​ແຕ່ບໍ່​ຕ້ອງ​ເສຍ​ຄ່າ​​ຮຽນ, ປະ​ຊາ​ຊົນ​ທຸກ​ຄົນ​ໃນ​ເກາະ​ກໍ​ໄດ້​ຮັບ​ບັດ​ປະ​ກັນ​ສຸ​ຂະ​ພາບເພື່ອກວດ ແລະ ປິ່ນ​ປົວ​ພະ​ຍາດ. ເອື້ອຍ​ຄູ ຮ່​ວາງ​ທິ​ຮ່​ວຽນ ໃຫ້​ຮູ້​ວ່າ : 

    “ ຂ້າ​ພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ທີ​່ສຸດ ເພາະ​ໄດ້​ເຮັດ​ວຽກ​ໃນ​ ເກາະ​ເຈີນ. ຂ້າ​ພະ​ເຈົ້າ​ຢາກ​ປະ​ກອບ​ສ່ວນອ​ັນ​ນ້ອຍໆ​ຂອງ​ຕົນ​ເພື່ອກໍ່​ສ້າງຕາ​ແສງ​ເກາະໃຫ້​ນັບ​ມື້​ນັບ​ຮັ່ງ​ມີ​ສວຍ​ງາມ ສີ​ວິ​ໄລ​ກວ່າ. ກ່ຽວ​ກັບ​ການ​ສອນ​ນັກ​ຮຽນ, ໃນ​ເບື້ອງ​ຕົ້ນ​ກໍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່, ແຕ່​ກໍ​ສາ​ມາດ​ຕອບ​ສະ​ໜອງ​ການ​ຮຽນ, ການ​ສອນ​ຂອ​ງ​ຄູ ແລະ ນັກ​ຮຽນ ”

      ທ່ານ ຫງວຽນ​ດຶກ​ແທ່ງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ​ໂກ​ໂຕ ໃຫ້​ຮູ້​ວ່າ ມີ​ຊາວ​ປະ​ມົງ ມາ​ດຳ​ລົງ​ຊີ​ວິດ​ຢູ່ ເກາະ​ເຈີນ ​ນັບ​ມື້​ນັບຫຼາຍຂຶ້ນ, ອັນ​ໄດ້​ເຮັດ​ໃຫ້​ດິນ​ແດນ​ແຫ່ງນີ້​ມີ​ການ​ປ່ຽນ​ແປງ​ໄປ. ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​​ແບບ​ຍືນ​ຍົງຢູ່​ເກາະ, ແຂວ​ງກວາງ​ນິງ ຈະ​ໃຫ້​ກໍ່​ສ້າງ​ທ່າ​ເຮືອ​ຫາ​ປາ ສາ​ມາດ​ຮັບ​ເອົາ​ເຮືອຫາ​ປາ​ແຕ່ 200-300 ລຳ​ເຂົ້າ​ທຽບ​ທ່າ, ມີ​ສູນ​ການ​ບໍ​ລິ​ການ​ຮັບ​ໃຊ້​ອາ​ຊີບ​ການ​ປະ​ມົງ, ພ້ອມ​ກັນ​ນັ້ນ ແມ່ນ​ດຳ​ເນີນ​ການ​ເຊື່ອມ​ຕໍ່​ສາຍ​ທ່ອງ​ທ່ຽວ​ລະ​ຫວ່າງ ໂກ​ໂຕ​ກັບເກາະ​ເຈີນ… ທ່ານ ຫງວຽນ​ດຶກ​ແທ່ງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ​ໂກ​ໂຕ ໃຫ້​ຮູ້​ວ່າ : 

     “ ໄລ​ຍະ​ທີ່​ຈະ​ມາ​ເຖິງ, ພວກ​ຂ້າ​ພະ​ເຈົ້າຈະ​ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຂອງ​ສັງ​ຄົມເພື່ອ​ສ້າງ​ໂຄງ​ລ່າງ​ເຕັກ​ນິກ​ຢູ່ ເກາະ​ເຈີນ. ສູ້​ຊົນ​ໃຫ້​ເກາະ​ເຈີນ​ກາຍ​ເປັນ​ເຂດ​ພັດ​ທະ​ນາ, ດຶງ​ດູດເຮືອ​ຫາ​ປາຫຼາຍ​ລຳ​ຂອງ​ແຂວງກວາງ​ນິງ ກໍ​ຄື​ແຂວງ​ອື່ນໆ​ເຂົ້າ​ທຽບ​ທ່າ​ຢູ່ ເກາະ​ເຈີນ, ທັງ​ນີ້ ກໍ​ເປັນ​ການ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ປົກ​ປັກ​ຮັກ​ສາ​ເຂດ​ໝູ່​ເກາະ​ທະ​ເລ​ຂອງ​ປະ​ເທດ​ຊາດ ”

    ລະ​ບູ​ບານ​ໃໝ່​ພວມວຽນ​ມາ​ສູ່ ເກາະ​ເຈີນ ອີກ​ວາ​ລະ​ໜຶ່ງ. ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ໃນ​ເກາະ​ພວມ​ມາ​ນະ​ພະ​ຍາຍາມ ກໍ່​ສ້າງເກາະ​ເຈີນໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ ແລະ ໝັ້ນ​ຄົງ​ເຂັ້ມ​ແຂງ

ຕອບກັບ

ຂ່າວ/ບົດ​ອື່ນ