ສີສັນທີ່ເປັນເອກະລັກສະເພາະບັນດາຕະຫຼາດລັດເຊຍ ຢູ່ນະຄອນໂຮ່ຈິມິນ

(VOVWORLD) -ຢູ່ໃຈກາງນະຄອນໂຮ່ຈິມິນ, ນັບແຕ່ຫຼາຍປີມານີ້, ມີຕະຫຼາດ, ຮ້ານສັບພະສິນຄ້ານັບສີບແຫ່ງ ໄດ້ຂາຍບັນດາປະເພດສິນຄ້າທີ່ນຳເຂົ້າຈາກລັດເຊຍ. ເມື່ອມາຮອດບັນດາເຂດດຳເນີນທຸລະກິດດັ່ງກ່າວ, ທຸກຄົນລ້ວນແຕ່ຮູ້ສຶກໄດ້ເຖິງພາບພົດປະເທດລັດເຊຍ ຖືກຮັດແຄບເຂົ້າ ດ້ວຍບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ ທີ່ໄດ້ວາງຂາຍຄື: ຕຸກກະຕາເຮັດດ້ວຍໄມ້, ໂສ້ງເສື້ອກັນໜາວ.
ສີສັນທີ່ເປັນເອກະລັກສະເພາະບັນດາຕະຫຼາດລັດເຊຍ ຢູ່ນະຄອນໂຮ່ຈິມິນ - ảnh 1 (ສີສັນທີ່ເປັນເອກະລັກສະເພາະບັນດາຕະຫຼາດລັດເຊຍ ຢູ່ນະຄອນໂຮ່ຈິມິນ)

ພວກຂ້າພະເຈົ້າໄດ້ມີໂອກາດມາຢ້ຽມຊົນຄົ້ນຫາຕະຫຼາດລັດເຊຍ (Russian Market) ຕັ້ງຢູ່ຖະໜົນ ວໍວັນກຽດ, ເມືອງ 1, ນະຄອນໂຮ່ຈິມິນ. ຕະຫຼາດໄດ້ຮັບການກໍ່ສ້າງແຕ່ເດືອນ ເມສາ ປີ 2009, ດ້ວຍເນື້ອທີ່ແມ່ນ 2000 ຕາແມັດ, ລວມມີ 3 ຊັ້ນ. ຕະຫຼາດລັດເຊຍ ມີຮ້ານຂາຍເຄື່ອງ 200 ຮ້ານ, ວາງຂາຍປະເພດສິນຄ້ານັບຮ້ອຍຢ່າງ, ຕົ້ນຕໍແມ່ນຜະລິດຕະພັນເຄື່ອງຕັດຫຍິບ, ແຟຊັນ, ເກີບໜັງ, ກະເປົາ, ເຄື່ອງໃຊ້ໃນຄອບຄົວ… ບັນດາສິນຄ້າຢູ່ທີ່ນີ້ມີລາຄາຖືກກວ່າຫຼາຍເມື່ອທຽບໃສ່ຕະຫຼາດແຫ່ງອື່ນໆ. ຍ້ອນເຫດນັ້ນ, ມີນັກທ່ອງທ່ຽວລັດເຊຍ ຫຼາຍຄົນທີ່ສຸດມາຕະຫຼາດແຫ່ງນີ້ເພື່ອຊອກຊື້ສິນຄ້າ.

        ເອື້ອຍ ລິວທິງາ, ເປັນແມ່ຄ້າ ດຳເນີນທຸລະກິດຢູ່ຕະຫຼາດນີ້ມາເປັນເວລາ 8 ປີແລ້ວ ໃຫ້ຮູ້ວ່າ, ການຊື້ຂາຍສິນຄ້າຢູ່ຕະຫຼາດລັດເຊຍ ແມ່ນນັບມື້ນັບເພີ່ມຂຶ້ນ. ບໍ່ພຽງແຕ່ມີນັກທ່ອງທ່ຽວລັດເຊຍ ມາຕະຫຼາດເພື່ອຊື້ໂສ້ງເສື້ອກັນໜາວທີ່ຕົນເອງນິຍົມເທົ່ານັ້ນ, ຫາກນັບທັງຊາວຫວຽດນາມ ພວມອາໄສຢູ່ລັດເຊຍ ກໍ່ຂໍເພິ່ງຄວາມຊ່ວຍເຫຼືອຈາກຍາດຕິພີ່ນ້ອງຢູ່ຫວຽດນາມ ຊື້ສົ່ງໄປລັດເຊຍ ເພື່ອຂາຍອີກດ້ວຍ. ເອື້ອຍ ລິວທິງາ ແບ່ງປັນວ່າ.

        “ຜະລິດຕະພັນເຊິ່ງຊາວລັດເຊຍ ນິຍົມທີ່ສຸດແມ່ນເຄື່ອງນຸ່ມຫົ່ມໃນລະດູໜາວ. ເຄື່ອງນຸ່ມຫົ່ມໃນລະດູຮ້ອນ ພວກຂ້າພະເຈົ້າກໍໄດ້ຂາຍໃຫ້ຊາວລັດເຊຍ ຄືກັນ, ແຕ່ເວລາຂາຍຈະສັ້ນກວ່າ. ຍ້ອນລະດູໜາວຂອງລັດເຊຍ ແມ່ນແກ່ຍາວ 6 ເດືອນ, ລະດູໃບໄມ້ຫຼົ່ນ 3 ເດືອນ ແລະ ລະດູຮ້ອນກໍ່ພຽງແຕ່ 3 ເດືອນເທົ່ານັ້ນ.”

        ຕາມອ້າຍ ຫວູແອ໋ງເຢືອງ, ຫົວໜ້າຄະນະຄຸ້ມຄອງຕະຫຼາດລັດເຊຍ ໃຫ້ຮູ້ວ່າ, ບັນດາແມ່ຄ້າພໍ່ຄ້າ ຢູ່ຕະຫຼາດສ່ວນຫຼາຍແມ່ນເຄີຍຮ່ຳຮຽນ ແລະ ເຮັດວຽກຢູ່ອະດີດສະຫະພາບ ໂຊວຽດ. ຜ່ານການເຄື່ອນໄຫວໄດ້ໄລຍະໜຶ່ງ, ຕະຫຼາດລັດເຊຍ ມີສິນຄ້າຫຼາຍຢ່າງກວ່າ ກໍຄືລູກຄ້າຄັບຄາໜາແໜ້ນ. ປະຈຸບັນ, ນອກຈາກລູກຄ້າແມ່ນຊາວລັດເຊຍ ແລ້ວ, ຍັງມີນັກທ່ອງທ່ຽວຊາວ ມາເລເຊຍ, ຍີ່ປຸ່ນ, ສ.ເກົາຫຼີ, ອັງກິດ, ອາເມລິກາ ກໍ່ມາຕະຫຼາດແຫ່ງນີ້ເພື່ອຊື້ເຄື່ອງ. ຊາວຫວຽດນາມ ມີຄວາມຕ້ອງການຊື້ໂສ້ງເສື້ອໃຫ້ແກ່ການໄປທ່ອງທ່ຽວຢູ່ເຂດໜາວ ຫຼື ຄົນງານກະກຽມໄປຕ່າງປະເທດກໍ່ມາຊື້ເຄື່ອງຢູ່ທີ່ນີ້. ອ້າຍ ຫວູແອ໋ງເຢືອງ ໃຫ້ຮູ້ວ່າ.

        “ເຂົາເຈົ້າຂາຍບັນດາປະເພດສິນຄ້າເປັນໂສ້ງເສື້ອສຳລັບລະດູໜາວ ເພື່ອຮັບໃຊ້ໃຫ້ຄວາມຕ້ອງການຂອງລູກຄ້າ ອະດີດສະຫະພາບໂຊວຽດ ແລະ ບັນດາປະເທດເອີລົບຕາເວັນອອກ. ນອກນັ້ນ, ຕະຫຼາດກໍ່ມີບັນດາເຂດຂາຍປະເພດສິນຄ້ານຳເຂົ້າສະເພາະຈາກລັດເຊຍ ຄື: ທັນຍາຫານ, ເຄື່ອງທີ່ລະນຶກ ເພື່ອຮັບໃຊ້ໃຫ້ແກ່ຊາວຫວຽດນາມ ທີ່ເຄີຍດຳລົງຊີວິດຢູ່ລັດເຊຍ ໃນເມື່ອກ່ອນ ກໍຄືນັກທ່ອງທ່ຽວລັດເຊຍ ທີ່ພວມດຳລົງຊີວິດຢູ່ຫວຽດນາມ. ອາດເວົ້າໄດ້ວ່າ, ຕະຫຼາດລັດເຊຍ ແມ່ນແຫ່ງພົບປະແລກປ່ຽນວັດທະນະທຳລະຫວ່າງປະເທດລັດເຊຍ ແລະ ຫວຽດນາມ ຢູ່ນະຄອນໂຮ່ຈິມິນ”.

        ເມື່ອອອກຈາກຕະຫຼາດລັດເຊຍ, ພວກຂ້າພະເຈົ້າໄດ້ໄປຮ້ານ Russia Shop, ເຊິ່ງເປັນຮ້ານຄ້າຂາຍສະເພາະບັນດາສະບຽງອາຫານລັດເຊຍ (ຂຶ້ນກັບກຸ່ມບໍລິສັດ ຫງວຽນຮົ່ງ ກຣຸບ) ຕັ້ງຢູ່ເລກທີ 183, ຖະໜົນ ວໍວັນເຕີ່ນ, ເມືອງ 3. ຮ້ານນີ້ກໍໄດ້ຮັບຖືວ່າແມ່ນຈຸດນັດພົບທີ່ສະໜິດສະໜົມສຳລັບນັກທ່ອງທ່ຽວລັດເຊຍ ຢູ່ນະຄອນໂຮ່ຈິມິນ.

        ເຖິງວ່າເນື້ອທີ່ຂອງຮ້ານຂາຍບໍ່ກວ້າງກໍ່ຕາມ, ແຕ່ບັນດາຜະລິດຕະພັນທີ່ໄດ້ວາງຂາຍຢູ່ທີ່ນີ້ພັດອຸດົມສົມບູນ, ດ້ວຍປະເພດສິນຄ້າທີ່ເຂັ້ນຂຸ້ນໄປດ້ວຍວັດທະນະທຳຂອງລັດເຊຍ ຫຼາຍຊະນິດຄື: ເຄື່ອງທີ່ລະນຶກ, ບັນດາວັດຖຸພັນຈາກສະໄໝໂຊວຽດເກົ່າຄື: ຕຸກກະຕາໄມ້ Matrioshka, ຕຸກກະຕາຢາງ; ອາຫານສົດ, ຊາຊະນິດຕ່າງໆ… ເອື້ອຍ ເລທິທູເຮືອງ, ຫົວໜ້າຮ້ານ Russia Shop ໃຫ້ຮູ້ວ່າ.

        “ສິນຄ້າຕົ້ນຕໍທີ່ລູກຄ້າຊື້ແມ່ນສະບຽງອາຫານ ເຊິ່ງເຂົາເຂົ້າເຄີຍກິນ, ຫາກບໍ່ຊື້ແບບຊະຊາຍ, ຕົວຢ່າງຄື: ນ້ຳຍຳສະລັດ, ຊິ້ນກະປ໋ອງ, ຢໍ່ປາຊາ ຫຼື ຊອັກໂກແລດ”.

        ບໍ່ພຽງແຕ່ຢູ່ຕະຫຼາດລັດເຊຍ ເທົ່ານັ້ນ, ຢູ່ບໍລິເວນນະຄອນໂຮ່ຈິມິນ ຍັງມີຮ້ານສັບພະສິນຄ້ານັບສີບຮ້ານທີ່ຂາຍບັນດາປະເພດສິນຄ້າທີ່ນຳເຂົ້າຈາກລັດເຊຍ. ນີ້ບໍ່ພຽງແຕ່ແມ່ນເຂດແລກປ່ຽນຄ້າຂາຍລະຫວ່າງຫວຽດນາມ ກັບ ລັດເຊຍເທົ່ານັ້ນ ຫາກຍັງແມ່ນການດຳເນີນຊີວິດຂອງປະຊາຄົມຊາວລັດເຊຍ ທີ່ດຳລົງຊີວິດຢູ່ນະຄອນໂຮ່ຈິມິນ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ