ວັນຢູງ - ນັກປະພັນດົນຕີ ທີ່ມີຄວາມສະໜິດຕິດພັນກັບວິທະຍຸກະຈາຍສຽງ ຫວຽດນາມ

(VOVWORLD) - 72 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຕິດພັນກັບຊື່ສຽງຮຽງນາມຂອງບັນດານັກຂ່າວ, ນັກບັນນາທິການ, ນັກປະພັນດົນຕີ, ນັກສິລະປະ, ນັກເຕັກນິກລຸ້ນຕ່າງໆ. ໃນນັ້ນ ມີນັກປະພັນດົນຕີ ວັນຢູງ ມີບັນດາບົດປະພັນດົນຕີ ໄດ້ກ້າວເຂົ້າສູ່ຊີວິດສັງຄົມ, ປະກອບສ່ວນໃຫ້ແກ່ພື້ນຖານດົນຕີທັນສະໄໝ ຫວຽດນາມ. ນັກຂ່າວ ງອກງ່າ ມີບົດຂຽນ “ວັນຢູງ - ນັກປະພັນດົນຕີ ມີຄວາມສະໜິດຕິດພັນກັບວິທະຍຸກະຈາຍສຽງ ຫວຽດນາມ”
ວັນຢູງ - ນັກປະພັນດົນຕີ ທີ່ມີຄວາມສະໜິດຕິດພັນກັບວິທະຍຸກະຈາຍສຽງ ຫວຽດນາມ - ảnh 1ນັກປະພັນດົນຕີ ວັນຢູງ 

ນັກປະພັນດົນຕີ ວັນຢູງ ໄດ້ຕິດພັນກັບດົນຕີປຽບເໝືອນຄືເປັນບຸນວາດສະໜາ. ທ່ານໄດ້ຮຽນຈົບຈາກໂຮງຮຽນຂ່າວສານ, ໄດ້ເຂົ້າເຮັດວຽກຢູ່ພະແນກລາຍການອຸດສາຫະກຳ, ວິທະຍຸກະຈາຍສຽງ ຫວຽດນາມ. ແຕ່ຫຼັງຈາກນັ້ນ, ທ່ານພັດໄດ້ເປັນບັນນາທິການດ້ານດົນຕີ ຕາມຄວາມຮຽກຮ້ອງຂອງນັກປະພັນດົນຕີ ເກີ່ມຟອງ. ດັ່ງນັ້ນ, ວັນຢູງ ຈຶ່ງໄດ້ຮ່ຳຮຽນຢ່າງບໍ່ຢຸດຢັ້ງ, ຝຶກຝົນຫລໍ່ຫຼອມຄວາມຮູ້ດ້ານດົນຕີຈາກບັນດາເພື່ອນຮ່ວມງານລຸ້ນກ່ອນເພື່ອອາດສາມາດປະຕິບັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ. ນັກປະພັນດົນຕີ ວັນຢູງ ໄດ້ແບ່ງປັນວ່າ:

        “ພວກຂ້າພະເຈົ້າມີທັດສະນະທີ່ວ່າ, ຖ້າເຮົາເຮັດອາຊີບຫຍັງ ຕ້ອງມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບອາຊີບນັ້ນ, ພວກຂ້າພະເຈົ້າບໍ່ຄິດວ່າ ພວກຂ້າພະເຈົ້າຈະກາຍເປັນນັກປະພັນ. ແຕ່ເງື່ອນໄຂໄດ້ສຳຜັດກັບແຫຼ່ງຂໍ້ມູນຂ່າວສານທີ່ໄດ້ອັບເດັດ, ໃນຄາວນັ້ນແມ່ນໜ້າທີ່ສຳຄັນທີ່ສຸດ ຕ້ອງເຮັດແນວໃດ ເພື່ອລະດົມກຳລັງໃຈບັນດາຜູ້ອອກແຮງງານທັງໝົດຢູ່ພາກເໜືອ ອອກເຫື່ອເທແຮງທຳການຜະລິດໃນທຸກໆຂົງເຂດ ແລະ ລະດົມກຳລັງໃຈບັນດານັກຮົບໃນສະໜາມຮົບ, ຍ້ອນວ່າ ພວກຂ້າພະເຈົ້າກຳໄດ້ບັນດາຂ່າວຄາວສົດໆຮ້ອນໆ ແລະ ອັບແດດໄວທີ່ສຸດ. ໃນສະພາບການຄືແນວນັ້ນ ພວກຂ້າພະເຈົ້າໄດ້ເລີ່ມຕົ້ນເຂົ້າສູ່ການປະດິດຄິດແຕ່ງດົນຕີ.”

        ໃນສະພາບແວດລ້ອມປະຕິບັດວຽກງານຄືແນວນັ້ນ, ນັກປະພັນດົນຕີ ວັນຢູງ ມີເງື່ອນໄຂໄດ້ລົງໄປປະຕິບັດຕົວຈິງຫຼາຍຄັ້ງ. ປີ 1965, ໃນການລົງໄປປະຕິບັດຕົວຈິງຢູ່ ຫວີງລີງ, ເມື່ອໄປເຖິງເຂດເສັ້ນຂະໜານ 17, ນັກປະພັນດົນຕີ ວັນຢູງ ໄດ້ຂຽນ “ທະຫານປົດປ່ອຍເຄື່ອນທັບ”. ເມື່ອໄດ້ໄປສະໜາມຮົບ ແຄແຊງ ປີ 1968, ທ່ານໄດ້ຂຽນ “ລົດອ້າຍແລ່ນຜ່ານເສັ້ນທາງ ເຈື່ອງເຊີນ” ແລະ ໄດ້ເລົ່າຄືນໃຫ້ທ່ານຜູ້ຟັງຮັບຟັງເລື່ອງລາວດ້ວຍດົນຕີກ່ຽວກັບບັນດາຊາວໜຸ່ມຕະລຸມບອນຍິງທີ່ອົງອາດກ້າຫານ. ຮອດປີ 1971, ເມື່ອໄດ້ເປີດສະໜາມຮົບທາງເລກ 9 ນັ້ນ, ນັກປະພັນ ວັນຢູງ ໄດ້ແຕ່ງເພງ “ເສັ້ນທາງເລກ 9 ໄຊຊະນະ”…ນັກປະພັນດົນຕີ ຟ້າມຕວຽນ, ອະດິດຫົວໜ້າພະແນກລາຍການດົນຕີ VOV ໄດ້ແບ່ງປັນວ່າ:

        “ຈາກການເປັນຜູ້ປະຕິບັດວຽກງານກ່ຽວກັບຂ່າວສານ, ອ້າຍ ຢູງ ໄດ້ໄປຫຼາຍບ່ອນ ແລະ ແຕ່ລະບ່ອນໄດ້ນຳມາໃຫ້ອ້າຍດ້ວຍຄວາມຮູ້ສຶກທີ່ແຕກຕ່າງກັນ. ບໍ່ວ່າສຳລັບເດັກນ້ອຍ ຫຼື ໄວໜຸ່ມອ້າຍກໍ່ລ້ວນແຕ່ມີບົດເພງ ແລະ ໄດ້ຮັບການຕອບສະໜອງຈາກມະຫາຊົນເປັນຈຳນວນຫຼວງຫຼາຍ.”

        ບັນດາບົດເພງຂອງທ່ານລ້ວນແຕ່ເຕັມໄປດ້ວຍນ້ຳໃຈຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ. ນັກປະພັນດົນຕີ ເລີນເກື່ອງ, ຮອງປະທານຜູ້ປະຈຳການສະມາຄົມດົນຕີ ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ທ່ານເຄີຍເປັນນັກຂ່າວ ດັ່ງນັ້ນ ບັນດາເນື້ອຮ້ອງທຳນອງເພງຂອງທ່ານແມ່ນມ່ວນທີ່ສຸດ, ເນື້ອຮ້ອງທຳນອງເພງຄືດັ່ງບົດກະວີ, ທີສອງແມ່ນຈີນຕະນາການ, ການແຕ່ງເພງບົດໜຶ່ງຕ້ອງມີໂຄງປະກອບ, ຕ້ອງມີສຽງຕ່ຳ, ສຽງສູງບາດຂຶ້ນບາດລົງ. ເພງຂອງທ່ານລ້ວນແຕ່ແມ່ນເພງໃໝ່. ຕົວຢ່າງຄືບົດເພງຂອງທ່ານ ທີ່ມີຊື່ວ່າ “ມວນມາລາໃນສວນລຸງໂຮ່” ຂອງທ່ານ ກໍ່ບໍ່ເວົ້າເຖິງລຸງໂຮ່ຫຼາຍ, ພຽງແຕ່ເວົ້າເຖິງບັນດາດອກໄມ້ເທົ່ານັ້ນ ແຕ່ພັດເຮັດໃຫ້ພວກເຮົາວາດພາບເຖິງລຸງໂຮ່. ນັ້ນແມ່ນເປັນການຍາກທີ່ສຸດ.”

        ບັນດາບົດປະພັນດົນຕີຂອງ ວັນຢູງ ໄດ້ຮັບການປະດິດແຕ່ງກ່ອນນີ້ ½ ສະຕະວັດ ແຕ່ຍັງຍືນຍົງຄົງຕົວກັບການເວລາ ຍ້ອນມີທຳນອງເພງທີ່ມ່ວນ ແລະ ອອນຊອນ. ນັກປະພັນດົນຕີ ວັນຢູງ ຍາມໃດກໍ່ມີຄະຕິເຕືອນໃຈວ່າ ຖ້າຫາກໃນປາງສົງຄາມ, ນັກປະພັນດົນຕີ ຕ້ອງຈົດບັນທຶກຄືນບັນດາຄວາມຮູ້ສຶກ, ຮູບພາບຂອງບັ້ນຮົບທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ, ລຳບາກ ແລະ ຄວາມເສຍສະຫຼະຂອງທະຫານ ແລະ ປະຊາຊົນ ຫວຽດນາມ ແຕ່ໃນສັນຕິພາບ, ນັກປະພັນດົນຕີຕ້ອງຊອກເຫັນບັນດາສິ່ງດີງາມໃນຊີວິດການເປັນຢູ່, ເພື່ອໃຫ້ບັນດາເປົ້າໝາຍໄດ້ສ່ອງແສງໃຫ້ເຫັນວ່າມີຕົນເອງຢູ່ໃນນັ້ນ.

        ໄດ້ສະໜິດຕິດພັນກັບ VOV ມາເປັນເວລາເກືອບ 40 ປີ, ບັນດາບົດເພງຂອງນັກປະພັນດົນຕີ ວັນຢູງ ໄດ້ຕິດພັນກັບຄື້ນວິທະຍຸ. ປະຈຸບັນ, ເຖິງວ່າມີອາຍຸກ່ວາ 80 ປີແລ້ວກໍ່ຕາມ, ແຕ່ທ່ານຍັງມີບັນດາການອຸທິດສ່ວນໃຫ້ພື້ນຖານດົນຕີຂອງປະເທດຊາດ. ບັນດາການປະກອບສ່ວນຂອງທ່ານໃຫ້ແກ່ດົນຕີ, ໃຫ້ແກ່ການພັດທະນາຂອງ VOV ໄດ້ຮັບການຮັບຮູ້ຈາກພັກ, ລັດ ດ້ວຍການມອບຫຼຽນໄຊແຮງງານຊັ້ນສອງ ແລະ ລາງວັນແຫ່ງລັດກ່ຽວກັບວັນນະຄະດີສິລະປະຄັ້ງ I ປີ 2001 ໃຫ້ແກ່ທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ