ວັດທະນະທຳເຢຍລະມັນຢູ່ໃຈກາງນະຄອນຮ່າໂນ້ຍ

(vovwold) - ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ “ຊຸມ​ວັນ​ເອີ​ລົບ​ຢູ່​ຫວຽດ​ນາມ”, ຢູ່​ສະ​ຖາ​ບັນ Goethe, ຮ່າ​ໂນ້ຍ, ພວມ​ຈັດ​​ງານ​ວາງສະ​ແດງ “ພາບ​ເລື່ອງ, manga & Co, ວັດ​ທະ​ນະ​ທຳ​ພາບ​​ເລື່ອງເຢຍ​ລະ​ມັນ”. ງານ​ວາງ​ສະ​ແດງ​ດຶງ​ດູດ​ແຂກ​ມາ​ຊົມເປັນ​ຈຳ​ນວນຫຼວງຫຼາຍ.

ວັດທະນະທຳເຢຍລະມັນຢູ່ໃຈກາງນະຄອນຮ່າໂນ້ຍ - ảnh 1

(ພາບ: BTC)

        ງານ​ສະ​ແດງ “​ພາບ​ເລື່ອງ, manga & Co, ວັດ​ທະ​ນະ​ທຳ​​ພາບເລື່ອງ​ເຢຍ​ລະ​ມັນ”, ຜູ້​ຊົມ​ຈະ​ໄດ້​ເຫັນ​​ພາບເລື່ອງ manga 55 ເລື່ອງ ແລະ ພາບນະ​ວະ​ນິ​ຍາຍ​​ຂອງ​ຈິດ​ຕະ​ກອນທີ່​ມີ​ຊື່​ສຽງ​ຂອງ​ເຢຍ​ລະ​ມັນ  13 ຄົນ​. ຈຸດ​ພິ​ເສດ​ແມ່ນ, ຈິດ​ຕະ​ກອນ​ທັງ​ໝົດ​ທີ່​ມີ​​ພາບເລື່ອງ​ວາງ​ສະ​ແດງ​ຢູ່​ທີ່ນີ້ ລ້ວນ​ແຕ່​ບໍ່​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ດ້ານສິ​ລະ​ປະຢ່າງ​ເປັນ​ທາງ​ການ, ເຂົາ​ເຈົ້າ​ພຽງ​ແຕ່​ແມ່ນ​ຈິດ​ຕະ​ກອນ​ສະ​ໝັກຫຼິ້ນ, ແຕ່​ພັດ​ສ້າງ​ເປັນບັນ​ດາ​ພາບ​ເລື່ອງທີ່​​ມີ​ຊີ​ວິດ​ຊີ​ວາ ແລະ ເຕັມ​ໄປ​ດ້ວຍ​ສີ​ສັນຫຼາກຫຼາຍ. ດ​ຣ. Almuth Meyer Zollitsch, ຫົວ​ໜ້າ​ສະ​ຖາ​ບັນ Goethe ຮ່າ​ໂນ້ຍ, ໃຫ້​ຮູ້​ວ່າ:

        “ງານ​ວາງ​ສະ​ແດງນີ້​ແມ່ນ​ໝາກ​ຜົນ ແຫ່ງ​ການ​ວາງ​ແຜນ​ກ່ອນນີ້ 3 ປີ​ຂອງ​ພວກ​ຂ້າ​ພະ​ເຈົ້າ, ດ້ວຍ​ຈຸດ​ໝາຍ​ແນະ​ນຳ​ໃຫ້​ໂລກ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ພາບ​ເລື່ອງ​ຂອງ​ເຢຍ​ລະ​ມັນ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ເຟັ້ນ​​ນັກ​ແຕ້ມພາບເລື່ອງ​ເຢຍ​ລະ​ມັນ 13 ຄົນ ທີ່​ມີ​ວິ​ທີ​ແຕ້ມ ກໍ່​ຄື​ມີ​ຫົວ​ເລື່ອງ​​ແນະນຳທີ່​ແຕກ​ຕ່າງ​ກັນ​”.

        ຈຸດ​ພິ​ເສດ​ຂອງ​ຊຸດ​ພາບເລື່ອງ​​ທີ່​ວາງ​ສະ​ແດງ​ຢູ່​ທີ່ນີ້​ ແມ່ນຜ່ານ​ຕົວ​ລະ​ຄອນ​​ໃນ​ພາບ​ເລື່ອງຜູ້​ຊົມ​ສາມາດ​ເຫັນ​ໄດ້ສິ​ລະ​ປະຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ເຕັມ​ໄປ​ດ້ວຍ​ສີ​ສັນຫຼາກຫຼາຍ. ວິ​ທີ​ແຕ້ມ​ຂອງ​ຈິດ​ຕະ​ກອນ 13 ຄົນກໍ່​ແຕກ​ຕ່າງ​ກັນ ​ນັບ​ທັງ​ດ້ານ​ເຕັກ​ນິກ, ​ເນື້ອ​ໃນ ແລະ ຮູບ​ການ​ພິມ​ຈຳ​ໜ່າຍ. ແຕ່​ເຂົາ​ເຈົ້າ​ພັດ​ມີ​ຈຸດ​ລວມ​ນັ້ນ​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປ່ຽນ​ໃໝ່​ຮູບ​ການ​ສະ​ແດງຈາກ​ການ​ເລົ່າເລື່ອງ​ເປັນ​ຮູບ​ພາບ. ຈິດ​ຕະ​ກອນ ງວຽນ​ແທ່ງ​ຟອງ, ຜູ້​ທີ່​ເຄີຍ​ໄດ້​ຮັບ​ລາງວັນ​ໃຫ​ຍ່​ກ່ຽວ​ກັບ​​ພາບ​ເລື່ອງຢູ່​ງານ​ວາງ​ສະ​ແດງ Espai Cromatic ຢູ່​ແອ​ດ​ສະ​ປາຍ ແລະ Festival ​ພາບ​ເລື່ອງສາ​ກົນ  Bucheon ຢູ່ ສ​ເກົາຫຼີ, ໃຫ້​ຮູ້​ວ່າ:

        “ວິ​ທີ​ແຕ້ມ​ຂອງ​ບັນ​ດາຈິດ​ຕະ​ກອນເຢຍ​ລະ​ມັນ​ ທີ່​ງານ​ວາງ​ສະ​ແດງຄັ້ງນີ້​ແມ່ນມີຫຼາຍ​ຮູບຫຼາຍ​ແບບ, ຫຼາຍ​ຮູບ​ການ. ນອກ​ນັ້ນ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ໃນ​ງານ​ວາງ​ສະ​ແດງນີ້, ບັນ​ດາ​ຈິດ​ຕະ​ກອນ​ເຢຍ​ລະ​ມັນ​ ໄດ້​ນຳ​ໃຊ້​ເຕັກ​ນິກ​ທົ່ວ​ໄປຫຼາຍ​ຢ່າງ ເພື່ອ​ແຕ້ມ​ພາບເລື່ອງ​. ນີ້​ແມ່ນ​ສິ່ງ​ດູດ​ດື່ມ​ທີ່​ສຸດ​ໃນ​ຂະ​ນະ​ທີ່​ພາບ​ເລື່ອງ​ທີ່​ແຕ້ມ​ທາງ​ຄອມ​ພີວ​ເຕີ​ພວມ​ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ປະ​ຈຸ​ບັນ. ວິ​ທີ​ແຕ້ມ​ຂອງ​ຈິດ​ຕະ​ກອນ​ເຢຍ​ລະ​ມັນ ​ກໍ່​ແຕກ​ຕ່າງ​ກັນຫຼາຍ​ ກັບ​ວິ​ທີ​ແຕ້ມ​ຂອງ​ຍີ່​ປຸ່ນ, ຈີນ, ສ​ເກົາຫຼີ.”

        ເມື່ອ​ເຫັນ​ບັນ​ດາ​ພາບເລື່ອງ​​ທີ່​ງານ​ວາງ​ສະ​ແດງ, ຜູ້​ຊົມ​ສາ​ມາດ​ຄົ້ນ​ຫາ​ໂລກ​ທີ່​ມີຫຼາຍ​ຮູບຫຼາຍ​ສີ​ຂອງ​ພາບ​ແຕ້ມ​ເຢຍ​ລະ​ມັນ. ບາງ​ເທື່ອ​ແມ່ນ​ພາບ​ເລື່ອງ​ຕະຫຼົກ, ບາງ​ເທື່ອ​ແມ່ນ​ພາບ​ເລື່ອງ​ເຢາະ​ເຢີ້ຍຜູ້​ທີ່​ມີ​ຊື່​ສຽງ​ໃດ​ໜຶ່ງ, ຫຼື​ພາບ​ເລື່ອງ​ທີ່​ໂສກ​ເສົ້າ​ດ້ວຍ​ການ​ໃຊ້​ສີ​ຂາວ, ດຳ. ງານ​ວາງ​ສະ​ແດງ​ໄດ້​ສ້າງ​ຄວາມ​ເພີດ​ເພີນ, ຄວາມ​ສະ​ບາຍ​ໃຈ  ​ແລະ ຄວາມ​ນຶກ​ຄິດ​ໃຫ້​ແກ່​ຜູ້​ຊົມ. ຈິດ​ຕະ​ກອນ ຫງວຽນ​ງອກກວນ, ແບ່ງ​ປັນ​ວ່າ:

        “ງານ​ວາງ​ສະ​ແດງນີ້ໄດ້ສ້າງ​ຄວາມດູດ​ດື່ມ ເພາະ​ວ່າ​ມັນ​ມີ​ສີ​ສັນ​ສະ​ເພາະ ບໍ່​ຄື​ກັນ​ກັບ​ພາບ​ເລື່ອງ​ຂອງ​ຫວຽດ​ນາມ, ພາບ​ເລື່ອງ​ເຢຍ​ລະ​ມັນ​ມີ​ລັກ​ສະ​ນະ​ປັດ​ສະ​ຍາ ດ້ວຍ​ບັນ​ດາ​ເລື່ອງ​ລາວ​ທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ, ບໍ່​ອະ​ທິ​ບາຍ​ດ້ວຍ​ຮູບ​ພາບຫຼາຍຄື​ພາບ​ເລື່ອງ​ເຄີຍ​ມີ​ຢູ່​ຫວຽດ​ນາມ. ຢາກ​ເຂົ້າ​ໃຈ, ຜູ້​ຊົມ​ຕ້ອງ​ມີ​ການ​ຄົ້ນ​ຄິດ​.”

        ບັນ​ດາ​ພາບ​ແຕ້ມ​ກ່ຽວ​ກັບເລື່ອງລາວ​ທີ່​ມ່ວນໆ ຫຼື​ຫົວ​ເລື່ອງ​ປະ​ຫວັດ​ສາດ, .. ລ້ວນ​ແຕ່​ຖືກແຕ້ມທາງ​ຄອມ​ພີວ​ເຕີ, ຫຼືແຕ້ມ​ໃສ່​ເຈ້ຍ​ດ້ວຍສໍ​ດຳ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ​ຂອງ​ຈິດ​ຕະ​ກອນ​ແຕ່​ລະ​ຄົນ. ຜ່ານ​ບັນ​ດາ​ຫົວ​ເລື່ອງ​ກ່ຽວ​ກັບ​ຊີ​ວິດ​ທີ່​ອຸ​ດົມ​ສົມ​ບູນ, ​ບັນ​ດາ​ບັນ​ຫາ​ທີ່​ພົ້ນ​ເດັ່ນ​ໃນ​ຍຸກ​ປະ​ຈຸ​ບັນ, ບັນ​ດາ​ພາບ​ເລື່ອງ​ຂອງ​ເຂົາ​ເຈົ້າ​ໄດ້​ປະ​ກອບ​ສ່ວນ​ສ້າງ​ຄວາມ​ສົນ​ໃຈ​ໃຫ້​ແກ່ຜູ້​ຊົມ. Line Hoven, ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ຈິດ​ຕະ​ກອນ 13 ຄົນ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ, ໃຫ້​ຮູ້​ວ່າ:

        “ຜ່ານ​ງານ​ວາງ​ສະ​ແດງຄັ້ງນີ້, ພວກ​ຂ້າ​ພະ​ເຈົ້າ​ຢາກ​ແນະ​ນຳ​ລັກ​ສະ​ນະຫຼາຍ​ຮູບຫຼາຍ​ແບບ ແລະ ອຸ​ດົມ​ສົມ​ບຸນ​ ທັງ​ດ້ານ​ເນື້ອ​ໃນ ແລະ ຮູບ​ການຂອງ​ພາບ​ເລື່ອງ​ເຢຍ​ລະ​ມັນ, ນັ້ນ​ກໍ່​ແມ່ນ​ວັດ​ທະ​ນະ​ທຳ​ພາບ​ເລື່ອງ​ຂອງ​ເຢຍ​ລະ​ມັນ.”

        ງານ​ວາງ​ສະ​ແດງ​ພາບ​ເລື່ອງ​ເຢຍ​ລະ​ມັນ ບໍ່​ພຽງ​ແຕ່​ແນະ​ນຳ​ສິ​ລະ​ປະຫຼາຍ​ຮູບຫຼາຍ​ແບບ​ຂອງ​ພາບ​ເລື່ອງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຜູ້​ມີ​ຄວາມ​ນິ​ຍົມ​ກັບ​ພາບ​ເລື່ອງ​ພ້ອມ​ກັນ​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ທີ່​ສະ​ແດງ​ອອກ​ຜ່ານ​ຮູບ​ແຕ້ມ​​ແຕ່ລະ​ແຜ່ນ. ອ້າຍ​ຫງວຽນ​ກວາງ​ຮູຍ, ນັກ​ສຶກ​ສາ​ປີ​ທີ 4 ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ຈິດ​ສິນ ຮ່າ​ໂນ້ຍ, ແບ່ງ​ປັນ​ວ່າ:

        “ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ຂ້າພ​ະ​ເຈົ້າມາງານ​ວາງ​ສະ​ແດງ​ພາບ​ເລື່ອງ​​ເຢຍ​ລະ​ມັນ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​​​ປະ​ທັບ​ໃຈ​ເພາະ​ວ່າ ມີ​ບາງ​ພາບ​ແຕ້ມແມ່ນ​ຕາມທ່າ​ອ່ຽງແຕ້ມພາບ manga ຍີ່​ປຸ່ນ, ແຕ່​ຍັງ​ມີ​ສີ​ສັນ​ສະ​ເພາະ. ລັກ​ສະ​ນະ​ຊາດ​ຖືກ​ສະ​ແດງ​​ອອກຜ່ານ​ສີ​ສັນ ແລະ ການ​ປະ​ດິດ​ຮູບ. ໃນ​ພາບ​ເລື່ອງ​ເຢຍ​ລະ​ມັນ, ສີ​ສັນ​ຊາດ​ຖືກ​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ. ສ່ວນ​ພາບ​ເລື່ອງ​ຂອງ​ຫວຽດ​ນາມ​ພັດ​ສະ​ແດງ​​ສີ​ສັນ​ຊາດບໍ່​ຈະ​ແຈ້ງ

        ທີ່​ງານ​ວາງ​ສະ​ແດງ, ຜູ້​ມາ​​ຢາມ​ບໍ່​ພຽງ​ແຕ່​​ມີ​ໂອ​ກາດໄດ້​​ຊົມ​ບັນ​ດາ​ພາບ​ເລື່ອງ​ທີ່​ພິມ​ເປັນ​ປື້ມ​ຂອງ​ຈິດ​ຕະ​ກອນ 13 ຄົນ ເທົ່າ​ນັ້ນ, ຫາກ​ນີ້​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຜູ້​ນິ​ຍົມ​ສິ​ລະ​ປະ​ຈິດ​ຕະ​ກຳ​ຄົ້ນ​ຫາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ສິ​ລະ​ປະ​ພາບ​ເລື່ອງ ກໍ່​ຄື​ວັດ​ທະ​ນະ​ທຳ​ຂອງ​ເຢຍ​ລະ​ມັນ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ