ວັນບຸນໄຫວ້ພະຈັນຢູ່ຫໍພິພິຕະພັນຊົນເຜົ່າວິທະຍາຫວຽດນາມ

(VOVWORLD) -ການຈັດຕັ້ງວັນບຸນໄຫວ້ພະຈັນ (ບຸນວັນເພັງເດືອນ 8) ຢູ່ຫໍພິພິຕະພັນຊົນເຜົ່າວິທະຍາແມ່ນສະຖານທີ່ດຶງດູດຂອງຫຼາຍຄອບຄົວ ແລະ ເດັກນ້ອຍຢູ່ນະຄອນຫຼວງຮ່າໂນ້ຍ.
ວັນບຸນໄຫວ້ພະຈັນຢູ່ຫໍພິພິຕະພັນຊົນເຜົ່າວິທະຍາຫວຽດນາມ - ảnh 1 (ພວກນ້ອງນ້ອຍໄດ້ລະຫຼິ້ນຢ່າງເບີກບານມ່ວນຊື່ນ)

ນີ້ບໍ່ພຽງແຕ່ແມ່ນແຫ່ງລະຫຼິ້ນເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ບັນດາຄອບຄົວໄດ້ສຶກສາລູກເຕົ້າ, ເດັກນ້ອຍ ແລະ ພ້ອມກັນຊອກຮູ້ບັນດາຈຸດ ວັດທະນະທຳທີ່ເປັນມູນເຊື້ອຂອງຊາດອີກດ້ວຍ.

        ວັນບຸນໄຫວ້ພະຈັນຢູ່ຫວຽດນາມ ແມ່ນກົງກັບວັນທີ 15 ເດືອນ 8 ໄລ່ຕາມຈັນທະປະຕິທິນໃນແຕ່ລະປີ. ນີ້ແມ່ນໜຶ່ງໃນບັນດາງານບຸນທີ່ເປັນມູນເຊື້ອຂອງຫວຽດນາມ, ແມ່ນວັນບຸນທີ່ຈັດ ໃຫ້ ພວກນ້ອງນ້ອຍໂດຍສະເພາະ, ນອກນັ້ນຍັງໄດ້ເອີ້ນວ່າແມ່ນວັນບຸນຊົມດວງຈັນ, ບຸນແຫ່ງການເຕົ້າໂຮມ ຫຼື ບຸນລອຍກະໂທງ. ພາເຂົ້າໄຫວ້ພະຈັນໄດ້ຮັບການຕົບແຕ່ງ, ປະດັບປະດາຢ່າງງາມຕາ, ດ້ວຍໝາກໄມ້ຫຼາຍຊະນິດ, ເຂົ້າໜົມປີ້ງ, ເຂົ້າໜົມໜຽວ, ໂຄມໄຟຮູບດວງດາວ, ໂຄມໄຟຮູບໂຕກະຕ່າຍ, ໂຄມໄຟຮູບທະຫານ… ຕອນຄ່ຳວັນເພງເດືອນ 8, ເມື່ອດວງຈັນຂຶ້ນສູງ ກໍ່ແມ່ນຈຸດເວລາທີ່ທຸກຄົນ ພ້ອມກັນຮັບປະທານເຂົ້າໜົມ, ໄມ້ໝາກທີ່ເອົາມາໄຫ້ວພະຈັນ, ພວກນ້ອງນ້ອຍໄດ້ລະຫຼິ້ນຢ່າງເບີກບານມ່ວນຊື່ນ.

        ປີ 2020 ນີ້, ໃນສະພາບຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19, ຫໍພິພິຕະພັນຊົນເຜົ່າວິທະຍາຫວຽດນາມ ໄດ້ປ່ຽນແປງໃໝ່ວິທີຈັດຕັ້ງ, ຈຳກັດ, ຫຼຸດຜ່ອນຈຳນວນການເຄື່ອນໄຫວລາຍການສະແດງລົງ, ແຕ່ກໍ່ຍັງຮັກສາໄດ້ຈຸດທີ່ເປັນເອກະລັກສະເພາະ ແລະ ມີຄວາມ ດຶງດູດ. ພິເສດ, ປີນີ້ລາຍການໄດ້ມຸ່ງໄປເຖິງການແນະນຳບັນດາເນື້ອໃນທີ່ກ່ຽວຂ້ອງເຖິງວັນບຸນໄຫວ້ພະຈັນ ຜ່ານສ່ືສັງຄົມອອນລາຍຕ່າງໆ, ຈາກນັ້ນຊ່ວຍໃຫ້ມວນຊົນທີ່ຢູ່ເຂດຫ່າງໄກ ບໍ່ມີໂອກາດມາສະຖານທີ່ແຫ່ງນີ້ກໍ່ສາມາດສຳຜັດໄດ້, ຊອກຮູ້ກ່ຽວກັບເຄື່ອງລະຫຼິ້ນ, ການລະຫຼິ້ນໃນໂອກາດວັນບຸນໄຫວ້ພະຈັນ. ເອື້ອຍ ອານທູຈ່າ, ຮອງຫົວໜ້າຫ້ອງວາງສະແດງສື່ມວນຊົນ ແລະ ປະຊາສຳພັນ, ຫໍພິພິຕະພັນຊົນເຜົ່າວິທະຍາຫວຽດນາມ, ໃຫ້ຮູ້ວ່າ.

        “ປີນີ້, ພວກຂ້າພະເຈົ້າໄດ້ເຊີດຊູນັກສິລະປະກອນພື້ນເມືອງ, ໂດຍຕັ້ງຊື່ຫົວຂໍ້ແມ່ນ ບັນດາຜູ້ຮັກສາສືບທອດບຸນໄຫວ້ພະຈັນ. ນີ້ແມ່ນບັນດານັກສິລະປະກອນ ທີ່ໄດ້ເຮັດວຽກ, ຜູກພັນກັບຫໍພິພິຕະພັນມາເປັນເວລາຫຼາຍປີ. ພວກຂ້າພະເຈົ້າໄດ້ເພີ່ມທະວີບົດບາດຂອງປູ່ ຍ່າຕາຍາຍ, ຜູ້ເປັນພໍ່, ເປັນແມ່, ແຂກທີ່ມາເຂົ້າຮ່ວມ. ເຂົາເຈົ້າໄດ້ແນະນຳໃຫ້ລູກຫຼານຂອງຕົນກ່ຽວກັບວິທີລະຫຼິ້ນດ້ວຍຕົນເອງ, ຜ່ານນັ້ນໄດ້ຮັດແໜ້ນນ້ຳໃຈຄວາມຜູກພັນພາຍໃນຄອບຄົວຂຶ້ນຕື່ມ. ເຂົາເຈົ້າຍັງໄດ້ເຊີດສິງໂຕ, ຕີກອງ ເຂົ້າຮ່ວມການແຫ່ເຊີດສິງໂຕດ້ວຍຕົນເອງນຳອີກ.”

ໃນໂອກາດວັນບຸນໄຫວ້ພະຈັນ, ບັນຍາກາດຢູ່ຫໍພິພິຕະພັນຊົນເຜົ່າວິທະຍາ ແມ່ນຄຶກຄື້ນ ມ່ວນຊື່ນຫຼາຍ ແລະ ເຕັມໄປດ້ວຍສຽງຫົວທີ່ໄຮ້ດຽງສາຂອງພວກນ້ອງນ້ອຍເຍົາວະຊົນ, ອະນຸຊົນ, ພ້ອມກັບສຽງຕີກອງ, ເຊີດສິງໂຕດັງອຶກກະທຶກຄຶກໂຄມ. ເຂົ້າຮ່ວມວັນບຸນໄຫວ້ພະຈັນຢູ່ຫໍພິພິຕະພັນຊົນເຜົ່າວິທະຍາ, ພວກນ້ອງນ້ອຍຍັງໄດ້ເຂົ້າຮ່ວມບັນດາການລະຫຼິ້ນພື້ນເມືອງອີກເຊັ່ນ: ເຕັ້ນເຊືອກ, ດຶງເຊືອກ, ຂີ່ໄມ້ໂຢກເຢກ, ຮັບຊົມການເຊີດ ສິງໂຕ… ນ້ອງ ຮ່ວາງຄາງມິງ, ອາຍຸ 11 ປີ, ເລົ່າສູ່ຟັງວ່າ.

        “ນີ້ແມ່ນຄັ້ງທີ 4 ແລ້ວທີ່ຫຼານໄດ້ມາຕ້ອນຮັບວັນບຸນໄຫວ້ພະຈັນຢູ່ຫໍພິພິຕະພັນຊົນເຜົ່າວິທະຍາ. ຫຼານມັກ ການລະຫຼິ້ນພື້ນເມືອງຫຼາຍ, ພິເສດແມ່ນໜ້າກາກ, ໂຄມໄຟຮູບດວງດາວ. ບັນດາການລະຫຼິ້ນຢູ່ທີ່ນີ້ແມ່ນອຸດົມສົມບູນ ແລະ ເປັນປະໂຫຍດຫຼາຍ. ຜ່ານນີ້, ຫຼານໄດ້ມີຄວາມຮູ້ຕື່ມອີກກ່ຽວກັບວັດທະນະທຳພື້ນເມືອງຂອງຫວຽດນາມ, ມູນເຊື້ອມັກຮັກການຮ່ຳຮຽນຄື ປະລິນຍາເອກທີ່ເຮັດດ້ວຍເຈ້ຍ, ປັ້ນຕໍ່ແຮ.”

ວັນບຸນໄຫວ້ພະຈັນຢູ່ຫໍພິພິຕະພັນຊົນເຜົ່າວິທະຍາຫວຽດນາມ - ảnh 2 (ພວກນ້ອງນ້ອຍ ໄດ້ຮັບການແນະນຳຈາກບັນດານັກສິລະປະກອນພື້ນເມືອງ)

        ພິເສດ, ແຂກມາແຫ່ງນີ້, ໂດຍສະເພາະແມ່ນພວກນ້ອງນ້ອຍ ໄດ້ຮັບການແນະນຳຈາກບັນດານັກສິລະປະກອນພື້ນເມືອງທີ່ເຮັດບັນດາເຄື່ອງຫຼີ້ນກ່ຽວຂ້ອງເຖິງວັນບຸນໄຫວ້ພະຈັນຄື: ປັ້ນຕໍ່ແຮ, ເຮັດເຂົ້າໜົມໜຽວ, ເຂົ້າໜົມປີ້ງ, ເຮັດດອກໄມ້ເຈ້ຍ, ຮຽນວິທີຈັດພາເຂົ້າໄຫວ້ພະຈັນ, ຮັບຟັງການເລົ່າເລື່ອງກ່ຽວກັບວັນບຸນໄຫວ້ພະຈັນ… ຜ່ານນັ້ນໄດ້ເປັນການສຶກສາໃຫ້ລຸ້ນໜຸ່ມມີຄວາມເຄົາລົບ ແລະ ຮັກສາບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອໄວ້. ນັກສິລະປະກອນ ພື້ນເມືອງ ຫງວຽນທິຕວ໊ຽນ, ຢູ່ຕາແສງ ເວິນແກງ, ເມືອງ ຮ່ວາຍດຶກ, ຮ່າໂນ້ຍ, ໃຫ້ຮູ້ວ່າ.

        “ຄ່ຳຄືນວັນບຸນໄຫວ້ພະຈັນ, ໃນພາເຂົ້າໄຫວ້ພະຈັນແມ່ນຕ້ອງມີຮູບປະລິນຍາເອກທີ່ເຮັດດ້ວຍເຈ້ຍ. ນອກນັ້ນ, ຍັງມີໂຄມໄຟບາງຊະນິດຄື: ໂຄມໄຟຮູບດວງດາວ, ໂຄມໄຟຮູບໂຕກະຕ່າຍ, ໂຄມໄຟຮູບທະຫານ, ໂຄມໄຟໝູນ… ປະລິນຍາເອກທີ່ເຮັດດ້ວຍເຈ້ຍໄດ້ຕັ້ງໄວ້ຢູ່ຖ້ານສູງ, ຕໍ່ໜ້າພາໝາກໄມ້ ແລະ ມີ 2 ຄົນຟ້ອນໄມ້ຄ້ອນເທົ້າຢູ່ທັງ 2 ເບື້ອງຕື່ມອີກ. ຜ່ານນີ້, ບັນດາຜູ້ເປັນພໍ່ເປັນແມ່ໄດ້ພາວະນາຂໍໃຫ້ລູກໆຂອງຕົນ ຮຽນເກັ່ງເສັງໄດ້, ເປັນເດັກຮູ້ຄວາມ, ປະສົບຜົນສຳເລັດໃນອະນາຄົດ”.

        ວັນບຸນໄຫວ້ພະຈັນແມ່ນສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາດຫວຽດນາມ, ສະແດງໃຫ້ເຫັນລັກສະນະມະນຸດສະທຳ ແລະ ໄດ້ຊຶມເລິກເຂົ້າໃນຈິດໃຈຂອງພວກນ້ອງນ້ອຍຫວຽດນາມ. ພວກນ້ອງນ້ອຍຫວຽດນາມ ພາກັນຄອງຄອຍຖ້າຕ້ອນຮັບວັນບຸນນີ້ທີ່ສຸດ ຍ້ອນວ່າຈະໄດ້ຮັບຂອງຂວັນທີ່ເປັນເຄື່ອງຫຼີ້ນຈາກຜູ້ໃຫຍ່ ແລະ ໄດ້ກິນເຂົ້າໜົມ, ໝາກໄມ້, ຮັບຊົມການເຊີດສິງໂຕ, ໄດ້ຫຼິ້ນບັນດາການລະຫຼິ້ນພື້ນເມືອງປະເພດຕ່າງໆ. ແຕ່ດົນນານມາແລ້ວ, ວັນບຸນໄຫວ້ພະຈັນຢູ່ຫໍພິພິຕະພັນຊົນເຜົ່າວິທະຍາຫວຽດນາມ ໄດ້ກາຍເປັນສະຖານທີ່ລະຫຼິ້ນທີ່ມີປະໂຫຍດ, ສົ່ງເສີມໃຫ້ວົງຄະນະຍາດມີສະຕິອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ