ສະມາຄົມມໍລະດົກວັດທະນະທຳຊຶ່ງແມ່ນ ແຫ່ງເຊີດຊູຄຸນຄ່າວັດທະນະທຳຂອງໄວໜຸ່ມ


   ໃນ​ການ​ດຳລົງ​ຊີວິດ, ການອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ບັນດາ​ມໍລະດົກ​ວັດທະນະທຳ​ທີ່​ມີ​ມາ​ແຕ່​ດົນ​ນານ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຖ້າ​ຫາກ​ບໍ່​ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຈາກ​ວົງ​ຄະນະ​ຍາດ. ​ໃນ​ສະພາບ​ຕົວ​ຈິງ​ໄລຍະ​ທີ່​ຜ່ານມາດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ຫຼາຍ​ມໍລະດົກ​ໄດ້​ຮັບ​ການ​ໂຄສະນາ, ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ, ນັ້ນ​ແມ່ນ​ຍ້ອນ​ມີ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ສ່ວນ​ບຸກຄົນ, ບັນດາ​ອົງການ​ຈັດ​ຕັ້ງ​ທີ່​ສຸມ​ຈິດ​ສຸມ​ໃຈກັບ ມໍລະດົກ​ວັດທະນະທຳ​ຂອງ​ຄົນ​ລຸ່ນກ່ອນ. ສະມາຄົມມໍລະດົກ​ວັດທະນະທຳ​ຮ່າໂນ້ຍ, ຊຶ່ງ​ແມ່ນ​ອົງການ​ເຕົ້າ​ໂຮມຫຼາຍ​ນັກ​ປັນຍາ​ຊົນ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ ກໍ​ແມ່ນ​ແຫ່ງ​ເຊັ່ນ​ນັ້ນ.

ສະມາຄົມມໍລະດົກວັດທະນະທຳຊຶ່ງແມ່ນ ແຫ່ງເຊີດຊູຄຸນຄ່າວັດທະນະທຳຂອງໄວໜຸ່ມ - ảnh 1
ນັກ​ຈິດຕະກອນ ​ເຈີ​ນ​ແທງ​ຕຸ່ງ  ແລະ ນັກຄົ້ນຄ້ວາປະຫວັດສາດ ເຢືອງຈຸງກວັກ     (ພາບ: http://thanglong.chinhphu.vn/)

  
 ສະມາຄົມມໍລະດົກ​ວັດທະນະທຳ​ຮ່າໂນ້ຍ ​ແມ່ນ​ອົງການ​ເຄື່ອນ​ໄຫວບໍ່​ເພື່ອ​ຜົນ​ກຳ​ໄລ, ເຕົ້າ​ໂຮມຫຼາຍ​ນັກ​ປັນຍາ​ຊົນ​ໜຸ່ມສຸມ​ຈິດ​ສຸມ​ໃຈອຸທິດ​ສ່ວນ​ໃນ​ການອະນຸລັກ​ຮັກສາ, ​ໂຄສະນາ ​ແລະ ພັດທະນາ​ວັດທະນະທຳ​ຫວຽດນາມ​ດ້ວຍ​ຄວາມ​ເອກ​ອ້າງທະ​ນົງ​ໃຈ​ຕໍ່ມູນ​ເຊື້ອຫວຽດນາມ, ​ເຊີດ​ຊູ​ສີສັນ​ວັດທະນະທຳ​ຫວຽດນາມ. ນັກ​ຈິດຕະກອນ ​ເຈີ​ນ​ແທງ​ຕຸ່ງ ​ເປີດ​ເຜີ​ຍ ວ່າ : 

   “ ຫວຽດນາມ​ແມ່ນ​ປະ​ເທດ​ທີ່​ມີ​ໄລຍະ​ປະຫວັດສາດ​ວັດທະນະທຳ​ມາ​ແຕ່​ດົນ​ນານ, ພິ​ເສດ​ພວກ​ເຮົາ​ພວມ​ມີ​ຫຼາຍ​ ມໍລະດົກ​ວັດທະນະທຳ​ທີ​ມີ​ຮູບ​ຮ່າງ ​ແລະ ບໍ່​ມີ​ຮູບ​ຮ່າງ ​ແລະ ພວກ​ເຮົາ​ໄດ້​ມີ​ຖັນ​ແຖວ​ນັກ​ຄົ້ນ​ຄ້ວາ, ​ໃນ​ນັ້ນ​ມີ​ໄວ​ໜຸ່ມ​ຫຼາຍ​ຄົນ​ຢາກ​ຊອກ​ຮູ້​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດທະນະທຳ​ຂອງ​ລຸ່ນປູ​ລຸ່ນພໍ່. ນີ້​ແມ່ນ​ບັນດາ​ເຫດຜົນ​ທີ່​ພາ​ໃຫ້​ພວກ​ຂ້າພະ​ເຈົ້າ​ສ້າງ​ຕັ້ງ ສະມາຄົມມໍລະດົກ​ວັດທະນະທຳ​ ​ເພື່ອ​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ອະດີດ, ປະຈຸ​ບັນ ​ແລະ ອະນາຄົດ. ​ໂດຍ​ຜ່ານ ສະມາຄົມມໍລະດົກ​ວັດທະນະທຳ​, ພວກ​ຂ້າພະ​ເຈົ້າ​ມີ​ໂອກາດ​ໄດ້​ສຳ​ພັດ​ບັນດາ ມໍລະດົກ​ວັດທະນະທຳ​ອັນ​ລ້ຳ​ຄ່າ​ຂອງ​ຄົນ​ລຸ່ນກ່ອນ, ພ້ອມ​ກັນ​ນັ້ນ ກໍ​ໂຄສະນາ​ໃຫ້​ຄົນ​ລຸ່ນຫຼັງ”

     ດ້ວຍ​ທິດ​ນຳ​ການ​ເຄື່ອນ​ໄຫວ​ເຊັ່ນ​ນັ້ນ, ສະ​ເພາະ​ປີ 2013, ສະມາຄົມມໍລະດົກ​ວັດທະນະທຳ​ຮ່າໂນ້ຍ​ໄດ້​ຈັດ​ຕັ້ງ 23 ​ເຫດການ​ວັດທະນະທຳ​ສິລະ​ປະ, ​ໃນ​ນັ້ນ​ມີ​ຫຼາຍ​ເຫດການ​ທີ່​ໜ້າ​ສົນ​ໃຈ ​ແລະ ​ໄດ້​ສ້າງຄວາມ​ປະ​ທັບ​ໃຈ​ໃຫ້​ຜູ້​ຊົມ​ທັງຫຼາຍ.                    

   ດ້ວຍ​ຈຸ​ປະສົງ​ນຳ​ຄວາມ​ເມົາ​ມົວກັບມໍລະດົກ​ວັດທະນະທຳ​ຂອງ​ຄົນ​ລຸ່ນກ່ອນມາສູ່​ມວນ​ຊົນ, ການ​ເຄື່ອນ​ໄຫວຂອງສະມາຄົມມໍລະດົກ​ວັດທະນະທຳ​​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ນັກວິ​ທະ​ນາສາ​ດທີ່​ມີ​ຊື່​ສຽງ​ຫຼາຍ​ຄົນ. ນັກ​ຈິດຕະກອນ ​ເຈີ​ທ​ແທງ​ຕຸ່ງ​ໃຫ້​ຮູ້​ວ່າ : 

  “ ມີ​ສັນຍານ​ທີ່​ເປັນ​ໜ້າພູມ​ໃຈ ນັ້ນ​ແມ່ນ​ຈຳນວນ​ຜູ້​ສົນ​ໃນ​ຕໍ່ການ​ເຄື່ອນ​ໄຫວຂອງສະມາຄົມມໍລະດົກ​ວັດທະນະທຳ​​ ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ​ເຂົາ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນຍ້ອນ​ວ່າ​ ສາມາດຊອກ​ຫາໄດ້ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ກ່ອນ​ນັ້ນ​ເຂົາ​ເຈົ້າ​ຍັງ​ບໍ່​ທັນ​ເຂົ້າ​ໃຈຫຼືບໍ່ທັນ​ມີ​ໂອກາດ​ໄດ້​ເຫັນ​ຄືນ”

  ​ໄລຍະ​ຕໍ່​​ມາ, ບັນດາ​ເຫດການ​ໂດຍສະມາຄົມມໍລະດົກ​ວັດທະນະທຳ​ຈັດ​ຂຶ້ນ ​ແມ່ນ​ນັບ​ມື້​ນັບ​ເປີດ​ກ້ວາງ, ສາມາດ​ດຶງ​ດູດ​ມວນ​ຊົ​ນມາ​ສຳ​ພັດ​ກັບ​ວັດທະນະທຳ​ມໍ​ລະ​ດົກ. ​ໃນ​ນັ້ນ, ​ມີ​ບັນດາ​ເຫດການ​ໃຫຍ່​ຄື : ໝູ່​ບ້ານ​ເຄື່ອງ​ປັ້ນດິນ​ເຜົາ ບາດ​ຈ່າງ, ວັດທະນະທຳ​ການ​ອ່ານ ​ແລະ ​ໄວ​ໜຸ່ມ….ນັ້ນ​ແມ່ນ​ຄວາມ​ພະຍາຍ​າມຂອງ​ທາງ​ສະມາຄົມ​ເພື່ອ​ນຳ ມໍລະດົກ​ວັດທະນະທຳ​ເຂົ້າ​ສູ່​​ຊີວິດຕົວ​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ