ວິ​ທະ​ຍຸ - ​ຄວາມ​ສາ​ມັກ​ຄີ​ພາຍ​ໃຕ້​ຄວາມ​ສົນ​ໃຈ​ລວມ

(VOVWORLD) - ເວລາ 17 ໂມງ 30 ນາທີ ໄດ້ກາຍເປັນເວລາທີ່ຄຸ້ນເຄີຍໃນຫລາຍປີຜ່ານມາ ສຳລັບທ່ານ Rudy Hartono, ປະທານສະໂມສອນຜູ້ຟັງວິທະຍຸ Borneo (BLC) ຢູ່ແຂວງ Kalimantan, ອິນໂດເນເຊຍ, ກຳລັງເລືອກຄວາມຖີ່ 12020 kHz  ເພື່ອຮັບຟັງລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ ຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV).

        ມື້ນີ້ ຍັງມີທ່ານ Aris Tiyanto ແລະ ທ່ານນາງ Magdalena Krisnawati ເປັນສະມາຊິກໃນສະໂມສອນພ້ອມກັນຮັງຟັງ. ການພົບປະໃນແຕ່ລະຄັ້ງ, ເຂົາເຈົ້າພັດພ້ອມກັນແລກປ່ຽນກ່ຽວກັບບັນດາຂໍ້ມູນຂ່າວສານຫຼ້າສຸດຈາກ ຫວຽດນາມ ທີ່ໄດ້ຮັບຟັງໃນລາຍການຂ່າວຂອງມື້ວານນີ້.

Rudy: ບັນດາທ່ານໄດ້ຕິດຕາມບໍ່ວ່າ ໃນໄລຍະມໍ່ໆມານີ້ ບັນຫາທີ່ບັນດາສື່ມວນຊົນເຄີຍເວົ້າເຖິງ, ນັບທັງໃນລາຍການຂ່າວຂອງ VOV, ແມ່ນບັນຫາຫຍັງແດ່ ບໍ່?

Aris: ຕາມຂ້າພະເຈົ້າແລ້ວ ແມ່ນບັນຫາກ່ຽວກັບການພົວພັນຕ່າງປະເທດລະຫວ່າງ ອາເມລິກາ ແລະ ຈີນ, ອາເມລິກາ ແລະ ສປປ.ເກົາຫຼີ, ເປັນຕົ້ນແມ່ນກອງປະຂຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຈະຈັດຂຶ້ນຢູ່ ຫວຽດນາມ ບໍ່ເທົ່າໃດ ມື້ອີກ

Lena: ຂ້າພະເຈົ້າເຫັນວ່າບັນຫາ Brexit ກໍ່ໄດ້ເຕື້ອງເຖິງຫຼາຍ.

Rudy: ຖືກແລ້ວ, ບັນດາເນື້ອໃນດັ່ງກ່າວຂ້າພະເຈົ້າກໍ່ສົນໃຈຕິດຕາມເປັນປະຈຳ, ແຕ່ຍັງມີບັນຫາອື່ນອີກທີ່ສົ່ງຜົນສະທ້ອນໂດຍກົງເຖິງພວກເຮົາອີກ, ນັ້ນແມ່ນບັນຫາຂີ້ເຫຍື້ອ, ປລາດຕິກ, ເສດເຫຼືອຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

Aris: ຂ້າພະເຈົ້າກໍ່ໄດ້ຮັບຟັງຂ່າວນີ້, ຂ້າພະເຈົ້າຍັງຈົດຕົວເລກໄວ້ອີກ.

Rudy: ຂ້າພະເຈົ້າໄດ້ຍິນວ່າ ລັດຖະບານບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໄດ້ມີແຜນການເພື່ອຈຳກັດບັນດາໄພພິບັດສິ່ງແວດລ້ອມຈາກຂີ້ເຫຍື້ອ, ປລາດຕິກ,  ເສດເຫຼືອ. ໄທ, ມາເລເຊຍ ກໍ່ບໍ່ໄດ້ນຳເຂົ້າຂີ້ເຫຍື້ອ, ປລາດຕິກ, ເສດເຫຼືອ. ບໍ່ຮູ້ວ່າ, ຫວຽດນາມ ແລະ ບັນດາປະເທດອື່ນໃນພາກພື້ນມີມາດຕະການແກ້ໄຂຄືແນວໃດບໍ່?

Aris: ຂ້າພະເຈົ້າກໍ່ມີຄຳຖາມເຊັ່ນດຽວກັນ, ຂ້າພະເຈົ້າຈະສົ່ງຄຳຖາມເຖິງລາຍການ ຕອບຈົດໝາຍຈາກທ່ານຜູ້ຟັງ ຂອງ VOV5 ເພື່ອໃຫ້ບັນດາບັນນາທິການມີຄຳຕອບ. ຫວັງວ່າພວກເຮົາຈະມີຄຳຕອບໃຫ້ແກ່ບັນຫານີ້ໃນອາທິດຈະມາເຖິງ.

ກ່ວາ 70 ປິຜ່ານມາ, ລາຍການວິທະຍຸພາສາຕ່າງປະເທດ (VOV5) ຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຖືວ່າເປັນໜຶ່ງໃນບັນດາຊ່ອງຂໍ້ມູນຂ່າວສານທີ່ມີປະໂຫຍດ, ສະໜອງເນື້ອໃນຫລາຍຢ່າງທີ່ດຶງດູດໃຈບັນດາທ່ານຜູ້ຟັງຕ່າງປະເທດ. ພິເສດແມ່ນຄໍລຳ “ຕອບຈົດໝາຍທ່ານຜູ້ຟັງ” ໃນທຸກໆອາທິດ ທ່ານຜູ້ຟັງລ້ວນແຕ່ລໍຖ້າຟັງຄໍລຳນີ້ ຍ້ອນວ່າ ເຂົາເຈົ້າດີໃຈຫລາຍທີ່ໄດ້ຟັງບັນດາໂຄສົກອ່ານຈົດໝາຍຂອງຕົນ ແລະ ໄດ້ສົນທະນາ, ແລກປ່ຽນກັບບັນດາທ່ານຜູ້ຟັງທີ່ມີຄວາມສົນໃຈນຳກັນ ໃນບັນດາບັນຫາທີ່ກ່ຽວຂ້ອງເຖິງ ຫວຽດນາມ. ສ່ວນທ່ານຜູ້ຟັງໃດ, ຖ້າຫາກມີຄວາມສົນໃຈຢາກຊອກຮູ້ສິ່ງທີ່ໜ້າສົນໃຈກ່ຽວກັບປະເທດຊາດ, ຊາວ ຫວຽດນາມ, ພວກຂ້າພະເຈົ້າ ຍາມໃດກໍ່ຍິນດີລໍຖ້າຮັບຈົດໝາຍຂອງທ່ານໃນທຸກເວລາ.

ຕອບກັບ

ຂ່າວ/ບົດ​ອື່ນ