ວິສາຫະກິດເຕັກໂນໂລຊີ ດີຈີຕອນ ຫວຽດນາມ ອອກສູ່ໂລກ

(VOVWORLD) -

ອຸດສາຫະກຳເຕັກໂນໂລຊີດີຈີຕອນກາຍເປັນຂະແໜງເສດຖະກິດກຳລັງໜູນຂອງທົ່ວປະເທດ, ສວມບົດບາດພາທາງ, ສ້າງພື້ນຖານພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ລັດຖະບານດີຈີຕອນ. ການພັດທະນາຂອງຂະແໜງອຸດສາຫະກຳເຕັກໂນໂລຊີດີຈີຕອນ ຫວຽດນາມ, ບໍ່ພຽງແຕ່ໄດ້ສະແດງອອກຜ່ານເລື່ອງບັນດາຜະລິດຕະພັນ, ມາດຕະການເຕັກໂນໂລຊີດີຈີຕອນ Make In Vietnam ຮັບຜິດຊອບການຫັນເປັນດີຈີຕອນແຫ່ງຊາດເທົ່ານັ້ນ, ຫາກຍັງສະແດງອອກຜ່ານການຂຸດຄົ້ນຕະຫຼາດຕ່າງປະເທດອີກດ້ວຍ.

ວິສາຫະກິດເຕັກໂນໂລຊີ ດີຈີຕອນ ຫວຽດນາມ ອອກສູ່ໂລກ - ảnh 1ທ່ານ ເລຮົ່ງຫວຽດ, ຜູ້ອຳນວຍການໃຫຍ່ FPT Smart Cloud (ພາບ:FPT)

 

  ໂດຍຢັ້ງຢືນທີ່ຕັ້ງບົດບາດນຳໜ້າພາທາງໃຫ້ແກ່ຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ ໃນເສັ້ນທາງຫັນເປັນໂລກາພິວັດ, ນັບແຕ່ຊຸມວັນທຳອິດທີ່ໄດ້ມາເຄື່ອນໄຫວຢູ່ຕະຫຼາດ ອິນເດຍ ກ່ອນນີ້ກວ່າ 20 ປີ, ປະຈຸບັນ, ບໍລິສັດຫຸ່ນສ່ວນ FPT ໄດ້ມີໜ້າຢູ່ 29 ປະເທດ. ຕົວເລກທຸລະກິດຢູ່ຕະຫຼາດຕ່າງປະເທດບັນລຸ 1 ຕື້ໂດລາສະຫະລັດ, ເພີ່ມຂຶ້ນທົບ 25.000 ເທົ່າ, ດ້ວຍກຳລັງຊັບພະຍາກອນມະນຸດ 27.000 ຄົນ, ເພີ່ມຂຶ້ນ 900 ເທົ່າ. ທ່ານ ເລຮົ່ງຫວຽດ, ຜູ້ອຳນວຍການໃຫຍ່ FPT Smart Cloud, ບໍລິສັດລູກຂອງ ບໍລິສັດຫຸ່ນສ່ວນ FPT, ໃຫ້ຮູ້ວ່າ: ປະຈຸບັນ, ໃນກຸ່ມບໍລິສັດ FPT ມີກ່ວາ 200 ຜະລິດຕະພັນ MAKE IN FPT ແລະ ກໍ່ແມ່ນ MAKE IN VIETNAM. ບັນດາຜະລິດຕະພັນນີ້ໄດ້ຮັບການສະໜອງໃນຫຼາຍສະຖານທີ່ໃນໂລກ:

  “ກ່ອນນີ້, ເມື່ອເວົ້າເຖິງບັນດາຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານນັ້ນ, ພວກເຮົາກໍ່ເວົ້າເຖິງບັນດາຜະລິດຕະພັນຂອງຕ່າງປະເທດເປັນຕົ້ນ, ແຕ່ປະຈຸບັນ, ມີລູກຄ້າຫຼາຍຄົນໄດ້ເລີ່ມຄິດເຖິງບັນດາຜະລິດຕະພັນຂອງ ຫວຽດນາມ ແລະ ບັນດາຜະລິດຕະພັນນັ້ນ ໄດ້ຊ່ວຍໃນການແກ່ງແຍ້ງຢູ່ຕະຫຼາດຕ່າງປະເທດ. ນັ້ນແມ່ນການຢັ້ງຢືນຈາກລູກຄ້າ. ອີກອັນໜຶ່ງແມ່ນການຮັບຮູ້ເຄື່ອງໝາຍການຄ້າ. ພວກຂ້າພະເຈົ້າເຫັນວ່າ ເຄື່ອງໝາຍ MAKE IN VIETNAM ໃນຂະແໜງເຕັກໂນໂລຊີ ນັບມື້ນັບມີຜົນກະທົບຢ່າງໃຫຍ່ຫຼວງເຖິງສັງຄົມ, ວິສາຫະກິດ”.

        ຖັດຈາກ FPT ແມ່ນກຸ່ມບໍລິສັດໂທລະຄົມກອງທັບ Viettel. ໂດຍເລີ່ມ ເປີດຕົວຕໍ່ຕະຫຼາດສາກົນນັບແຕ່ປີ 2006, ມາຮອດປະຈຸບັນ, ກຸ່ມບໍລິສັດ Viettel ສາມາດຄອງຕະຫຼາດໄດ້ 10 ຕະຫຼາດດ້ວຍລາຍຮັບບັນລຸເກືອບ 3 ຕື້ໂດລາສະຫະລັດ.

          ກໍ່ເດີນຕາມກຸ່ມບໍລິສັດ FPT ແລະ Viettel, ປະຈຸບັນ, ບັນດາບໍລິສັດເຕັກໂນໂລຊີ ທີ່ມີຂອບຂະໜາດນ້ອຍກ່ວາຂອງ ຫວຽດນາມ ກໍ່ພວມມານະພະຍາຍາມປະກອບສ່ວນນຳບັນດາຜະລິດຕະພັນ MAKE IN VIETNAM ເຂົ້າໃນແຜນທີ່ເຕັກໂນໂລຊີຂອງໂລກ. ບໍລິສັດຫຸ່ນສ່ວນ MISA ແມ່ນໜຶ່ງໃນຈຳນວນນັ້ນ. ປະຈຸບັນ, MISA ມີໜ້າຢູ່ 20 ປະເທດ ແລະ ຕົວເລກທຸລະກິດບັນລຸ 1 ລ້ານໂດລາສະຫະລັດ. ທ່ານ ເລຮົ່ງກວາງ, ຮອງຜູ້ອຳນວຍການຜູ້ປະຈຳການໃຫຍ່ບໍລິສັດ MISA, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າເລີ່ມໄດ້ນຳເອົາສ່ວນໜຶ່ງທີ່ເໝາະສົມຂອງ MISA AMIS ເຂົ້າຮ່ວມຕະຫຼາດຕ່າງປະເທດ. ປະຈຸບັນ, ພວກຂ້າພະເຈົ້າໄດ້ຂາຍຜະລິດຕະພັນໃຫ້ເຖິງລູກຄ້າຢູ່ ເອີລົບ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໄດ້ປະມານ 3000 4000 ລູກຄ້າແລ້ວ, ຕົວເລກທຸລະກິດກໍ່ບັນລຸ 1 2 ລ້ານໂດລາສະຫະລັດ. MISA ກໍ່ພ້ອມກັບບັນດາວິສາຫະກິດ ຫວຽດນາມ ໄດ້ນຳໜ້າໃນການນຳຜະລິດຕະພັນອອກສູ່ຕະຫຼາດໂລກ, ມຸ່ງໄປເຖິງເປົ້າໝາຍບັນລຸປະມານ 50 ລ້ານໂດລາສະຫະລັດໃນ 5 ປີຈະມາເຖິງ. ນີ້ແມ່ນສິ່ງທ້າທາຍບໍ່ແມ່ນໜ້ອຍ”.

        ໃນຂະນະນັ້ນ, ທ່ານ ເຈິ່ນກວາງເກື່ອງ, CEO NextVision, ບໍລິສັດໄດ້ສ້າງຕັ້ງແຕ່ປີ 2010, ແບ່ງປັນວ່າ: ຄວາມມຸ່ງຫວັງຂອງ NextVision ແມ່ນນຳຜະລິດຕະພັນເຕັກໂນໂລຊີພູມປັນຍາຂອງຊາວຫວຽດ ອອກສູ່ຕະຫຼາດໂລກ. ແລະ NextVision ໄດ້ເຄື່ອນໄຫວຢູ່ຕະຫຼາດ ຍີ່ປຸ່ນ ໃນຂົງເຂດຊອບແວ Saas ອິນເຕີເນສັບພະສິ່ງ, IoT, Al. ການຮ່ວມມືສຸມໃສ່ບັນດາເນື້ອໃນຄື: ເປີດກ້ວາງພື້ນຖານອິນເຕີເນັດໃຫ້ແກ່ IoT ທີ່ມີຢູ່ແລ້ວຂອງ NextVision ເຊື່ອມຕໍ່ກັບລະບົບດາວທຽມປະຈຸບັນຂອງ Astrocast; NextVision ໄດ້ຮັບການໜູນຊ່ວຍທາງດ້ານບົດຮຽນຈາກ Astrocast ນຳຜະລິດຕະພັນເຕັກໂນໂລຊີອອກສູ່ໂລກ…

        “ນັ້ນແມ່ນຂີດໝາຍຂອງພວກຂ້າພະເຈົ້າ, ພາຍຫຼັງໄລຍະໜຶ່ງ, ພວກຂ້າພະເຈົ້າກໍ່ໄດ້ລົງນາມສັນຍາຮ່ວມມືກັບ Astrocast. ຜະລິດຕະພັນຂອງພວກຂ້າພະເຈົ້າໄດ້ຜັນຂະຫຍາຍຢູ່ 5 ປະເທດ. ກ່ຽວກັບດ້ານການເຕີບໂຕ, ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ພວກຂ້າພະເຈົ້າໄດ້ເຕີບໂຕ 100%”.

ວິສາຫະກິດເຕັກໂນໂລຊີ ດີຈີຕອນ ຫວຽດນາມ ອອກສູ່ໂລກ - ảnh 2ທ່ານ ເລຮົ່ງກວາງ, ຮອງຜູ້ອຳນວຍການຜູ້ປະຈຳການໃຫຍ່ບໍລິສັດ MISA
(ພາບ: fsb.edu.vn)

        ພາຍໃຕ້ແງ່ມູມຈາກອົງການຄຸ້ມຄອງ, ຕາມທ່ານ ຫງວຽນທ້ຽນເຫງັຍ, ຮອງຫົວໜ້າກົມຮັບຜິດຊອບ ກົມອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລ້ວ, ຕະຫຼາດເຕັກໂນໂລຊີໂລກພວມສ້າງຫຼາຍກາລະໂອກາດໃຫ້ແກ່ວິສາຫະກິດ ຫວຽດນາມ. ປີ 2022, ມູນຄ່າຕະຫຼາດຊອບແວ ແລະ ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານຂອງ ຫວຽດນາມ ຈະຂຶ້ນເຖິງ 2 ຕື້ໂດລາສະຫະລັດ, ເທົ່າກັບປະລິມານວຽກງານຂອງນັກວິສະວະກອນ 200.000 ຄົນ:

        “ວິສາຫະກິດ ຫວຽດນາມ ໄດ້ເປັນເຈົ້າການພັດທະນາຢູ່ຕະຫຼາດຕ່າງປະເທດແຕ່ດົນນານມາແລ້ວ, ໃນຊຸມປີ 2000 ແມ່ນ FPT, ຫຼັງຈາກນັ້ນແມ່ນ Viettel. ເປັນຫຍັງພວກເຮົາບໍ່ສາມາດເຮັດຄື ອິນເດຍ, ຄື ຟິລິບປິນ, ພວກເຂົາໄດ້ສ້າງເຄື່ອງໝາຍການຄ້າແຫ່ງຊາດໃຫ້ແກ່ຂະແໜງສິນຄ້າຈຳນວນໜຶ່ງ. ນັ້ນແມ່ນການກຳນົດທິດໄລຍະຍາວຂອງຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານຂອງ ຫວຽດນາມ. ທີໜຶ່ງແມ່ນສ້າງເຄື່ອງໝາຍການຄ້າແຫ່ງຊາດ. ທີສອງແມ່ນພວກເຮົາຮ່ວມເດີນທາງ ຕາມແຕ່ລະຂົງເຂດສະເພາະເພື່ອສ້າງຜົນກະທົບຕອບທີ່ດີກ່ວາ”.

        ປະຈຸບັນ, ໂລກຍັງມີປະຊາກອນປະມານ 49%, ໃນຍອດຈຳນວນປະຊາກອນ 8 ຕື້ຄົນ ຍັງບໍ່ທັນໄດ້ເຊື່ອມຕໍ່ອິນເຕີເນັດເທື່ອ. ນີ້ແມ່ນກາລະໂອກາດໃຫ້ແກ່ບັນດາວິສະຫະກິດ ເຕັກໂນໂລຊີດີຈີຕອນ ຫວຽດນາມ ເປີດກ້ວາງຕະຫຼາດ, ນຳຄວາມຮູ້ພູມປັນຍາ ແລະ ເຕັກໂນໂລຊີຂອງຕົນ ອອກສູ່ໂລກປະກອບສ່ວນແກ້ໄຂບັນຫາກ່ຽວກັບການຫັນເປັນດີຈີຕອນຢູ່ບັນດາປະເທດ, ຍູ້ໄວວິວັດທະນາການສ້າງໂລກດີຈີຕອນ.

        ໃນປີນີ້, ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ຜັນຂະຫຍາຍການບັ້ນເຄື່ອນໄຫວສັງລວມ, ໜູນຊ່ວຍວິສາຫະກິດເຕັກໂນໂລຊີດີຈີຕອນ ຫວຽດນາມ ທີ່ພວມດຳເນີນທຸລະກິດຢູ່ຕ່າງປະເທດ ຫຼື ອອກສູ່ຕ່າງປະເທດ. ທາງກະຊວງພ້ອມກັບບັນດາອົງການທີ່ກ່ຽວຂ້ອງຈະເປີດຊ່ອງທາງ, ບັນດາວິສາຫະກິດທີ່ບັນລຸຜົນສຳເລັດໃນການອອກສູ່ເຄື່ອນໄຫວຢູ່ຕະຫຼາດໂລກນັ້ນ ຈະໜູນຊ່ວຍ, ຊັກຈູງບັນດາວິສາຫະກິດອື່ນໄປນຳ./.

ຕອບກັບ

ຂ່າວ/ບົດ​ອື່ນ