ສຸກກະສອນ ໄຊພົມສີ - ຜູ້ຮັບຫຼຽນໄຊປະຫວັດສາດ

ສຸກ​ກ​ະສອນ ໄຊ​ພົມ​ສີ ຊຶ່ງ​ແມ່ນ​ຜູ້​ຫາ​ກໍ​ໄດ້​ຮັບຫຼຽນ​ໄຊ​ໃນ​ການ​ປະ​ກວດ​ຕິດ​ຕັ້ງ​ລະ​ບົບ​ໄຟ​ຟ້າທີ່​ງານ​ປະ​ກວດ​ສີ​ມື​ແຮງ​ງານ​ອາ​ຊຽນ ຊຶ່ງ​ຫາ​ກໍ​ສິ້ນ​ສຸດ​ລົງໃນ​ຕົ້ນ​ອາ​ທິດ​ທີ່​ຜ່ານ​ມາ​ຢູ່​ຮ່າ​ໂນ້ຍ. ໃນ​ລາຍ​ການ​ສາ​ລະ​ຄະ​ດີ​ພາກນີ້, ພວກ​ເຮົາ​ຂໍ​ແນະ​ນຳ​ບົດ​ຂອງ​ນັກ​ຂ່າວ​ຢ້ຽວ​ຮົ່ງ​ ທີ່​ພາດ​ຫົວ​ຂໍ້​ວ່າ “   ສຸກ​ກ​ະສອນ ໄຊ​ພົມ​ສີ - ຜູ້​ຮັບຫຼຽນ​ໄຊ​ປະ​ຫວັດ​ສາດ”.

ສຸກກະສອນ ໄຊພົມສີ - ຜູ້ຮັບຫຼຽນໄຊປະຫວັດສາດ - ảnh 1
ທ້າວ ສຸກ​ກະ​ສອນ ໄຊ​ພ​ົມ​ສີ (ທີ 2 ທາງ​ຂວາ)

     ເມື່ອ​ໄດ້​ພົບ​ກັບສຸກ​ກ​ະສອນ ໄຊ​ພົມ​ສີ ຢູ່​ສູນ​ຈັດ​ກອງ​ປະ​ຊຸມ​ແຫ່ງຊາດ ມີ້​ດີງ ໃນ​ຕອນ​ບ່າຍ​ວັນ​ອັງ​ຄານ​​ແລ້ວນີ້, ກ່ອນ​ທີ່​ດຳ​ເນີນພິ​ທີ​ມອບ​ລາງວັນ​ຂອງ​ງານ​ປະ​ກວດ​ສີ​ມື​ແຮງ​ງານ​ອາ​ຊຽນ, ຂະ​ນະ​ທີ່​ລາວ​ພວມ​ໂອ້​ລົມ​ກັບ​ໝູ່​ເພື່ອນ ແລະ ຖ່າຍ​ຮູບ​ເປັນ​ທີ່​ລະ​ນຶກ. ເມື່ອ​ຖືກ​ຖາມ: ໃຜ​ແມ່ນ​ຜູ້​ໄດ້​ຮັບຫຼຽນ​ເງິນ​ໃນ​ຄະ​ນະ​ຂອງ​ຕົນ ?   ສຸກ​ກ​ະ ສອນ ໄດ້​ຄ່ອຍ​ຍົກ​ມື​ຂຶ້ນ ແລະ ເວົ້າ​ວ່າ “ແມ່ນນ້ອງ”. ເປັນ​ຄັ້ງ​ທຳ​ອິດທີ່   ສຸກ​ກ​ະສອນ ໄຊ​ພົມ​ສີເຂົ້າ​ຮ່ວມ​ງານ​ປະ​ກວດ​ລະ​ດັບ​ພາກ​ພື້ນ ແລະ ກໍ​ແມ່ນ​ຜູ້​ທຳ​ອິດ​ສາ​ມາດ​ຄວ້າ​ໄດ້ຫຼຽນ​ໄຊ​ມາ​ໃຫ້​ຄະ​ນະ​ລາວ​ທີ່​ງານ​ປະ​ກວດ​ສີ​ມື​ແຮງ​ງານ​ອາ​ຊຽນ​ຄັ້ງ​ນີ້. ​ສີສຸກ​ກ​ະ ສອນໄຊ​ພົມ​ສີ ກຳ​ເນີດ​ຂຶ້ນ​ທີ່​ບ້ານ​ນອງວິ​ໄລ, ເມືອງນອງ ແຂວງ ສະ​ຫວັນ​ນະ​ເຂດ. ເມື່ອ​ຮຽນ​ຈົບ​ຊັ້ນ​ກາງ ລາວ​ໄດ້​ເລີຍ​ຄຳ​ນຶງ​ເຖິງວິ​ຊາ​ໄຟ​ຟ້າ ຊຶ່ງ​ແມ່​ນ​ວິ​ຊາ​ທີ່​ແທດ​ເໝາະ​ກັບ​ຕົນ​ເອງ ແລະ ກໍ​ແມ່ນ​ຂະ​ແໜງ​ທີ່​ລາວ​ຊົມ​ຊອບ​ແຕ່​ຄາວ​ຍັງ​ນ້ອຍ. ສຸກ​ກ​ະສອນ ໄຊ​ພົມ​ສີ, ເວົ້າ​ວ່າ :

ເທບ​ສຽງ ສຸກ​ກະ​ສອນ ໄຊ​ພົມ​ສີ

    ເມື່ອ​ຮຽນ​ຈົບ, ສຸກ​ກ​ະສອນ ໄຊ​ພົມ​ສີ ໄດ້​ເຮັດ​ວຽກ​ໃຫ້​ບໍ​ລິ​ສັດ ລ້ານ​ຊ້າງ ເປັນ​ເວ​ລາ​ເຄິ່ງ​ປີ, ແລ້ວ​ຍ້າຍ​ໄປ​ເຮັດ​ຢູ່​ບໍ​ລິ​ສັດ​ໄຟ​ຟ້າ ECME ສາ​ຂາ​ບໍ​ຄຳ. ເຖິງວ່າ ເຂົ້າ​ເຮັດ​ວຽກ​ຢູ່​ບໍ​ລິ​ສັດ​ໄດ້​ກ່​ວາ 5 ເດືອນ​ກໍ​ຕາມ, ແຕ່​ລາວ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ຄະ​ນະ​ການ​ນຳ​ບໍ​ລິ​ສັດ ເມື່ອ​ໄດ້​ຮັບ​ເລືອກ​ໄປ​ເຂົ້າ​ຮ່ວມ​ງານ​ປະ​ກວດ . ສຸກ​ກ​ະສອນ ໄຊ​ພົມ​ສີເວົ້າ​ວ່າ :

  ເທບ​ສຽງ ສຸກ​ກະ​ສອນ ໄຊ​ພົມ​ສີ

   ​ນັ​ບແຕ່ເວ​ລາໄດ້​ຮັບ​ການ​ຄັດ​ເລືອກ​ຮອດ​ເວ​ລາ​ເຂົ້າ​ຮ່ວມ​ການ​ປະ​ກວດ ແມ່ນ 3 ເດືອນ, ເວ​ລາ​ຝຶກ​ອົບ​ຮົມ​ເພື່ອ​ເຂົ້າ​ຮ່ວມ​ການ​ປະ​ກວດ ສ່ວນຫຼາຍ​ແມ່ນ​ທິດ​ສະ​ດີ, ການ​ເຮັດ​ບົດ​ຝຶກ​ຫັດ​ທາງ​ເຄື່ອງຄອມ​ພິວ​ເຕີ ແມ່ນ​ພຽງ 2 ເທື່ອ. ແຕ່ ສຸກ​ກ​ະສອນ ໄຊ​ພົມ​ສີ​ມີ​ຄວາມ​ໂຊກ​ດີ​ເມື່ອ​ໄດ້​ມາ​ຝຶກ​ອົບ​ຮົມ​ຢູ່​ຫວຽດ​ນາມ​ເປັນ​ເວ​ລາ 1 ອາ​ທິດ.
                                                   ເທບ​ສຽງ ສຸກ​ກະ​ສອນ ໄຊ​ພົມ​ສີ

    ເມື່ອ​ເຂ​ຊົ້າ​ຮ່​ວມ​ການ​ປະ​ກວດ, ຄະ​ນະ​ນັກ​ຮຽນ​ລາວ ວາງ​ຄາດ​ໝາຍ​ແມ່ນ​ບັນ​ລຸ​ຄະ​ແນນ​ມາດ​ຖານ​ເທົ່າ​ນັ້ນ, ຍ້ອນ​ວ່າ ວິ​ຊາ​ໄຟ​ຟ້າ​ຖືກ​ຖື​ວ່າ ແມ່ນບໍ່​ມີ​ທ່າ​ແຮງ​ສຳ​ລັບ​ຄະ​ນະ​ນັກ​ຮຽນ​ລາວ. ແຕ່​ອ້າຍ​ບາວ​ຄົນ​ນີ້ ສາ​ມາດ​ຄ້​ວາ​ໄດ້ຫຼຽນ​ໄຊ​ມາ​ໃຫ້​ຄະ​ນະ​ລາວ.

ເທບ​ສຽງ ສຸກ​ກະ​ສອນ ໄຊ​ພົມ​ສີ

   ທ່ານ​ບຸນ​ມາ ສິດ​ທິ​ໂສມ, ຮອງ​ຫົວ​ໜ້າ​ກົມ​ພັດ​ທະ​ນາ​ສີ​ມື​ແຮງ​ງານ ແລະ ຈັດ​ຕັ້ງ​ວິ​ຊາ​ຊີບ ສັງ​ກັດ​ກະ​ຊວງ​ແຮງ​ງານ ສະ​ຫວັດ​ດີ​ການ​ສັງ​ຄົມ​ລາວ ມີ​ຄວາມ​ພໍ​ໃຈ​ທີ່​ສຸດ​ຕໍ່​ຜົນ​ງານ​ຂອງ   ສຸກ​ກ​ະສອນ ໄຊ​ພົມ​ສີ.
                                                     ເທບ​ສຽງ ທ່ານ​ບຸນ​ມາ ສິດ​ທິ​ໂສມ

   ສຸກ​ກ​ະສອນ ໄຊ​ພົມ​ສີ ພວມ​ມີ​ແງ່​ຫວັງ​ທີ່ດ​ີ, ລາວ​ມີ​ຄວາມ​ຫວັງ​ເມື່ອ​ກັບ​ເມືອ​ປະ​ເທດ​ຈະ​ຮຽນຕໍ່​ມະ​ຫາ​ວິ​ທະ​ຍາ​ໄລ​ຢູ່​ພາຍ​ໃນ​ປະ​ເທດ, ແລ້ວ​ກໍ​ໄປ​ຮຽນ​ຢູ່​ຕ່າງ​ປະ​ເທດ​ຖ້າ​ຫາກ​ມີ​ທຶນ​ສຶກ​ສາ. ເປັນ​ຄັ້ງ​ທຳ​ອິດທີ່   ສຸກ​ກ​ະສອນ ໄຊ​ພົມ​ສີ ເຂົ້າ​ຮ່ວມ​ງານ​ປະ​ກວດ​ລະ​ດັບ​ພາກ​ພື້ນ ແລະ ກໍ​ແມ່ນ​ຜູ້​ທຳ​ອິດ​ສາ​ມາດ​ຄວ້າ​ໄດ້ຫຼຽນ​ໄຊ​ມາ​ໃຫ້​ຄະ​ນະ​ລາວ​ທີ່​ງານ​ປະ​ກວດ​ສີ​ມື​ແຮງ​ງານ​ອາ​ຊຽນ ແລະ ທ່ານ​ຫົວ​ໜ້າ​ຄະ​ນະ​ນັກ​ຮຽນ​ລາວ​ໄດ້​ວ່າ : “ນີ້​ແມ່ນຫຼຽນ​ໄຊ​ປະ​ຫວັດ​ສາດ”./.

 

ຕອບກັບ

ຂ່າວ/ບົດ​ອື່ນ