ສະໂມສອນອາສາສະໝັກ Ha Noi Young Inspirers ແຫ່ງເຊື່ອມຕໍ່ຄວາມຮັກແພງ

(vovworld)- ມີ​ຊາວ​ຫ​ນຸ່ມ​ຫ​ນ່ວຍ​ຫ​ນຶ່ງ​ທີ່ເປັນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ນັກ​ທຸ​ລະ​ກິດ​​ເຮັດ​ວຽກ​ງານ​ກຸ​ສົນ ກັບ​ບັນ​ດາ​ຄົນ​ງານ​ຜູ້ທຸກ​ຍາກ ເພື່ອ​ຜັນ​ຂະ​ຫ​ຍາຍ​ການ​ເຄື່ອນ​ໄຫວອາ​ສາ​ສະ​ໝັກ​ຢູ່​ບໍ​ລິ​ເວນ ນະ​ຄອນ ຮ່າ​ໂນ້ຍ. ບົດ​ຂຽນ “ສະ​ໂມ​ສອນ​ອາ​ສາ​ສະ​ໝັກ Ha Noi Young Inspirers ​ແຫ່ງເຊື່ອມ​ຕໍ່​ຄວາມ​ຮັກ​ແພງ” ຂອງ​ນັກ​ຂ່າວ ຫງວຽນ​ຮ່ຽນ

 

ສະໂມສອນອາສາສະໝັກ Ha Noi Young Inspirers ແຫ່ງເຊື່ອມຕໍ່ຄວາມຮັກແພງ - ảnh 1
ນ​ດາ​ສະ​ມາ​ຊິກ​ໃນ​ສະ​ໂມ​ສອນ ໄດ້​​ນຳ​ເອົາ​ເຂົ້າ​ຈີ່ 500 ກ້ອນ, 30 ຄາບ​ເຂົ້າ ແລະ ເຂົ້າ​ປຽກ 200 ລິດມາຊ່ວຍ​ເຫລືອ​ໃຫ້ກວ່າ 800 ຄົນ
ພາບ​:Ha Noi Young Inspirers

        ສະ​ໂມ​ສອນ Ha Noi Young Inspirers   ແມ່ນ​ອົງ​ການຈັດ​ຕັ້ງ​ປະ​ຊາ​ຄົມ ຊື່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນຈາກ​ແນວ​ຄວາມ​ຄິດ​ເຊື່ອມ​ຕໍ່​ບັນ​ດາ​ເພື່ອນ​ຫ​ນຸ່ມ, ນັກ​ສຶກ​ສາ ຢູ່ ຮ່າ​ໂນ້ຍ​ເພື່ອແບ່ງ​ປັນ​ບັນ​ດາ​ຄຸນ​ຄ່າ​ຂອງ​ຊີ​ວິດ. ຢູ່​ສະ​ໂມ​ສອນນີ້, ບັນ​ດາ​ເພື່ອນ​ຫ​ນຸ່ມ​ສາ​ມາດ​ຍົກ​ອອກ​ຂໍ້​ລິ​ເລີ່​ມ​ຂອງ​ຕົນ, ຫັນ​ບັນ​ດາ​ແນວ​ຄວາ​ມ​ຄິດ, ໂຄງ​ການ​​ເຄື່ອນ​ໄຫວ​ເພື່ອປະ​ຊາ​ຄົມ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ກໍ່​ຄືແບ່​ງ​ປັນ​ຄວາມ​ຮູ້, ທັກ​ສະ​ກັບ​ໝູ່​ເພື່ອນ​.

        ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ທ້າຍ​ປີ 2015, Ha Noi Young Inspirers ແມ່ນ​ອົງ​ການສະ​ໂມ​ສອນ​ທີ່​ຫ​ນຸ່ມ​ແຫ​ນ້ນ ດ້ວຍ​ສະ​ມ​າ​ຊິກ​ໃນ​ເບື້ອງ​ຕົ້ນ​ພຽງ 20 ຄົນ. ເພື່ອນ ບູ່ຍ​ດັງ​ລອງ, ຫົວ​ຫ​ນ້າ​ສະ​ໂມ​ສອນ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ: ໂຄງ​ການ​ທຳ​ອິດ​ຂອງສະ​ໂມ​ສອນແມ່ນ “ສ້າງຄວາມ​ອົບ​ອຸ່ນ​ໃນ​ໂອ​ກາດ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ” ຊື່ງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ຊຸມມື້​ບຸນ​ເຕັດ​ຜ່ານ​ມາ. ເຖິງວ່າບໍ່​ມີ​ປະ​ສົບ​ການ ແລະ ຍັງປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ດັ່ງ​ກ່າວ​ກໍ​ຕາມ, ແຕ່​ບັນ​ດາ​ສະ​ມາ​ຊິກ​ໃນສະ​ໂມ​ສອນກໍ​ຊອກ​ໄດ້​ທິດ​ທາງ​ໃຫມ່​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ກຸ​ສົນອາ​ສາ​ສະ​ໝັກຂອງ​ຕົນ. ເພື່ອນ ບູ່ຍ​ດັງ​ລອງ ໃຫ້​ຮູ້​ວ່າ:

        “ເປົ້າ​ໝາຍ​ທີ່​ພວກ​ຂ້າ​ພະ​ເຈົ້າ​ສຸມ​ໃສ່​ນັ້ນ​ແມ່ນ​ຄົນ​ງານ​ທີ່ທຸກ​ຍາກ, ​ຄົນ​ເຈັບ, ຄົນ​ພິ​ການ, ຜູ້ບໍ່​ມີ​ບ່ອນ​ເພິ່ງ​ພາ​ອາ​ໄສ. ເມື່ອ​ພວກ​ຂ້າ​ພະ​ເຈົ້າ​ລົງ​ມອບ​ຂອງ​ຂວັນ​ໃຫ້​ເຂົ​າ​ເຈົ້າ​ ຈຶ່ງ​ເຫັນ​ໄດ້​ວ່າເຂົາ​ເຈົ້າ​ເຮັດ​ວຽກ​ລຳ​ບາກ​ກາກ​ກຳ​ທີ່​ສຸດ,  ແຕ່​ລາຍ​ຮັບ​ເກັບ​ມາ​ໄດ້​ພັດບໍ່​ສາມາດກຸ້ມ​ຕົນ​ເອງ​ໄດ້. ສະ​ນັ້ນ ຂ້າ​ພະ​ເຈົ້າ​ຄິດ​ວ່າ ນີ້​ແມ່ນ​ເປົ້າ​ໝາຍ​ພວກ​ເຮົາ​ຄວນ​ເອົາ​ໃຈ​ໃສ່​ຫລາຍກວ່າ.”

       ບັນ​ດາ​ເພື່ອນ​ຫ​ນຸ່ມ​ໃນ​ສ​ະ​ໂມ​ສອນ Ha Noi Young Inspirers ປາດ​ຖະ​ຫ​ນາ​ຢາກ​ນຳ​ເອົາ​ຄາ​ບ​ອາ​ຫານ​ມາ​ໃຫ້​ຄົນ​ພິ​ການ, ເດັກ​ກຳ​ພ້າ​ກຳ​ພອຍ, ຄົນ​ທຸກ​ຍາກ ຫລືບໍ່​ວ່າ​ຜູ້​ໃດ​ທີ່​ພວມ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ, ຜູ້​ດ້ອຍ​ໂອ​ກາດ​ໃນ​ສັງ​ຄົມ. ບັນ​ດາ​ສະ​ມາ​ຊິກ​ໃນ​ສະ​ໂມ​ສອນ ໄດ້​​ນຳ​ເອົາ​ເຂົ້າ​ຈີ່ 500 ກ້ອນ, 30 ຄາບ​ເຂົ້າ ແລະ ເຂົ້າ​ປຽກ 200 ລິດມາຊ່ວຍ​ເຫລືອ​ໃຫ້ກວ່າ 800 ຄົນ, ໃນ​ນັ້ນ ສ່ວນ​ຫລາຍ​ແມ່ນ​ຄົນ​ງານ​ທີ່​ທຸກ​ຍາກ, ຄົນ​ເຈັບ​ຢູ່ ໂຮງ​ໝໍ​ໃຫ​ຍ່ 3 ແຫ່ງ​ຢູ່​ຮ່າ​ໂນ້ຍ. ນອກນັ້ນ ບັນ​ດາ​ສະ​ມາ​ຊິກ​ໃນ​ສະ​ໂມ​ສອນ​ຍັງ​ບໍ​ລິ​ຈາກ​ເຄື່ອງ​ນຸ່ງ​ຫົ່ມໃຫ້ “ຊ​າຍ​ຄາ​ແຫ່ງ​ຄວາມ​ອົບ​ອ​ຸ່ນ”, ​ດຳ​ເນີນ​ທຸ​ລະ​ກິດ​ເຄື່ອງ​ຂອງ​ເກົ່າ​ເພື່ອສ້າງ​ທຶນ​ສຶກ​ສາ​ໃຫ້​ນັກ​ຮ​ຽນ​ຍິງ​ທີ່​ທຸກ​ຍາກ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ​ກຳ​ນົດ​​ໄດ້ເປົ້າ​ໝາຍ​ໃດ​ຈະໄດ້​ຮັບ​ການ​ຊ່ວຍ​ເຫລືອ. ຄ​ຽງ​ຄູ່​ກັນ​ນັ້ນ ​ແມ່ນ​ຄວາມມາ​ນະ​ພະ​ຍາ​ຍາມຂອງ​ບັນ​ດາ​ຜູ້​ອາ​ສາ​ສະ​ໝັກ, ຫົວ​ຫ​ນ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ເພື່ອ​ໃຫ້​ການ​ເຄື່ອນ​ໄຫວ​ກຸ​ສົນ​ອາ​ສາ​ສະ​ໝັກ​​ໄດ້​ຮັບ​ການປະ​ຕິ​ບັດ​ຖືກ​​ກັບ​ຈຸດ​ປະ​ສົງ​ໃນ​ເບື້ອງ​ຕົ້ນ​. ເພື່ອນ​ຫວູ​ກີມ​ຈີ, ນັກ​ສຶກ​ສາ​ປີ​ທີ 2 ມະ​ຫາ​ວິ​ທະ​ຍາ​ໄລ ທັງ​ລອງ, ຊື່ງ​ແມ່ນ​ສະ​ມາ​ຊິກ​ຂອງ​ສ​ະ​ໂມ​ສອນ Ha Noi Young Inspirers ໄດ້​ແບ່ງ​ປັນ​ວ່າ:

        “ມີ​ສິ່ງ​ຫ​ນຶ່ງ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ອາດ​ຫລົງ​ລືມ​ໄດ້​ເມື່ອ​ໄປ​ເຄື່ອນ​ໄຫວ​ວຽກ​ງານ​​ກຸ​ສົນ. ນັ້ນ​ແມ່ນ ເວ​ລາ​ໄປ​ແຈກ​ຢາຍ​ເຂົ້າ​ປຽກໃຫ້​ຄົນ​ເຈັບ​ຢູ່​ໂຮງ​ໝໍ​ກອງ​ທັບສູນ​ກາງ 108. ທຳ​ມະ​ດາ ຂ້າ​ພະ​ເຈົ້າຕັກເຂົ້າ​ປ​ຽກ​ເຕັມ​​ຖ້ວຍ​ໃຫ​ຍ່ ແຕ່ມື້ນັ້ນ ​ມີ​ລຸງຜູ້​ຫ​ນຶ່ງ​ໄດ້​ຕັກ​ເຕືອນ​ຂ້າ​ພະ​ເຈົ້າ​ວ່າ ຫລານບໍ່​ຄວນຕັກ​ເຂົ້າ​ປຽກ​ເຕັມຖ້ວຍ ເພື່ອ​ປະ​ຢັດ​ໃຫ້​ຜູ້​ຕາມ​ຫລັງ, ຍັງ​ມີ​ຫລາຍ​ຄົນ​ບໍ່​ມີ​ຂອງ​ກິນ, ຖ້າ​ຕັກ​ເຂົ້າ​ປ​ຽກ​ຫລາຍ​ບາງ​ເທື່ອ​ກິນບໍ່​ໝົດ ແມ່ນ​ຟຸມ​ເຟືອຍ​.”

        ໂຄງ​ການ​ທຳ​ອິດ​ຂອງ​ສະ​ໂມ​ສອນ Ha Noi Young Inspirers ໄດ້​ຮັບ​ການ​ສະ​ຫ​ນັບ​ສະ​ຫ​ນູນ, ​ແລະການ​ປະ​ກອບ​ສ່ວນ​ຈາກ​ສ່ວ​ນ​ບຸກ​ຄົນ, ໝູ່​ຄະ​ນະ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ໃນ​ຕໍ່​ຫ​ນ້າ Ha Noi Young Inspirers ຍັງ​ມີ​ເວ​ລາ​ຫລາຍ​ເພື່ອ​ອຸ​ທິດ​ສ່ວນ, ຊ່ວຍ​ເຫລືອສັງ​ຄົມ ດ້ວຍ​ການ​ເຄື່ອນ​ໄຫວ​ກຸ​ສົນ​ອາ​ສາ​ສະ​ໝັກຂອງ​ຕົນ.

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ