ສະໂມສອນປິ່ນປົວພະຍາດດ້ວຍການກະທົບໃສ່ກະດູກສັນຫຼັງ

ການ​ກະ​ທົບ​ໃສ່​ກະ​ດູກ​ສັນຫຼັງ ແມ່ນ​ວິ​ທີ​ປິ່ນ​ປົວ​ພະ​ຍາດ​ແບບ​ພື້ນ​ເມືອງ​ຂອງ​ຊາວ​ຫວຽດ​ນາມ​ໂດຍ​ໃຊ້​ມື​ບີບ ແລະ ຄັ້ນບົນ​ຈຸດ​ປະ​ສາດ. ເມື່ອ​ເຫັນ​ໄດ້​ເຖິງ​ປະ​ສິ​ດ​ທິ​ຜົນ​ຂອງວິ​ທີ​ປິ​່ນ​ປົວ​ແບບນີ້, ທ່ານ​ໝໍ ຫງວນ​ຫງອກ​ເຮືອງ​ໄດ້​ສ້າງ​ຕັ້ງ​ສະ​ໂມ​ສອນ “ປິ່ນ​ປົວ​ພະ​ຍາດ​ດ້ວຍ ການ​ກະ​ທົບ​ໃສ່​ກະ​ດູກ​ສັນຫຼັງ” . ຍ້ອນ​ມີ​ສະ​ໂມ​ສອນ​ແຫ່ງນີ້, ມີ​ຄົນ​ເຈັບຫຼາຍ​ຄົນ​ໄດ້​ມີ​ອາ​ການ​ສຸ​ຂະ​ພາບ​ດີ​ຂຶ້ນ.

         

ສະໂມສອນປິ່ນປົວພະຍາດດ້ວຍການກະທົບໃສ່ກະດູກສັນຫຼັງ - ảnh 1
ການ​ກະ​ທົບ​ໃສ່​ກະ​ດູກ​ສັນຫຼັງ ແມ່ນ​ວິ​ທີ​ປິ່ນ​ປົວ​ພະ​ຍາດ​ແບບ​ພື້ນ​ເມືອງ​ຂອງ​ຊາວ​ຫວຽດ​ນາມ​ໂດຍ​ໃຊ້​ມື​ບີບ ແລະ ຄັ້ນບົນ​ຈຸດ​ປະ​ສາດ

     ທັງບີບ ແລະ ຄັ້ນບົນ​ຈຸດ​ປະ​ສາດ, ທັງ​ໃຫ້​ຄຳ​ແນະ​ນຳ​ໃຫ້​ນັກ​ຂ່າວ ຮັ່ງ​ຈີ​ຢູ່​ຮ່າ​ໂນ້ຍ​ກ່ຽວ​ກັບ​ວິ​ທີ​ປິ່ນ​ປົວ​ສຳ​ລັບ​ອາ​ການເຈັບ​ບ່າ ແລະ ສັນຫຼັງ​. ທ່ານ​ໝໍ ຫງວນ​ຫງອກ​ເຮືອງ ໃຫ້​ຮູ້​ວ່າ ວິ​ທີ​ປິ​່ນ​ປົວ​ແບບນີ້ ສາ​ມາດຫຼຸດ​ຜ່ອນ​ອາ​ການ​ເຈັບ​ປ່ວຍ​ຕ່າງໆ ແລະ ຖ້າ​ຫາກວິ​ທີ​ປິ​່ນ​ປົວ​ແບບນີ້​ຂະ​ຫຍາຍ​ຕົວ​ໃນ​ວົງ​ກ້​ວາງ ກໍອາດ​ຈະຊ່ວຍ​ຄົນ​ເຈັບ​ໄດ້​ຮັບ​ການ​ປິ່ນ​ປົວ​ຢູ່​ກັບ​ທີ່ ບໍ່​ສິ້ນ​ເປືອງ​ເງິນ​ທອງ. ທ່ານ​ໝໍ ຫງວນ​ຫງອກ​ເຮືອງ ເວົ້າ​ວ່າ : 

   “ ຂ້າ​ພະ​ເຈົ້າ​ໄດ້ສ້າງ​ຕັ້ງ​ສະ​ໂມ​ສອນແຫ່ງນີ້ ແລະ ໄດ້​ຖ່າຍ​ທອດບັນ​ດາ​ຄວາມ​ຮູ້​ໂດຍ​ຜ່ານ​ການ​ສຶກ​ສາ​ຄົ້ນ​ຄ້​ວາ ແລະ ຖອດ​ຖອນ​ມາ​ໄດ້​ຈາກ​ຕົວ​ຈິງ. ກໍ​ເຊັ່ນ​ດຽວ​ກັນນັ້ນ, ເພື່ອ​ໃຫ້​ທຸກ​ຄົນ​ຍົກ​ສູງສີ​ມື​ອາ​ຊີບ, ຜູ້​ມາ​ແຕ່​ນານ ກໍ​ຖ່າຍ​ທອດ​ໃຫ້​ຜູ້​ມາ​ໃໝ່. ຂ້າ​ພະ​ເຈົ້າ​ກໍ​ໄດ້​ດຳ​ເນີນການ​ໄປ​ປິ່ນ​ປົວ​ເພື່ອ​ການ​ກຸ​ສົນ, ທັງ​ນີ້​ກໍ​ເປັນ​ການ​ສົ່ງ​ເສີມ​ສຸ​ຂະ​ພາບ ແລະ ເພີ່ມ​ຍົກ​ສູງ​ສີ​ມື​ອາ​ຊີບ​ໃຫ້​ສະ​ມາ​ຊິກ​ມະ​ໂມ​ສອນ​ຜູ້​ມາ​ໃໝ່  ”

ສະ​ໂມ​ສອນປິ່ນ​ປົວ​ພະ​ຍາດ​ດ້ວຍການ​ກະ​ທົບ​ໃສ່​ກະ​ດູກ​ສັນຫຼັງ ໄດ້​ດຳ​ເນີນ​ການ​ລົງ​ໄປ​ປິ່ນ​ປົວ​ພະ​ຍາດ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ໃນການ​ເດີນ​ທາງ​ໄປ​ປິ່ນ​ປົວ​ແຕ່​ລະ​ຄັ້ງ, ມີ​ຄົນ​ເຈັບ​ນັບຮ້ອຍ​ຄົນ​ໄດ້​ຮັບ​ການ​ປິ່​ນ​ປົວ. ທ່ານ​ໝໍ ເລ​ແອງ​ນາມ ເປີດ​ເຜີຍ​ວ່າ :

    “ ໃນ​ເບື້ອງ​ຕົ້ນ, ພໍ່​ແມ່​ພີ​ນ້ອງ ກໍ​ມີ​ຄວາມ​ສົງ​ໄສ, ເພາະ​ວ່າ ດ້ວຍການປິ່ນ​ປົວ​ພະ​ຍາດ​ໂດຍ​ໃຊ້ 2 ຝາ​ມື ແລະ ບໍ່​ຕ້ອງ​ໃຊ້​ຢຸກ​ຢາ ແຕ່​ພັດ​ສາ​ມາດ​ປິ່ນ​ປົວ​ໄດ້ 600 ພະ​ຍາດ. ເລື່ອງນີ້​ແມ່ນ​ຄວາມ​ຈິງ​ແທ້. ພາຍຫຼັງ​ປິ່ນ​ປົວ​ເປັນ​ເວ​ລາ 1-2 ມື້, ມີຫຼາຍ​ຄົນ​ຮູ້​ສຶກ​ປະຫຼາດ​ໃຈ​ຍ້ອນ​ວ່າ ໂດຍ​ໃຊ້​ວິ​ທີ​ປິ່ນ​ປົວແບບ​ງ່າຍ​ດາຍ​ເຊັ່ນ​ນັ້ນ ແຕ່​ສາ​ມາດ​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ສູງ, ຄ່າ​ບໍ​ລິ​ການ​ກໍ​ບໍ່ຫຼາຍ​ປານ​ໃດ. ສິ່ງ​ທີ່​ສຳ​ຄັນ​ແມ່ນບໍ່​ຕ້ອງນອນ​ໂຮງ​ໝໍ ແລະ ກິນ​ຢາເພື່ອ​ປິ່ນ​ປົວ ”

      ໃນ​ມໍ່ໆ​ມານີ້, ສະ​ໂມ​ສອນ​ໄດ້​ລົງ​ໄປ​ປິ່ນ​ປົວ​ພະ​ຍາດ​ເພື່ອ​ການ​ກຸ​ສົນໃຫ້ປະ​ຊາ​ຊົນ​ຕາ​ແສງ​ມາຍ​ເລີມ, ເມືອງ​ດົງ​ແອງ. ທັງ​ຜູ້​ປິ່ນ​ປົວ ແລະ ຄົນ​ເຈັບ​ຕ່າງ​ກໍ​ຕື້ນ​ຕັນ​ໃຈ​ເມື່ອ​ເຫັນ​ຄົນ​ເຈັບ ທີ່​ເປັນ​ລອຍ ທ່ານຝ້າມ​ຮີ​ທົງ ອາ​ຍຸ 62 ປີ ສາ​ມາດ​ຍ່າງ​ໄປ​ມາ​ໄດ້. ເມຍ​ຂອງ​ທ່ານ​ທົງ ໃຫ້​ຮູ້​ວ່າ ການປິ່ນ​ປົວ​ແບບ​ກະ​ທົບ​ໃສ່​ກະ​ດູກ​ສັນຫຼັງ​ກໍ​ແມ່ນ​ສິ່ງ​ທີ່​ປະ​ຕິ​ຫານ, ມາ​ຮອດ​ຈຸດ​ເວ​ລານີ້, ນາງ​ກໍ​ບໍ່​ສາ​ມາດ​ເຊື່ອ​ວ​່າ ນີ້​ແມ່ນ​ຄວາມ​ຈິງ​ແທ້. ເມຍ​ຂອງ​ທ່ານ​ທົງ ເວົ້າ​ວ່າ : 

    “ ​ກ່ອນກນີ້ 6 ປີ, ຜົວ​ຂ້າ​ພະ​ເຈົ້າ​ຖືກ​ເສັ້ນ​ເລືອດ​ຂຶ້ນ​ສະ​ໝອງ​ແຕກ, ເມື່ອ​ສົ່ງ​ໄປ​ໂຮງ​ໝ​ໍ​ປິ່ນ​ປົວ, ສຸດ​ທ້າຍ​ກໍ​ເປັ​ນ​ລອຍ​ທັງ​ຕົນ​ໂຕ, ປາກ​ກໍ​ບໍ່​ໄດ້​ອີກ. ແຕ່​ເມື່ອ​ໄດ້​ຮັບ​ການປິ​່ນ​ປົວ​ແບບນີ້, ນັບ​ແຕ່ມື້​ທຳ​ອິດ ກໍ​ສາ​ມາດ​ເວົ້າ​ໄດ້ 2-3ຄຳ , ຮອດມື້​ທີ 2 ກໍ​ສາ​ມາດ​ເວົ້າ​ໄດ້​ລຽນ​ໄຫຼ ແລະ ຮອດມື້​ທີ 3 ກໍ​ສາ​ມາດ​ຍໍ​ແຂນ​ຂຶ້ນ​ໄດ້” .

ຕອບກັບ

ຂ່າວ/ບົດ​ອື່ນ