ວັນບຸນສິລະປະຕາມທ້ອງຖະໜົນຮ່າໂນ້ຍ


   ປີ​ລະ​ຄັ້ງ​ໜຶ່ງ, ງານມະ​ໂຫລານ​ສິລະ​ປະ​ຕາມທ້ອງ​ຖະໜົນ ​ໂດຍ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນນະຄອນ​ຮ່າ​ໂນ້ຍຈັດ​ຂຶ້ນ ນຳ​ມາ​ເຊິ່ງຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນ​ໃຫ້​ແກ່​ບັນດາ​ເພື່ອນ​ໜຸ່ມ​ນະຄອນຫຼວງ. ດ້ວຍ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ສີ​ຈາກ​ສິລະ​ປະ​ພື້ນ​ເມືອງ​ຕະຫຼອດ​ຮອດ​ທັນ​ສະ​ໄໝ, ງານມະ​ໂຫລານ​ສິລະ​ປະ​ຕາມທ້ອງ​ຖະໜົນຮ່າ​ໂນ້ຍປີ 2014 ​ໄດ້​ສ້າງ​ໃຫ້​ມີ​ບັນຍາກາດ​ແຂ່ງຂັນ​ທີ່​ຟົດ​ຟື້ນ, ຫຼາຍ​ຮູບ​ຫຼາຍ​ສີ.

ວັນບຸນສິລະປະຕາມທ້ອງຖະໜົນຮ່າໂນ້ຍ - ảnh 1
ລາຍການສະແດງສິລະປະໃນຂອບເຂດງານມະ​ໂຫລານ​ສິລະ​ປະ​ຕາມທ້ອງ​ຖະໜົນຮ່າ​ໂນ້ຍຄັ້ງ​ທີ 2

   ພາຍຫຼັງ​ຜົນສຳ​ເລັດ​ຂອງ ງານມະ​ໂຫລານ​ສິລະ​ປະ​ຕາມທ້ອງ​ຖະໜົນ​ຮ່າ​ໂນ້ຍຄັ້ງ​ທີ 1 ​ໃນ​ເດືອນ 9/2013, ງານມະ​ໂຫລານ​ສິລະ​ປະ​ຕາມທ້ອງ​ຖະໜົນຮ່າ​ໂນ້ຍຄັ້ງ​ທີ 2 ​ຊຶ່ງໄດ້​ຖືກ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ 3 ຜ່ານ​ມານັ້ນ ​ແມ່ນ​ນອນ​ໃນ​ການ​ເຄື່ອນ​ໄຫວ​ຕອບ​ສະໜອງ​ຂະ​ບວນການ “ ຂ້ອຍ​ຮັກ​ຮ່າ​ໂນ້ຍ” ​ແລະ “ປີ​ຊາວ​ໜຸ່ມອາສາ​ສະໝັກ ປີ 2014”. ​ໂດຍ​ມີ​ຄວາມ​ແຕກ​ຕ່າງ​ກັບ​ຄັ້ງ​ກ່ອນໆຄື​ຖືກ​ຈັດ​ຂຶ້ນ​ຢູ່​ສະຖານ​ທີ່​ແຫ່ງ​ດຽວ​ເທົ່າ​ນັ້ນ, ງານມະ​ໂຫລານ​ສິລະ​ປະ​ຕາມທ້ອງ​ຖະໜົນຄັ້ງ​ນີ້ຖືກ​ຈັດ​ຂຶ້ນ​ຢູ່ 4 ​ແຫ່ງ​ໃນ​ນະຄອນ ​ແລະ ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິລະ​ປີນ​ສະ​ແດງ​ຕາມ​ທ້ອງ​ຖະໜົນ 500 ກ່ວາ​ຄົນ ​ພ້ອມ​ກັບ​ຊາວ​ໜຸ່ມ​ນະຄອນຫຼວງ ​ເກືອ​ບ 3000 ຄົນ. ປີ​ນີ້​ນອກຈາກ​ມີ​ການ​ແຂ່ງຂັນ​ແລ່ນ Patin ສິລະ​ປະ​, ຫຼິ້ນບານສິລະປະແລ້ວ, ກໍຍັງຈັດໃຫ້ມີການ ປະກວດ ແຕ້ມພາບ Graffity ອີກ​ດ້ວຍ  .

    ​ເພື່ອນ ຫງວຽນ​ຫວຽດຮ່ວາງ ຊຶ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ເພື່ອນ​ໜຸ່ມ​ເຂົ້າ​ຮ່ວມ​ການ​ປະ​ກວດ​ຂອງ​ບັນດາ​ຄະ​ນະດົນຕີທີ່ງານມະ​ໂຫລານ​ສິລະ​ປະ​ຕາມທ້ອງ​ຖະໜົນປີ​ນີ້ ​ເປີດ​ເຜີຍ​ວ່າ ​:

     “ນ້ອງ​ຢາກທົດ​ລອງ​ຄວາມ​ເຊື້ອ​ໝັ້ນ​ຕົນ​ເອງ​ເມື່ອ​ຢືນ​ຕໍ່ໜ້າຫຼາຍ​ຄົນ. ນິ້ກໍ​ແມ່ນ​ພຶດຕິ​ກຳ​ຕົວ​ຈິງ​ໃນ​ການ​ດຳລົງ​ຊີວິດ. ​ເປັນ​ການສະ​ແດງ​ໃຫ້​ເຫັນ​ຄວາມ​ເມົາ​ມົວ ບໍ່​ພຽງ​ແຕ່​ຢູ່​ຕາມ​ທ້ອງ​ຖະໜົນ, ຢູ່​ເຮືອນ ​ແລະ ການ​ເຄື່ອນ​ໄຫວສັງຄົມ​ເທົ່າ​ນັ້ນ, ຫາກ​ຢູ່​ບໍ່​ວ່າ​ແຫ່ງ​ໃດ, ພວກ​ເຮົາ​ກໍ​ລ້ວນ​ແຕ່​ສາມາດ​ເຮັດ​ໄດ້ ”

ວັນບຸນສິລະປະຕາມທ້ອງຖະໜົນຮ່າໂນ້ຍ - ảnh 2
ການສະແດງຂຽນຕົວໜັງສື

   ​ໃນງານມະ​ໂຫລານ​ສິລະ​ປະ​ຕາມທ້ອງ​ຖະໜົນ​ຄັ້ງ​ນີ້, ມີ​ການ​ເຄື່ອນ​ໄຫວສະ​ແດງ​ສິລະ​ປະ​ຕ່າງໆຄື : ຂຽນ​ຕົວ​ໜັງສື, ປັ້ນ​ຮູບ, ພັບ​ເຈັ້ຍ​ສິລະ​ປະ, ​ເຮັດ​ເຈັ້ຍ​ສາ, ​​ເຮັດ​ພາບ ດົງ​ໂຮ່...ຢູ່​ທີ່​ນີ້, ພວກ​ເພື່ອນ​ໜຸ່ມ​ຍັງ​ໄດ້​ທົດ​ລອງ​ເຮັດ​ອາຊີບ​ຫັດຖະກຳ​ຈັກສານ, ​ເຮັດ​ເຄື່ອງ​ປັ້ນດິນ​ເຜົາ ​ໂດຍ​ມີ​ການ​ແນະນຳ​ຈາກ​ບັນດາ​ນັກ​ສິລະ​ປະການ​ໃນ​ໝູ່​ບ້ານ​ອາຊີບ​ຫັດຖະກຳ. ປ້າ ຫງວຽນ​ທິຮ່າ ອະດີດ​ເປັນ​ເອື້ອຍ​ຄູ ຢູ່​ຖະໜົນ ​ເຈີ​ນ​ເຍີນຕົງ​, ຮ່າ​ໂນ້ຍ ​ເປີດ​ເຜີຍ​ວ່າ :

   “ ຂ້າພະ​ເຈົ້າ​ມີ​ຄວາມ​ຕົກສະ​ເງີ້​ເມື່ອ​ໄດ້​ຮັບ​ຊົມ​ບັນດາ​ລາຍການ​ສິລະ​ປະ​ວັນນະຄະດີ​ຂອງ​ພວກ​ເພື່ອນ​ໜຸ່ມ, ​ພວກ​ເຂົາ​ແມ່ນ​ບັນດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ ​ແລະ ມີ​ຄວາມ​ຄ່ອງ​ແຄ້ວ. ຜ່ານງານມະ​ໂຫລານ​ສິລະ​ປະ​ຕາມທ້ອງ​ຖະໜົນຄັ້ງ​ນີ້, ຂ້າພະ​ເຈົາມີ​ຄວາມ​ເຂົ້າ​ໃຈ​ຕື່ມກ່ຽວ​ກັບ​ໄວ​ໜຸ່ມ​ປະຈຸ​ບັນ. ຂ້າພະ​ເຈົ້າ​ຄິດ​ວ່າ ຄວນ​ຈັດ​ຕັ້ງ​ການ​ເຄຶ່ອນ​ໄຫວ​ເຊັ່ນ​ນີ້​ໃຫ້​ຫຼາຍ​ຂຶ້ນ ” 

ຕອບກັບ

ຂ່າວ/ບົດ​ອື່ນ