ສີສັນລະດູບານໃໝ່ໃນທຸກແຖບຖິ່ນທົ່ວປະເທດຊາດ - ວັນບຸນສາມັກຄີຂອງບັນດາເຜົ່າຫວຽດນາມ


    ​ໃນ​ຊຸມ​ມື້ແຕ່ວັນທີ 15 ຫາວັນທີ 17/2/2014, ໝູ່ບ້ານວັດທະນະທຳ- ທ່ອງທ່ຽວບັນດາເຜົ່າ ຫວຽດນາມຢູ່ດົງໂມ, ເຊີນໄຕ, ຮ່າໂນ້ຍ ຍິ່ງຟົດຟື້ນມວນ ຊື່ນຂຶ້ນຕື່ມ​ດ້ວຍ​ບັນ​ດາ​ງານ​ບຸນ​ທີ່​ເປັນ​ເອກະລັກ​ສະເພາະ, ບັນດາ​ຮີດຄອງ​ປະ​ເພນີ, ບັນ​ດາບົດ​ເພງ​ຊົມ​ເຊີຍ​ລະດູບານ​ໃໝ່​ຂອງ​ປະຊາຊົນ 54 ​ເຜົ່າ​ໃນ​ວັນ​ບຸນ “ ສີສັນ​ລະດູບານ​ໃໝ່​ໃນ​ທຸກ​ແຖບ​ຖິ່ນ​ທົ່ວ​ປະ​ເທດ​ຊາດ”.

ສີສັນລະດູບານໃໝ່ໃນທຸກແຖບຖິ່ນທົ່ວປະເທດຊາດ - ວັນບຸນສາມັກຄີຂອງບັນດາເຜົ່າຫວຽດນາມ - ảnh 1
ໝໍພອນຊາວເຜົ່າ ໂລໂລພວມກະກຽມທຳພິທີພາວະນາ​ຟ້າ​ຝົນ

   ໃນເດີນບ້ານທີ່ກ້ວາງໃຫຍ່, ໝໍພອນຊາວເຜົ່າ ໂລໂລ ຢູ່ເມືອງແມ່ວຫວາກ ແຂວງຮ່າຢາງ ພວມອ່ານບົດສະດຸດີເຊື້ອເຊີນເທວະດາຟ້າແຖນ​ມາ​ເປັນ​ສັກຂີ​ພິຍານ​ພິທີ​ພາວະນາ​ຟ້າ​ຝົນ​ຂອງ​ຊາວບ້ານ. ພິທີ​ພາວະນາ​ຟ້າ​ຝົນ​ຂອງຊາວເຜົ່າ ໂລໂລ​ໄດ້​ຮັບ​ເລືອກ​ເປັນ​ການ​ເຄື່ອນ​ໄຫວ​ເປີດ​ສາກ​ໃຫ້​ວັນ​ບຸນ“ສີສັນ​ລະດູບານ​ໃໝ່​ໃນ​ທຸກ​ແຖບ​ຖິ່ນ​ທົ່ວ​ປະ​ເທດ​ຊາດ” ປີນີ້. ທ່ານ​​ໂຮ່ຫວຽດ​ເຊີນ ຜູ້ອຳນວຍການ​ສູນວັດທະນະທຳ​ແຂວງ ຮ່າ​ຢາງ ​ໃຫ້​ຮູ້​ວ່າ : 

    “ຊາວເຜົ່າ ໂລໂລ​ເວົ້າສະ​ເພາະ ​ແລະ ພໍ່​ແມ່​ພີ​ນ້ອງປະຊາຊົນ​ບັນດາ​ເຜົ່າ​ໃນ​ແຂວງຮ່າຢາງເວົ້າລວມ, ຢູ່ແຫ່ງນີ້, ດິນຟ້າອາກາດຮ້າຍແຮງທີ່ສຸດ, ບໍ່ເອື້ອ ອຳນວຍຄວາມສະດວກ, ອາກາດໜາວຈັດ ແລພ ຝົນຕົກບໍ່ຫຼາຍ, ດັ່ງນັ້ນ ໃນໂອກາດຕົ້ນປີ, ຊາວເຜົ່າ ໂລໂລ ເຄີຍທຳພິທີ​ພາວະນາ​ຟ້າ​ຝົນ​, ພາວະນາໃຫ້ ລະດູການຜະລິດໄດ້ຮັບຜົນດີ, ປະຊາຊົນຢູ່ເຢັນເປັນສຸກ ”

   ໂດຍມີຄວາມແຕກຕ່າງກັບຊາວເຜົ່າ ໂລໂລ, ໃນພິທີ​ພາວະນາ​ຟ້າ​ຝົນ​ຂອງຊາວເຜົ່າກໍໃນແຂວງກວາງນາມນັ້ນ, ແມ່ນມີການເຂົ້າຮ່ວມຂອງບັນດາ ເຈົ້າກົກ​ເຈົ້າ​ເຫຼົ່າ, ພ້ອມ​ກັບ​ຊາວບ້ານ​ຢ່າງ​ຫຼວງ​ຫຼາຍ. ພິພີ​ກຳ​ຖືກ​ດຳ​ເນີນ​ໃນ​ທ່າມກາງ​ສຽງ​ຄ້ອງ​ດັ່ງ​ກ້ອງ​ກັງວານ​ຂຶ້ນ​ໄປ​ທົ່ວ​ເຂດ. ນາງ ​ເຢືອງທີ​ແທງ​ລານ ຊາວເຜົ່າ ກໍ ​ເວົ້າ​ວ່າ : 

   “ ຂ້າພະ​ເຈົ້າ​ມີ​ຄວາມ​ພາກ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ເມອ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ແຫ່ງນີ້​ພ້ອມ​ກັບ​ບັນດາ​ເຜົ່າ​ອ້າ​ຍນ້ອງ​. ​ໄດ້​ແບ່ງປັນ​ຄວາມ​ມວ່ນຊື່ນ​ລະຫວ່າງ​ຊົນ​ເຜົ່າ ກໍ ພວກ​ຂ້າພະ​ເຈົ້າກັບຊົນ​ເຜົ່າ​ອື່ນໆ”

    ຢູ່​ແຈ່ໜຶ່ງ​​ໃນ​ບ້ານ, ຊາວ​ເຜົ່າ ບ​ເຣົາ​ໃນ​ແຂວງ​ກອມ​ຕຸ​ມພວມ​ກະກຽມ​ເຫຼົ້າ​ໄຫ, ​ໄກ່ 3 ​ໂຕ, ໝູ 3 ​ໂຕ, ​ແບະ 1 ​ໂຕ ພ້ອມ​ດ້ວຍ​ບັນດາ​ເມັດ​ເຂົ້າ​ເປືອກ​ພັນ​ໂດຍ​ວາງ​ເທິງ​ໃບຕອງ​ກ້ວຍ​ ​ເພື່ອ​ກະກຽມ​ທຳ​ພິທີ​ໄຫວ້​ບູຊາ​ຕົ້ນ​ເຂົ້າ. ​ໃນ​ຂະນະ​ດຽວ​ກັນ, ຢູ່​ເຮືອນຮ້ານ​ຂອງ​ຊາວ​ເຜົ່າ​ຜູ້​ໄທ, ລຸງ​ ມຸນ​ຫຼວງ ພວມ​ທຳ​ພິທີ​ໄຫວ້​ບູຊາ​ເທວະ​ດາ​ຟ້າ​ແຖນ.

   ພ້ອມ​ກັບ​ຄວາມ​ເຄັ່ງຂຶມ​ຂອງ​ຂັ້ນ​ຕອນ​ຈັດ​ພິທີ, ບັນດາ​ວາດ​ຟ້ອນ, ຈັ່ງ​ຫວະ​ເຕັ້ນ​ລຳ, ສຽງ​ຂັບ​ລຳ​ທຳ​ເພງ​ປະສານ​ກັບ​ສຽງ​ຂຸ່ຍ, ສຽງ​ແຄນ, ສຽງ​ພິນ​ ​ໄດ້​ກັງວານ​ຂຶ້ນ, ຍິ່ງ​ເຮັດ​ໃຫ້​ບັນຍາກາດ​ຂອງ​ງານ​ບຸນ​ເພີ່ມ​ຄວາມ​ຄຶກຄື້ນ​ມ່ວນ​ຊື່ນ. ທ້າວ ​ເວື​ອງວັນ​ຕ້ຽນ ຊາວ​ເຜົ່າ​ນຸ່ງ ​ໃນ​ແຂວງ ກາວ​ບັງ ມີ​ຄວາມ​ພາກພູມ​ໃຈ​ເພາະ ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ມາ​ຮ່ວມ​ວັນ​ບຸນ​ໃຫຍ່ຂອງ​ບັນດາ​ເຜົ່າ. ທ້າວເວື​ອງວັນ​ຕ້ຽນ​ເປີດ​ເຜີຍ​ວ່າ: (​ເທບ)

   “ ມື້​ນີ້​ນ້ອງ​ມ່ວນ​ຫຼາຍ​ເພາະ​ໄດ້​ແລກປ່ຽນ​ວັດທະນະທຳ​ກັບ​ປະຊາຊົນບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ. ນ້ອງ​ຮູ້ສຶກ​ປະ​ທັບ​ໃຈ​ກ່ຽວ​ກັບ​ຊຸດ​ອາພອນ​ຂອງ​ເຜົ່າ ປາ​ແທນ ​ໃນ​ແຂວງ​ຮ່າ​ຢາງ, ພິ​ເສດ​ແມ່ນ​ຜ້າຄຸມ​ຫົວ ​ແມ່ນ​ຄັກ​ຫຼາຍ. ມາ​ແຫ່ງ​ນີ້, ນ້ອງໄດ້​ແລກປ່ຽນ​ວັດທະນະທຳ​ ​ແລະ ຮຽນ​ເອົາ​ໄດ້​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ຈາ​ກ​ເຜົ່າອື່ນໆ ”

  ວັນ​ບຸນ “ ສີສັນ​ລະດູບານ​ໃໝ່​ໃນ​ທຸກ​ແຖບ​ຖິ່ນ​ທົ່ວ​ປະ​ເທດ​ຊາດ” ​ໄດ້​ກາຍ​ເປັນ​ວັນ​ດຳ​ເນີນ​ຊີວິດ​ວັດທະນະທຳ, ສິລະ​ປະ​ວັນນະຄະດີ​ທີ່​ລື້​ງ​ເຄີຍ​ກັບ ປະຊາຊົນບັນດາ​ເຜົ່າ​ຫວຽດນາມ. ຜ້າຄຸມ​ຫົວ, ໝວກ, ຂອງຂວັນ​ຕ່າງໆ ທີ່​ບັນດາ​ຜູ້​ຄົນມາ​ຈາກ​ເຜົ່າຕ່າງໆ​ມອບ​ໃຫ້​ແກ່​ກັນ​ເປັນ​ຂອງຂວັນ​ນັ້ນ, ປຽບ​ເໝືອນ​ຄຳ​ໝັ້ນ​ໝາຍ, ນັດ​ກັນ​ຮອດ​​ເວລາ​ດຽວ​ກັນ​ຂອງ​ປີໜ້າ ຈະ​ພົບ​ກັນ​ໃໝ່​ທີ່​ຊາຍຄາ​ຮ່ວມ​ນີ້​ເພື່ອ​ແລກປ່ຽນ​ວັດທະນະທຳ​ນຳ​ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ