ສານສັນຕິພາບຈາກຮູບເງົາເອກະສານ “ແຫ່ງທີ່ສະຫງົບສຸກຂອງພົນທະຫານ”

(vovworld)- ບັນ​ດາ​ຄວາມ​ຊົງ​ຈຳ​ທີ່​ຮ້າຍ​ກາດຂອງ​ສົງ​ຄາມ, ກາ​ນ​ພົບ​ປະ​​ທີ່​ຕື້ນ​ຕັນ​ໃຈ​ຂອງ​ບັນ​ດາ​ພົນທະ​ຫານ​້​ຢູ່​ສອງ​​ຟາກ​ຝັ່ງ​ສະ​ໜາມ​ຮົບ, ຄວາມ​ໃນ​ໃຈ​ຂອງ​ກຸ່ມ​ທະ​ຫານ​ຜ່ານ​ເສິກ ອາ​ເມ​ລິ​ກາ ໃນ​ການ​ກັບ​ຄືນ​ຢ້ຽມ​ຢາມ ຫວຽດ​ນາມ ໄດ້​​ຖືກສະ​ແດງ​ໃຫ້​ເຫັນ​ຜ່ານ​ຮູບ​ເງົາເອ​ກະ​ສານ​ທີ່​ມີ​ຊື່​ວ່າ “​ແຫ່ງ​ທີ່ສະ​ຫງົບ​ສຸກ​ຂອງ​ພົນ​ທະ​ຫານ” ໂດຍ ກຸ່ມ​ທະ​ຫານ​ຜ່ານ​ເສີກ ອາ​ເມ​ລິ​ກາ ປະ​ຕິ​ບັດ​​ການ​ຜະ​ລິດໃນ​ປີ 2012 ດ້ວຍ​ຈຸດ​ປະ​ສົງ​ຢາກ​ສົ່ງ​ສານ​ທີ່​ວ່າ: ປາ​ສະ​ຈາກຄວາມ​ອາ​ຄາດບາດ​ໝາງ, ພ້ອມ​ກັນ​ດຳ​ເນີນ​ການໄກ່​ເກ່ຍ, ແລະ ພ້ອມ​ກັນ​ຮຳ​ບາດ​ແຜ​ສົງ​ຄາມ.

         

ສານສັນຕິພາບຈາກຮູບເງົາເອກະສານ “ແຫ່ງທີ່ສະຫງົບສຸກຂອງພົນທະຫານ” - ảnh 1
ບັນ​ດາທະ​ຫານ​ຜ່ານ​ເສິກ ອາ​ເມ​ລິ​ກາ ໃນ​ການ​ກັບ​ຄືນ​ຢ້ຽມ​ຢາມ ຫວຽດ​ນາມ

                                        

        ດ້ວຍ​ການ​ໃຊ້​ເວ​ລາ 45 ນາ​ທີ, ຮູບ​ເງົາເອ​ກະ​ສານ​ “​ແຫ່ງ​ທີ່ສະ​ຫງົບ​ສຸກ​ຂອງ​ພົນ​ທະ​ຫານ” ແມ່ນ​ບັນ​ດາ​ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ສົງ​ຄາມ, ຄວາມ​ຮູ້​ສຶກ​ມີ​ຄວາມ​ສະ​ຫງົບ​ສຸກ​ເມື່ອ​ມາ​ຮອດ​ຫວຽດ​ນາມ, ແມ່ນ​ຄວາມ​ສະ​ໜິດ​ສະ​ໜົມ, ຄວາມ​ເມດ​ຕາ​ກະ​ລຸ​ນາ​ຊຶ່ງ​ຊາວ​ຫວຽດ​ນາມ, ບັນ​ດາ​ນັກ​ຮົບ​ເກົ່າ​ຫວຽດ​ນາມສະ​ຫງວນ​ໃຫ້​ແກ່​ບັນ​ດາ​ຜູ້​ຢືນ​ຢູ່​ຟາກ​ກົງ​ກັນ​ຂ້າມ​ບົນສະ​ໜາມ​ຮົບ.

    Dave Hansen ຕົວ​ລະ​ຄອນ​ເອກ, ພ້ອມ​ທັງ​ແມ່ນ​ຜູ້​ລິ​ເລີ່ມ​ປະ​ຕິ​ບັດ​ການ​ຜະ​ລິດ​ຮູບ​ເງົາ, ຊຶ່ງ​ໄດ້​ເຄີຍ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ບົນສະ​ໜາມ​ຮົບ ແຄ​ແຊງ ໄລ​ຍະ 1968-1971 ດ້ວຍ​ບົດ​ບາດ​ແມ່ນ​ທະ​ຫານ​ເຮືອ​ບິນ​ເອ​ລິ​ກອບ​ແຕ​ພະ​ຍາ​ບານ. ກໍ​ເຊັ່ນ​ດຽວ​ກັນ​ກັບ​ທະ​ຫານ​ຜ່ານ​ເສິກອາ​ເມ​ລິ​ກາຫຼາຍ​ຄົນອື່ນ, ພາຍຫຼັງ​ສົງ​ຄາມ, Dave Hansen ໄດ້​​ຖືກ​ກະ​ທົບ​ດ້ານ​ຈິດ​ຕະ​ສາດ. ເພາະ​ສະ​ນັ້ນ, ບໍ່​ມີ​ຍາມ​ໃດ​ທີ່​ທ່ານ​ຢາກ​ເຕື້ອງ​ເຖິງ​ການ​ສ​ູ້​ຮົບ, ທ່ານບໍ່​ຢາກ​ປະ​ເຊີນ​ໜ້າ​ກັບ​ອະ​ດີດ​ຕະ​ການ ແລະ ແນ່ນອນ​ວ່າ ບໍ່​ມີ​ຍາມ​ໃດ​ທີ່​ທ່ານ​​ຄິດ​ວ່າ ຈະ​ມີ​ວັນ​ໄດ້​ກັບ​ຄືນ​ສູ່​ບ່ອນ​ທີ່​ເຮັດ​ໃຫ້​ທ່ານ​ມີ​ຄວາມຫຼອກຫຼອນ​ອັນ​ສະ​ຫຍົດ​ສະ​ຫຍອງ. ແຕ່​ຕາມ​ການ​ເວ​ລາ, ທຸກໆ​ຄວາມ​ນຶກ​ຄິດ​ໄດ້​ເລີ່ມ​ປ່ຽນ​ແປງ​ໄປ. ທ່ານ Dave Hansen ເວົ້າ​ວ່າ : 

   “ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄຳ​ເຊີນ​ເຂົ້າ​ຮ່ວມ​ການ​ພົບ​ປະ​ສັງ​ສັນ​ຂອງ​ສະ​ມາ​ຄົມ​ນັກ​ບິນ​ຂັບ ເຮືອ​ບິນ​ເອ​ລິ​ກອບ​ແຕ​ ທີ່​ໄດ້ເຂົ້າຮ່ວມ​ການ​ສູ້​ຮົບ​ຢູ່​ຫວຽດ​ນາມ​ທີ່​ຈັດ​ຂຶ້ນ​ຢູ່ ລາດ​ເວ​ກາດ ແລະ ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໄປ​ຮ່ວມ. ຂ້າ​ພະ​ເຈົ້າໄດ້​ຂັບ​ລົດ​ໄປ, ຂ້າ​ພະ​ເຈົ້າ​ໄດ້​ຄິດ​ເຖິງ​ບັນ​ດາ​ຜູ້​ທີ່​ຂ້າ​ພະ​ເຈົ້າ​ໃກ້​ຈະ​ພົບ ແລະ ທຸກ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໃກ້​ຈະ​ປະ​ເຊີນ​ໜ້າ. ເວ​ລານັ້ນ, ບັງ​ເອີນ​ ຂ້າ​ພະ​ເຈົ້າ​ໄດ້ຫຼັ່ງ​ນ້ຳ​ຕາ​ເພາະ​ບໍ່​ສາ​ມາດ​ອົດ​ກັ້ນ​ໄດ້, ເພາະ​ບັນ​ດາ​ຄວ​າມ​ໂສກ​ເສົ້າ, ຄວາມ​ສູນ​ເສຍ​ໃນ​ການ​ສູ້​ຮົບ​ໄດ້​ວຽນ​ມາ​ຢ່າງ​ກະ​ທັນ​ຫັນ. ສຳ​ລັບ​ຂ້າ​ພະ​ເຈົ້​າ​ແລ້ວ, ການ​ພົບ​ປະ​ນັ້ນ​ໄດ້​ຊ່ວຍ​ຂ້າ​ພະ​ເຈົ້າ​ຜ່ານ​ຜ່າ​ຄວາມຫຼອກຫຼອນ​ຈາກ​ອະ​ດີດ​ຕະ​ການ ແລະ ລົບ​ລ້າງ​ມັນ​ອອກ​ຈາກ​ແນວ​ຄິດ​ຈິດ​ໃຈ ”

     ພາຍຫຼັງ​ການ​ພົບ​ປະ​ເທື່ອນັ້ນ,  ​ໄດ້​ໂອ້​ລົ​ມ​ກັບ​ທະ​ຫານ​ຜ່ານ​ເສິກອາ​ເມ​ລິ​ກາຫຼາຍ​ຄົນ, Dave Hansen ໄດ້​ຕັດ​ສິນ​ໃຈ​ກັບ​ຄືນ​ຢ້ຽມ​ຢາມ​ຫວຽດ​ນາມ. ທ່ານ​ໄດ້​ຕົກ​ລົງ​ຊັກ​ຊວນ​ທະ​ຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ​ຈຳ​ນວນ​ໜຶ່ງ​ມາ​ຫວຽດ​ນາມ​ອີກ​ດ້ວຍ.  Dave Hansen ກ່າວ​ວ່າ :

    “ ຂ້າ​ພະ​ເຈົ້າ​ປາ​ຖະ​ໜາ​ວ່າ ເມື່ອ​ທຸກໆ​ຄົນ​ດຳ​ເນ​ີ​ນ​ການ​ຢ້ຽມ​ຢາມນີ້, ໄດ້​ປະ​ເຊີນ​ໜ້າ​ກັບ​ຄວາມ​ຈິງ, ໄດ້ພົບ​ກັບ​ບັນ​ດາ​ຜູ້​ຄົນ​ທີ່​ພວກ​ເຮົາ​ໄດ້​ເຄີຍ​ຕັ້ງ​ໃຈ​ດັບ​ສູນ​ກັນ, ຊຶ່ງ​ຈະ​ຊ່ວຍ​ໃຫ້​ວິ​ວັດ​ການ​ໄກ່​ເກ່ຍ​ດຳ​ເນີນ​ໄປ​ຢ່າງວ່ອງ​ໄວກວ່າ ”

     ໃນ​ເດືອນ 3/2012, ພາຍ​ໃຕ້​ການ​ອຸ​ປະ​ຖຳ​ຈາກ​ອົງ​ການ Feace Trees ຫວຽດ​ນາມ, Dave Hansen ພ້ອມ​ກັບ​ເພື່ອນ​ບາງ​ຄົນ​ຂອງ​ຕົນ ໄດ້​ເດີນ​ທາງ​ມາ​ຮອດ​ຫວຽດ​ນາມ ເພື່ອ​ປະ​ຕິ​ບັດ​ການ​ຜະ​ລິດຮູບ​ເງົາເອ​ກະ​ສານ​ “​ແຫ່ງ​ທີ່ສະ​ຫງົບ​ສຸກ​ຂອງ​ພົນ​ທະ​ຫານ”

     ຖານ​ທີ່​ໝັ້ນ ແຄ​ແຊງ​ຊຶ່ງ​ແມ່ນ​ກຸ່ມ​ທີ່​ໝັ້ນ​ຖືກ​ອາ​ເມ​ລິ​ກາກໍ່​ສ້າງ​ແບບ​ຖາ​ວອນ​ເມື່ອ​ປີ 1968 . ນີ້​ແມ່ນ​ແຫ່ງ​ຕັ້ງ​ສູນ​ກາງ​ບັນ​ຊາ​ຂອງ ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Mc Namara ແນ​ໃສ່​ຮັບ​ໃຊ້​ແກ່ເປົ້າ​ໝາຍ ຕັດ​ເສັ້ນ​ທາງ​ລຳ​ລຽງ​ຂົນ​ສົ່ງ​ຈາກ​ພາກ​ເໜືອ​ໃຫ້​ພາກ​ໃຕ້. ເດືອນ 5/1971, Roger Hill ໄດ້​ຮັບ​ຄຳ​ສັ່ງ​ຖືກ​ຈັດ​ສົ່ງ​ໄປ​ສະ​ໜາມ​ຮົບ​ຫວຽດ​ນາມ ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ສະ​ຖາ​ນີ​ຖ່າຍ​ທອດ​ສື່​ສານ​ຢູ່​ໃກ້​ກັບ​ເຂດ​ປອດ​ການທະ​ຫານ ແຄ​ແຊງ. ກວ່າ 40 ປີ​ທີ່​ຜ່ານ​ມາ, ຄວາມ​ຮູ້​ສຶກ​ຢ້ານ​ກົວ​ຂອງ Roger Hill ​​ກ່ຽວ​ກັບຊຸມ​ວັນ​ທີ່ ເຮືອ​ບິນ​ເອ​ລິ​ກອບ​ແຕ​ ຂອງ​ລາວ​ຖືກ​ບຸກ​ໂຈມ​ຕີ ຍາມ​ໃດ​ກໍຫຼອກຫຼອນ​ໃນ​ຄວາມ​ຊົງ​ຈຳ​ຂອງ​ທ່ານ. Roger Hill ເວົ້າ​ວ່າ : 

    “ ເວ​ລານັ້ນ, ຂ້າ​ພະ​ເຈົ້າຄິດ​ວ່າ ເຮົາໃກ້​ຈະ​ຕາຍ​ແລ້ວ. ຂ້​າ​ພະ​ເຈົ້າ​ຮູ້​ສຶກວ່າ ເຮືອ​ບິນ​ເອ​ລິ​ກອບ​ແຕ​ ພວມ​ບິນ​ຕາມ​ເນີນ​ພູ ແລະ ຂ້າ​ພະ​ເຈົ້າ​ພວມ​ລົງ​ຫັ້ນ. ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ພັນ​ລະ​ນາ​ໄດ້​ໝົດ​ກ່ຽວ​ກັບ​ຮູບ​ພາບ​ໃນ​ເວ​ລານັ້ນ”

     ໂຊກ​ດີ​ທີ່ Roger Hill ໄດ້​ລອດ​ຊີ​ວິດ ແລະ ພຽງ​ແຕ່​ຖືກ​ບາດ​ເຈັບ​ເທົ່າ​ນັ້ນ, ແຕ່ Eddie ເພື່ອນ​ຂອງ​ທ່ານ​ໄດ້​ເສ​ຍ​ຊີ​ວິດ. ໃນ​ການ​ກັບ​ຄືນ​ຢ້ຽມ​ຢາມ​ສະ​ໜາມ​ຮົບ​ເກົ່າ​ດ Roger Hill ກໍ​ໄດ້​ພົບ​ກັບ​ບັນ​ດາ​ນັກ​ຮົບ​ເກົ່າ ຊຶ່ງ​ແມ່ນ​ກຳ​ລັງ​ທະ​ຫານ​ປົດ​ປ່ອຍ​ພາກ​ໃຕ້  ໄດ້​ເຂົ້າ​ຮ່ວມບັ້ນ​ຮົບ​ແຄ​ແຊງ ໃນ​ວັນ​ນັ້ນ.         ທ່ານ ເລ​ຮົ່ງ​ແຫ້ງ ນັກ​ຮົບ​ເກົ່າ ຢູ່​ເມືອງ ເຮື້ອງ​ຮ້ວ​າ ແຂ​ວງ ກວາງ​ຈິ ໃຫ້​ຮູ້​ວ່າ : 

    “ ພາຍຫຼັງ​ຊຸມ​ວັນ​ເດືອນ​ປີ​ເຂົ້າ​ຮ່ວມ​ສົງ​ຄາມ, ໄດ້​ພົບ​ບັນ​ດາ​ທະ​ຫານ​ຜ່ານ​ເສິກ​ອາ​ເມ​ລ​ິ​ກາ​ຄືນ, ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ ເຂົາ​ເຈົ້າແມ່ນ​ບັນ​ດາ​ຜູ້​ໃຈ​ດີ, ມີ​ຄວາມ​ສຸດ​ຈະ​ລິດ. ມີ​ບາງ​ຄົນ​ຍັງ​ຖືກຫຼອກຫຼອນ​ດ້ວຍ​ຜົນ​ຮ້າຍ​ສົງ​ຄາມ ແລະ ປະ​ຈຸ​ບັນ ເຂົາ​ເຈົ້າ​ຍາມ​ໃດ​ກໍ​ມີ​ຄວາມ​ຫວັງ​ຜູກ​ຮັດ​ນ້ຳ​ໃຈ​ມິດ​ຕະ​ພາບ​ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ ແນ​ໃສ່​ບັນ​ເທົາ​ຄວາມ​ເຈັບ​ປວດ​ທີ່​ສົງ​ຄາມກໍ່​ຂຶ້ນ ”

      ອະ​ດີດ​ຕະ​ການໄດ້​ຖືກ​ຫ​ວນ​ຄືນ ແລະ ກໍ​ຖືກ​ປິດ​ໄວ້ ຄື​ດັ່ງ​ອະ​ນຸ​ສອນ. ໃຜໆ​ຕ່າງ​ກໍ​ເຫັນ​ໄດ້​ເຖິງ​ຜົນ​ຮ້າຍ​ຢ້ອນຫຼັງ​ຂອງ​ສົງ​ຄາມ. Dave Hansen ກ່າວ​ວ່າ : 

   “ ຂ້າ​ພະ​ເຈົ້າ​ຄິດ​ວ່າ ເຂົາ​ເຈົ້າ​ເລີ່ມ​ຮັບ​ຮູ້​ວ່າ ເຂົາ​ເຈົ້າ​ບໍ່​ຕ້ອງ​ຢ້ານ​ກົວ​ຢູ່​ແຫ່ງນີ້​ອີກ​ແລ້ວ. ເປັນ​ໜ້າ​ປະ​ທັບ​ໃຈ​ທີ່​ສຸດ, ບໍ່​ອາດ​ເວົ້າ​ຈົນ​ສຸດ​ໄດ້. ເຂົາ​ເຈົ້າ​ໄດ້​ເດີນ​ບົນ​ໄລ​ຍະ​ທາງ​ຍາວ​ເ​ປັນ​ເວ​ລາ 40 ປີ ”

     ການ​ປູກ​ຕົ້ນ​ໄມ້, ຂົນ​ຂວາຍ​ແຜ່​ບໍ​ລິ​ຈາກ​ເງິນ​ເພື່ອ​ຊ່ວຍ​​ໜູນ%ຍກ​ງານ​ເກັບ​ກູ້​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ, ໜູນ​ຊ່ວຍ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່. ບັນ​ດາທະ​ຫານ​ຜ່ານ​ເສີກ ອາ​ເມ​ລິ​ກາ ໄດ້​ບອກວ່າ ເຂົາ​ເຈົ້າ​ພວມ​ເລີ່ມ​ປະ​ຕິ​ບັດ​ພາ​ລະ​ກຳ​ໃໝ່. ນັ້ນ​ແມ່ນ​ພາ​ລະ​ກຳ​ສັນ​ຕິ​ພາບ, ໄກ່​ເກ່ຍ, ສ້າງ​ຂົວ​ເຊື​ອ່ມ​ຕໍ່​ມິດ​ຕະ​ພາບ ເພາະ​ສຳ​ລັບ​ເຂົາ​ເຈົ້າ​ແລ້ວ, ຫວຽດ​ນາມ​ແມ່ນ​ສ່ວນ​ໜຶ່ງ​ໃນ​ຄວາມ​ຊົງ​ຈຳ. ທ່ານ Ryan Washburn ​ທະ​ຫານ​ຜ່ານ​ເສີກ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ :                    

    “ຂ້າ​ພະ​ເຈົ້າຄິດ​ວ່າ ຕົ້ນ​ໄມ້​ແຕ່​ລະ​ຕົ້ນ​ທີ່​ຖືກ​ປູກ​ຢູ່​ແຫ່ງນີ້ ກໍ​ເປັນ​ການ​ເຊີດ​ຊູ​ພົນ​ທະ​ຫານ​ຄົນ​ໜຶ່ງ​ທີ່​ໄດ້​ເສຍ​ຊີ​ວິດ ແລະ ບໍ່​ຮູ້​ວ່າ​ເຂົ້າ​ເຈົ້າ​ຢືນ​ຢູ່​ຟາກ​ຝັ່ງ​ໃດ​ບົນ​ສະ​ໜາມ​ຮົບ. ຈົ່ງ​ເລີ່ມ​ຕົ້ນ​ຄືນ​ໃໝ່, ກາຍ​ເປັນ​ໝູ່​ເພື່ອນ​ກັນ ແລະ ຈົ່ງ​ປະ​ໃຫ້​ອະ​ດີດ​ຕະ​ການ​ຜ່ານ​ພົ້ນ​ໄປ​ຕາມ​ການ​ເວ​ລາ”

          ເດືອນ 3/2014 , ຮູບ​ເງົາເອ​ກະ​ສານ​ “​ແຫ່ງ​ທີ່ສະ​ຫງົບ​ສຸກ​ຂອງ​ພົນ​ທະ​ຫານ” ໄດ້​ຖືກ​ນຳ​ມາ​ສາຍຢູ່ ແຄ​ແຊງ ແຂວງ ກວາງ​ຈິ ຊຶ່ງ​ແມ່ນ​ໜຶ່ງໃນ​ການ​ເຄື່ອນ​ໄຫວ​ທຳ​ອິດ​ເພື່ອ​ສ້າງກອງ​ທຶນ​ສະ​ໜັບ​ສະ​ໜູນ​ໂຄງ​ການກໍ່​ສ້າງ​ສວນ​ແຫ່ງ​ໜຶ່ງ​ທີ່​ໃສ່​ຊື່​ວ່າ “ສວນ​ໄກ່​ເກ່ຍ​ຢູ່​ແຄ​ແຊງ”. ຄາດ​ວ່າ ຮູບ​ເງົາ​ເອ​ກະ​ສານ​ດັ່ງ​ກ່າວ ຈະຖືກ​ນຳ​ມາ​ສາຍຢູ່ຕວກ​ກີ ແລະ ຕາ​ເວັນ​ອອກ​ກາງ ​ໃນ​ເດືອນ 5 /2015 ແນ​ໃສ່​ສົ່ງ​ສານ​ເຖິງ​ເພື່ອນ​ມິດ​ສາ​ກົນ​ທີ່​ວ່າ “ ສົງ​ຄາມ​ແມ່ນ​ໄຮ້​ເຫດ​ຜົນ ແລະ ຈົ່ງ​ຊ່ວຍ​ໃຫ້​ຄົນ​ລຸ່ນຫຼັງ​ມີ​ຊີ​ວິດ​ໃນ​ໂລກ​ສັນ​ຕິ​ພາບ ”.

ຕອບກັບ

ຂ່າວ/ບົດ​ອື່ນ