ວັນບຸນບໍລິຈາກເລືອດ “ແດດອ່ອນ”

(vovworld) ສະ​ໂມ​ສອນ​ຊາວ​ໜຸ່ມ​ຂົນ​ຂວາຍ​ບໍ​ລິ​ຈາກ​ເລືອດ ຂອງ​ສະ​ຖາ​ບັນໂຄ​ສະ​ນາ​ຂ່າວ​ສານ ແລະ ສື່ມວນ​ຊົນ ແມ່ນ​ສະ​ໂມ​ສອນ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ນັບ​ແຕ່​ປີ 2008 ແລະ ເຄີຍ​ມີ​ຊື່ເອີ້ນ​ວ່າ “ກອງ​ເລືອດ”. ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຂອງ​ສະ​ໂມ​ສອນ ແມ່ນ​ໂຄ​ສະ​ນາ, ຂົນ​ຂວາຍ​ການ​ບໍ​ລິ​ຈາກ​ເລືອດ​ມະ​ນຸດ​ສະ​ທຳ, ຈັດ​ຕັ້ງ​ການ​ບໍ​ລິ​ຈາກ​ເລືອດ. ເຖິງວ່າ, ແມ່ນສະ​ໂມ​ສອນ​​ທີ່​ຫາກໍ່​ສ້າງ​ຕັ້ງກໍ່​ຕາມ ແຕ່​ບັນ​ດາ​ຜົນ​ງານ​ເຊິ່ງ “ກອງ​ເລືອດ” ບັນ​ລຸ​ໄດ້​ໃນ​ການ​ຈັດ​ຕັ້ງ​ວັນ​ບຸນ​ບໍ​ລິ​ຈາກ​ເລືອດ “ແດດ​ອ່ອນ” ໃນ​ມື້​ໜຶ່ງ​ທ້າ​ຍ​ເດືອນ 3 ຢູ່ຮ່າ​ໂນ້ຍ ເຮັດ​ໃຫ້​ມີຫຼາຍ​ຄົນ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ. ເຊີນ​ທ່ານ​ຜູ້​ຟັງພ້ອມ​ກັນ​ເຂົ້າ​ຮ່ວມ​ກາ​ນ​ເຄື່ອນ​ໄຫວ​ຂອງ​ສະ​ໂມ​ສອນນີ້​ຜ່ານ​ບົດ​ສາ​ລະ​ຄະ​ດີ​ຂອງ ຢ້ຽວ​ຮົ່ງ, ນັກ​ຂ່າວ VOV.

ວັນບຸນບໍລິຈາກເລືອດ “ແດດອ່ອນ” - ảnh 1
ການກວດ​ສຸ​ຂະ​ພາບ​ກ່ອ​ນ​ແທງ​ເອົາ​ເລືອດ

-      ການ​ບໍ​ລິ​ຈາກ​ເລືອດ​ເພື່ອກອບກູ້​ເອົາ​ຊີ​ວິດ​ມະ​ນຸດ​ແມ່ນ​ການ​ກະ​ທຳ​ທີ່​ມີ​ຄວາ​ມ​ໝາຍ​, ຖ້າ​ວ່າ​ເທື່ອ​ໜ້າ​ມີ​​ໂອ​ກາດ​ ​ຕົນ​ເອງ​ກໍ່​ຈະ​ໄປ​ບ​ໍ​ລິ​ຈາກເລືອດ​​ຕື່ມອ​ີກ.

-      ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈຫຼາຍ. ບໍ່​ເຂົ້າ​ໃຈ​​ເຫດ​ຜົນແມ່ນ​ແນວ​ໃດ, ແຕ່​​ຮູ້​ສຶກ​ວ່າ​ຕົນ​ເອງກໍ່​​ໄດ້ເຮັດ ສິ່ງ​​ໃດ​ໜຶ່ງ​ມີ​ຄວາມ​ໝາຍ.

        ພາຍຫຼັງ​ການ​ກະ​ກຽມ​ມາ​ເປັນ​ເວ​ລາ 1 ອາ​ທິດ, 8 ໂມງ​ເຊົ້າ​ຂອງມື້​ໜຶ່ງ​ໃນ​ທ້າຍ​ເດືອນ 3, ເຖິງວ່າ​ຝົນ​ກຳ​ລັງ​ຕົ​ກ​ແຮງກໍ່​ຕາມ ແຕ່​ຍັງ​ມີ​ນັກ​ສຶກ​ສາ, ຊາວ​ໜຸ່ມຫຼາຍ​ຄົນ​ພວມ​ເຕົ້​າ​ໂຮມ​ຢູ່​ເດີນ​ໜ້າ​​ຕຶກ​ອາ​ຄານ 6 ຊັ້ນ​ຂອງສະ​ຖາ​ບັນໂຄ​ສະ​ນາ​ຂ່າວ​ສານ ແລະ ສື່ມວນ​ຊົນ. ສະ​ມາ​ຊິກ​ທັງ​ຍິງ​ ແລະ ​ຊາຍ​ຂອງ​ “ກອງ​ເລືອດ” ປະ​ມານ 20 ຄົນ​ນ​ຸ່ງ​ຊຸດ​ເຄື່ອງ​ແບບເສື້ອ​ຢືດ​ສີ​ແດງ​​ເຂົົ້າ​ລຳ​ກ້ອງ​ຢ່າງ​ສຸ​ພາບ, ແຕ່​ລະ​ຄົນ​ຢູ່​ແຕ່​ລະ​ຟ​າ​ກ​ພວມ​ແຈກ​ຢາຍ​ໃບ​ປິວ, ອະ​ທິ​ບາຍ​ບັນ​ດາ​ຄຳ​ຂ້ອງ​ໃຈ​ຂອງ​ພວກ​ເພື່ອນ​ໜຸ່ມ​ທີ່​ຢາກ​ຊອກ​​ຮູ້​ກ່ຽວ​ກັບ​ລາຍ​ການ. ໂຕ​ະ 3 ໜ່ວຍ​ຕັ້ງ​ຢູ່​ປະ​ຕູ​ເຂົ້າ - ອອກ​ຂອງ​ອາ​ຄານ​ແມ່ນບ່ອນ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ການ​ບໍ​ລິ​ຈາກ​ເລືອດ​ມີ​ໄວ​ໜຸ່ມ​ກ່​ວາ 20 ຄົນ​ພວມ​ຢື່ນ​ລຽນ​ແຖວ​​ລໍ​ຖ້າ​​ຮອດ​ຄິວ​ຂອງ​ຕົນ. ນອກ​ຈາກນັ້ນ, ຍັງ​ມີ​​ເພື່ອນ​ໜຸ່ມຫຼາຍ​ທີ່​ສຸດ​ພວມຢື່ນອ່ານ​ໃບ​ປິວ​, ຊອກຮູ້​ຂໍ້​ມູນ​​ກ່​ຽວ​ກັບ​ລາຍ​ການ. ເພື່ອນ ບາກ​ທິ​ທື, ​ຫົວ​ໜ້າຄະ​ນະ​ຈັດ​ຕັ້ງ​ວັນ​ບຸນ​ບໍ​ລິ​ຈາກ​ເລືອດ “ແດດ​ອ່ອນ” ໄດ້​ແບ່ງ​ປັນ​ວ່າ:

        “ບັນ​ດາ​ການ​ບໍ​ລິ​ຈາກ​ເລືອດ​ກ່ອນນີ້​ເຄີຍ​ໄດ້​ຮັບ​ການ​​ກະ​ກຽມກ່ອນ 2 ອາ​ທິດ. ແຕ່​ໃນ​ຄັ້ງ​ນີ້, ຍ້ອນ​ຄ້າງ​ຄາ​ກັບ​ການ​ຮ່ຳຮຽນ, ດັ່ງ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​​ຈຶ່ງກະ​ກຽ​ມ​​ພຽງ​ແຕ່​ອາ​ທິດ​ດຽວເທົ່າ​ນັ້ນ​. ກ່ອນ​ທີ່​ຈັດ​ວັນ​ບຸນ​ໜຶ່​ງ​ອາ​ທິດ, ສະ​ມາ​ຊິກ​ໃນ​ສະ​ໂມ​ສອນ​ໄດ້​ຈັດ​ຕັ້ງ​ການ​ໂຄ​ສະ​ນາ​​ຢູ່ຫ້ອງ​ຮຽນ​ໃນ​ເວ​ລາ​ຜັກ​ຜ່ອນ ແລະ ໂຄ​ສະ​ນາ​ໝົດ​ມື້​ດ້ວຍ​ການ​ແຈກ​ຢາຍ​ໃບ​ປິວ ແລະ ໂຄ​ສະ​ນາ​ດ້ວຍປາກ, ອະ​ທິ​ບາຍ​​ບັນ​ດາຄຳ​ຖາມ. ນອກ​ນັ້ນ, ຍັງ​ໄດ້​ໄປ​ໂຄ​ສະ​ນາ​ຢູ່​ ໂຮງ​ຮຽນອ້ອມ​ຂ້າງ ແລະ ຢູ່​ໜ້າ​ປະ​ຕູ​ໂຂງ​ໂຮງ​ຮຽນອີກດ​້ວຍ.”

ວັນບຸນບໍລິຈາກເລືອດ “ແດດອ່ອນ” - ảnh 2
ການ​ແທງ​ເອົາ​ເລືອດ

        ​ໃນເວ​ລາ 8 ໂມງ 15 ນາ​ທີ, ບັນ​ດາ​ຜູ້​ໄດ້​ຈົດ​ທະ​ບຽບ​ບໍ​ລິ​ຈາກ​ເລືອ​ດ​ທຳ​ອິດ​ໄດ້​​ນຳ​ຕົວ​ເຂົ້າ​ຫ້ອ​ງ​ຮຽນ, ເຊິ່ງ​​ແມ່​ນ​ບ່ອນ​ກວດ​ສຸ​ຂະ​ພາບ​ກ່ອນ​ທີ່​ເອົາ​ເລືອດ. ພາ​ລະ​ກອນ​ການ​ແພດ​ປະ​ມານ 10 ຄົນຂອງ​ສະ​ຖາ​ບັນ​ເລືອດ​ສາດ ແລະ ສົ່​ງ​ເລືອດ​ສູນ​ກາງ, ນຸ່ງ​ຊຸດ​ເຄື່ອງ​ແບບທ່ານ​ໝໍ​ສີ​ຂາວ​ພວມ​ລໍ​ຖ້າ​ກວດ​ສຸ​ຂະ​ພາບຂອງ​ໄວ​ໜຸ່ມ​ກ່ອນ​ທີ່​ບໍ​ລິ​ຈາກ​ເລືອດ. ນາງ ຫາຍ​ຮ່າ, ເຊິ່ງ​ແມ່ນ​ນັກ​ສຶກ​ສາ​ປີ​ທີ 2, ສະ​ຖາ​ບັນໂຄ​ສະ​ນາ​ຂ່າວ​ສານ ແລະ ສື່ມວນ​ຊົນ ພວມ​ຢ້ານ​ກົວ​ຍ້ອນນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ລາວ​ເຂົ້າ​ຮ່ວມ​ການ​ບໍ​ລິ​ຈາກ​ເລືອດ. ນາງ ຮ່າ ນັ່ງ​ກົງ​ກັນ​ຂ້າມ​ກັບ​ພາ​ລະ​ກອນ​ການ​ແພດ​ຊາຍ​ຜູ້​ໜຶ່ງ ​ທີ່​ມີ​ໃບ​ໜ້າຍິ້ມ​ແຍ້ມ​ແຈ່ມ​ໃສ ແລະ ​ຖາມ​ລ​າວຫຼາຍ​ຄຳ​ຖາມ​ກ່ຽວ​ກັບ​ສຸ​ຂະ​ພາບ. ທັງ​ຖາມ, ​ທັງ​ກວດຄວາມ​ດັນ​ເລືອດ ແລະ ຊັ່ງ​ນ້ຳ​ໜັກ​ໄປ​ພ້ອມ… ພາຍຫຼັງ​ໄດ້​ກວດ​ສຸ​ຂະ​ພາບ​​ເປັນ​ທີ່ຮຽບ​ຮ້ອຍ​ແລ້​ວ, ນາງ ຮ່າ​ ​ຖືກ​ພາ​ໄປ​ຫ້ອງ​ທາງຂ້າງ. ລາວ​ນັ່ງ​ລົງ ແລະ ດັ້ນ​ແຂນ​ເສື້ອ​ຂຶ້ນ. ທ່ານ​ໝໍ​ເລີ່ມ​ແທງ​ເອົາ​ເລືອດ​. ໃນ​ເວ​ລາ​​ທີ່​ກຳ​ລັງ​ບໍ​ລິ​ຈາກ​ເລືອ​ດຍາມ​ໃດ​ກໍ່​ມີ​ສະ​ມາ​ຊິກ​ໃນ​ “ກອງ​ເລືອດ” ມານັ່ງ​​ຄຽງ​ຂ້າງ, ໂອ້​ລົມ​ຖາມນັ້ນ​ຖາມນີ້ເພື່ອ​ຫລຸດ​ຜ່ອນ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ. ພາຍຫຼັງ​ເວ​ລາ 4 – 5 ນາ​ທີ, ນາງ​ຮ່າ ​ຖືກໂຊມ​ແຂນໄປ​ຫ້ອງ​ຂ້າງ​ເພື່ອ​ຟື້ນ​ຟູ​ສຸ​ຂະ​ພາບ, ຢູ່​ທີ່ນີ້, ມີ​​ອາ​ຫານ​ເບົາ, ເຄື່ອງ​ດື່ມ. ນາງ​ຮ່າ ຕົກ​ສະ​ເງີ້​ຍ້ອນ​ວິ​ວັດ​ການ​ບໍ​ລິ​ຈາກ​ເລືອດບໍ່​ຫຍຸ້ງ​ຍາກ​ຄື​​ດັ່ງ​ທີ່​ລາວ​ຄິດ​:

        “ຂ້າ​ພະ​ເຈົ້າ​ໄດ້​ບໍ​ລິ​ຈາກ​ເລືອດ​ໃນ​ຄັ້ງ​ນີ້​ຍ້ອນ​ໄດ້​ຮັບ​ການ​ຂົນ​ຂວາຍ​ຈາກ​ທາງ​ໂຮງ​ຮຽນ, ສ່ວນ​ໜຶ່ງ​ແມ່​ນ​ຍ້ອນ​ວ່າເລືອດ​ຂອງ​ຕົນ​ແມ່ນນອນ​ໃນ​ກຸ​່ມ A, ເຊິ່ງ​ແມ່ນ ກຸ່ມເລືອດ​ຫາ​ຍາກ. ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ບໍ​ລິ​ຈາກ​ເລືອດ​ເພື່​ອ​ກອບກູ້​ເອ​ົ​າ​ຊີ​ວິດ​ຄົນ​​ເຈັບ, ​ທີ່​ພວ​ມ​ຕ້ອງ​ການ​ເລືອດ.”

        ໃນ​ບັ້ນ​ຂົນ​ຂວາຍ​ບໍ​ລິ​ຈາກ​ເລືອດ​ທົ່ວ​ໂຮງ​ຮຽນ​ສົກ​ຮຽນ 2013 – 2014 ໄດ້​ຮັບ​ເລືອດ 364 ຖົງ ແລະ ​ສົກ​ຮຽນ 2014 – 2015 ​ແມ່ນໄດ້​ຮັບ​ເລືອດ 396 ຖົງ. ມາ​ຮອດ​ປະ​ຈຸ​ບັນ, ວັນ​ບຸນນີ້ບໍ່​ພຽງ​ແຕ່​ຂົນ​ຂວາຍ​ນັກ​ສຶກ​ສາ​ໃນ​ທົ່ວ​ໂຮງ​ຮຽນ​ເຂົ້າ​ຮ່ວມ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສະ​ຖານ​ທີ່​ຂອງ​ບັນ​ດາ​ຜູ້​ຢາກ​ບໍ​ລິ​ຈາກ​ເລືອດ​ໃນ​ທົ່ວ​ນະ​ຄອນ​ຫຼວງ ຮ່າ​ໂນ້ຍ ເຂົ້າ​ຮ່ວມ​ອີກ​ດ້ວຍ. ໂດຍ​​ເສີ​ມ​ຂະ​ຫຍາຍ​ບັນ​ດາ​ຜົນ​ງານ​ດັ່ງ​ກ່າວ, “ກອງ​ເລືອດ” ສືບ​ຕໍ່​ຈັດ​ຕັ້ງ​ວັນ​ບຸນ​ບໍ​ລິ​ຈາກ​ເລືອດ​ “ແດ​ດ​ອ່ອນ” ປີ 2016 – 2017 ເພື່ອ​ຕອບ​ສະ​ໜອງ “ວັນ​ທົ່ວ​ປວງ​ຊົນ​ບໍ​ລິ​ຈາກ​ເລືອດ” (7/4).


ຕອບກັບ

ຂ່າວ/ບົດ​ອື່ນ